ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

Oct 23, 2026

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ຕຸລາ ແລະ ອັດລົງໃນຕອນແລງຂອງວັນທີ 23 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ 4 ວາລະສໍາຄັນ ຄື:
ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ; ແລະ ການຈັດຕັ້ງປະຕິບັດກອງທຶນທາງ ໃນປີ 2026 ແລະ ທິດທາງແຜນປີ 2027. ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງສາມາດມ້າງຄະດີຢາເສບຕິດ 322 ເລື່ອງ, ກຸ່ມແກ້ງສະແກມເມີ 11​ ຄັ້ງ, ເກັບກູ້ອາວຸດປືນໄດ້ 136 ກະບອກ, ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ສາມາດຍຶດລົດຈົກໄດ້ 50 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນຳໃຊ້ເຂົ້າໃນການລັກລອບຈຳນວນໜຶ່ງ; ສຳເລັດການກະກຽມເນື້ອໃນ ແລະ ລາຍງານບັນດາຫົວຂໍ້ຂອງລັດຖະບານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝວິສາມັນ, ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X; ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 87% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 67% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,8%, ການລະດົມແຫຼ່ງທຶນ ເພື່ອມາດຸນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 66% ຂອງແຜນການປີ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ສາມາດທຽວໄປມາໄດ້ສະດວກຫຼາຍຂຶ້ນ; ໄດ້ພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ໄດ້ 18 ພັນກວ່າຄົນ; ໄດ້ສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທໍາ ເຂົ້າສູ່ຕະຫຼາດແຮງງານ ພາຍໃນ ແລະ ຕ່າງປະເທດ​ ທີ່ຖືກຕ້ອງຕາມກົດໝາຍ​ ໄດ້ 17 ພັນກວ່າຄົນ; ສໍາເລັດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 07 ຕຸລາ 2026 ຄົບຮອບ 32 ປີ ແລະ ປະກາດສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ, ພ້ອມທັງ ໄຂສົກຮຽນ 2026-2027; ໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການ ຢ່າງໃກ້ຊິດ; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມ ສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນ, ທັງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ມາຢ້ຽມຢາມ ສປປ ລາວ ມີຜົນສຳເລັດເປັນຢ່າງດີ.


ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍເຫັນວ່າ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂ ໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ ບັນຫາປະກົດການຫຍໍ້ທໍ້ທາງດ້ານສັງຄົມ, ການຄ້າຂາຍຢາເສບຕິດ, ບັນຫາຂີ້ລັກງັດແງະ, ບັນຫາການສັນຈອນແອອັດ, ບັນຫາເກັບມ້ຽນຂີ້ເຫຍື້ອ, ການສະກັດກັ້ນ ແລະ ຄຸ້ມຄອງການຄ້າຂາຍນອກລະບົບ, ຄຸນນະພາບການສຶກສາ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງຄົນຕ່າງປະເທດ, ການຟື້ນຟູສ້ອມແປງໂຄງລ່າງພື້ນຖານ, ບັນຫາການສ້າງຂ່າວປອມ-ຂ່າວບິດເບືອນ ຜ່ານສື່ສັງຄົມອອນລາຍ ແລະ ອື່ນໆ.
ຕໍ່ກັບການຈັດຕັ້ງປະຕິບັດກອງທຶນທາງ ໃນປີ 2026 ແລະ ທິດທາງແຜນປີ 2027: ກອງປະຊຸມ ໄດ້ຊີ້ນໍາກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດບັນດາເສັ້ນທາງບູລິມະສິດ ທີ່ຈະກໍ່ສ້າງ ແລະ ສ້ອມແປງ ໂດຍສະເພາະ ບັນດາເສັ້ນທາງຍຸດທະສາດສຳຄັນ, ເສັ້ນທາງເຊື່ອມໂຍງເຊື່ອມຈອດ ກັບບັນດາປະເທດໃກ້ຄຽງ, ເສັ້ນທາງຮັບໃຊ້ການທ່ອງທ່ຽວ, ເສັ້ນທາງຮັບໃຊ້ການຜະລິດ… ເພື່ອຈະໄດ້ຈັດສັນແຫຼ່ງທຶນຈັດຕັ້ງປະຕິບັດຢ່າງມີຈຸດສຸມ, ສຳເລັດ ແລະ ໄດ້ນຳໃຊ້ຕາມກຳນົດເວລາ; ພ້ອມກັນນັ້ນ ການກໍ່ສ້າງ ຕ້ອງຄຸ້ມຄອງໃຫ້ໄດ້ມາດຕະຖານ; ມູນຄ່າໂຄງການ ຕ້ອງສົມເຫດສົມຜົນ; ໃຫ້ມີການຄຸ້ມຄອງນໍ້າໜັກລົດ ຢ່າງເຄັ່ງຄັດ; ສືບຕໍ່ລະດົມທຶນພັດທະນາເສັ້ນທາງ ຈາກຫຼາຍແຫຼ່ງ ຕາມທ່າແຮງແຕ່ລະດ້ານ-ແຕ່ລະທ້ອງຖິ່ນຕື່ມ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັການ ຮັບຮອງເອົາຮ່າງມະຕິ ວ່າດ້ວຍການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈິຕອນ: ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນຂອງມະຕິ ຕ້ອງກວມເອົາການພັດທະນາທຸກຂົງເຂດວຽກງານ; ການກຳນົດວຽກງານຈຸດສຸມ ແລະ ຄາດໝາຍການລົງທຶນໃສ່ແຕ່ລະວຽກ ໃຫ້ຈະແຈ້ງ, ຄົບຖ້ວນ ແລະ ສົມເຫດສົມຜົນ ຄຽງຄູ່ກັບການພັດທະນາໂຄງລ່າງພື້ນຖານ, ການບຳລຸງຮັກສາລະບົບຕ່າງໆ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ທີ່ຕິດພັນກັບຂະບວນການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນຂົງເຂດວຽກງານຕ່າງໆ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍນະໂຍບາຍນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ຂອງສະມາຊິກສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ: ໂດຍໄດ້ຊີ້ນໍາກະຊວງການຕ່າງປະເທດ ປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດນະໂຍບາຍຍົກເວັ້ນຕ່າງໆ ຕ້ອງໃຫ້ສອດຄ່ອງກັບບັນດານິຕິກຳທີ່ໄດ້ປະກາດນຳໃຊ້ແລ້ວ, ທັງຈໍາກັດໄດ້ຊ່ອງຫວ່າງ ເພື່ອບໍ່ໃຫ້ບຸກຄົນສວຍໂອ ກາດນໍາໃຊ້ຫາຜົນປະໂຫຍດ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດໍາລັດ ວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້: ໂດຍໄດ້ຊີ້ນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກໍານົດເປົ້າໝາຍການນໍາໃຊ້ກອງທຶນ ໃຫ້ຈະແຈ້ງຊັດເຈນ ແລະ ບັນດາເປົ້າໝາຍນໍາໃຊ້ກອງທຶນ ຕ້ອງກະທັດຮັດ, ບໍ່ກວມລວມ; ກົນໄກບໍລິຫານ ຕ້ອງຮັດກຸມ ແລະ ຈະແຈ້ງ.
ນອກຈາກ 4 ວາລະດັ່ງກ່າວແລ້ວ, ກອງປະຊຸມ ຍັງໄດ້ພິຈາລະນາຮ່າງນິຕິກໍາ 2 ສະບັບ ຄື: ຮ່າງມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ໃນຂົງເຂດການເງິນ, ການລົງທຶນ, ທີ່ດິນ ແລະ ຂົງເຂດອື່ນໆ: ໄດ້ຊີ້ນຳກະຊວງການເງິນ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຄັດຈ້ອນສັງລວມເອົາສະເພາະເນື້ອໃນສຳຄັນ, ເຫດຜົນ ແລະ ຄວາມຈໍາເປັນ ໃນການອອກມະຕິ, ລວມທັງ ການຕີລາຄາຜົນສໍາເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໃນໄລຍະຜ່ານມາ ໃຫ້ສັ້ນກະທັດຮັດ; ທັດສະນະຊີ້ນໍາ, ແຜນວຽກຈຸດສຸມ ແລະ ຄາດໝາຍຕ່າງໆ ໃຫ້ແຍກເປັນແຕ່ລະຂົງເຂດວຽກງານຢ່າງຈະແຈ້ງ ແລະ ເປີດກວ້າງໃຫ້ກວມເອົາຂົງເຂດວຽກງານທີ່ກ່ຽວຂ້ອງອື່ນ ທີ່ຍັງຄົງຄ້າງນຳ; ການຄົ້ນຄວ້າປັບປຸງ ແມ່ນບົນພື້ນຖານ ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ທີ່ໄດ້ປະກາດນຳໃຊ້ແລ້ວ, ທັງແນໃສ່ແກ້ໄຂໄດ້ບັນດາບັນຫາຂໍ້ຄົງຄ້າງ ໃນການຄຸ້ມຄອງວຽກງານຕ່າງໆ ໃນໄລຍະຜ່ານມາ. ຫຼັງຈາກນັ້ນ ຈຶ່ງນຳໄປປຶກສາຫາລືຮ່ວມກັບສະພາທິດສະດີສູນກາງພັກ ເພື່ອຄົ້ນຄວ້າລົງເລິກຕື່ມ. ຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກ: ໄດ້ຊີ້ນຳກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນສະມາຊິກລັດຖະບານ ເປັນຕົ້ນ ການກຳນົດນະໂຍບາຍສົ່ງເສີມ ແລະ ການຄຸ້ມຄອງ ໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນກວ່າເກົ່າ, ລວມທັງ ແຜນວຽກໂຄສະນາສົ່ງເສີມ, ການພັດທະນາໂຄງລ່າງພື້ນຖານດ້ານຕ່າງໆ, ການກຳນົດນະໂຍບາຍບໍລິການຫຼັງການຂາຍ, ການເລືອກເຟັ້ນ ແລະ ຄຸ້ມຄອງການນໍາເຂົ້າລົດທີ່ມີຄຸນນະພາບ, ແຜນຮອງຮັບ ອຸປະກອນ-ອາໄຫ່ຼ ກໍ່ຄືລົດໄຟຟ້າ ທີ່ໝົດອາຍຸການນຳໃຊ້, ເຊິ່ງບັນດານະໂຍບາຍ ຕ້ອງສອດຄ່ອງກັບທ່າແຮງ, ຮັບປະກັນທາງດ້ານເສດຖະກິດ-ເງິນຕາ, ສິ່ງແວດລ້ອມ ແລະ ຄວາມຍືນຍົງ. ພາຍຫຼັງປັບປຸງແລ້ວ ໃຫ້ນຳມາຜ່ານກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2026 ເພື່ອພິຈາລະນາ.
ສຳລັບແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້:
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໃຫ້ສືບຕໍ່ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ ບັນຫາການກໍ່ອາຊະຍາກໍາທາງໄຊເບີ (ສະແກມເມີ), ບັນຫາຢາເສບຕິດ, ການປຸ້ນຈີ້ຊີງຊັບ-ຂີ້ລັກງັດແງະ, ການລັກລອບຂຸດຄົ້ນແຮ່ຄຳຕົກຂ້ອນ ໂດຍນຳໃຊ້ມາດຕະການທີ່ເດັດຂາດ ແລະ ເຂັ້ມງວດ.
ວຽກງານປັບປຸງກົນໄກການເຮັດວຽກ, ຜັນຂະຫຍາຍຜົນກອງປະຊຸມ ແລະ ກະກຽມກອງປະຊຸມ: ສືບຕໍ່ປັບປຸງລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X ຕາມທີ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳ, ສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃຫ້ເປັນແຜນລະອຽດ; ຍົກສູງຄວາມຮັບຜິດຊອບ ແລະ ເລັ່ງປະຕິບັດມະຕິ, ຄຳສັ່ງ ແລະ ແຈ້ງການ ຂອງຂັ້ນເທິງ ບໍ່ໃຫ້ຊັກຊ້າ, ພ້ອມທັງ ສຸມໃສ່ກະກຽມເນື້ອໃນ ທີ່ຈະລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ.
ວຽກງານການເກັບລາຍຮັບ ແລະ ງົບປະມານ: ເອົາໃຈໃສ່ເກັບລາຍຮັບຈາກແຫຼ່ງທີ່ມີໃຫ້ຄົບຖ້ວນ, ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິພາບ, ອັດຊ່ອງຫວ່າງການຮົ່ວໄຫຼລາຍຮັບ, ເລັ່ງທວງໜີ້ຄ້າງມອບທຸກປະເພດ ແລະ ສຸມໃສ່ລົງຊ່ວຍແຂວງທີ່ມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ.
ວຽກງານກໍ່ສ້າງ ແລະ ສ້ອມແປງເສັ້ນທາງ: ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນກຳນົດແຜນກໍ່ສ້າງ ແລະ ປັບປຸງເສັ້ນທາງ, ແລ້ວຈັດລຽງບູລິມະສິດໃຫ້ລະອຽດ ຄືດັ່ງໄດ້ຊີ້ນຳແລ້ວ; ເລັ່ງດຳເນີນຂັ້ນຕອນຮັບຮອງແບບກໍ່ສ້າງ ແລະ ມູນຄ່າກໍ່ສ້າງເສັ້ນທາງ ທີ່ລົງທຶນແບບ OPBRC ໃຫ້ໄວ ເພື່ອໃຫ້ໄດ້ລົງມືກໍ່ສ້າງໄດ້ໄວ.
ວຽກງານກະສິກຳ ແລະ ຜະລິດສິນຄ້າ: ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຜະລິດສິນຄ້າ ເພື່ອສົ່ງອອກ ໃຫ້ເພີ່ມຂຶ້ນ; ສຸມໃສ່ການຜະລິດລະດູແລ້ງ ທົດແທນຜົນເສຍຫາຍຈາກໄພພິບັດ ເປັນຕົ້ນ ປັບປຸງລະບົບຊົນລະປະທານ ແລະ ການສະໜອງແນວພັນ.
ວຽກງານສາທາລະນະສຸກ: ສືບຕໍ່ເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດຕາມລະດູການ;
ວຽກງານການຕ່າງປະເທດ: ກະກຽມຄວາມພ້ອມດ້ານຕ່າງໆ ໃນການເຄື່ອນໄຫວການຕ່າງປະເທດ ຂອງການນຳຂັ້ນສູງ ເປັນຕົ້ນ ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນກາງເດືອນພະຈິກ 2026 ທີ່ມະນີລາ, ປະເທດຟິລິບປິນ, ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ກອງປະຊຸມສຸດຍອດ ACMES ຄັ້ງທີ 11 ຢູ່ ສສ ຫວຽດນາມ ໃນທ້າຍເດືອນພະຈິກ 2026.
ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.