ກອງປະຊຸມຄົບຄະນະ ວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ດຳເນີນມາເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນທີ 1 ຕຸລາ ນີ້ ຊຶ່ງໄດ້ສໍາເລັດກ່ອນແຜນການເບື້ອງຕົ້ນ 1 ວັນ.

ກອງປະຊຸມ ໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນດີ, ບັນດາສະຫາຍສູນກາງພັກໄດ້ຍົກສູງຄວາມຮັບຜິດຊອບການເມືອງ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຕໍ່ເນື້ອໃນຕົ້ນຕໍຂອງກອງປະຊຸມ ຊຶ່ງແມ່ນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກວາງອອກໃຫ້ເປັນອັນລະອຽດ ແລະ ເຂົ້າສູ່ຕົວຈິງ. ກອງປະຊຸມໄດ້ຮັບຮອງເອົາ 3 ຮ່າງມະຕິ ແລະ ໃຫ້ທິດຊີ້ນໍາຕໍ່ການສືບຕໍ່ແກ້ໄຂບັນຫາການລັກລອບ ຂຸດຄົ້ນແຮ່ທາດ ແລະ ບັນຫາລົດເຖື່ອນ, ລົດນຳເຂົ້າບໍ່ຖືກກົດໝາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄວາມເຫັນຊີ້ນຳເນັ້ນໜັກຕື່ມບາງບັນຫາເພື່ອໃຫ້ບັນດາສະຫາຍສູນກາງ ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ດັ່ງນີ້:
ເພີ່ມທະວີການນໍາພາຊີ້ນໍາ ແລະ ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ເປັນບັນຫາເຄັ່ງຮ້ອນໃນສັງຄົມ (ອາວຸດເຖື່ອນ, ຢາເສບຕິດ, ບັນຫາສະແກມເມີ, ປຸ້ນຈີ້ຊິງຊັບ, ອຸບັດເຫດຕາມທ້ອງຖະໜົນ, ການຄຸ້ມຄອງສື່ອອນລາຍທີ່ບິດເບືອນໃຫ້ດີຂຶ້ນ);
ສືບຕໍ່ຊີ້ນໍາການແກ້ໄຂ ແລະ ຟື້ນຟູ ຜົນກະທົບຈາກໄພນ້ຳຖ້ວມເປັນຕົ້ນ ຖະໜົນຫົນທາງ, ລະບົບຊົນລະປະທານ, ເຂດທໍາມາຫາກິນ-ການຜະລິດ ໃຫ້ກັບຄືນສູ່ສະພາບປົກກະຕິ ໃຫ້ໄວ ແລະ ໄດ້ໂດຍພື້ນຖານ. ພິເສດ ແມ່ນໃຫ້ຊ່ວຍຄອບຄົວທີ່ມີຜູ້ເສຍຊີວິດ, ຜູ້ເສຍເຮືອນຢູ່ອາໄສ, ຜູ້ເສຍເລົ້າເຂົ້າ ແລະ ອື່ນໆ… ພ້ອມນັ້ນ ກໍສືບຕໍ່ຊີ້ນໍາມີທິດ, ມີມາດຕະການອັນເໝາະສົມ ເພື່ອແກ້ໄຂຄວາມຄວາມຫຍຸ້ງຍາກ-ຝືດເຄືອງ, ຄ່າຄອງຊີບ, ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ;
ເອົາໃຈໃສ່ຊີ້ນໍາການເກັບກ່ຽວ, ຮັກສາ ຜົນຜະລິດລະດູຝົນ ແລະ ກະກຽມ ໃຫ້ແກ່ການຜະລິດລະດູແລ້ງ, ການຊຸກຍູ້ຜະລິດເປັນສິນຄ້າ ຂອງປະຊາຊົນ ໃຫ້ແຂງແຮງ (ຂະແໜງການກ່ຽວຂ້ອງ ຕ້ອງລົງຊ່ວຍດ້ານເຕັກນິກ, ວິຊາການ, ແນວພັນ, ບັນຫາລາຄາ, ບັນຫາຕະຫຼາດ);
ລັດຖະບານ ກໍຄື ຄະນະພັກ-ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີຄວາມຮັບຜິດຊອບ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ; ຕ້ອງເຮັດໃຫ້ແຂງແຮງ, ເຂົ້າສູ່ລວງເລິກ ແລະ ຈັບຕ້ອງ ໃຫ້ໄດ້;
ສືບຕໍ່ປັບປຸງ ລະບອບແບບແຜນວິທີເຮັດວຽກ ຂອງຄະນະພັກ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ແທດເຖິງຕົວຈິງ; ປະຕິບັດເຂັ້ມງວດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ເສີມຂະຫຍາຍຄວາມສາມັກຄີ ແລະ ຄວາມເອກະພາບເປັນປຶກແຜ່ນ ທີ່ເປັນມູນເຊື້ອອັນດີງາມ ຂອງພັກເຮົາ ໃຫ້ໜັກແໜ້ນສູ່ບາດກ້າວໃໝ່, ແກ້ໄຂບັນຫາຕົວຈິງ ທີ່ເກີດຂຶ້ນ ໃຫ້ໄດ້ຢ່າງທັນການ;
ເອົາໃຈໃສ່ປ້ອງກັນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້, ຄວາມບໍ່ໂປ່ງໃສ, ການຟຸມເຟືອຍ…ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານແຕ່ລະຂັ້ນ. ຖ້າບ່ອນໃດ ຫາກມີເຫດການເກີດຂຶ້ນ ຕ້ອງໄດ້ລົງເລິກ ຊີ້ນໍາ-ກວດກາ ແລະ ແກ້ໄຂ ໃຫ້ໄດ້;
ຊີ້ນໍາໃຫ້ຄະນະພັກທຸກຂັ້ນ ຍົກສູງຄວາມຮັບຜິດຊອບ ແກ້ໄຂບັນຫາລົດເຖື່ອນ, ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ ໃຫ້ເຂັ້ມງວດ;


ສືບຕໍ່ຊີ້ນໍາກະກຽມກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕິດພັນກັບການສະຫຼຸບບັ້ນແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ;
ຊີ້ນໍາກະກຽມດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ປະຈຳປີ 2026;
ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍສູນກາງພັກຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າບຸກບືນສູ້ຊົນ, ສຸມສະຕິປັນຍາ, ເຫື່ອແຮງ ເຂົ້າໃນການນໍາພາ-ຊີ້ນຳ, ສໍາຫຼວດ-ກວດກາ, ຕີລາຄາກັນຕື່ມ ໃນແຕ່ລະຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ ທີ່ຕົນຮັບຜິດຊອບ ເພື່ອຍູ້ແຮງຂະບວນການຕົວຈິງ ໃຫ້ພົ້ນເດັ່ນຂຶ້ນ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ດ້ວຍການຊີ້ນໍາ-ບັນຊາ ແລະ ກວດກາຢ່າງແທດເຖິງ, ເພີ່ມທະວີຄວາມຫ້າວຫັນບຸກບືນ, ຍົກສູງຄວາມຮັບຜິດຊອບການເມືອງ, ການເຮັດແທ້ທໍາຈິງ ໃຫ້ສູງຂຶ້ນກວ່າເກົ່າ ບົນຈິດໃຈບຸກທະລຸ, ແກ້ໄຂອຸປະສັກກີດຂວາງ, ອັດຕັນ, ກົດໜ່ວງຕ່າງໆ ກ່ຽວກັບການບໍລິການ, ການຄຸ້ມຄອງ-ບໍລິຫານລັດ ຢູ່ແຕ່ລະຂະແໜງການ, ແຕ່ລະຂັ້ນ ໃຫ້ມີການຫັນປ່ຽນດີຂຶ້ນ, ວ່ອງໄວຂຶ້ນ ແລະ ມີປະສິດທິຜົນສູງຂຶ້ນ.
ຂ່າວ: ຫສພ; ພາບ: ສຳນານ


