ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີນີ້ ທົ່ວປະເທດຈະປ່ອຍປາໃຫ້ໄດ້ 62 ລ້ານໂຕ, ໃນນີ້ນະຄອນຫຼວງວຽງຈັນຈະປ່ອຍ 450.000 ໂຕ

Jul 14, 2023

ເພື່ອເຮັດໃຫ້ການກະກຽມການປ່ອຍປາ ເນື່ອງໂອກາດວັນປ່ອຍປາແຫ່ງຊາດ ແລະ ວັນຄ້າຍວັນເກີດຂອງທ່ານ ປະທານສຸພານຸວົງ ວັນທີ 13 ກໍລະກົດນີ້ໃຫ້ໄດ້ຮັບຜົນສຳເລັດຕາມແຜນ ແລະ ຄາດ ໝາຍທີ່ກຳນົດໄວ້
ທ່ານ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ສໍາພາດວ່າ: ກົມລ້ຽງສັດ ແລະ ການປະມົງໄດ້ສົມທົບກັບນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໂດຍສະເພາະຄະນະພັກຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການປ່ອຍປາ, ສັດນໍ້າ ແລະ ສັດປ່າ ເພື່ອຄືນຄວາມອຸດົມ ສົມບູນລົງສູ່ທໍາມະຊາດ ແລະ ແຫລ່ງນໍ້າຕ່າງໆ.
ສໍາລັບຢູ່ນະຄອນຫຼວງວຽງຈັນໄດ້ປະສານພະແນກກະສິກໍາ ແລະ ປ່າໄມ ນະຄອນຫຼວງວຽງຈັນ ກະກຽມສະຖານທີ່ປ່ອຍປາ, ພ້ອມທັງຕິດຕັ້ງປ້າຍໂຄສະນາຄໍາຂວັນຢູ່ຕາມສະຖານທີ່ຕ່າງໆ ນອກນີ້ຍັງໄດ້ອອກແຈ້ງການກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ຊຸກຍູ້ການຜະລິດສັດນໍ້າປະຈໍາປີ ພ້ອມທັງໄດ້ອອກແຈ້ງການກ່ຽວກັບການເຄື່ອນໄຫວການສ້າງຂະບວນການ ເນື່ອງໃນວັນປ່ອຍປາແຫ່ງຊາດ ແລະ ວັນອະນຸລັດສັດນໍ້າສັດປ່າໃນວັນທີ 13 ກໍລະກົດປີນີ້ ແນໃສ່ເຮັດໃຫ້ວັນສໍາຄັນນີ້ ມີຄວາມໝາຍ ແລະ ບັນລຸຕາມແຜນການທີ່ວາງໄວ້, ເຊຶ່ງການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວຕາມແຜນການຄາດຄະເນແມ່ນ ໃນວັນທີ 14 ກໍລະກົດ 2023. ສຳລັບຢູ່ນະຄອນຫຼວງວຽງຈັນສະຖານທີ່ແມ່ນຈະຈັດຢູ່ ບ້ານ ທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ສ່ວນປາທີ່ຈະປ່ອຍໃນປີນີ້ປະກອບມີຫລາຍຊະນິດປາ ໂດຍເນັ້ນໃສ່ຊະນິດປາພື້ນເມືອງເຊັ່ນ: ປາປາກ, ປາສ້ອຍ, ປາກົດ, ປາເໜັ້ນ, ປາຊວາຍ, ກົບ ແລະ ຊະນິດອື່ນໆ.
ທ່ານ ກາວີພອນ ພຸດທະວົງ ຫົວໜ້າກົມລ້ຽງສັດ ແລະ ການປະມົງໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດຂະບວນການປ່ອຍປາ ໃນໂອກາດວັນອະນຸລັກສັດນໍ້າສັດປ່າປີນີ້ເປັນຂະບວນກວ້າງຂວາງ, ທາງກົມລ້ຽງສັດ ແລະ ການປະມົງຍັງໄດ້ຊຸກຍູ້ໃຫ້ບັນດາເມືອງອ້ອມຂ້າງ ໂດຍສະເພາະແມ່ນສູນ, ສະຖານີໃຫ້ຂະຫຍາຍການລ້ຽງປາ ແລະ ສັດນໍ້າທຸກຮູບແບບ, ປັບປຸງເຕັກນິກ ພ້ອມທັງເພີ່ມທະວີການຜະລິດ ແລະ ສະໜອງແນວພັນປາ ແລະ ສັດນໍ້າໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ກໍຄືການສະໜອງລູກປາໃນວັນປ່ອຍປາແຫ່ງຊາດປີນີ້ໃຫ້ພຽງພໍກັບຄວາມຕ້ອງການ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງປະກອບສ່ວນ ແລະ ເອົາໃຈໃສ່ໃນການພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາປາ ແລະ ສັດນ້ໍາ ໃຫ້ຫຼາຍຂຶ້ນເພື່ອ ແນໃສ່ເພີ່ມຄວາມອຸດົມສົມບູນຂອງຊີວະນາໆພັນ ກໍຄືເປັນຊັບພະຍາກອນປະມົງອັນລໍ້າຄ່າ ທີ່ເປັນມໍລະດົກທາງທໍາມະຊາດຂອງຊາດໃຫ້ສາມາດຊົມໃຊ້ແບບຍືນຍົງ ແລະ ຢູ່ຄຽງຄູ່ກັບພວກເຮົາຕະຫຼອດໄປ.%
ໂດຍ: ບຸນຍັງ ພຸດສະຫວັດ