ໃນຕອນເຊົ້າຂອງວັນທີ 05 ພະຈິກ 2026, ເວລາ 11:30 ໂມງ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍານັບ ຂອງຄະນະຜູ້ແທນຂັ້ນສູງສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຊ້ວນ ຖັງ, ກໍາມະການກົມການເມືອງສູນກາງພັກ ສະໄໝທີ XIII, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ. ໃນໂອກາດທີ່ຄະນະຜູ້ແທນເດີນທາງມາເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ ສອງພັກລາວ-ຫວຽດນາມ ຄັ້ງທີ XIII ທີ່ຝ່າຍລາວເປັນເຈົ້າພາບ ຈະຈັດຂຶ້ນໃນລະຫວ່າງ ໃນລະຫວ່າງ ວັນທີ 5-8 ພະຈິກ 2026 ທີ່ແຂວງ ອຸດົມໄຊ.

ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນສູງສະພາທິດສະດີສູນກາງພັກກອມມູນິດຫວຽດນາມ, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືແບບຮອບດ້ານ ແລະ ການເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ.
ພ້ອມນີ້, ສະຫາຍ ກໍໄດ້ຊົມເຊີຍຜົນສໍາເລັດຂອງການຈັດກອງປະຊຸມສໍາມະນາທິດສະດີ ລະຫວ່າງສອງພັກລາວ-ຫວຽດນາມ ໃນໄລຍະຜ່ານມາ, ເຊິ່ງເປັນພື້ນຖານທີ່ສໍາຄັນໃຫ້ແກ່ການສະໜອງຂໍ້ມູນດ້ານທິດສະດີ-ພຶດຕິກໍາ ໃຫ້ແກ່ການບູລະນະແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ.

ໃນໂອກາດດຽວກັນ, ຫົວໜ້າຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຄະນະ, ອັນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ, ສະໜິດສະໜົມຖານສະຫາຍອ້າຍນ້ອງ, ພ້ອມທັງໄດ້ລາຍງານ ກ່ຽວກັບຜົນສຳເລັດຂອງການເຮັດວຽກ ແລະ ການແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກໍາຕົວຈິງ ລະຫວ່າງສອງສະພາທິດສະດີສູນກາງພັກ ລາວ-ຫວຽດນາມ ທີ່ໄດ້ພົວພັນຮ່ວມມືການຄົ້ນຄວ້າທິດສະດີ ທີ່ມີຜົນສໍາເລັດໃນຫຼາຍດ້ານ ເພື່ອເປັນການເພີ່ມພູນຄູນສ້າງຄັງສາງທາງດ້ານທິດສະດີສະດີ ແລະ ພຶດຕິກຳຂອງພັກໃຫ້ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ.
ແຫຼ່ງຂ່າວ: ຫ້ອງສະພາທິດສະດີສູນກາງພັກ


