ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າວັນທີ 6 ທັນວາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ນະຄອນຫຼວງວຽງຈັນ ໄດ້ຈັດງານສະເຫຼີມສະຫຼອງວັນຄົນພິການສາກົນຂຶ້ນ ໂດຍມີຈຸດປະສົງເພື່ອເພີ່ມທະວີການຮັບຮູ້ຂອງປະຊາຊົນ, ເສີມສ້າງຄວາມເຂົ້າໃຈ ແລະ ການຍອມຮັບຂອງຄົນພິການ ພ້ອມກັນນັ້ນກໍ່ສະເຫຼີມສະຫຼອງຜົນສໍາເລັດ ແລະ ການປະກອບສ່ວນຂອງເຂົາເຈົ້າ.
ອີງຕາມການສໍາຫຼວດທົ່ວປະເທດລາວ ປີ 2017 ມີຈໍານວນ 2% ຂອງເດັກອາຍຸ 2 ຫາ 4 ປີມີຄວາມຫຍຸ້ງຍາກໃນໜ້າທີ່ການຂອງຮ່າງກາຍຢ່າງໜ້ອຍໜຶ່ງໜ້າທີ່ການຄື: ການເບິ່ງ, ການໄດ້ຍິນ, ການຍ່າງ, ການເຄື່ອນຍ້າຍ, ການສື່ສານ, ການຮຽນຮູ້, ການຫຼິ້ນ, ການຄວບຄຸມພຶດຕິກໍາ, ອັດຕາສ່ວນນີ້ເພີ່ມຂຶ້ນອີງໃສ່ຄວາມຫ່າງໄກຊອກຫຼີກ ແລະ ຄວາມທຸກຍາກ.
ເດັກນ້ອຍທີ່ມີຄວາມພິການຮ້າຍແຮງ ມັກລ້ຽງໄວ້ຢູ່ເຮືອນ ຫຼື ມັກ ເຊື່ອງໄວ້ ຫ່າງຈາກໂລກພາຍນອກ, ຍ້ອນການລັງກຽດ ແລະ ການຖືກຈໍາແນກ ໂດຍອີງໃສ່ປັດໃຈຕ່າງໆເຊັ່ນ: ເພດ, ຊົນເຜົ່າ, ຄວາມທຸກຍາກ, ໄລຍະຫ່າງໃນການໄປໂຮງຮຽນ ຫຼື ການເຂົ້າເຖິງຫ້ອງຮຽນ ແລະ ຫ້ອງນ້ຳ ກໍ່ຍັງ ເປັນອຸປະສັກ ຕໍ່ກັບການສຶກສາຂອງເດັກພິການ.
ນອກຈາກນັ້ນ, ການແຜລະບາດຂອງພະຍາດໂຄວິດ 19 (COVID-19) ໄດ້ທຳລາຍຜົນປະໂຫຍດດ້ານການສຶກສາ ແລະ ການພັດທະນາໃນທົ່ວພາກພື້ນ. ໃນສະຖານະການເຫຼົ່ານີ້, ຜົນກະທົບທີ່ໃຫຍ່ທີ່ສຸດແມ່ນກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະແມ່ຍິງ ແລະ ເດັກຍິງ, ຄົນພິການ ຜູ້ທີ່ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.
ທ່ານ ພາວ ເຄວລີ (Paul Kelly) ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວຕື່ມວ່າ “ການສຶກສາຮຽນຮ່ວມທີ່ລວມເອົາຄົນພິການແມ່ນບູລິມະສິດຫຼັກສໍາລັບລັດຖະບານອົດສະຕຣາລີ ແລະ ບັນຫາຂ້າມຜ່ານໃນໂຄງການຊ່ວຍເຫຼືອຂອງພວກເຮົາ. ອົດສະຕຣາລີ ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ກະຊວງສຶກສາ ແລະ ກິລາ ສະໜອງການສຶກສາຊັ້ນປະຖົມທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນລາວ, ໂດຍບໍ່ຈຳກັດດ້ານຄວາມສາມາດ, ທາງດ້ານເພດ ຫຼື ຊົນເຜົ່າຂອງເຂົາເຈົ້າ.”
ທ່ານ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ກ່າວວ່າ “ຄູອາຈານແມ່ນມີບົດບາດສຳຄັນຢ່າງຍິ່ງໃນການສົ່ງເສີມແນວຄວາມຄິດ “ ບໍ່ປະໃຜ້ໄວ້ທາງຫຼັງ ”. ວຽກງານຂອງພວກເຮົາແມ່ນເພື່ອຮັບປະກັນວ່າຄູໄດ້ຮັບການສະຫນັບສະຫນູນຢ່າງພຽງພໍສໍາລັບການພັດທະນາທັກສະ ແລະ ສະຫນອງການສະຫນັບສະໜູນຢ່າງຕໍ່ເນື່ອງສໍາລັບຄູອາຈານ.
ງານສະເຫຼີມສະຫຼອງວັນຄົນພິການສາກົນ ຈັດຂື້ນເພື່ອສະແດງໃຫ້ເຫັນຄວາມມຸ່ງໝັ້ນຮ່ວມກັນ, ຂອງກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ຮ່ວມມືກັບອົດສະຕາລີ ໂດຍສະເພາະແມ່ນການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບຂອງເດັກພິການ.
ໃນງານນີ້ ຜູ້ເຂົ້າຮ່ວມຍັງໄດ້ທ່ຽວຊົມການວາງສະແດງອຸປະກອນການຮຽນ-ການສອນ ທີ່ຜະລິດໂດຍການຊ່ວຍເຫຼືອຂອງໂຄງການ BEQUAL, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງຂອງຄົນພິການ ໂດຍປະຕິບັດຕາມການຝຶກອົບຮົມຄູຝຶກສອນວິຊາສະເພາະ ແລະ ຄູຝຶກຂັ້ນແຂວງກ່ຽວກັບການສະໜັບສະໜູນນັກຮຽນພິການ.

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/68f0f9b20c09d58037560ee01bbc4291.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5420): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1270): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130