ໃນວັນທີ 9 ຕຸລາ 2026 ນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຂອງຜູ້ນຳທີ່ເຄົາລົບຮັກ ຂອງທັງສອງປະເທດ ຢູ່ສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນໂອກາດ ທີ່ນາຍົກ ລັດຖະມົນຕີ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເປັນການສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມ ຄວາມດີ, ຜົນງານ ແລະ ວິລະກຳອັນຍິ່ງໃຫຍ່ ຂອງບັນດາຜູ້ນຳທີ່ເຄົາລົບຮັກ ຂອງທັງສອງປະເທດ ຜູ້ທີ່ໄດ້ອຸທິດຊີວິດ ແລະ ສະຕິປັນຍາ ເພື່ອພາລະກິດການປົດປ່ອຍຊາດ, ການສ້າງສັນສັນຕິພາບ, ເອກະ ລາດ ແລະ ຄວາມຜາສຸກຂອງປະຊາຊົນ.

ໃນໂອກາດນີ້, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ຍັງໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ສວນສາທາລະນະ ດັ່ງກ່າວຕື່ມອີກ, ຊຶ່ງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ເປັນໂຄງການທີ່ມີຄວາມໝາຍສຳຄັນພິເສດ ພາຍໃຕ້ການຊີ້ນໍາໂດຍກົງຂອງສອງກົມການເມືອງສູນກາງພັກ ລາວ-ຫວຽດນາມ, ເປັນໂຄງການທີ່ມີຄວາມໝາຍທາງປະຫວັດສາດ-ການເມືອງ ຢ່າງເລິກເຊິ່ງ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນສັນຍະລັກແຫ່ງການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການພົວພັນຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງສອງຊາດ.

ໂຄງການດັ່ງກ່າວ, ມີເນື້ອທີ່ທັງໝົດ 3 ເຮັກຕາ, ເປັນບ່ອນພັກຜ່ອນ, ອອກກໍາລັງກາຍ, ທ່ອງທ່ຽວທາງດ້ານວັດທະນະທຳ, ເປັນສະຖານທີ່ສຶກສາ, ຮ່ຳຮຽນຂອງປະຊາຊົນລາວ ໂດຍສະເພາະ ແມ່ນຂອງຊາວນະຄອນຫຼວງວຽງຈັນ ໄດ້ເຂົ້າມາທັດສະນະສຶກສາ, ຄົ້ນຄວ້າ, ເຄື່ອນໄຫວກິດຈະກໍາ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.
ຂ່າວ: ຂປລ


