ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ທັບນັກກິລາເຫຼົ່າຮົບລົດຕັງກອງທັບປະຊາຊົນລາວ ຈົ່ງສຸມທຸກສະຕິປັນຍາກໍາລັງວັງຊາ ຄວາມຮູ້ຄວາມສາມາດ ເຂົ້າໃນການແຂ່ງຂັນ ເພື່ອຍາດຊີງເອົາອັນດັບດີທີ່ສຸດ.

Aug 22, 2022

ໃນໂອກາດເຂົ້າຮ່ວມພິທີເປີດການແຂ່ງຂັນກິລາການທະຫານສາກົນ ແລະ ງານວາງສະແດງອຸປະກອນເຕັກນິກການທະຫາສາກົນ ປະຈໍາປີ 2022 ທີ່ສະຫະພັນຣັດເຊຍ ໃນວັນທີ 15 ສິງຫາ 2022 ຜ່ານມາ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະໂອ້ລົມ ຕໍ່ນັກກິລາເຫຼົ່າຮົບລົດຕັງກອງທັບປະຊາຊົນລາວ ທີ່ເຂົ້າການແຂ່ງຂັນກິລາການທະຫານສາກົນ ໃນລາຍການດັ່ງກ່າວ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນໍາ ແລະ ນັກກິລາເຫຼົ່າຮົບລົດຕັງ-ຍານເກາະກອງທັບປະຊາຊົນລາວ ທີ່ໄດ້ເອົາໃຈໃສ່ອົດທົນຜ່ານຜ່າ, ຕັ້ງໜ້າສຸມໃສ່ການຫັດແອບຝຶກຊ້ອມ ແລະ ເຂົ້າຮ່ວມການແຂ່ງຂັນກິລາການທະຫານຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ, ພ້ອມດຽວກັນນີ້ ສະຫາຍຍັງໄດ້ເນັ້ນທັບນັກກິລາເຫຼົ່າຮົບລົດຕັງກອງທັບປະຊາຊົນລາວ ຈົ່ງຫ້າວຫັນຝຶກຊ້ອມ ແລະ ສຸມທຸກສະຕິປັນຍາກໍາລັງວັງຊາ ຄວາມຮູ້-ຄວາມສາມາດບົດຮຽນ,ປະສົບການທີ່ມີເຂົ້າໃນການແຂ່ງຂັນ ໃຫ້ໄດ້ຮັບຜົນສຳເລັດສູງ, ເພື່ອຍາດເອົາໄຊຊະນະ ແລະ ຊີງເອົາອັນດັບດີທີ່ສຸດ, ອວຍພອນໃຫ້ບັນດາສະຫາຍນັກກິລາຈົ່ງມີສຸຂະພາບແຂງແຮງ ເຮັດສໍາເລັດໜ້າທີ່ໃນການແຂ່ງຂັນ ແລະ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ສໍາລັບການແຂ່ງຂັນກິລາການທະຫານຂອງທີມກິລາລົດຕັງກອງທັບປະຊາຊົນລາວ ຄັ້ງນີ້ແມ່ນຈັດຢູ່ກຸ່ມ B ລວມມີ 11 ປະເທດ ຄື: ສປປ ລາວ, ອານເມເນຍ, ຊີເຣຍ, ອີຣານ, ທາຈິກກິສະຖານ, ອາຊີເຈຍໃຕ້, ອັບຄາເຊຍ, ມຽ້ນມາ, ຊິມບັບເວ, ຊູດານ ແລະ ມາລີ, ເຊິ່ງທີມກິລາລົດຕັງກອງທັບປະຊາຊົນລາວແມ່ນໄດ້ລົງແຂ່ງຂັນ ໃນວັນທີ 20-27 ສິງຫາ 2022.
ພາບ+ຂ່າວ: ຊາຍສົມສັກ ວິໄລສັນ