ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

Oct 8, 2026

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.


ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນບ່າຍຂອງວັນທີ 8 ຕຸລາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍເຂົ້າຮ່ວມ. ຫຼັງຈາກນັ້ນ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ຊຶ່ງເປັນການເຄື່ອນໄຫວຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ຂອງ ສະຫາຍ ເລ ມິງ ຮຶງ ພາຍຫຼັງໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການຢ້ຽມຢາມຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ໂດຍສະເພາະແມ່ນການຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ແລະ ຜົນຂອງກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໃຫ້ເປັນຮູບປະທຳ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮຶງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍ ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ທີ່ຜ່ານມາ ພ້ອມທັງໄດ້ເຊື້ອເຊີນ ສະຫາຍ ສະເຫຼີມໄຊ ກົມມະສິດ ຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ ໃນເວລາອັນເໝາະສົມ.


ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນການຮ່ວມມືທາງ ດ້ານການເມືອງ, ການຕ່າງປະເທດ ແມ່ນສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈໃນລະດັບສູງ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ນັບມີຄວາມໃກ້ຊິດສະໜິດສະໜົມ ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ອັນເປັນການຢືນຢັນເຖິງຄວາມສໍາຄັນ ແລະ ບູລິມະສິດຕົ້ນຕໍ ທີ່ມີຕໍ່ສາຍພົວພັນ ແບບພິເສດ ຂອງຊາດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນດ້ານຕ່າງໆ ຊຶ່ງໄດ້ຮັບການພັດທະນາເປັນກ້າວໆມາ ເປັນຕົ້ນແມ່ນ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ, ເສດຖະກິດ-ການຄ້າ-ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ ໜ້າ ໂດຍໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ ໃຫ້ເຂົ້າສູ່ລວງເລິກ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງຂອງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ; ເພີ່ມທະວີເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນ ຂອງບັນດາວິສາຫະກິດຫວຽດນາມເຂົ້າໃນຂະແໜງການ ແລະ ຂົງເຂດທີ່ ສປປ ລາວ ມີທ່າແຮງບົ່ມຊ້ອນ; ເອົາໃຈໃສ່ສົ່ງເສີມວຽກງານໂຄສະນາ ແລະ ສຶກສາອົບຮົມມູນເຊື້ອ ໃຫ້ແກ່ຄົນຮຸ່ນໜຸ່ມ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄວາມໝາຍ ແລະ ຄວາມສຳຄັນ ຂອງ ສາຍພົວພັນມິດຕະພາບອັນຍີ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີໜຶ່ງບໍ່ມີສອງໃນໂລກ ລະຫວ່າງສອງຊາດ ລາວ-ຫວຽດນາມ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ສຳຄັນ ເປັນຕົ້ນແມ່ນ ໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ, ການພັດທະນາທ່າເຮືອຫວຸງອາງ, ເສັ້ນທາງລົດໄຟ ແລະ ໂຄງການທໍ່ສົ່ງນ້ຳມັນ; ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການພົບປະ ລະຫວ່າງ ສອງກົມການເມືອງ ແລະ ກອງປະຊຸມອຄັ້ງທີ 49 ຂອງ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ທີ່ຈະຈັດຂຶ້ນໃນຕົ້ນປີ 2027 ລວມທັງການເປີດ “ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2027” ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 50 ປີ ໃຫ້ປະກົດຜົນເປັນຮູບປະທຳ ແລະ ເຕັມໄປດ້ວຍຄວາມ ໝາຍທາງປະຫວັດສາດ. ນອກຈາກນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສອງຝ່າຍ ຍັງໄດ້ແຈ້ງສະພາບການພາຍໃນປະເທດທີ່ພົ້ນເດັ່ນຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ.


ພາຍຫຼັງສໍາເລັດການພົບປະ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື ຈໍານວນ 11 ສະບັບ ຄື: 1. ສັນຍາວ່າດ້ວຍການຮ່ວມມື ກ່ຽວກັບ ໂຄງການກໍ່ສ້າງ ເສັ້ນທາງມິດຕະພາບ ລຽບຊາຍແດນ ລາວ-ຫວຽດນາມ; 2. ບົດບັນທຶກການມອບ-ຮັບ ລະບົບຄຸ້ມຄອງພົນລະເມືອງ ແລະ ບັດປະຈໍາຕົວ ຢູ່ ສປປ ລາວ; 3. ຂໍ້ຕົກລົງກ່ຽວກັບການຮ່ວມມືຄວາມປອດໄພທາງໄຊເບີ; 4. ສັນຍາກ່ຽວກັບໂຄງການກໍ່ສ້າງ ມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ; 5. ແຜນການຮ່ວມມື ປະຈໍາປີ 2027 ລະຫວ່າງ ສອງກະຊວງຍຸຕິທໍາ ລາວ ແລະ ຫວຽດນາມ; 6. ສັນຍາວ່າດ້ວຍການຮ່ວມມືວຽກງານການເງິນ ລະຫວ່າງ ສອງກະຊວງການເງິນ ລາວ ແລະ ຫວຽດນາມ; 7. ບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ສະໜອງນໍ້າມັນ ລາວ-ຫວຽດນາມ; 8. ຂໍ້ຕົກລົງວ່າດ້ວຍການຮ່ວມມື ກ່ຽວກັບຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາ; 9. ບົດບັນທຶກການຮ່ວມມື ລະຫວ່າງ ຄະນະກໍາມະການປົກຄອງແຂວງວຽງຈັນ ແລະ ຄະນະກໍາມະການປະຊາຊົນນະຄອນຮາຍຟ່ອງ ໄລຍະ 2026-2030; 10. ບົດບັນທຶກການຮ່ວມມື ລະຫວ່າງ ຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ຄະນະກໍາມະການປະຊາຊົນນະຄອນຮາຍຟ່ອງ ໄລຍະ 2026-2030 ແລະ 11. ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືມິດຕະພາບ ໄລຍະ 2026-2030 ລະຫວ່າງ ຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ຄະນະກໍາມະການປະຊາຊົນແຂວງນິງບິ່ງ.
ຈາກນັ້ນ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມພິທີມອບ-ຮັບ ລະບົບຂໍ້ມູນພົນລະເຮືອນ ແລະ ລະບົບບັດປະຈໍາຕົວດິຈິຕອນ; ແລະ ພິທີເປີດໂຄງການກໍ່ສ້າງມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ.
ໃນວັນດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮຶງ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ພ້ອມທັງໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງເປັນທາງການ ເປັນກຽດຈັດໂດຍ ສະຫາຍ ນາຍົກລັດຖະມົນຕີສະເຫລີມໄຊ ກົມມະສິດ.

ກົມການຂ່າວ, ກະຊວງການຕ່າງປະເທດ.