ພິທີທາງສາດສະໜາ ເພື່ອເຄື່ອນຍ້າຍຮູບປັ້ນເຈົ້າອານຸວົງ ໄປປະດິດສະຖານຢູ່ສະໜາມກິລາເຈົ້າອານຸວົງ ຢ່າງເປັນທາງການ ໄດ້ຈັດຂຶ້ນ ໃນຕອນເຊົ້າ ວັນທີ 21 ກັນຍາ 2026 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພອມດ້່ວຍບັນດາຮອງຫົວໜ້າກົມ, ສິລະວັດ, ຕາງໜ້າແນວລາວສ້າງຊາດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີທາງສາດສະໜາ ໄດ້ດຳເນີນໄປດ້ວຍດີ, ຊຶ່ງໃນພິທີກໍໄດ້ມີການຄອບ ເພື່ອອັງເຊີນ ເຈົ້າອານຸວົງ ໄປປະດິດສະຖານຢູ່ຕໍ່ໜ້າສະໜາມກິລາເຈົ້າອານຸວົງ ພ້ອມທັງມີການກາບໄຫວ້ພຣະ-ຮັບສິນ ແລະ ພຣະສົງສູດມຸງຄຸນ ເພື່ອເປັນສີຣິມຸງຄຸນແກ່ພິທີການເຄື່ອນຍ້າຍປະຕິສະຖານຮູບປັ້ນເຈົ້າອານຸວົງ.

ພາຍຫຼັງທີ່ໄດ້ມີການປັບປຸງ ແລະ ກໍ່ສ້າງສະໜາມກິລາເຈົ້າອານຸວົງຄືນໃໝ່ ວັນທີ 20 ມັງກອນ ປີ 2025 ໂດຍໃຫ້ການສະໜັບສະໜູນຊ່ວຍເຫຼືອລ້າ ຈາກລັດຖະບານປະເທດຍີ່ປຸ່ນ ແລະ ຄາດວ່າ ໃນວັນທີ 11 ພະຈິກ 2026 ຈະມີພິທີມອບ-ຮັບ ສະໜາມກິລາດັ່ງກ່າວ ເພື່ອໃຫ້ສປປ ລາວ ສືບຕໍ່ຄຸ້ມຄອງບໍລິຫານ ເພື່ອນຳໃຊ້ເຂົ້າໃນການພັດທະນາວົງການກິລາລາວ ຕໍ່ໄປ ສຳລັບສະໜາມດັ່ງກ່າວ ກໍມີຈຸດພິເສດ ສາມາດຮອງຮັບນຳໃຊ້ໄດ້ທັງນັກກິລາຄົນປົກກະຕິ ແລະ ຄົນພິການ.
ພາບ-ຂ່າວໂດຍ ສົງການ ພັນແພງດີ


