ສະໜາມບິນ ບ້ານເກິນ ເປັນໜຶ່ງໃນສະໜາມບິນທີ່ເກົ່າແກ່, ຖືກສ້າງຂຶ້ນໃນໄລຍະສົງຄາມລັບຢູ່ລາວ ຊຸມປີ 1960 ໂດຍກອງທັບ ສະຫະລັດ ອາເມຣິກາ ຮ່ວມກັບ ກອງທັບຣາຊະອານາຈັກລາວ ເພື່ອເປັນຖານສະໜັບສະໜູນການບິນໄປທຳລາຍຖານເຂດທີ່ໝັ້ນ ຂອງກຳລັງແນວລາວຮັກຊາດ. ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ໃນປີ 1975 ສະໜາມບິນດັ່ງກ່າວ ໄດ້ຢຸດຕິການເຄື່ອນໄຫວ ແຕ່ຍັງຖືກຮັກສາໄວ້ເປັນສະໜາມບິນການທະຫານ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງກົມທະຫານອາກາດ ໃນເມື່ອກ່ອນ ກໍຄືກອງບັນຊາການທະຫານອາກາດ ໃນປັດຈຸບັນ.
ເຫຼົ່າຮົບທະຫານອາກາດ ແມ່ນໜຶ່ງໃນບັນດາເຫຼົ່າຮົບ ຂອງກອງທັບປະຊາຊົນລາວ ເຮັດໜ້າທີ່ໃນການອົບຮົມ-ຫັດແອບ, ກຽມພ້ອມສູ້ຮົບປົກປ້ອງນ່ານຟ້າ, ອະທິປະໄຕ ຂອງ ສປປ ລາວ ຮັບປະກັນໃຫ້ແກ່ການນຳພັກ-ລັດ ແລະ ຊ່ວຍເຫຼືອບັນເທົາໄພພິບັດ ນັບວ່າເປັນເຫຼົ່າຮົບໜຶ່ງທີ່ສຳຄັນ, ແຕ່ບໍ່ໄດ້ຮັບການປັບປຸງໃຫ້ດີເທົ່າທີ່ຄວນ ອັນເນື່ອງມາຈາກຄວາມຈຳກັດທາງດ້ານງົບປະມານ ຂອງກອງທັບ ກໍຄືລັດຖະບານ. ສຳລັບສະໜາມບິນຫຼັກ ຂອງກອງທັບ ໃນໄລຍະຜ່ານມາ ແມ່ນນຳໃຊ້ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ແລະ ສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ເຊິ່ງສະໜາມບິນດັ່ງກ່າວ ເປັນການນຳໃຊ້ຮ່ວມກັບກົມການບິນພົນລະເຮືອນ ຮັບໃຊ້ການຄົມມະນາຄົມຂົນສົ່ງໂດຍສານທົ່ວໄປ ຈິ່ງບໍ່ສະດວກໃນການອົບຮົມຝຶກແອບການບິນ ແລະ ປະຕິບັດໜ້າທີ່ທາງການທະຫານ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈິ່ງໄດ້ຄົ້ນຄວ້າວາງແຜນຍຸດທະສາດໃນການສ້າງ ແລະ ພັດທະນາສະໜາມບິນສະເພາະ ໃນການຝຶກແອບການບິນ ຂອງກອງທັບ. ໂຄງການປັບປຸງ ແລະ ກໍ່ສ້າງສູນຝຶກການບິນ-ສະໜາມບິນ ບ້ານເກິນ ແມ່ນໂຄງການໜຶ່ງທີ່ນອນໃນແຜນການປັບປຸງກໍ່ສ້າງກຳລັງກະຊວງປ້ອງກັນປະເທດ ໃຫ້ແກ່ເຫຼົ່າຮົບທະຫານອາກາດ ກອງທັບປະຊາຊົນລາວ.

ຍ້ອນການສ້າງສູນຝຶກການບິນຕ້ອງການເຕັກນິກການອອກແບບ, ການກໍ່ສ້າງທີ່ມີຄວາມລະອຽດ ແລະ ທີ່ສຳຄັນແມ່ນຕ້ອງໃຊ້ທຶນມະຫາສານ ໂດຍອີງໃສ່ແນວທາງການຕ່າງປະເທດຂອງພັກ, ການພົວພັນຮ່ວມມືພາກພື້ນ ແລະ ສາກົນ ກັບບັນດາປະເທດເພື່ອນມິດຍຸດທະສາດ ໂດຍສະເພາະແມ່ນກັບກອງທັບປົດປ່ອຍປະຊາຊົນຈີນ ທີ່ມີມູນເຊື້ອມາຢ່າງຍາວນານ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈິ່ງໄດ້ປຶກສາຫາລື ນຳກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໃນການສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງສູນຝຶກການບິນ ໃຫ້ເຫຼົ່າຮົບທະຫານອາກາດ ກອງທັບປະຊາຊົນລາວ, ເຊິ່ງຈຸດປະສົງຫຼັກ ຂອງໂຄງການນີ້ ແມ່ນເພື່ອຊ່ວຍຍົກລະດັບຂີດຄວາມສາມາດ ວຽກງານການບິນ ຂອງກຳລັງທະຫານອາກາດ ກອງທັບປະຊາຊົນລາວ, ສົ່ງເສີມ, ເພີ່ມທະວີການບຳລຸງກໍ່ສ້າງ ແລະ ອົບຮົມຝຶກແອບ ໃຫ້ນັກບິນທະຫານອາກາດ ກອງທັບປະຊາຊົນລາວ, ພັດທະນາບຸກຄະລາກອນ, ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ເຮັດໜ້າທີ່ເປັນສະໜາມບິນສຳຮອງໃຫ້ການບິນພົນລະເຮືອນ. ໂຄງການດັ່ງກ່າວ ຍັງເປັນການຜັນຂະຫຍາຍການພົວພັນຮ່ວມມືທີ່ມີມູນເຊື້ອ ລາວ-ຈີນ ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ), ເປັນການຜັນຂະຫຍາຍແຜນດຳເນີນງານຄູ່ຮ່ວມຊະຕາກຳ ລາວ-ຈີນ 2024-2028 ເພື່ອການຮ່ວມມື ແລະ ການແລກປ່ຽນ ລະຫວ່າງ ທະຫານອາກາດ ລາວ-ຈີນ, ຈີນ-ລາວ ບົນພື້ນຖານຄວາມເຄົາລົບ ແລະ ປະສານງານຮ່ວມມືແບບສະເໜີພາບ ເຊິ່ງສອດຄ່ອງກັບກົດໝາຍພາຍໃນ ຂອງສອງປະເທດ ແລະ ກົດໝາຍສາກົນທີ່ກ່ຽວຂ້ອງ. ໂຄງການກໍ່ສ້າງ ແລະ ການເປີດນຳໃຊ້ສູນຝຶກດັ່ງກ່າວ ມີເປົ້າໝາຍ ເພື່ອຊ່ວຍທະຫານອາກາດ ກອງທັບປະຊາຊົນລາວ ໃນພາກປະຕິບັດຕົວຈິງ, ບໍ່ມີຈຸດປະສົງແນໃສ່ຝ່າຍທີ 3, ບໍ່ມີຈຸດປະສົງທີ່ຈະເປັນໄພຂົ່ມຂູ່ຕໍ່ປະເທດໃດໆ ໃນພາກພື້ນ.

ພາຍຫຼັງການເປີດນຳໃຊ້ສູນຝຶກການບິນ ແລະ ວິທະຍາໄລການບິນມິດຕະພາບ ລາວ-ຈີນ ຢ່າງເປັນທາງການ ເມື່ອວັນທີ 29 ກັນຍາ ຜ່ານມາ ກໍເກີດມີກະແສຂ່າວຕ່າງໆ ນານາ ຜ່ານສື່ສັງຄົມອອນລາຍ ທີ່ມີທາງບວກ ແລະ ທາງລົບ ຕໍ່ໂຄງການສະໜາມບິນບ້ານເກິນ ລວມທັງພາບພົດການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບ ສປ ຈີນ. ສປປ ລາວ ປັບປຸງກໍ່ສ້າງກອງທັບປະຊາຊົນລາວ ຕາມນະໂຍບາຍປ້ອງກັນຊາດ-ປ້ອງກັນຕົວ, ການຮ່ວມມືກັບກັບກອງທັບປົດປ່ອຍປະຊາຊົນຈີນ ບໍ່ມີຈຸດປະສົງໃດໆ ທີ່ຈະເປັນໄພຂົ່ມຂູ່ຕໍ່ອຳນາດ ອະທິປະໄຕ ຂອງປະເທດອື່ນ. ສປປ ລາວ ຮັບຮູ້ດີ ຕໍ່ຄວາມໂຫດຮ້າຍ ຂອງສົງຄາມອິນດູຈີນ ເວົ້າລວມ, ເວົ້າສະເພາະ ແມ່ນສົ່ງຄາມທຳລາຍທາງອາກາດຕໍ່ຜືນແຜ່ນດິນລາວ ໃນຊຸມປີ 1960-1970 ທີ່ຜ່ານມາແລ້ວ 50 ກວ່າປີ, ລູກໂບມ, ລູກລະເບີດທີ່ເສດເຫຼືອໃນປາງສົງຄາມນັ້ນ ໄດ້ກາຍເປັນມໍລະດົກທີ່ບໍ່ເພິ່ງປາດຖະໜາ, ຍັງສົ່ງກະທົບຕໍ່ການດຳລົງຊີວິດ ຂອງປະຊາຊົນລາວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ມາຮອດປັດຈຸບັນ. ສປປ ລາວ, ກອງທັບປະຊາຊົນລາວ ມີຄວາມຈຳເປັນຕ້ອງປັບປຸງກໍ່ສ້າງກຳລັງຂອງຕົນ ເພື່ອສ້າງຂີດຄວາມສາມາດປ້ອງກັນ ບໍ່ໃຫ້ປະຫວັດສາດກັບມາຊ້ຳຮອຍ ໄປພ້ອມກັບການສົ່ງເສີມການພົວພັນຮ່ວມມືທີ່ດີກັບ ບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ບົນພື້ນຖານ ເພື່ອສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນຫຼັກການເຄົາລົບ ອະທິປະໄຕ ຂອງກັນ ແລະ ກັນ.

ໃນນາມກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂໍຢືນຢັນວ່າ ການເປີດນຳໃຊ້ໂຄງການກໍ່ສ້າງສູນຝຶກ ແລະ ຮັບປະກັນການບິນຮ່ວມສະໜາມບິນບ້ານເກີນ ຫຼື ວິທະຍາໄລການບິນມິດຕະພາບ ລາວ-ຈີນ ແມ່ນສິດທິອັນຊອບທຳ ໃນການປັບປຸງກໍ່ສ້າງເຫຼົ່າຮົບທະຫານອາກາດຂອງຕົນ ໃຫ້ເຂັ້ມແຂງຂຶ້ນ, ທັນສະໄໝຂຶ້ນ ສາມາດປົກປັກຮັກສາອຳນາດອະທິປະໄຕ ຂອງຊາດໄວ້ໃຫ້ໝັ້ນຄົງ ແລະ ທັງແມ່ນໂຄງການຮ່ວມມື ສອງຝ່າຍ ລາວ-ຈີນ ໃນການຊ່ວຍຍົກລະດັບຂີດຄວາມສາມາດກຳລັງທະຫານອາກາດ ກອງທັບປະຊາຊົນລາວ ເທົ່ານັ້ນ.


