ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານທູດໂອຕຣິດ

Sep 19, 2026

ຕອນບ່າຍຂອງວັນທີ 18 ກັນຍາ 2026 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮັບຕ້ອນການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser), ເອກອັກຄະລັດຖະທູດວິສາາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ, ຊຶ່ງມີສໍານັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈັດຂຶ້ນໃນວັນທີ 14-18 ກັນຍາ 2026.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບ​ໃຈ​ທີ່ ທ່ານ​ທູດ ໄດ້ໃຫ້ກຽດເປັນ​ຕົວ​ແທນປະ​ເທດ​ໂອ​ຕ​ຣິດ ເຂົ້າ​ຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ແລະ​ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ ນັບຕັ້ງແຕ່ທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນ​ວັນ​ທີ 1 ກັນຍາ 1967, ຊຶ່ງ​ປີ​ໜ້າ​ກໍ​ຈະ​ຄົບ​ຮອບ 60 ປີ ແຫ່ງການສ້າຕັ້ງສາຍພົວພັນການທູດດັ່ງກ່າວ ແລະ ທັງສອງຝ່າຍ ກໍໄດ້ເຫັນດີເປັນເອກະພາບທີ່ຈະຈັດກິດຈະກໍາຕ່າງໆຮ່ວມກັນ ເພື່ອສະຫຼອງວັນສໍາຄັນດັ່ງກ່າວໃຫ້ມີຂະບວນການຢ່າງຟົດຟື້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີທີ່ຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໂດຍສະເພາະໃນຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ເພື່ອນຳຜົນປະໂຫຍດສູງສຸດມາສູ່ປະຊາຊົນຂອງທັງສອງຊາດ.
ໃນໂອກາດດຽວກັນ, ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບການເສີມຂະຫຍາຍການຮ່ວມມືເພື່ອການພັດທະນາໃນຂະແໜງການຕ່າງໆ ເຊັ່ນ: ການ​ພັດ​ທະ​ນາພື້ນຖານໂຄງລ່າງ ແລະ ພະລັງງານສະອາດ ໂດຍຜ່ານການສະໜັບສະໜູນ ແລະ ​ຂອບການຮ່ວມມື​ຂອງສະຫະພາບເອີຣົບ, ອາຊຽນ-ໂອ​ຕ​ຣິດ ແລະ ອົງການຈັດຕັ້ງສາກົນອື່ນໆ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້, ສອງຝ່າຍກໍຍັງເຫັນດີທີ່ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນ ແລະ​ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດປະເທດໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນ​ສອງຊາດ ພ້ອມທັງຢືນຢັນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນີ້, ຝ່າຍລາວ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາໃນທ້າຍປີ 2026 ທີ່ຈະມາເຖິງ​ ແລະ ໄດ້ສະເໜີໃຫ້ ໂອຕຣິດ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຄືດັ່ງຜ່ານມາ ລວມທັງການໃຫ້ສິດທິພິເສດທາງດ້ານການຄ້າ ແລະ​ ການຊ່ວຍເຫຼືອ​ນະໂຍບາຍທີ່ກ່ຽວຂ້ອງອື່ນໆ ແກ່ ສປປ ລາວ ໃນໄລຍະຂ້າມຜ່ານ ເພື່ອຮັບປະກັນໃຫ້ເປັນໄປຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.


ໃນຖານະເປັນເຈົ້າພາບ ແລະ ປະທານ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການເຂົ້າຮ່ວມ ແລະ ການສະໜັບສະໜູນຂອງຄະນະຜູ້ແທນໂອຕຣິດ ໃນຄັ້ງນີ້. ພ້ອມດຽວກັນນັ້ນ, ສອງຝ່າຍກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ.