“山水相连 媒体同行” —中老友好年暨媒体合作启动仪式在老挝万象成功举办 9月24日,“山水相连 媒体同行”—中老友好年暨媒体合作启动仪式在老挝万象举行。
“ພູຜາແມ່ນ້ຳ ຕິດຈອດກັນ, ສື່ມວນຊົນເດີນທາງຮ່ວມກັນ” — ປີມິດຕະພາບລາວ-ຈີນ ແລະ ພິທີເປີດການ ຮ່ວມມືດ້ານສື່ມວນຊົນ ຈັດຂຶ້ນຢ່າງສຳເລັດຜົນ ຢູ່ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນວັນທີ 24 ກັນຍາ 2026
“ພູຜາແມ່ນໍ້າ ຕິດຈອດກັນ, ສື່ມວນຊົນເດີນທາງຮ່ວມກັນ” — ປີມິດຕະພາບລາວ-ຈີນ ແລະ ພິທີເປີດການຮ່ວມມື ດ້ານສື່ມວນຊົນ ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງວຽງຈັນ ສປປ ລາວ.

老挝人民革命党中央宣传部党委常委、中央宣传部副部长 萨孔·蓬玛拉、中国广西壮族自治区党委常委、宣传部部长陈奕君及两国媒体代表出席活动。
ທ່ານ ສາຄອນ ພົມມະລາດ ກໍາມະການປະຈໍາພັກ ຄະນະໂຄສະນາອົບຮົມສູນກາງພັກ, ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານນາງ ເສີນ ອີ້ຈຸ້ນຄະນະປະຈໍາ ຂອງຄະນະພັກ ແລະ ຫົວໜ້າ ພະແນກໂຄສະນາອົບຮົມ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ສປ ຈີນ, ແລະ ຜູ້ຕາງໜ້າສື່ມວນຊົນຂອງທັງສອງປະເທດ ໄດ້ເຂົ້າຮ່ວມງານຄັ້ງນີ້.
广西广播电视台与老挝国家电视台的友好合作已持续十几年。一直以来,两台立足中老睦邻友好大局,深耕跨境视听传播领域,常态化开展影视剧译制、纪录片合拍、精品节目互换、采编人员互访交流等务实合作。双方联合打造的品牌栏目《中国剧场》长期落地老挝主流荧屏,联合译制的《琅琊榜》《大山的女儿》《城中之城》《西游记》等55部中国电视剧、动画片,成为老挝民众直观了解中国、感知中老友谊的重要窗口,为两国媒体深度协作、文化双向交融积淀了深厚基础。
ການຮ່ວມມືມິດຕະພາບ ລະຫວ່າງ ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ກັບ ໂທລະພາບແຫ່ງຊາດລາວ ໄດ້ດຳເນີນມາເປັນເວລາຫຼາຍກວ່າສິບປີ. ຕະຫຼອດໄລຍະຜ່ານມາ, ທັງສອງສະຖານີ ໄດ້ຕັ້ງໜ້າສຸມໃສ່ ຜົນປະ ໂຫຍດລວມຂອງມິດຕະພາບບ້ານໃກ້ເຮືອນຄຽງລາວ-ຈີນ, ເຈາະລຶກໃນຂົງເຂດການເຜີຍແຜ່ສຽງ-ພາບຂ້າມຊາຍ ແດນ, ປະຕິບັດການຮ່ວມມືທີ່ເປັນຮູບປະທຳຢ່າງເປັນປົກກະຕິ ເຊັ່ນ: ການແປ ແລະ ຜະລິດລະຄອນ-ຮູບເງົາ, ການ ຮ່ວມຖ່າຍທຳສາລະຄະດີ, ການແລກປ່ຽນລາຍການທີ່ມີຄຸນນະພາບສູງ, ການແລກປ່ຽນຢ້ຽມຢາມຂອງພະນັກງານ ນັກຂ່າວ ແລະ ບັນນາທິການ. ລາຍການມີຍີ່ຫໍ້ “ໂຮງລະຄອນຈີນ” ທີ່ໄດ້ສ້າງຮ່ວມກັນ ໄດ້ອອກອາກາດຢູ່ ໂທລະ ພາບຫຼັກຂອງລາວ ມາເປັນເວລາດົນນານ, ໄດ້ຮ່ວມແປຜະລິດ 55 ເລື່ອງ ປະກອບມີ ລະຄອນໂທລະພາບ ແລະ ກາຕູນຈີນເຊັ່ນ:《ປ້າຍສັກສິດລາງຢາ》, 《ລູກສາວແຫ່ງພູດອຍ》, 《ເມືອງໃນເມືອງ》, 《ໄຊຢູຈີ້》 ແລະ ອື່ນໆ, ກາຍເປັນຊ່ອງທາງສຳຄັນ ສຳລັບປະຊາຊົນລາວ ໃນການຮູ້ຈັກ ປະເທດຈີນ ແລະ ສຳຜັດມິດຕະພາບລາວ-ຈີນ ໂດຍກົງ, ເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງ ລະຫວ່າງວົງການສື່ມວນຊົນ ແລະ ການເຊື່ອມໂຍງທາງດ້ານວັດທະນະທຳລະຫວ່າງກັນ ຂອງທັງສອງປະເທດ.

本次活动集中展示两台2026年度十大媒体合作成果,双方合作突破传统译制模式,实现多点布局、全域开花,成果覆盖合拍纪录片、精品影视剧译制、原创微综艺、主题系列短视频、AI数字主播共创节目等丰富业态。内容形态从大屏精品内容延伸至新媒体轻量化产品,合作模式从传统内容交换升级至数智共创,成果数量多、品类全、质量高,全方位彰显桂老媒体合作的创新活力与综合实力。
ໃນງານຄັ້ງນີ້ ສຸມໃສ່ສະແດງໃຫ້ເຫັນເຖິງ 10 ຜົນສຳເລັດອັນພົ້ນເດັ່ນດ້ານການຮ່ວມມືທາງສື່ມວນຊົນ ປະຈຳປີ2026 ຂອງທັງສອງສະຖານີ. ການຮ່ວມມືລະຫວ່າງສອງຝ່າຍໄດ້ກ້າວຂ້າມຮູບແບບການແປຜະລິດແບບດັ້ງເດີມ, ບັນລຸ ການຈັດວາງຫຼາຍຈຸດ ແລະ ອອກດອກເກີດຜົນທົ່ວທຸກຂົງເຂດ, ຜົນງານລວມທັງ ການຮ່ວມ ຖ່າຍທຳສາລະຄະດີ, ການແປຜະລິດລະຄອນ-ຮູບເງົາທີ່ມີຄຸນນະພາບສູງ, ລາຍການວາໄຣຕີ້ຂະໜາດນ້ອຍຕົ້ນສະບັບ, ຊຸດວິດີໂອສັ້ນຕາມຫົວຂໍ້, ລາຍການທີ່ສ້າງຮ່ວມກັບພິທີກອນດິຈິຕອນ AI ແລະ ອື່ນໆ. ຮູບແບບຂອງເນື້ອຫາໄດ້ມີການຂະຫຍາຍຕົວ ຈາກເນື້ອຫາທີ່ມີຄຸນນະພາບສູງສຳລັບໜ້າຈໍໃຫຍ່ ໄປສູ່ຜະລິດຕະພັນສື່ໃໝ່ທີ່ມີຮູບແບບກະທັດຮັດ. ຮູບແບບການຮ່ວມມື ຈາກການແລກປ່ຽນເນື້ອໃນແບບດັ້ງເດີມ ຍົກລະດັບສູ່ການສ້າງຮ່ວມກັນດ້ວຍດິຈິ ຕອນ ແລະ ປັນຍາປະດິດ, ຜົນງານມີຈຳນວນຫຼາຍ, ປະເພດຄົບຖ້ວນ, ຄຸນນະພາບສູງ, ສະແດງໃຫ້ເຫັນຢ່າງຮອບ ດ້ານ ເຖິງຄວາມມີຊີວິດຊີວາໃນການປະດິດສ້າງ ແລະ ຄວາມສາມາດລວມຂອງການຮ່ວມມືສື່ມວນຊົນ ກວາງຊີ-ລາວ.
活动现场举行了《中国剧场》栏目续签仪式,萨孔·蓬玛拉、陈奕君共同见证,广西广播电视台与老挝国家电视台将进一步夯实双方成熟稳定的合作基本盘,持续以优质影视视听内容搭建跨国文化桥梁,传播中老邻里相亲、携手共进的友好声音。
ພິທີເຊັນຕໍ່ສັນຍາໂຄງການ “ໂຮງລະຄອນຈີນ” ໄດ້ຈັດຂຶ້ນໃນງານນີ້ພ້ອມ, ທ່ານ ສາຄອນ ພົມມະລາດ ແລະ ທ່ານນາງ ເສີນ ອີ້ຈຸ້ນໄດ້ຮ່ວມເປັນສັກຂີພິຍານ. ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ກັບ ໂທລະ ພາບ ແຫ່ງຊາດລາວ ຈະເສີມສ້າງພື້ນຖານການຮ່ວມມືທີ່ໝັ້ນຄົງ ແລະ ຄົງຕົວຂອງທັງສອງຝ່າຍໃຫ້ໜັກແໜ້ນ ຕື່ມ, ສືບຕໍ່ໃຊ້ເນື້ອໃນສຽງ-ພາບທີ່ມີຄຸນນະພາບສູງ ສ້າງຂົວຕໍ່ວັດທະນະທຳຂ້າມຊາດ, ເຜີຍແຜ່ສຽງດີແຫ່ງມິດຕະ ພາບບ້ານໃກ້ເຮືອນຄຽງ ແລະ ການກ້າວໄປພ້ອມກັນ ຂອງລາວ-ຈີນ.
中老双方领导还共同为广西广播电视台与老挝国家电视台共建的AI节目工作室揭牌。作为本年度桂老媒体合作的标志性创新举措,AI节目工作室的成立,是双方在传统内容合作之外的全新升级和探索。未来,双方将依托人工智能技术赋能双语译制、节目制作及内容创新传播。
ການນຳຂອງທັງສອງຝ່າຍລາວ-ຈີນ ຍັງໄດ້ຮ່ວມກັນເປີດປ້າຍຫ້ອງງານລາຍການ AI ທີ່ສ້າງຮ່ວມກັນລະ ຫວ່າງ ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ກັບ ໂທລະພາບແຫ່ງຊາດລາວ. ເພື່ອໃຫ້ເປັນມາດຕະການປະດິດ ສ້າງທີ່ເປັນສັນຍາລັກ ຂອງການຮ່ວມມືສື່ມວນຊົນ ກວາງຊີ-ລາວ ປະຈຳປີນີ້, ການສ້າງຕັ້ງຫ້ອງງານລາຍການ AI ແມ່ນເປັນການຍົກລະດັບ ແລະ ການຄົ້ນຫາໃໝ່ທັງໝົດ ທີ່ນອກເໜືອຈາກເນື້ອໃນການຮ່ວມມືແບບດັ້ງເດີມຂອງສອງຝ່າຍ. ໃນອະນາຄົດ, ທັງສອງຝ່າຍຈະອີງໃສ່ເຕັກໂນໂລຊີປັນຍາປະດິດ ເພື່ອເສີມຂະຫຍາຍການແປສອງ ພາສາ, ການຜະລິດລາຍການ ແລະ ການເຜີຍແຜ່ເນື້ອໃນແບບປະດິດສ້າງ.

活动尾声,中老嘉宾走进广西广播电视台在老挝国家电视台建立的译制工作站,看望译配团队工作人员。
ໃນຕອນທ້າຍຂອງງານ, ຂໍເຊີນ ແຂກຜູ້ມີກຽກ ຈາກທັງສອງຝ່າຍລາວ-ຈີນ ໄປຢ້ຽມຢາມ ຫ້ອງແປຜະລິດ ທີ່ ສະຖານີວິທະຍຸ ແລະ ໂທລະພາບກວາງຊີ ສ້າງຂຶ້ນນຢູ່ ໂທລະພາບແຫ່ງຊາດລາວ, ພ້ອມກັນນັ້ນ ຢ້ຽມຢາມທີມງານແປພາກສຽງ.


