ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍ ສອນໄຊ ສີພັນດອນ ພົບປະຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ

Nov 3, 2026

ຕອນບ່າຍວັນທີ 3 ພະຈິກ 2026, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ພົບປະເຮັດວຽກຮ่ວມກັບສະຫາຍ ເຈິ່ນ ເກິ້ມ ຕູ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ.

May be an image of one or more people and text May be an image of text

ໃນການພົບປະ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ, ພ້ອມທັງຕາງໜ້າໃຫ້ພັກ-ລັດ ແລະ ສະພາແຫ່ງຊາດລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນຳຂັ້ນສູງຂອງຫວຽດນາມ ທີ່ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ແລະ ສົ່ງຄະນະຜູ້ແທນມາຮ່ວມໄຫວ້ອາໄລຕໍ່ການຈາກໄປຂອງອະດີດປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ; ພ້ອມດຽວກັນນີ້, ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ທີ່ສົ່ງເຖິງການນຳຂັ້ນສູງຂອງຫວຽດນາມ. ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ເຊິ່ງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວດ້ວຍຈັງຫວະສູງ ແລະ ບົດບາດອິດທິພົນທີ່ນັບມື້ສູງເດັ່ນຂຶ້ນໃນເວທີສາກົນ.

No photo description available. May be an image of text

ສະຫາຍ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບການພົວພັນສອງອົງການນິຕິບັນຍັດ​ ເຊິ່ງສອງຝ່າຍໄດ້ທົບທວນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ພ້ອມທັງກະກຽມສ້າງກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ (ຄົບຮອບ 65 ປີ ການພົວພັນການທູດ ແລະ 50 ປີ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື) ໃນປີ 2027 ແລະ ປັບປຸງບົດບັນທຶກການຮ່ວມມືທີ່ຈະໝົດອາຍຸລົງ,​ ລ​າຍງານສະພາບການພົ້ນເດັ່ນຂອງ ສປປລາວ ກ່ຽວກັບສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ການເຕີບໂຕເສດຖະກິດ (GDP) 9 ເດືອນຕົ້ນປີ 2026 ບັນລຸ 4.8% (ຄາດຄະເນທ້າຍປີ 5.1%) ພ້ອມທັງການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ X ໃນການຮັບຮອງເອົາວາລະແຫ່ງຊາດ ແລະ ບັນດາກົດໝາຍສຳຄັນຕ່າງໆ.

May be an image of one or more people and text May be an image of one or more people

ສຳລັບໂຄງການຮ່ວມມືຍຸດທະສາດ, ສອງຝ່າຍຕີລາຄາສູງຕໍ່ການຕົກລົງຮ່ວມກັນໃນບັນດາໂຄງການຂະໜາດໃຫຍ່ ເຊັ່ນ: ທ່າເຮືອຫວຸງອາງ, ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ທາງລົດໄຟ ລາວ-ຫວຽດນາມ ຕະຫຼອດເຖິງໂຄງການພະລັງງານ, ກະສິກໍາ, ບໍ່ແຮ່ ແລະ ໂຄງລ່າງນໍ້າມັນ ເຊິ່ງຈະເປັນຍຸດທະສາດຊ່ວຍພັດທະນາ ສປປລາວ.

​ໃນຕອນທ້າຍ, ການນຳທັງສອງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

ຂ່າວ: ຜູ້ແທນປະຊາຊົນ