ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກ ເນັ້ນ ຫສນຍ ຕ້ອງກຳແໜ້ນແນວທາງ, ນະໂຍບາຍ, ນິຕິກຳ ແລະ ສະພາບຕົວຈິງ ກ່ອນບັນດາພາກສ່ວນອື່ນບາດກ້າວໜຶ່ງ

Oct 14, 2026

ໃນຕອນເຊົ້າວັນທີ 14 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ທີ່ມີຕຳແໜ່ງຮອງຫົວໜ້າພະແນກຂຶ້ນໄປ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ).
ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບລວມຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນຕົ້ນ ທີ່ຕັ້ງ ແລະ ພາລະບົດບາດ, ການຈັດຕັ້ງ ແລະ ບຸກຄະລາກອນ, ຜົນການຈັດຕັ້ງປະຕິບັດວຽກງານການເມືອງ ແລະ ວຽກງານວິຊາສະເພາະ ໃນໄລຍະທີ່ຜ່ານມາ, ລວມທັງ ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເໜີຈຳນວນໜຶ່ງ. ຫຼັງຈາກນັ້ນ, ເພື່ອລະດົມຄວາມຄິດເຫັນ ແລະ ເປັນເອກະພາບສູງ ຕໍ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນການເຮັດໜ້າທີ່ເປັນເສນາທິການ ໃຫ້ແກ່ລັດຖະບານ ສູງຂຶ້ນກວ່າເກົ່າ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນເຈາະຈີ້ມ ແລະ ເປີດກວ້າງໃຫ້ຜູ້ເຂົ້າຮ່ວມ ໄດ້ສະເໜີແລກປ່ຽນຄວາມຄິດເຫັນ ຢ່າງກົງໄປກົງມາ, ສ້າງສັນ, ແທດບັນຫາຕົວຈິງ ແລະ ມີທາງອອກທີ່ສົມເຫດສົມຜົນ.


ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນທີ່ຕັ້ງ, ບົດບາດຄວາມສຳຄັນ ຂອງ ຫສນຍ ໃນການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ ໃຫ້ແກ່ລັດຖະບານ ກໍ່ຄືທ່ານ ນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ, ພ້ອມທັງ ໃຫ້ທິດຊີ້ນຳ ດັ່ງນີ້:
ຄະນະພັກແຕ່ລະຂັ້ນ ພາຍໃນອົງຄະນະພັກ ຫສນຍ ຕ້ອງເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນ ຢ່າງເລິກເຊິ່ງເຖິງຖອງ, ກຳໃຫ້ໄດ້ສະພາບແນວຄິດ ແລະ ການດຳລົງຊີວິດຂອງເຂົາເຈົ້າ, ທັງສ້າງເງື່ອນໄຂ ເຮັດໃຫ້ພະນັກງານ-ລັດຖະກອນ ສືບຕໍ່ປະຕິບັດໜ້າທີ່ ດ້ວຍຄວາມອຸ່ນອ່ຽນທຸ່ນທ່ຽງ, ມີສະພາບການເປັນຢູ່ທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີຄວາມເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ, ມີຄວາມກະຕືລືລົ້ນ, ມີຈິດໃຈ ແລະ ແນວຄິດຢາກພັດທະນາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່;
ສືບຕໍ່ປະຕິບັດກົນໄກການຈໍລະຈອນເອກະສານ ເຂົ້າ-ອອກ, ລະບອບແບບແຜນ ແລະ ກົນໄກການເຮັດວຽກ ໃຫ້ລະອຽດຊັດເຈນ, ວ່ອງໄວ ແລະ ຫັນໄປສູ່ລະບົບທັນສະໄໝ;
ເອົາໃຈໃສ່ຄົ້ນຄວ້າ, ກັ່ນຕອງ ໃນການອອກປະເພດນິຕິກຳ ໃຫ້ສອດຄ່ອງເໝາະສົມກັບການຕົກລົງ ກໍ່ຄືບັນດາທິດຊີ້ນຳຕົວຈິງ ຂອງຂັ້ນເທິງ, ຄຽງຄູ່ກັບກຳນົດກົນໄກການຕິດຕາມຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດບັນດານິຕິກຳ ກໍ່ຄືທິດຊີ້ນຳຂອງລັດຖະບານ ທີ່ໄດ້ວາງອອກ ໃຫ້ມີປະສິດທິຜົນສູງ;


ຄົ້ນຄວ້າປັບປຸງກົນໄກ ກໍ່ຄືຂອດການຄົ້ນຄວ້າເນື້ອໃນຕ່າງໆ ໃນຂັ້ນວິຊາການ ໃຫ້ເລິກເຊິ່ງເຖິງຖອງ ກ່ອນທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອໃຫ້ກອງປະຊຸມ ໃຊ້ເວລາສັ້ນ ແລະ ສາມາດຕົກລົງໄດ້ຫຼາຍບັນຫາ;
ເພີ່ມທະວີເອົາໃຈໃສ່ ຮັກສາຄວາມລັບທາງທາງດ້ານເອກະສານ ກໍ່ຄືຄຳເຫັນຊີ້ນຳຂອງການນຳທີ່ເປັນລາຍລັກອັກສອນ;
ປັບປຸງລະບົບຮັກສາຄວາມປອດໄພ ພາຍໃນຕຶກ ແລະ ພາຍໃນຮົ້ວ ຫສນຍ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຮັບປະກັນສູງສຸດ ໃຫ້ແກ່ການນຳ;
ປັບປຸງໂຄງລ່າງພື້ນຖານ-ເຕັກນິກວຽກງານໂຄສະນາປະຊາສຳພັນ ໃຫ້ທັນສະໄໝ ແລະ ວ່ອງໄວທັນການກວ່າເກົ່າ ເພື່ອໃຫ້ສົມບົດບາດ ແລະ ພາບພົດຂອງລັດຖະບານ ຢ່າງແທ້ຈິງ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.