ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

Oct 16, 2026

ໃນຕອນເຊົ້າວັນທີ 16 ຕຸລາ ນີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທໍາ ປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜູ້ປະຈໍາການ), ບັນດາທ່ານຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ, ພ້ອມດ້ວຍ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ແລະ ກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ທີ່ມາຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ໃນວາລະກອງປະຊຸມ, ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026 ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ມີຄໍາເຫັນຕໍ່ກອງປະຊຸມ ຄົ້ນຄວ້າອະໄພຍະໂທດໃຫ້ແກ່ນັກໂທດ ເພື່ອໃຫ້ການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດຖືກຕ້ອງຕາມເງື່ອນໄຂທີ່ກໍານົດໄວ້ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ທັງເປັນການຮັບປະກັນວ່ານັກໂທດຜູ້ທີ່ໄດ້ຮັບອະໄພຍະໂທດກັບຕົວເປັນຄົນດີແທ້ໆທັງຮັບປະກັນຄວາມໂປ່ງໃສ ແລະ ທາງດ້ານມະນຸດສະທໍາ ພ້ອມກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນກວດກາ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມນັກໂທດໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທໍາຂອງລັດແຫ່ງ ສປປ ລາວ, ໃນການກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ, ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ພົມມະທັດ ປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ເນັ້ນໃຫ້ບັນດາທ່ານ ຄະນະກຳມະການອະໄພຍະໂທດ ລະດັບຊາດ, ກອງເລຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບໃນການກວດກາ, ຄົ້ນຄວ້າ ໂດຍອີງໃສ່ກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາທີ່ກ່ຽວຂ້ອງເປັນພື້ນຖານໃນການຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ການສະເໜີຂໍອະໄພຍະໂທດ ໃຫ້ແກ່ນັກໂທດ ຮັບປະກັນຄວາມຖືກຕ້ອງທາງດ້ານມະນຸດສາທໍາ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.
ຂ່າວ: ອອປສ