ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ຫສປທ

Oct 9, 2026

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 9 ຕຸລາ 2026 ແລະ ສໍາເລັດຜົນໃນວັນດຽວກັນ, ທີ່ຫ້ອງວ່າການສໍານັກງານປະທານປະເທດ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນໍາພາ ຂອງອົງຄະນະພັກ, ຕັ້ງໜ້າເສີມສ້າງຂີດຄວາມສາມາດ ໃນການເປັນເສນາທິການໃຫ້ເຂັ້ມແຂງ, ວ່ອງໄວ ແລະ ທັນສະໄໝ”, ໃຫ້ກຽດເຂົ້າຮ່ວມ ແລະ ຕາງໜ້າກົມການເມືອງສູນກາງພັກ ໂດຍສະຫາຍ ພົອ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ກອງປະຊຸມ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາສະຫາຍຄະນະບໍລິຫານງານພັກ, ສະມາຊິກພັກອາວຸໂສບໍານານ, ບັນດາສະຫາຍຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຕາງໜ້າອົງຄະນະພັກອ້ອມຂ້າງ ນະຄອນຫຼວງວຽງຈັນ, ແຂກຖືກເຊີນຈາກພາກສ່ວນຕ່າງໆ ແລະ ສະມາຊິກພັກສົມບູນ ທົ່ວອົງຄະນະພັກ ຫສປທ ເຂົ້າຮ່ວມ 100 ກວ່າສະຫາຍ.

ໃນພິທີ, ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ຜ່ານບົດລາຍງານການເມືອງ ຊຶ່ງໄດ້ຍົກໃຫ້ເຫັນຜົນງານການນຳພາ-ຊີ້ນຳ ທີ່ພົ້ນເດັ່ນຫຼາຍດ້ານຂອງຄະນະພັກໃນໄລຍະ 5 ປີຜ່ານມາ (2021-2026) ໂດຍສະເພາະ ແມ່ນວຽກງານເສນາທິການໃຫ້ແກ່ປະທານປະເທດ ແລະ ຮອງປະທານປະເທດ ໃນການ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມລັດຖະທໍາມະນູນ ແລະ ກົດໝາຍ, ນຳພາປັບປຸງ ການຈັດຕັ້ງ, ພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງ ເປັນກ້າວໆມາ ພ້ອມກັນນັ້ນຍັງຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກຳນົດທິດທາງແຜນການສູ້ຊົນໃນຊຸມປີຕໍ່ໜ້າ. ນອກນີ້ ຜູ້ແທນກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງແຜນພັດທະນາຫ້ອງວ່າການສໍານັກງານປະທານປະເທດ ໃນ 5 ປີຕໍ່ໜ້າ (2026-2030) ສະເໜີໂດຍ ສະຫາຍ ຂຸນສຸວັນ ສຸທໍາມະວົງ, ກໍາມະການຄະນະບໍລິຫານງານພັກ ຫ້ອງວ່າການສໍານັກງານປະທານປະເທດ. ພ້ອມນັ້ນ ກໍໄດ້ມີການປະກອບຄໍາຄິດຄໍາເຫັນຈາກອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າໜ່ວຍພັກ.
ໃນກອງປະຊຸມ, ໄດ້ຮັບຟັງການຜ່ານບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຫ້ອງວ່າການສໍານັກງານະທານປະເທດ ຊຸດເກົ່າ, ຈາກນັ້ນ ບັນດາສະມາຊິກພັກໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ເພື່ອສືບຕໍ່ ນຳພາ-ຊີ້ນຳ ວຽກງານຮອບດ້ານ ໂດຍໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຫສປທ ຊຸດໃໝ່ ຊຶ່ງມີຜູ້ສະໝັກເລືອກຕັ້ງ 9 ສະຫາຍ, ເລືອກເອົາ 7 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກຂອງຄະນະພັກຊຸດໃໝ່ ໄດ້ປ່ອນບັດຄັດເລືອກເອົາເລຂາ, ຮອງເລຂາ ຄະນະບໍລິຫານງານພັກ ແລະ ປະທານກວດກາພັກ ໂດຍເອກະພາບເລືອກເອົາ: ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເປັນເລຂາຄະນະບໍລິຫານງານພັກ ຫສປທ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ເປັນຮອງເລຂາຄະນະບໍລິຫານງານພັກ ຫສປທ, ສະຫາຍ ຂຸນສຸວັນ ສຸທຳມະວົງ ເປັນປະທານກວດກາພັກ, ສະຫາຍ ພອນສະຫວັນ ພວງພິດົກ ແລະ ສະຫາຍ ນາງ ສຸກດາວັນ ເດດວົງສອນ ເປັນຮອງປະທານກວດກາພັກ, ສະຫາຍ ນາງ ອຳມະລີ ຈັນທະພອນ ເປັນກຳມະການພັກ, ສະຫາຍ ສົມພຽງ ແກ້ວວິເສດ ເປັນກຳມະການພັກ ແລະ ສະຫາຍ ວັນທອງ ນາກກະເສນ ເປັນກຳມະການພັກ.


ກອງປະຊຸມທີ່ມີຄວາມໝາຍສໍາຄັນ, ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຂອງ ສະຫາຍ ພົອວິໄລ ຫຼ້າຄໍາຟອງ ຊຶ່ງໄດ້ຍ້ອງຍໍຜົນສໍາເລັດທີ່ອົງຄະນະພັກ ໄດ້ຍາດມາໄດ້ຫຼາຍດ້ານ ເປັນຕົ້ນ ດ້ານການກໍ່ສ້າງພັກ-ພະນັກງານ: ໄດ້ຂະຫຍາຍຕົວທັງດ້ານຈໍານວນ ແລະ ຄຸນນະພາບ ຕາມທິດປອດໃສ, ເຂັ້ມແຂງ, ໜັກແໜ້ນ, ດ້ານກົງຈັກການຈັດຕັ້ງ: ໄດ້ຮັບການປັບປຸງໃຫ້ຄົບຖ້ວນ, ເປັນລະບົບ ແລະ ມີແບບແຜນການນໍາພາທີ່ສອດຄ່ອງກັບ 5 ຫຼັກການ 3 ທິດນໍາ ແລະ ດ້ານວິຊາສະເພາະ: ໄດ້ຍົກລະດັບຄວາມພ້ອມຮອບດ້ານ ເພື່ອຮັບໃຊ້ການເຄື່ອນໄຫວຂອງປະທານ ແລະ ຮອງປະທານປະເທດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງມີຜົນສໍາເລັດ. ຈາກນັ້ນ ໄດ້ເນັ້ນໜັກຄະນະພັກຊຸດໃໝ່ 7 ປະການ ຄື: ຍົກສູງຄວາມຮັບຜິດຊອບການເມືອງ: ເປັນເຈົ້າການນໍາພາສຶກສາອົບຮົມ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເພີ່ມທະວີການຮຽນຮູ້ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ, ສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ: ຕ້ານແນວຄິດຄອງເດີມ ແລະ ທັດສະນະທີ່ຜິດເຂວ; ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ, ມີຄວາມຊື່ສັດ, ໂປ່ງໃສ ແລະ ເຄົາ ລົບກົດໝາຍ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ໃຫ້ເປັນອັນລະອຽດ: ເຮັດໃຫ້ກາຍເປັນແຜນງານ, ໂຄງການຕົວຈິງ ແລະ ເຜີຍແຜ່ໃຫ້ພະນັກງານ-ສະມາຊິກພັກທຸກສະຫາຍ ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ, ເພີ່ມທະວີຄວາມສາມັກຄີ ແລະ ແບ່ງໜ້າທີ່ໃຫ້ຈະແຈ້ງ: ຄະນະພັກຊຸດໃໝ່ຕ້ອງເປັນເອກະພາບ, ຮັກສາຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຫຼີກເວັ້ນການແບ່ງກຸ່ມກ້ອນ, ປັບປຸງແບບແຜນການນໍາພາ:ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກຢ່າງມີແຜນການ, ມີຈຸດສຸມ, ຕິດຕາມ-ກວດກາຢ່າງເປັນລະບົບ ແລະ ເຂັ້ມງວດ, ຍົກສູງບົດບາດການເປັນເສນາທິການ: ກວດກາຄວາມຖືກຕ້ອງຂອງນິຕິກໍາ, ລັດຖະທໍາມະນູນ, ກົດໝາຍ; ປັບປຸງງານພິທີການ, ການຕ້ອນຮັບ, ການກະກຽມບົດປາໄສໃຫ້ມີຄຸນນະພາບ, ຮັກສາເອກະລັກຊາດ ແລະ ເອົາໃຈໃສ່ບູລະນະທໍານຽບປະທານປະເທດໃຫ້ຈົບງາມ, ເອົາໃຈໃສ່ວຽກງານກວດກາຢ່າງຈິງຈັງ: ສືບຕໍ່ຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 67 ວ່າດ້ວຍການເພີ່ມທະວີ ສະກັດກັ້ນ ຕ້ານ ແລະ ແກ້ໄຂພະຍາດອາຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າ ຄະນະພັກຊຸດໃໝ່ ຈະສາມັກຄີກັນບຸກໜ້າບືນຕົວ ປະຕິບັດໜ້າທີ່ການເມືອງໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ.
ຂ່າວຍັງໃຫ້ຮູ້ຕື່ມວ່າ ກ່ອນໜ້ານັ້ນ 1 ວັນ ຄືໃນວັນທີ 8 ຕຸລາ 2026, ຄະນະພັກ-ຄະນະນໍາ ຫ້ອງວ່າການສໍານັກງານປະທານປະເທດ ນຳໂດຍສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ພ້ອມດ້ວຍຄະນະ ແລະ ຕາງໜ້າສະມາຊິກພັກທົ່ວອົງຄະນະພັກ ໄດ້ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກອັນດູດດື່ມ ແລະ ລະລຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ.
ຂ່າວ: ແສງຈັນ