ລະຫວ່າງວັນທີ 8 ຫາ 11 ພະຈິກ 2026, ທ່ານ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ນຳພາຄະນະຜູ້ແທນລະດັບສູງໄປຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ ໃນຂະນະທີ່ສະພາບການພາກພື້ນ ແລະ ສາກົນພວມປ່ຽນແປງຢ່າງສັບສົນ, ພ້ອມທັງເປັນໂອກາດສຳຄັນໃນການກຳນົດທິດທາງ ແລະ ສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງສອງປະເທດ.

ໝາກຜົນສຳຄັນຂອງການຢ້ຽມຢາມຄັ້ງນີ້ ແມ່ນການທີ່ຜູ້ນຳຂັ້ນສູງຂອງສອງປະເທດໄດ້ຮ່ວມກັນປະກາດ “ຖະແຫຼງການວິໄສທັດຮ່ວມຫວຽດນາມ–ຍີ່ປຸ່ນ”, ເພື່ອກຳນົດທິດທາງການພົວພັນໃນໄລຍະໃໝ່, ໂດຍມຸ່ງເນັ້ນໃສ່ການຍົກລະດັບຄວາມໄວ້ວາງໃຈທາງການເມືອງ, ຂະຫຍາຍການຮ່ວມມືຢ່າງຮອບດ້ານ ແລະ ສ້າງຜົນປະໂຫຍດຮ່ວມກັນໃຫ້ປະຊາຊົນສອງປະເທດ. ສອງຝ່າຍຍັງໄດ້ຕົກລົງຕັ້ງເປົ້າໝາຍເພີ່ມມູນຄ່າການຄ້າສອງຝ່າຍໃຫ້ບັນລຸ 80 ຕື້ໂດລາ ພາຍໃນປີ 2030.

ການຢ້ຽມຢາມຄັ້ງນີ້, ຍັງໄດ້ບັນລຸໝາກຜົນທີ່ເປັນຮູບປະທຳ ຈາກການຂະຫຍາຍການຮ່ວມມືໃນຫຼາຍຂົງເຂດ. ສອງຝ່າຍໄດ້ມີເອກະສານຮ່ວມມືຈຳນວນ 11 ສະບັບ ແລະ ມີເອກະສານ 9 ສະບັບໄດ້ຮັບການແລກປ່ຽນຢ່າງເປັນທາງການ. ໃນນັ້ນ, ຍີ່ປຸ່ນໄດ້ຕົກລົງໃຫ້ການສະໜັບສະໜູນດ້ານເງິນກູ້ ແລະ ເງິນຊ່ວຍເຫຼືອ ໃຫ້ຫວຽດນາມ ລວມມູນຄ່າຫຼາຍກວ່າ 43,1 ຕື້ເຢນ ເພື່ອດຳເນີນໂຄງການມະຫາວິທະຍາໄລຫວຽດນາມ–ຍີ່ປຸ່ນ ແລະ ໂຄງການໂຮງໄຟຟ້າ ໂອໂມນ 3.
ສອງປະເທດຍັງເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດໃໝ່ທີ່ມີທ່າແຮງສູງ ເຊັ່ນ: ປັນຍາປະດິດ, ເທັກໂນໂລຊີ ເຊມິຄອນດັກເຕີ ຫຼື ແຜ່ນຊິບ, ພະລັງງານ, ການຫັນປ່ຽນເປັນສີຂຽວ, ການຫັນປ່ຽນດິຈິຕອນ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດ. ນີ້ແມ່ນບັນດາຂົງເຂດທີ່ສອງຝ່າຍສາມາດນຳເອົາຈຸດແຂງຂອງຕົນມາເສີມສ້າງໃຫ້ແກ່ກັນ ແລະ ກັນ, ສ້າງພື້ນຖານໃໝ່ໃຫ້ແກ່ການພັດທະນາໃນໄລຍະຍາວ.
ສຳລັບຫວຽດນາມ, ການຢ້ຽມຢາມຍີ່ປຸ່ນຄັ້ງນີ້ ມີຄວາມໝາຍສຳຄັນທັງໃນດ້ານການເມືອງ, ເສດຖະກິດ ແລະ ຍຸດທະສາດ. ນອກຈາກການດຶງດູດທຶນຮອນ, ເທັກໂນໂລຊີ ແລະ ປະສົບການບໍລິຫານຈາກຍີ່ປຸ່ນແລ້ວ, ການຮ່ວມມືເຫຼົ່ານີ້ ຍັງຊ່ວຍສົ່ງເສີມການປັບປຸງໂຄງສ້າງເສດຖະກິດ, ເພີ່ມຂີດຄວາມສາມາດດ້ານການແຂ່ງຂັນ, ຍົກສູງບົດບາດຂອງຫວຽດນາມໃນພາກພື້ນ ແລະ ເວທີສາກົນ. ສ່ວນຍີ່ປຸ່ນ ຈະມີໂອກາດຂະຫຍາຍການຮ່ວມມື, ການລົງທຶນ ແລະ ສ້າງຕັ້ງຕ່ອງໂສ້ສະໜອງທີ່ໝັ້ນຄົງໃນພາກພື້ນ.

ໃນລະດັບພາກພື້ນ, ການຢ້ຽມຢາມຄັ້ງນີ້ຍັງສົ່ງສັນຍານທາງບວກຕໍ່ການຮ່ວມມືໃນອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງ. ຫວຽດນາມ ແລະ ຍີ່ປຸ່ນຕ່າງເປັນສອງປະເທດທີ່ມີບົດບາດສຳຄັນໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ການຄ້າເສລີ ແລະ ການພັດທະນາແບບຍືນຍົງ. ການປະສານງານຢ່າງໃກ້ຊິດຂອງສອງຝ່າຍໃນຂອບຂອງອົງການສະຫະປະຊາຊາດ, ເອເປັກ ແລະ ກົນໄກການຮ່ວມມືທີ່ອາຊຽນເປັນຜູ້ນຳ ຈະຊ່ວຍສົ່ງເສີມບົດບາດສູນກາງຂອງອາຊຽນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາຂອງພາກພື້ນ.
ສຳລັບອະນຸພາກພື້ນແມ່ນ້ຳຂອງ, ການຂະຫຍາຍການຮ່ວມມືຫວຽດນາມ–ຍີ່ປຸ່ນ ຈະສ້າງໂອກາດໃໝ່ໃຫ້ແກ່ການເຊື່ອມໂຍງດ້ານໂຄງລ່າງພື້ນຖານ, ລະບົບຂົນສົ່ງ, ພະລັງງານສະອາດ, ກະສິກຳທັນສະໄໝ, ດິຈິຕອນ ແລະ ການພັດທະນາບຸກຄະລາກອນ. ຖ້າຫາກບັນດາປະເທດໃນພາກພື້ນສາມາດປະສານງານ ແລະ ເຊື່ອມໂຍງໂຄງການຮ່ວມມືເຂົ້າດ້ວຍກັນ ຈະຊ່ວຍເພີ່ມທ່າແຮງການພັດທະນາ, ຍົກສູງຄວາມສາມາດດ້ານການແຂ່ງຂັນ ແລະ ສ້າງຕ່ອງໂສ້ມູນຄ່າທີ່ເຊື່ອມໂຍງກັນຫຼາຍຂຶ້ນ.
ໃນຖານະເປັນປະເທດໜຶ່ງໃນອະນຸພາກພື້ນແມ່ນ້ຳຂອງ, ສປປ ລາວ ຄວນຖືເອົາໝາກຜົນຈາກການຢ້ຽມຢາມຄັ້ງນີ້ເປັນໂອກາດໃນການຊຸກຍູ້ການຮ່ວມມືກັບຍີ່ປຸ່ນໃຫ້ເລິກເຊິ່ງ ແລະ ເປັນຮູບປະທຳຫຼາຍຂຶ້ນ, ໂດຍສຸມໃສ່ຂົງເຂດໂຄງລ່າງພື້ນຖານ, ການຂົນສົ່ງ, ພະລັງງານສະອາດ, ກະສິກຳທັນສະໄໝ ແລະ ການຫັນເປັນດິຈິຕອນ. ລາວຄວນປະສານງານກັບຫວຽດນາມ ເພື່ອສຶກສາຄວາມເປັນໄປໄດ້ໃນການເຊື່ອມໂຍງໂຄງການຮ່ວມມືກັບຍີ່ປຸ່ນ, ໃຫ້ສອດຄ່ອງກັບທ່າແຮງ ແລະ ທິດທາງການພັດທະນາຂອງຕົນ. ພ້ອມນີ້, ຄວນປັບປຸງສະພາບແວດລ້ອມການລົງທຶນ, ຍົກສູງຄວາມສາມາດໃນການກະກຽມ ແລະ ດຳເນີນໂຄງການ ເພື່ອດຶງດູດທຶນຮອນ ແລະ ເທັກໂນໂລຊີຈາກຍີ່ປຸ່ນໃຫ້ເກີດປະສິດທິຜົນສູງສຸດ.

ໂດຍລວມແລ້ວ, ການຢ້ຽມຢາມຍີ່ປຸ່ນຂອງທ່ານ ໂຕ ເລິມ ເລຂາທິການໃຫຍ່ ແລະ ປະທານປະເທດຫວຽດນາມ ບໍ່ພຽງແຕ່ສ້າງແຮງຊຸກຍູ້ໃໝ່ໃຫ້ແກ່ການພົວພັນສອງຝ່າຍເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນຕໍ່ການສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການເຊື່ອມໂຍງ ແລະ ການພັດທະນາຢ່າງຍືນຍົງໃນພາກພື້ນ. ໝາກຜົນຂອງການຢ້ຽມຢາມຄັ້ງນີ້ ຈຶ່ງເປັນພື້ນຖານສຳຄັນໃນການຕໍ່ຍອດການຮ່ວມມື ແລະ ສ້າງຜົນປະໂຫຍດຮ່ວມກັນໃຫ້ແກ່ປະເທດຕ່າງໆ ໃນອາຊຽນ ແລະ ພາກພື້ນແມ່ນ້ຳຂອງ.


