ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ. ຫວຽດນາມ

Sep 21, 2026

ໃນວັນທີ 21 ກັນຍາ 2026 ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສສ. ຫວຽດນາມ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ, ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ຟ້າມ ຢາ ຕຸກ ໃນຄັ້ງນີ້ ຊຶ່ງເປັນການຢ້ຽມຢາມຄັ້ງທໍາອິດໃນຖານະຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມຄະນະກຳມະການຮ່ວມມືລາວ-ຫວຽດນາມ ຄັ້ງທີ 48 ທັງເປັນການກະກຽມ ໃຫ້ແກ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ທີ່ຈະມີຂຶ້ນໃນໄວໆນີ້. ພ້ອມດຽວກັນນີ້, ສະຫາຍ ທອງລຸນ ກໍຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ແລະ ບັນດາການນຳພັກ-ລັດຂອງຫວຽດນາມ ພ້ອມທັງສະແດງຄວາມຂອບໃຈ ທີ່ສະຫາຍ ຟ້າມ ຢາ ຕຸກ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ແລະ ບັນດາການນໍາພັກ-ລັດຂອງຫວຽດນາມ ມາຍັງ ການນໍາພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ. ພ້ອມດຽວກັນນັ້ນ, ກໍສະແເດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກກອມມູນິດຫວຽດນາມ ລວມທັງຜົນສຳເລັດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ.

ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ເປັນຕົ້ນ ດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ການເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານບັນດາໂຄງການສຳຄັນທີ່ມີລັກສະນະຍຸດທະສາດ ເຊັ່ນ: ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟວຽງຈັນ-ຫວຸ້ງອາງ, ໂຄງການກໍ່ສ້າງທໍ່ສົ່ງນໍ້າມັນ ແລະ ໂຄງການອື່ນໆ.

ໃນໂອກາດດຽວກັນ, ສະຫາຍ ຟ້າມ ຢາ ຕຸກ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນການພົບປະກັບ ສະຫາຍ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງ ສປປ ລາວ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຝ່າຍຫວຽດນາມຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາໂຄງການຮ່ວມມືຍຸດທະສາດຕ່າງໆ ໃຫ້ເປັນຮູບປະທໍາ ແລະ ມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.