ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ສາຄອນ ພົມມະລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.

ຕອນເຊົ້າວັນທີ 29 ກັນຍາ 2026, ຢູ່ນະຄອນຫຼວງຮ່າໂນ້ຍ ສະຫາຍ ສາຄອນ ພົມມະລາດ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກຢ່າງເປັນທາງການກັບຄະນະຜູ້ແທນ ຄະນະໂຄສະນາສຶກສາສູນກາງພັກຄອມມູນິດຫວຽດນາມ ນໍາໂດຍ ສະຫາຍ ຟານ ຊວນ ຖຸຍ (Phan Xuân Thủy), ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດຫຽດນາມ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເມືອງ, ເສດຖະກິດ-ສັງຄົມຂອງສອງປະເທດ ພ້ອມທັງຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ນັບແຕ່ປີ 2022-2026, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການປະສານສົມທົບກັນໃນຕໍ່ໜ້າ ເປັນຕົ້ນ:ການຮ່ວມມືໄລຍະ 2027 – 2031, ສອງຝ່າຍຈະຍູ້ແຮງການຮ່ວມມືດ້ານສື່ມວນຊົນ,ການພິມຈໍາໜ່າຍ, ຂໍ້ມູນຂ່າວສານການຕ່າງປະເທດ ແລະ ການໂຄສະນາໃນແພລັດຟອມດິຈິຕອນ; ປະສານສົມທົບຜະລິດຕະພັນສື່ປະສົມ (Multimedia) ປະສານສົມທົບກັນຮັບຮູ້, ຕອບໂຕ້ ແລະ ໂຕ້ແຍ້ງຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງກ່ຽວກັບສາຍພົວພັນ ລາວ – ຫວຽດນາມ.

ຕອນບ່າຍວັນດຽວກັນ, ສະຫາຍ ສາຄອນ ພົມມະລາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຈິ້ງ ວັນ ເກວຽດ (Trịnh Văn Quyết), ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຄອມມູນິດຫວຽດນາມ.
ໃນວັນທີ 30 ກັນຍາ 2026, ຄະນະຜູ້ແທນລາວ ໄດ້ສືບຕໍ່ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ແຄ່ງຮ່ວາ (Khánh Hòa) ພ້ອມທັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວ ແລະ ບູຮານສະຖານຈໍານວນໜຶ່ງຢູ່ເມືອງ ຍາຈາງ (Nha Trang) ຕື່ມອິກ.

ຂ່າວ: ວສລ, ພາບ: ຄະນະຜູ້ແທນ ຄອສພ


