ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສູນກາງສະຫະພັນກຳມະບານລາວ ມອບເງິນ ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

Sep 13, 2022

ໃນວັນທີ 12 ກັນຍາ 2022, ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ ໄດ້ເດີນທາງໄປແຂວງອຸດົມໄຊ ເພື່ອມອບເງິນຈຳນວນ 40.000.000 ກີບ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບໄພນ້ຳຖ້ວມ ກ່າວຮັບໂດຍທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ ທັງເປັນປະທານຊີ້ນຳແກ້ໄຂໄພພິບັດຂັ້ນແຂວງ ໂດຍມີສະຫະພັນກຳມະບານແຂວງອຸດົມໄຊເຂົ້າຮ່ວມ.
ໃນໂອກາດນີ້ ທ່ານຮອງເຈົ້າແຂວງໆອຸດົມໄຊ ໄດ້ສະແດງຄວາມຍ້ອງຍໍ ແລະ ຂອບໃຈຕໍ່ການມາຊ່ວຍເຫລືອ ພ້ອມທັງລາຍງານສະພາບຜົນກະທົບສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊົນໂດຍຫຍໍ້ໃຫ້ຊາບໃນຄັ້ງນີ້ອີກດ້ວຍ.