ໃນວັນທີ 17 ກັນຍາ 2026, ທີ່ ນະຄອນໜານໜິງ, ເຂດປົກຄອງຕົນເອງແຂວງກວາງຊີຈ້ວງ, ສາທາລະນະລັດປະຊາຊົນຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ, ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 23 (CAEXPO) ປະຈໍາປີ 2026.

ພິທີເປີດງານດັ່ງກ່າວ ໃຫ້ກຽດເປັນປະທານ ແລະ ກ່າວປາໄສເປີດງານໂດຍ ທ່ານ ຕິ່ງ ເຊສຽງ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ຂອງ ສປ ຈີນ, ໂດຍມີບັນດາຜູ້ນຳຂັ້ນສູງ ແລະ ຜູ້ແທນຈາກພາກລັດ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ ຂອງ ອາຊຽນ ແລະ ຈີນ ເຂົ້າຮ່ວມ.
ສຳລັບງານວາງສະແດງຄັ້ງນີ້ ຈັດຂຶ້ນພາຍໃຕ້ຄຳຂວັນ “ສົ່ງເສີມກາລະໂອກາດຂອງການຍົກລະດັບເຂດການຄ້າເສລີ ອາຊຽນ-ຈີນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ” (China-ASEAN Free Trade Area 3.0 Opportunity, Better Life), ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ອາຊຽນ ແລະ ຈີນ ໃນການສືບຕໍ່ຍົກລະດັບ ແລະ ເສີມສ້າງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ເກີດໝາກຜົນເປັນຮູບປະທຳຫຼາຍຂຶ້ນ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວປາໄສ ໂດຍສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການຈັດງານງາງສະແດງ (CAEXPO) ຢ່າງຕໍ່ເນື່ອງ ແລະ ໄດ້ເນັ້ນວ່າ, ການຍົກລະດັບ ເຂດການຄ້າເສລີ ອາຊຽນ-ຈີນ 3.0 ຈະເປັນບາດກ້າວສຳຄັນໃນການສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມື ອາຊຽນ-ຈີນ ໃນຫຼາຍຂົງເຂດທີ່ຄວນໃຫ້ຄວາມສຳຄັນ ເຊັ່ນ:
ດ້ານການຄ້າ ແລະ ການລົງທຶນ: ໂດຍເນັ້ນການຫັນເປັນທັນສະໄໝດ້ານການຄ້າ, ການສົ່ງເສີມເສດຖະກິດດິຈິຕອນ ແລະ ການພັດທະນາສີຂຽວຢ່າງຍືນຍົງ. ການຮ່ວມມືດ້ານພະລັງງານ: ໂດຍການເພີ່ມທະວີການຮ່ວມມືໃນການຫັນປ່ຽນໄປສູ່ພະລັງງານສະອາດ, ຊຸກຍູ້ການລົງທຶນຮ່ວມໃນຂະແໜງພະລັງງານທົດແທນ, ການພັດທະນາຕົວເມືອງອັດສະລິຍະ ແລະ ໂຄງລ່າງພື້ນຖານທີ່ຍືນຍົງ; ແລະ ດ້ານການຮ່ວມມືໃນການຄໍ້າປະກັນສະບຽງອາຫານ, ພະລັງງານ ແລະ ຕ່ອງໂສ້ການຜະລິດ ລະຫວ່າງ ອາຊຽນ-ຈີນ, ຜ່ານການອຳນວຍຄວາມສະດວກດ້ານການຄ້າ, ຫຼຸດຜ່ອນອຸປະສັກ ແລະ ສິ່ງກີດຂວາງທາງການຄ້າທີ່ບໍ່ແມ່ນພາສີ, ພ້ອມທັງສົ່ງເສີມພາກຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ.
ສຳລັບ ສປປ ລາວ, ການຍົກລະດັບ ເຂດການຄ້າເສລີ ອາຊຽນ-ຈີນ 3.0 ຈະເປີດໂອກາດສຳຄັນໃຫ້ເຂົ້າເຖິງຕະຫຼາດຂະໜາດໃຫຍ່ຂອງຈີນ, ພ້ອມທັງຊ່ວຍເສີມສ້າງຂີດຄວາມສາມາດໃນການແຂ່ງຂັນ ແລະ ເພີ່ມທະວີການສົ່ງອອກສິນຄ້າລາວໄປຍັງຕະຫຼາດຈີນ. ພ້ອມກັນນີ້, ສປປ ລາວ ຍັງມີທ່າແຮງສຳຄັນໃນການເປັນຂົວເຊື່ອມຕໍ່ພາກພື້ນ ສຳລັບການຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນລະຫວ່າງ ອາຊຽນ ແລະ ຈີນ. ໃນນີ້, ໂຄງການລົດໄຟ ລາວ-ຈີນ ໄດ້ກາຍເປັນໂຄງການຕົວແບບທີ່ສຳຄັນ ທີ່ນຳຜົນປະໂຫຍດອັນເປັນຮູບປະທຳມາສູ່ການພັດທະນາດ້ານເສດຖະກິດ, ການຄ້າ, ການຂົນສົ່ງ ແລະ ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ.

ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍເມືອງຊາງຊູນ ແຂວງ ຈິລິນ ທີ່ຖືກຄັດເລືອກໃຫ້ເປັນເມືອງແຫ່ງສະເໜ່ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນຂອງ ສປ ຈີນ ປີ 2026. ສໍາລັບ ສປປ ລາວ ໄດ້ຄັດເລືອກເອົາ ແຂວງ ເຊກອງ ເປັນເມືອງແຫ່ງສະເໜ່ ປະຈໍາປີ 2026 ເພື່ອເປັນການດຶງດູດການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນທາງດ້ານວັດທະນະທຳຂອງລາວ ສູ່ເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ຍັງໄດ້ເຊີນຊວນບັນດາແຂກໄປຢ້ຽມຊົມຮ້ານວາງສະແດງສິນຄ້າຈາກ ສປປ ລາວ ແລະ ຈາກອາຊຽນ ແລະ ສປ ຈີນ ໃນງານວາງສະແດງສິນຄ້າໃນຄັ້ງນີ້.


