ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ADB ຊ່ວຍເຫລືອຫວຽດນາມ 2 ລ້ານໂດລາສະຫະລັດ ເພື່ອຟື້ນຟູຈາກພະຍຸຢາກິ

Sep 28, 2024

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 27 ກັນຍານີ້ວ່າ: ທະນາຄານພັດທະນາອາຊີ (ADB) ອະນຸມັດເງິນ ຈຳນວນ 2 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອລັດຖະບານ ຫວຽດ ນາມ ເຂົ້າໃນການສະໜອງບັນດາການບໍລິການຊ່ວຍບັນເທົ່າທຸກ ຢ່າງຮີບດ່ວນ ແລະ ມະນຸດສະທຳ ໃຫ້ແກ່ປະຊາຊົນທີ່ໄດ້ນັບຜົນກະທົບຈາກພະຍຸຢາກິ( Yagi) ຢູ່ພາກເໜືອຂອງຫວຽດນາມ.
ທ່ານ ຊານຕານູ ຊາກຣາບໍຕີ (Shantanu Chakraborty), ຜູ້ອຳນວຍການ ADB ປະຈຳ ສສ ຫວຽດນາມ ໃຫ້ຮູ້ວ່າ: ການ ຊ່ວຍເຫລືອຮີບດ່ວນຂອງ ADB ເພື່ອຮັບປະກັນ ໃຫ້ປະຊາຊົນ ທີ່ດຳລົງຊີວິດຢູ່ບັນດາເຂດຖືກໄພທຳມະຊາດ ສາມາດເຂົ້າເຖິງ ບັນດາການບໍລິການສາທາລະນະສຸກ ແລະ ສັງຄົມໂດຍພື້ນຖານ, ກໍຄືບັນດາແຫລ່ງກຳລັງ ເພື່ອສ້າງຊີວິດການເປັນຢູ່ ແລະ ການຫາເງິນລ້ຽງຊີບຄືນໃໝ່.