ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກິດຈະກຳໂອ້ລົມມິດຕະພາບຊາວໜຸ່ມຈີນ(ກວາງຊີ) — ລາວ ຈັດຂື້ນຢູ່ທີ່ ນະຄອນຫຼວງວຽງຈັນ

Sep 26, 2026

中国(广西)—老挝青年友好对话活动亮相万象

ກິດຈະກຳໂອ້ລົມມິດຕະພາບຊາວໜຸ່ມຈີນ(ກວາງຊີ) — ລາວ ຈັດຂື້ນຢູ່ທີ່ ນະຄອນຫຼວງວຽງຈັນ

作为2026中老建交65周年暨“中老友好年”系列人文交流重要活动,9月25日,中国(广西)—老挝青年友好对话活动在老挝国立大学孔子学院成功举办。
ເພື່ອເປັນກິດຈະກຳແລກປ່ຽນພົວພັນດ້ານວັດທະນະທຳ-ສັງຄົມທີ່ສຳ ຄັນ ໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງສາພົວພັນການທູດລາວ-ຈີນ ແລະ “ປີມິດຕະພາບລາວ-ຈີນ” ປະ ຈຳປີ 2026, ໃນວັນທີ 25 ກັນຍາ 2026, ກິດຈະກຳໂອ້ລົມມິດຕະພາບຊາວໜຸ່ມຈີນ (ກວາງຊີ) — ລາວ ໄດ້ ຈັດຂື້ນຢ່າງສຳເລັດຜົນ ຢູ່ທີ່ ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດລາວ.
中国广西壮族自治区党委常委、宣传部部长陈奕君,老挝教育和体育部常务委员、纪委书记,老挝国立大学校长欣达翁·达拉翁 、老挝“六七”互助发展校友会主席宋莎妮·乔东蒂、中国驻老挝大使馆邓立强参赞出席活动。
ທ່ານນາງ ເສີນ ອີ້ຈຸນ, ຄະນະປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານ ຮສ.ປອ. ສິນທະວອນ ດາລາວົງ, ກຳມະການປະຈຳກະຊວງສຶກສາທິການ ແລະ ກິລາ, ເລຂາຄະນະພັກກົມກວດກາ, ເລຂາຄະນະພັກມະຫາວິທະຍາໄລແຫ່ງຊາດ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ、ທ່ານນາງ ສົມສະນິດ ແກ້ວດວງດີ, ປະທານສະມາຄົມ 67 ຊ່ວຍເຫຼືອກັນ ແລະ ການພັດທະນາສັງຄົມ、ທ່ານ ເຕິ້ງ ລີ້ສຽງ, ທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມກິດຈະກຳດັ່ງກ່າວ.


来自中国广西与老挝本地的青年学者、媒体从业者、科创人才、高校师生以及南宁老挝六七学校代表100多人相聚万象,以跨越半个多世纪的桂老友谊故事为纽带,面对面交流,共话新时代两国青年合作机遇。
ນັກວິຊາການໜຸ່ມ, ຜູ້ປະກອບອາຊີບສື່ມວນຊົນ, ບຸກຄະລາກອນ ດ້ານນະວັດຕະກຳວິທະຍາສາດ, ຄູອາ ຈານ ແລະ ນັກສຶກສາ ຈາກກວາງຊີ ຈີນ ແລະລາວ, ພ້ອມທັງຜູ້ຕາງໜ້າ ຈາກໂຮງຮຽນ 67 ນານນິ່ງ -ລາວ ຫຼາຍ ກວ່າ 100 ທ່ານ ໄດ້ມາເຕົ້າໂຮມກັນຢູ່ທີ່ ນະຄອນຫຼວງວຽງຈັນ, ໂດຍໃຊ້ ເລື່ອງລາວ ມິດຕະພາບກວາງຊີ-ລາວ ທີ່ ຂ້າມຜ່ານຫຼາຍກວ່າເຄິ່ງສະຕະວັດ ເປັນສາຍພົວພັນ, ໂອ້ລົມກັນຕໍ່ໜ້າ ແລະ ຮ່ວມກັນ ເວົ້າກ່ຽວກັບໂອກາດການ ຮ່ວມມືຂອງຊາວໜຸ່ມທັງສອງປະເທດ ໃນຍຸກໃໝ່.
南宁老挝“六七”学校是中老两国患难与共、守望相助的历史见证。上世纪60年代,这所学校为老挝培养了大批优秀骨干人才。活动现场,一部以年轻人视角拍摄制作的专题片,将这段跨越六十余载的桂老师生情谊娓娓道来。宋莎妮主席现场分享了自己当年在南宁老挝“六七”学校求学时光。两国山水相连、民心相通的深厚根基,化作了在场青年可感可触的情感共鸣。
ໂຮງຮຽນ “67” ນານນິ່ງ-ລາວ ແມ່ນເປັນພະຍານຫຼັກຖານທາງປະຫວັດສາດ ຂອງການຮ່ວມທຸກຮ່ວມສຸກ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງລາວ-ຈີນ. ໃນຊຸມປີ 1960, ໂຮງຮຽນແຫ່ງນີ້ ໄດ້ສ້າງບຸກຄະລາກອນ ຊັ້ນນຳທີ່ດີເດັ່ນ ໃຫ້ແກ່ລາວເປັນຈຳນວນຫຼາຍ. ໃນພາກສະໜາມກິດຈະກຳ, ສາລະຄະດີທີ່ຖ່າຍທຳຈາກທັດສະນະ ຂອງຊາວໜຸ່ມ ໄດ້ເລົ່າເລື່ອງລາວມິດຕະພາບຄູ-ລູກສິດກວາງຊີ-ລາວ ທີ່ຂ້າມຜ່ານຫຼາຍກວ່າຫົກສິບປີຢ່າງເລິກ ເຊິ່ງ. ເມື່ອຮູບຖ່າຍເກົ່າທີ່ປ່ຽນເປັນສີເຫຼືອງຢູ່ເທິງໜ້າຈໍ ຖືກນຳມາປຽບທຽບກັບໃບໜ້າອັນອ່ອນເຍົາຂອງຜູ້ຊົມ, ທ່ານນາງ ສົມສະໜິດ ຈໍຕອນຕີ ປະທານສະມາຄົມສະຫະພັນພັດທະນາ ອະດີດນັກຮຽນໂຮງຮຽນ “67” ລາວ ໄດ້ແບ່ງປັນເລື່ອງລາວການຮຽນຢູ່ນານນິ່ງໃນສະໄໝນັ້ນ. ພື້ນຖານອັນເລິກເຊິ່ງ ຂອງການຕິດຈອດພູຜາແມ່ນ້ຳ ແລະ ຈິດໃຈທີ່ເຊື່ອມຕໍ່ກັນ ຂອງທັງສອງປະເທດ ໄດ້ກາຍເປັນຄວາມຮູ້ສຶກທີ່ສາມາດສຳຜັດໄດ້ ຂອງຊາວໜຸ່ມທີ່ຢູ່ ໃນກິດຈະກຳ.


“我们不仅要传承前辈的友谊,更要携手创造属于我们的未来。”在活动的青年主题对话环节,来自中老两国的7名青年代表围绕“薪火相传”与“智创未来”两大议题展开了深度交流。他们立足历史与当下,不仅探讨了新时代传承中老友谊的创新路径,更将目光投向了人工智能等前沿领域。围绕青年科创交流、数字赋能合作等内容,两国青年畅所欲言、建言献策,让“中老命运共同体”这一宏大命题,落地为一个个具体而微的青春梦想。
“ພວກເຮົາບໍ່ພຽງແຕ່ຈະສືບທອດມິດຕະພາບຂອງຄົນລຸ້ນກ່ອນ, ແຕ່ຍັງຈະຮ່ວມມືກັນສ້າງອະນາຄົດທີ່ເປັນຂອງພວກເຮົາເອງ.” ໃນພາກສ່ວນໂອ້ລົມຫົວຂໍ້ຊາວໜຸ່ມ, ຜູ້ຕາງໜ້າຊາວໜຸ່ມ 6 ທ່ານ ຈາກລາວ ແລະ ຈີນ ໄດ້ແລກ ປ່ຽນຢ່າງເລິກເຊິ່ງ ກ່ຽວກັບສອງຫົວຂໍ້ຄື “ສືບທອດໄຟແຫ່ງມິດຕະພາບ” ແລະ “ສ້າງອະນາຄົດດ້ວຍປັນຍາປະດິດ”. ພວກເຂົາໄດ້ອີງໃສ່ປະຫວັດສາດ ແລະ ປະຈຸບັນ, ບໍ່ພຽງແຕ່ໄດ້ຄົ້ນຫາເສັ້ນທາງປະດິດສ້າງ ໃນການສືບທອດມິດຕະພາບລາວ-ຈີນໃນຍຸກໃໝ່, ແຕ່ຍັງໄດ້ເບິ່ງໄປສູ່ຂົງເຂດທັນສະໄໝ ເຊັ່ນ ປັນຍາປະດິດ ແລະ ອື່ນໆ. ກ່ຽວກັບການ ແລກປ່ຽນນະວັດຕະກຳວິທະຍາສາດຂອງຊາວໜຸ່ມ, ການຮ່ວມມືດ້ານດິຈິຕອນ ແລະ ອື່ນໆ, ຊາວໜຸ່ມທັງສອງປະ ເທດ ໄດ້ເວົ້າຢ່າງເປີດໃຈ ແລະ ໃຫ້ຂໍ້ສະເໜີ, ເຮັດໃຫ້ “ຄູ່ຮ່ວມຊາຕາກຳລາວ-ຈີນ” ທີ່ເປັນຫົວຂໍ້ອັນໃຫຍ່ຫຼວງ ກາຍ ເປັນຄວາມຝັນຂອງຊາວໜຸ່ມທີ່ເປັນຮູບປະທຳ ແລະ ສະເພາະເຈາະຈົງ.


出席活动的中外嘉宾在致辞中表示,青年交流是巩固中老关系的重要基础,希望两国青年接续传承传统友谊,主动参与人文往来、媒体交流、科创合作,成为中老友好关系的传承者、推动者和开拓者,以青年力量助力中老命运共同体建设。
ແຂກຜູ້ມີກຽດ ຈາກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມກິດຈະກຳ ໄດ້ກ່າວໃນຄຳປາໄສວ່າ: ການແລກ ປ່ຽນພົວພັນຂອງຊາວໜຸ່ມ ແມ່ນພື້ນຖານສຳຄັນ ໃນການເສີມສ້າງຄວາມສໍາພັນລາວ-ຈີນ, ຫວັງວ່າຊາວໜຸ່ມສອງ ປະເທດ ຈະສືບທອດມິດຕະພາບອັນເປັນມູນເຊື້ອ, ເຂົ້າຮ່ວມຢ່າງຕັ້ງໜ້າ ໃນການແລກປ່ຽນພົວພັນດ້ານວັດທະນະ ທຳ-ສັງຄົມ, ການແລກປ່ຽນພົວພັນສື່ມວນຊົນ ແລະ ການຮ່ວມມືດ້ານນະວັດຕະກຳວິທະຍາສາດ, ເປັນຜູ້ສືບ ທອດ, ຜູ້ຊຸກຍູ້ ແລະ ຜູ້ບຸກເບີກ ຂອງຄວາມສໍາພັນມິດຕະພາບລາວ-ຈີນ, ແລະ ໃຊ້ພະລັງຂອງຊາວໜຸ່ມ ເພື່ອ ຊ່ວຍສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.
活动现场还设置了文艺互动环节。老挝国立大学孔子学院学生带来了书法、茶艺展示及舞蹈《中老友谊之歌》,以丰富多彩的文艺表演,展现了老挝国立大学孔子学院为培育老挝中文人才、推动中老友谊所贡献的青春力量。毕业于中国广西艺术学院的老挝歌手金茉莉演唱经典民歌《多谢了》,以文艺形式展现中老两国人民亲近相融、友好相通的交往氛围。


ໃນພາກສະໜາມກິດຈະກຳ ຍັງມີພາກສ່ວນສິນລະປະວັດທະນະທຳປະສົມປະສານ, ນັກສຶກສາສະຖາບັນຂົງ ຈື້ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສະແດງລຳຟ້ອນ “ມິດຕະພາບລາວ-ຈີນ”, ນັກຮ້ອງລາວ ຄຳມະລີ ຫຼື ຈິນ ມໍລີ ໄດ້ຂັບຮ້ອງເພງພື້ນເມືອງຄລາສສິກ “ຂອບໃຈຫຼາຍ”, ເພື່ອສະແດງໃຫ້ເຫັນບັນຍາກາດການພົວພັນອັນໃກ້ຊິດ ແລະ ມິດຕະພາບທີ່ເຊື່ອມຕໍ່ກັນ ລະຫວ່າງປະຊາຊົນລາວ ແລະ ຈີນ ໃນຮູບແບບສິນລະປະວັດທະນະທຳ.
本次活动依托中老建交65周年人文交流平台,进一步拉近了广西与老挝青年群体的联系,为两地青年在文化互通、媒体共建、科技创新等领域开展常态化交流合作打下了扎实基础。
ໃນກິດຈະກຳຄັ້ງນີ້ ໄດ້ອີງໃສ່ເວທີແລກປ່ຽນພົວພັນດ້ານວັດທະນະທຳ-ສັງຄົມ ໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງສາພົວພັນການທູດລາວ-ຈີນ, ເພີ່ມທະວີຄວາມສໍາພັນລະຫວ່າງຊາວໜຸ່ມກວາງຊີ ແລະ ລາວ ໃຫ້ໃກ້ ຊິດກັນຕື່ມ, ແລະ ວາງພື້ນຖານອັນໝັ້ນຄົງ ສຳລັບການແລກປ່ຽນ ແລະ ການຮ່ວມມືຢ່າງເປັນປົກກະຕິ ລະຫວ່າງ ຊາວໜຸ່ມຂອງທັງສອງຝ່າຍ ໃນຂົງເຂດການເຊື່ອມຕໍ່ວັດທະນະທຳ, ການສ້າງສື່ມວນຊົນຮ່ວມກັນ ແລະ ນະວັດ ຕະກຳວິທະຍາສາດ.