ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜົນການກວດກາຫາສາເຫດທີ່ເຮັດໃຫ້ນໍ້າຊອງຂຸ່ນ

Nov 18, 2026

ໃນວັນທີ 11 ພະຈິກ 2026 ຄະນະສະເພາະກິດຂັ້ນສູນກາງ ໄດ້ລົງຕິດຕາມ ແລະ ກວດກາບັນດາໂຄງການແຮ່ທາດ ຢູ່ຕາມເຂດຊາຍແດນແຂວງວຽງຈັນ ແລະ ແຂວງໄຊສົມບູນ ທີ່ສົ່ງຜົນເຮັດໃຫ້ສາຍນໍ້າສາຂາ ໄຫຼລົງສູ່ນໍ້າຊອງ ພາໃຫ້ນໍ້າຊອງຂຸ່ນ ໄດ້ພົບເຫັນ: ການບຸກທະລຸເສັ້ນທາງ ເພື່ອຮັບໃຊ້ໃຫ້ແກ່ໂຄງການຊອກຄົ້ນ-ສໍາຫຼວດ ແລະ ຂຸດຄົ້ນ-ປຸງແຕ່ງແຮ່ຄຳ ຂອງບໍລິສັດ ດວງຈະເລີນ ມາຍນິ້ງ ຈຳກັດຜູ້ດຽວ ຮ່ວມກັບບໍລິສັດ ລາວ ໄທຊານ ມາຍນິ້ງ ຈຳກັດຜູ້ດຽວ ໂດຍໄດ້ຕັດພື້ນທີ່ດິນ ແລະ ປາດໜ້າທາງ ເມື່ອມີຝົນຕົກໜັກ ເຮັດໃຫ້ນໍ້າໄຫຼຊຸເອົາດິນເຟື່ອຍຈຳນວນຫຼາຍໄຫຼລົງສູ່ນໍ້າຊອງ ເກີດມີຕະກອນດິນແດງຂຸ່ນ; ບໍລິສັດ ດາວຈະເລີນ ສໍາຫຼວດອອກແບບກໍ່ສ້າງ ຂົວ-ທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ ໄດ້ຕັນສາຍຫ້ວຍ ເພື່ອເຮັດອ່າງເກັບນ້ຳ; ບໍລິສັດ ລີ ກໍ່ສ້າງ ສໍາຫຼວດ ແລະ ອອກແບບ ຈໍາກັດຜູ້ດຽວ ໄດ້ດຳເນີນກິດຈະການລ້າງແຮ່ຢູ່ເຂດນໍ້າຊອງ ໄດ້ມີການປ່ອຍນໍ້າເສຍ ລົງສູ່ສາຍນໍ້າຊອງ; ບໍລິສັດ ໄທ ຢຸ້ຍ ກາສີ ຂຸດຄົ້ນບໍ່ແຮ່ ຈຳກັດ ດຳເນີນກິດຈະການຂຸດຄົ້ນແຮ່ເຫຼັກ, ໄດ້ສ້າງ 3 ໂຮງງານ, ພົບເຫັນປະສິດທິພາບໃນການກັ່ນຕອງສິ່ງເສດລ້າງແຮ່ຍັງບໍ່ສູງ ແລະ ຝາຍກັ້ນນໍ້າບໍ່ໄດ້ຄຸນນະພາບ. ຜ່ານການລົງເກັບກຳຂໍ້ມູນ ຄະນະສະເພາະກິດ ໄດ້ມອບຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນແຂວງວຽງຈັນ ແລະ ແຂວງໄຊສົມບູນ ສືບຕໍ່ແກ້ໄຂຂໍ້ຄົງຄ້າງ ແລະ ຕິດຕາມສະພາບນໍ້າຊອງ ແລ້ວລາຍງານລັດຖະບານ ຊາບ ໃນແຕ່ລະໄລຍະ
May be an image of crater No photo description available.
May be an image of mountain and lake May be an image of crater and body of water