ໃນວັນທີ 15 ພະຈິກ 2026 ທີ່ ມະນີລາ, ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ເຊິ່ງໄດ້ມີພິທີໄຂກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ 2026, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດ ຈູເນຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026 ໂດຍການເຂົ້າຮ່ວມຂອງຜູ້ນຳອາຊຽນ, ຕາງໜ້າຄະນະຜູ້ແທນ ແລະ ເລຂາທິການໃຫຍ່ອາຊຽນ. ພາຍຫຼັງສໍາເລັດການເຂົ້າຮ່ວມພິທີເປີດ, ທ່ານ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ ແລະ ແບບວົງແຄບ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ກອງປະຊຸມພົບປະ ລະຫວ່າງ ຜູ້ນຳອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ ແລະ ກອງປະຊຸມພົບປະ ລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ.

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດສໍາລັບການເປັນປະທານອາຊຽນຂອງ ຟິລິບປິນ, ລວມທັງແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບ ຄວາມໝັ້ນຄົງຂອງພາກພື້ນ ໂດຍສະເພາະການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານຂອງພາກພື້ນ ແລະ ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບການຮັດເໜັ້ນການພົວພັນກັບຄູ່ຮ່ວມມືພາຍນອກ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ຄຽງຄູ່ກັບການເສີມສ້າງບົດບາດແກນກາງຂອງອາຊຽນ ແລະ ການຮັກສາສົມດຸນໃນການພົວພັນກັບຄູ່ຮ່ວມມືພາຍນອກ. ກອງປະຊຸມໄດ້ຍົກບັນຫາສິ່ງທ້າທາຍທີ່ບໍ່ແມ່ນການທະຫານເປັນຕົ້ນ ການກໍ່ການຮ້າຍ, ການສໍ້ໂກງທາງອິນເຕີເນັດ, ການຄ້າມະນຸດ ແລະ ຢາເສບຕິດ, ໄພພິບັດທາງທໍາມະຊາດ ແລະ ໝອກຄວັນຂ້າມແດນ ທີ່ສົ່ງຜົນກະທົບ ແລະ ຮຽກຮ້ອງໃຫ້ມີການພົວພັນປະສານງານພາຍໃນອາຊຽນ ເພື່ອແກ້ໄຂບັນຫາຮ່ວມກັນ. ກອງປະຊຸມ ໄດ້ເຫັນດີຕໍ່ການສະເໜີເປັນປະທານອາຊຽນຂອງ ຕີມໍແລັດສະເຕ ໃນປີ 2029.
ສຳລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບວົງແຄບ, ບັນດາຜູ້ນໍາອາຊຽນ ໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ, ແລກປ່ຽນຄໍາຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ເປັນຕົ້ນແມ່ນບັນຫາຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ. ຜູ້ນໍາອາຊຽນ ໄດ້ເນັ້ນຄວາມສໍາຄັນການເພີ່ມທະວີການປະສານງານ ແລະ ການພັດທະນາເຄືອຂ່າຍພະລັງງານອາຊຽນ ໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນຄວາມສ່ຽງທີ່ອາດເກີດຂຶ້ນໃນຕໍ່ໜ້າ, ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂອງອາຊຽນ ໂດຍສະເພາະຂະແໜງການພະລັງງານ, ການຄ້າ ແລະ ຂະແໜງການອື່ນໆ ເພື່ອກຽມຄວາມພ້ອມໃນການຮັບມືກັບວິກິດການດ້ານພະລັງງານໃນອະນາຄົດ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນສໍາຄັນຂອງ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຜ່ານການເຮັດໜ້າທີ່ການທູດດ້ານລັດຖະສະພາຢ່າງຕັ້ງໜ້າ ໃນຂະບວນການການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ ແລະ ເພື່ອຄວາມເປັນຢູ່ທີ່ດີຂອງປະຊາຊົນອາຊຽນ.
ໃນກອງປະຊຸມພົບປະລະຫວ່າງ ຜູ້ນຳອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດອາຊຽນໃນການກຳນົດແຜນບູລິມະສິດຂອງພາກທຸລະກິດ ໃນປີ 2026. ພ້ອມກັນນີ້, ທ່ານຍັງໄດ້ຢໍ້າເຖິງຄວາມສຳຄັນຂອງການຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA), ການດຳເນີນງານຕາມ ສັນຍາຂອບເສດຖະກິດດິຈິຕອນອາຊຽນ (DEFA) ໃຫ້ເກີດໝາກຜົນ ແລະ ການນຳໃຊ້ ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ກັບສັນຍາເຂດການຄ້າເສລີຂອງອາຊຽນໃຫ້ເກີດປະໂຫຍດສູງສຸດ.

ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ຮັບຊາບ ແລະ ໃຫ້ທິດຊີ້ນໍາຕໍ່ຂໍ້ສະເໜີ ຂອງຊາວໜຸ່ມ “ຊາວໜຸ່ມອາຊຽນກ້າວສູ່ອະນາຄົດທີ່ເຂັ້ມແຂງ, ຫັນເປັນດີຈີຕອນ ແລະ ກວມລວມ”. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດ ແລະ ການປະກອບສ່ວນອັນສຳຄັນຂອງຊາວໜຸ່ມອາຊຽນ ໃນການສ້າງອະນາຄົດຂອງອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍຊຸກຍູ້ໃຫ້ ຊາວໜຸ່ມອາຊຽນ ໃຫ້ສືບຕໍ່ຜັນຂະຫຍາຍການຮ່ວມມືໃນດ້ານຕ່າງໆ ຢ່າງມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ອາຊຽນ ສ້າງໂອກາດໃຫ້ຊາວໜຸ່ມອາຊຽນ ສາມາດເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ ແລະ ນຳໃຊ້ດີຈີຕອນໃຫ້ເກີດປະສິດທິຜົນສູງສຸດ.


