ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

Oct 9, 2026

ໃນຕອນແລງຂອງວັນທີ 8 ຕຸລາ 2026, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ລາວປາວຊົງ ນະວົງໄຊ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ບັນດິດ.ສຈ. ບໍ່ວຽງຄໍາ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ພ້ອມດ້ວຍຄະນະ ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ສະຫາຍ ລາວປາວຊົງ ນະວົງໄຊ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຝ່າຍລາວ ສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ ສະຫາຍ ເລ ມິງ ຮຶງ ໄດ້ສະລະເວລາອັນມີຄ່າ ໃນການຕ້ອນຮັບຄະນະໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີລາວ-ຫວຽດນາມ ໃນຕອນບ່າຍຂອງວັນທີ 8 ຕຸລາ 2026 ຊຶ່ງສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ທີ່ກຳລັງຢູ່ໃນໄລຍະທີ່ເບັ່ງບານ ແລະ ຢູ່ໃນລະດັບສູງສຸດ. ພ້ອມດຽວກັນນີ້, ສະຫາຍ ລາວປາວຊົງ ນະວົງໄຊ ກໍຍັງໄດ້ສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (1945–2026), ພ້ອມທັງກຽມຄວາມພ້ອມ ເຂົ້າສູ່ປີ 2027 ທີ່ຈະມາເຖິງ ຊຶ່ງເປັນປີແຫ່ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ການສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 65 ປີ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຄົບຮອບ 50 ປີ ພ້ອມທັງສະແດງເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ, ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງສີວິໄລ ແລະ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ. ນອກຈາກນີ້, ກໍຍັງໄດ້ສະແດງຄວາມປິຕິຍິນດີ ແລະ ຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ເລ ມິງ ຮຶງ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີຄົນທີ 10 ຂອງ ສສ. ຫວຽດນາມ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI.
ໃນໂອກາດດັ່ງກ່າວ, ສະຫາຍ ລາວປາວຊົງ ນະວົງໄຊ ຍັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວຂອງ ອົງການແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຊຶ່ງເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ, ບັນດາສາສະໜາ, ທຸກຊັ້ນຄົນ ຕະຫຼອດເຖິງພີ່ນ້ອງຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ; ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ພ້ອມທັງສະມາຄົມມິດຕະພາບຂອງທັງສອງປະເທດ ໄດ້ມີການພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ນັບມື້ຍິ່ງມີປະສິດທິຜົນ, ມີກົນໄກປະສານງານ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນການຢ້ຽມຢາມ ແລະ ຈັດກິດຈະກໍາຮ່ວມກັນ ເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງທັງສອງຊາດ, ສະໜັບສະໜູນຊ່ວຍເຫຼືອກັນໃນການຝຶກອົບຮົມບໍາລຸງສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານຫຼັກແຫຼ່ງ, ຕັ້ງໜ້າປະຕິບັດ​ພາລະບົດ​ບາດເຄື່ອນໄຫວ​ວຽກ​ງານການທູດປະຊາຊົນ ໃນການ​ເປັນ​ຂົວຕໍ່,​ ສະໜັບສະໜູນ ແລະ ຊຸກຍູ້ໃຫ້ປະຊາຊົນສອງປະເທດມີການພົວພັນຮ່ວມມື ແລະ ໄປມາຫາສູ່ກັນນັບມື້ຫຼາຍຂຶ້ນ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມປະຊາຊົນທຸກຊັ້ນຄົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອສາຍພົວພັນອັນບໍລິສຸດຜຸດຜ່ອງ ແລະ ຫາຍາກຂອງສອງປະເທດ. ນອກຈາກນີ້, ສະຫາຍ ລາວປາວຊົງ ນະວົງໄຊ ຍັງໄດ້ແຈ້ງໃຫ້ ສະຫາຍ ເລ ມິງ ຮຶງ ຊາບກ່ຽວກັບຜົນສໍາເລັດພິທີແລກປ່ຽນຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ກະຊວງຊົນເຜົ່າ ແລະ ສາສະໜາ ແຫ່ງ ສສ. ຫວຽດນາມ ວ່າດ້ວຍຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາ ໄລຍະປີ 2026-2035 ທີ່ຈັດຂຶ້ນໃນຕອນບາຍຂອງວັນດຽວກັນ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສືບຕໍ່ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຍັ້ງ.


ໃນໂອກາດດຽວກັນນີ້, ສະຫາຍ ເລ ມິງ ຮຶງ ໄດ້ສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ສູນກາງແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບ ລາວ-ຫວຽດນາມ ທີ່ໄດ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງຂອງຫວຽດນາມ ໂດຍສະເພາະແມ່ນການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນການຢ້ຽມຢາມ ພ້ອມທັງປະຕິບັດ​ພາລະບົດ​ບາດການເຄື່ອນໄຫວ​ວຽກ​ງານການທູດປະຊາຊົນໃນການ​ເປັນ​ຂົວຕໍ່,​ ສະໜັບສະໜູນ ແລະ ຊຸກຍູ້ໃຫ້ປະຊາຊົນຂອງທັງສອງປະເທດ ມີການພົວພັນຮ່ວມມື ແລະ ໄປມາຫາສູ່ກັນນັບມື້ຫຼາຍຂຶ້ນ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.