ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖະເເຖງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

Sep 1, 2026

ຕອນບ່າຍວັນທີ 30 ກັນຍາ 2026, ຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຖະເເຖງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໂດຍມີສື່ມວນຊົນຕ່າງໆເຂົ້າຮ່ວມ.
ທ່ານ ບຸນຈັນ ສີວົງພັນ ໄດ້ຖະເເຫຼງຂ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຈະຈັດຂຶ້ນລະຫວ່າງວັນທີ 5 ຫາ 21ຕຸລາ 2026 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ​ ໂດຍຈະໃຊ້ເວລາ 13 ວັນ ເພື່ອພິຈາລະນາ ແລະ ຕົກລົງບັນຫາສໍາຄັນຂອງຊາດ ໂດຍສະເພາະການພິຈາລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະລາກອນຈໍານວນໜຶ່ງ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ ​2027; ພິຈາລະນາ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ຂອງອົງການກວດສອບແຫ່ງລັດ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ; ອົງການກວດກາແຫ່ງລັດ; ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027; ພິຈາລະນາ ຮັບຮອງເອົາຮ່າງກົດໝາຍ ຈໍານວນ 8 ສະບັບ ໃນນີ້: ຮ່າງກົດໝາຍສ້າງໃໝ່ມີ 1 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍການປົກປ້ອງເງິນຝາກ; ສຳລັບຮ່າງກົດໝາຍປັບປຸງມີ 7 ສະບັບ.
ທ່ານ ບຸນຈັນ ສີວົງພັນ ແຈ້ງໃຫ້ປະຊາຊົນລາວບັນດາເຜົ່າຮັບຊາບວ່າ: ໃນໄລຍະດຳເນີນກອງປະຊຸມ ສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍ​ດ່ວນເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນບັນດາເຜົ່າ ທີ່ມີຄວາມສົນໃຈ ແລະ ມີຂໍ້ສະເໜີຕ່າງໆ ຜ່ານ3ຊ່ອງທາງ ເປັນຕົ້ນ:ສາຍດ່ວນ156 ນັບແຕາວັນທີ 5 ເຖິງ 21ຕຸລາ 2026 ໃນໂມງລັດຖະການ; ຊ່ອງທາງອີເມວນາລາວ ດອດ 156 ແອັດຈີເມວ ດອດຄອມ (nalao.156@gmail.com) ແລະ ແອັບລາວນາ (Laona).
ຕອນທ້າຍທ່ານ ບຸນຈັນ ສີວົງພັນ ໄດ້ຕາງໜ້າຄະນະປະຈໍາສະພາເເຫ່ງຊາດ ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກໍາມະກອນ, ຊາວຜູ້ອອກແຮງງານ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າສື່ມວນຊົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ສືບຕໍ່ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕະຫຼອດໄປ.