ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປກຊ ເປັນເຈົ້າຫລຽນຄໍາ ກິລາ ກ໊ອຟ ໃນຊຽງຂວາງ ເກມ 2022

Dec 19, 2022

ກ໊ອຟ ແຂ່ງຂັນກັນຢູ່ສະໜາມກ໋ອຟພູກູດທອງຄໍາ ເມືອງແປກ ເປັນເວລາ 3 ວັນ, ແຕ່ວັນທີ 15-17 ທັນວາ 2022, ມີຊີງໄຊທັງໝົດ 4 ຫລຽນຄຳ, 4 ຫລຽນເງິນ ແລະ 4 ຫລຽນທອງ.
ມີນັກກິລາຈາກ 3 ກະຊວງ, 14 ແຂວງ ແລະ 1 ນະຄອນຫລວງ ເຂົ້າຮ່ວມແຂ່ງຂັນ ຄື: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ນະຄອນ ຫລວງວຽງຈັນ, ອຸດົມໄຂ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື, ໄຊສົມບູນ ແລະ ແຂວງຊຽງຂວາງ ເຈົ້າພາບ. ຜ່ານການແຂ່ງຂັນ:
– ອັນດັບທີ 1: ກະຊວງປ້ອງກັນປະເທດ 2 ຫລຽນຄໍາ, 1 ຫລຽນເງິນ, ລວມ 3 ຫລຽນ.
– ອັນດັບທີ 2: ຊຽງຂວາງ 1 ຫລຽນຄໍາ, 1 ຫລຽນເງິນ, ລວມ 2 ຫລຽນ.
– ອັນດັບທີ 3: ກະຊວງປ້ອງກັນຄວາມສະຫງົບ 1 ຫລຽນຄໍາ, 1 ຫລຽນທອງ, ລວມ 2 ຫລຽນ.
– ອັນດັບທີ 4 ແຂວງສະຫວັນນະເຂດ ແລະ ແຂວງອຸດົມໄຊ ມີແຂວງລະ 1 ຫລຽນເງິນ.
– ອັນດັບທີ 6: ນະຄອນຫລວງວຽງຈັນ 2 ຫລຽນທອງ, ລວມ 2 ຫລຽນ.
– ອັນດັບທີ 7: ແຂວງສາລະວັນ 1 ຫລຽນທອງ.