ON AIR

ຟັງວິທະຍຸ FM103.7Mhz ອອນລາຍ
Listen to Radio FM103.7Mhz Online

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງອຸດົມໄຊ 6 ເດືອນຕົ້ນປີ ຍັງບໍ່ທັນບັນລຸຕາມຄາດຫມາຍ

 

ຕະຫຼອດໄລຍະ 6 ເດືອນຕົ້ນປີ 2018 ທາງພະແນກການເງິນແຂວງອຸດົມໄຊ ໄດ້ພ້ອມກັນເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນເອງຢ່າງຕັ້ງໜ້າ ໂດຍສະເພາະແມ່ນວຽກງານແຜນງົບປະມານແຫ່ງລັດ ເຊິ່ງເຮັດໃຫ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນ ສາ ມາດເບີກຈ່າຍເງິນເດືອນ,ເງິນອຸດຫນູນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ແກ່ພະນັກງານ ຢ່າງເປັນປົກກະຕິ ແລະ ທັນກັບເວລາ ແຕ່ເຖິງຢ່າງໃດກໍຕາມ ເມື່ອທຽບ ໃສ່ຕົວເລກທິດທາງແຜນການລວມປະຈຳປີ ເຫັນວ່າຍັງບໍ່ທັນບັນລຸຕາມເປົ້າຫມາຍເທື່ອ.

ອີງຕາມການສະຫຼຸບຕີລາຄາ ຂອງສະພາປະຊາຊົນແຂວງອຸດົມໄຊ ໃນໂອກາດດໍາເນີນກອງປະຊຸມ ສະໄຫມສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ 1 ເຫັນວ່າ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນໄລຍະ 6 ເດືອນຕົ້ນປີ ຍັງບໍ່ທັນບັນ ລຸຕາມເປົ້າຫມາຍ ເຊິ່ງສະແດງອອກໃຫ້ເຫັນຄື ການຂຸດຄົ້ນແຫລ່ງລາຍຮັບທີ່ບົ່ມຊ້ອນພາຍໃນແຂວງ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເຊັ່ນ ການຈັດເກັບອາກອນຄ່າເຊົ່າລະຫວ່າງຄົນລາວກັບຄົນຕ່າງປະເທດຍັງບໍ່ຊອດຄ່ອງກັບມູນຄ່າຕົວຈິງ, ການຈັດເກັບລາຍຮັບກັບຫົວໜ່ວຍທຸ ລະກິດ ຍັງມີລັກສະນະຕໍ່ລອງ, ຜ່ອນສັ້ນຜ່ອນຍາວ ແລະ ເຊື່ອງອໍາຕົວເລກລາຍຮັບຂອງຫົວໜ່ວຍທຸລະກິດ ໂດຍລວມແລ້ວ ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງຫມົດ 54 ກວ່າຕື້ກີບ ເທົ່າກັບ 46 % ຂອງແຜນການປີ ໃນນັ້ນ ໄດ້ມາຈາກການຄຸ້ມຄອງລັດວິສາຫະກິດ, ຄ່າທຳນຽມ ແລະ ຄ່າບໍລິການ. ສ່ວນການຄຸ້ມຄອງລາຍຈ່າຍສາມາດປະຕິ ບັດໄດ້ 200 ກວ່າຕື້ກີບ ເທົ່າກັບ 47 %.

ສາເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ໃນໄລຍະ 6ເດືອນຕົ້ນປີ 2018 ບໍ່ໄດ້ຕາມແຜນນັ້ນ ແມ່ນເນື່ອງມາຈາກຫຼາຍບັນຫາ ເປັນຕົ້ນແມ່ນການວິເຄາະ, ວິໄຈ ແລະ ເກັບກໍາຖານຂໍ້ມູນຂອງຂະແໜງການຢູ່ຮາກຖານບໍ່ທັນແນ່ນອນ ແລະ ຊັດເຈນ, ຄວາມເປັນເຈົ້າການຂອງຂະແໜງການທີ່ກ່ຽວຂ້ອງ ທັງຂັ້ນແຂວງ ແລະ ເມືອງຍັງບໍ່ທັນໜັກແໜ້ນເທົ່າທີ່ຄວນ,ການແບ່ງຂັ້ນຄຸ້ມຄອງ ແລະ ການປະສານງານ ຍັງບໍ່ທັນໄປຕາມທິດສາມສ້າງ,ການສະໜອງງົບປະມານ ເພື່ອພັດທະນາຊົບພະຍາກອນມະນຸດ ໃຫ້ແກ່ກົງຈັກຊ່ວຍວຽກຂອງລັດຍັງບໍ່ທັນຕອບສະໜອງ ແລະ ບັນດາຂະແໜງ ການທີ່ມີລາຍຮັບຍັງບໍ່ທັນມີມາດຕະການທີ່ເຂັ້ມງວດໃນການຈັດເກັບລາຍຮັບເຂົ້າງົບປະມານ.

ເຖິງຢ່າງໃດກໍຕາມ ໃນໄລຍະ 6 ເດືອນທ້າຍປີນີ້ ທາງຂະແໜງການທີ່ກ່ຽວຂ້ອງ ກໍຄື ອົງການປົກຄອງແຂວງ ຈະໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂ ແລະ ຈັດຕັ້ງປະຕິບັດໃຫ້ດີຂຶ້ນ ແລະ ບັນລຸຕາມເປົ້າຫມາຍທີ່ວາງໄວ້.

 

ບົດຈາກ: ຄານມະນີ ຮຽນດໍຈັນ

ບົດບາດ ຂອງ ສປ ຈີນ ໃນອົງການຮ່ວມມືຊຽງໄຮ້ (SCO)

ໂດຍ: ນ. ພິມມະສອນ ອິນແສງ, ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ

 

ສປ ຈີນ ໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາ ໂດຍຢຶດຖື ແລະ ພັດທະນາສັງຄົມນິຍົມແບບມີສີສັນຂອງຈີນ, ເປີດກວ້າງການຮ່ວມມືກັບສາກົນ ຊຶ່ງໄດ້ກາຍເປັນນະໂຍບາຍການຕ່າງປະເທດຫຼັກຂອງຈີນໃນການພົວພັນຮ່ວມມືກັບສາກົນ ໂດຍສະເພາະພາຍຫຼັງການເປີດປະເທດທາງດ້ານເສດຖະກິດ ໃນປີ 1986.   ພາຍຫຼັງການກ້າວເຂົ້າສູ່ສັດຕະວັດທີ 21 ນະໂຍບາຍການຕ່າງປະເທດຂອງ ສປ ຈີນ ໄດ້ມີການປ່ຽນແປງ, ໂດຍອີງໃສ່ສະພາບການສາກົນທີ່ມີການປ່ຽນແປງທິດທາງໄປສູ່ການເມືອງແບບຫຼາຍຂົ້ວ ແລະ ການຂະຫຍາຍຕົວຂອງລະບອບປະຊາທິປະໄຕ, ສປ ຈີນ ໄດ້ວາງເປົ້າໝາຍແນວທາງການຕ່າງປະເທດອອກຢ່າງຈະແຈ້ງ ໂດຍເນັ້ນໜັກການໄດ້ຮັບການຍອມຮັບຈາກປະຊາຄົມໂລກ, ຂະຫຍາຍການຮ່ວມມື ຫຼີກເວັ້ນການຖືກໂດດດ່ຽວ, ຕັ້ງໜ້າປະຕິບັດຕາມແນວທາງການສ້າງການຮ່ວມມືທາງດ້ານເສດຖະກິດ ແລະ ສ້າງທິດສະດີນະໂຍບາຍການຕ່າງປະເທດທີ່ເອີ້ນວ່າ “ສ້າງສັນຕິພາບໃນໂລກ” ໂດຍມີແນວທາງໃນການປົກປັກຮັກສາ ແລະ ເສີມສ້າງສັນຕິພາບໃນພາກພື້ນ ແລະ ໃນໂລກ.

ສປ ຈີນ ໄດ້ກາຍເປັນກໍາລັງແຮງໃຫ້ແກ່ການພັດທະນາພາຍໃນພາກພື້ນ ໂດຍອາໄສຄວາມໄດ້ປຽບທາງດ້ານປະຊາກອນ, ໃນຕົ້ນປີ 2017 ນັກທ່ອງທ່ຽວຈາກຈີນ ໄດ້ສ້າງລາຍຮັບອັນມະຫາສານໃຫ້ແກ່ບັນດາປະເທດອ້ອມຂ້າງໂດຍສະເພາະແມ່ນບັນດາປະເທດ ອາຊຽນ ທີ່ມີຍອດລາຍຮັບເພີ່ມຂຶ້ນຈາກນັກທ່ອງທ່ຽວຊາວຈີນ. ໃນປີ 2016, ປະຊາຊົນຈີນໄດ້ໃຊ້ຈ່າຍໃນການທ່ອງທ່ຽວນອກປະເທດເຖິງ 109.8 ຕື້ໂດລາສະຫະລັດ; ດ້ານເສດຖະກິດ ສປ ຈີນເປັນຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກ ໂດຍໃນໄລຍະ 5 ປີມານີ້ ຈີນ ມີຄວາມຕ້ອງການສິນຄ້ານໍາເຂົ້າມູນຄ່າກວ່າ 10.000 ຕື້ໂດລາສະຫະລັດ. ສປ ຈີນ ໄດ້ໃຫ້ຄວາມສໍາຄັນອັນເປັນບູລິມະສິດໃນການດໍາເນີນວຽກງານການຕ່າງປະເທດກັບປະເທດອ້ອມຂ້າງ ດັ່ງສຸພາສິດຂອງຈີນໄດ້ກ່າວໄວ້ວ່າ: “ພີ່ນ້ອງທາງໄກ ບໍ່ທໍ່ກັບເພື່ອນບ້ານທີ່ຢູ່ໃກ້” ຕໍ່ນະໂຍບາຍດັ່ງກ່າວ ສປ ຈີນ ໄດ້ສ້າງຂໍ້ລິເລີ່ມການຮ່ວມມືໃນຮູບແບບຕ່າງໆເຊັ່ນ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” (BRI), ການຮ່ວມມືຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (LMC), ບັນດາປະເທດຕະຫຼາດເສດຖະກິດໃໝ່ (BRICS), ການຮ່ວມມືໂບອາວ (BOAO) ແລະ ອື່ນໆ.​ ນອກຈາກນີ້, ຍັງມີການຮ່ວມມືລະຫວ່າງ ສປ ຈີນ ກັບ ອາຊີກາງ ຫຼື ເອີ້ນວ່າ “ເຂດເຊື່ອມຈອດທາງລະຫວ່າງອາຊີ ແລະ ເອີຣົບ (Eurasian)” ເຊິ່ງເປັນເສັ້ນທາງດັ່ງເດີມຂອງເສັ້ນທາງສາຍໄໝທີ່ເຊື່ອມຈອດທາງດ້ານການຄ້າລະຫວ່າງສອງທະວີບ ແລະ ການຮ່ວມມືໜຶ່ງທີ່ສໍາຄັນລະຫວ່າງສອງພາກພື້ນນີ້ແມ່ນການຮ່ວມມື ຊຽງໄຮ້ ເຊິ່ງເປັນກົນໄກທີ່ສໍາຄັນໃນການເສີມຂະຫຍາຍການພົວພັນດ້ານຕ່າງໆຢ່າງຕັ້ງໜ້າ.

ອົງການຮ່ວມມື ຊຽງໄຮ້ ຫຼື Shanghai Cooperation Organization (SCO) ເປັນອົງການການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ຄວາມໝັ້ນຄົງ ລະຫວ່າງທະວີບອາຊີ ແລະ ອາຊີກາງ (Eurasian). ຊຶ່ງໄດ້ຮັບການ ສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 2001 ທີ່ ຊຽງໄຮ້, ສປ ຈີນ ໂດຍການເຂົ້າຮ່ວມຂອງຜູ້ນໍາ 6 ປະເທດ ຄື:   ສປ ຈີນ, ກາຊັກສະຖານ, ກຽກກິດສະຖານ, ຣັດເຊຍ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ ແລະ ໄດ້ມີການລົງນາມຮັບຮອງເອົາຖະແຫຼງການຮ່ວມມື ຊຽງໄຮ້, ຢູ່ໃນຖະແຫຼງການດັ່ງກ່າວ ຍັງໄດ້ລະບຸການເປີດກວ້າງສູ່ພາຍນອກ ໂດຍມີຈຸດປະສົງເພື່ອຍົກລະດັບການຮ່ວມມືໃຫ້ກວ້າງຂວາງອອກໄປ, ຈົນມາຮອດເດືອນກໍລະກົດ ປີ 2005 ໃນກອງປະຊຸມສຸດຍອດຢູ່ ນະຄອນຫຼວງ ອັດສະຕານາ ປະເທດ ກາຊັກສະຖານ  ແລະ ໄດ້ມີ 4 ປະເທດເຂົ້າຮ່ວມເປັນປະເທດສັງເກດການ ຄື: ອິນເດຍ, ອີ່ຣ່ານ, ມົງໂກລີ ແລະ ປາກິດສະຖານ ແລະ  ໃນເດືອນກໍລະກົດ ປີ 2015, ກອງປະຊຸມສຸດຍອດທີ່ຣັດເຊຍ ໄດ້ຍົກລະດັບປະເທດ ອິນເດຍ ແລະ ປາກິດສະຖານ ເຂົ້າເປັນສະມາຊິກ ແລະ ໄດ້ມີການຮັບຮອງຢ່າງເປັນທາງການໃນວັນທີ 9 ມິຖຸນາ 2017. ນັບແຕ່ປີ 2007,  SCO  ໄດ້ລິເລີ່ມໂຄງການຂະໜາດໃຫຍ່ 20 ກວ່າໂຄງການ ທາງດ້ານຄົມມະນາຄົມ, ພະລັງງານ, ສື່ສານຄົມມະນາຄົມ ແລະ ຈັດການປະຊຸມທີ່ກ່ຽວຂ້ອງກັບ ຄວາມໝັ້ນຄົງ, ປ້ອງກັນຊາດ, ການຮ່ວມມືຕ່າງປະເທດ, ເສດຖະກິດ, ວັດທະນະທໍາ, ການທະນາຄານ ແລະ ອື່ນໆຂອງປະເທດສະມາຊິກ. ນອກຈາກນັ້ນ,  ຍັງໄດ້ສ້າງຕັ້ງການເປັນຄູ່ຮ່ວມກັບບັນດາອົງການຈັດຕັ້ງສາກົນເຊັ່ນ: ອົງການສະຫະປະຊາຊາດ (UN) ໃນປີ 2004, ບັນດາລັດເອກະລາດໃນເຄືອຈັກກະພົບ (Commonwealth of Independent States) ໃນປີ 2005, ອາຊຽນ (ASEAN)ໃນປີ 2005, ອົງການສົນທິສັນຍາຄວາມໝັ້ນຄົງຮ່ວມ (Collective Security Treaty Organization ), ອົງການຮ່ວມມືດ້ານເສດຖະກິດໃນປີ 2007, ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ໃນປີ 2011, ກອງປະຊຸມວ່າດ້ວຍການຊອກມາດຕະການສ້າງຄວາມໄວ້ວາງໃຈໃນອາຊີ (the Conference on Interaction and Confidence-Building Measures in Asia/CICA) ໃນປີ 2014, ຄະນະກຳມະການດ້ານເສດຖະກິດ ແລະ ສັງຄົມ ຂອງສະຫະປະຊາຊາດສໍາລັບ ອາຊີ ແລະ ປາຊີຟິກ (the United Nations Economic and Social Commission for Asia and the Pacific) ໃນປີ 2015.

ອົງການຮ່ວມມືຊຽງໄຮ້ ມີຈຸດປະສົງຫຼັກເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ມິດຕະພາບຖານບ້ານໄກ້ເຮືອນຄຽງ ລະຫວ່າງ ບັນດາປະເທດສະມາຊິກ, ປົກປັກຮັກສາ ແລະ ຮັບປະກັນໃຫ້ພາກພື້ນມີສັນຕິພາບ, ຄວາມປອດໄພ ແລະ ສະຖຽນລະພາບ, ຊຸກຍູ້ສ້າງກົດລະບຽບໃໝ່ດ້ານເສດຖະກິດທີ່ມີປະຊາທິປະໄຕ, ຍຸຕິທໍາ ແລະ ສົມເຫດສົມຜົນ. SCO ຈັດກອງປະຊຸມສຸດຍອດລະດັບປະມຸກລັດໃນທຸກໆປີ ໂດຍມີການໝູນວຽນກັນເປັນເຈົ້າພາບ ລະຫວ່າງ ປະເທດສະມາຊິກ, ກອງປະຊຸມສຸດຍອດຄັ້ງທໍາອິດໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2001 ທີ່ນະຄອນຊຽງໄຮ້ ແລະ ໄດ້ໝູນວຽນຈັດຢູ່ແຕ່ລະປະເທດສະມາຊິກ ຈົນຮອດຄັ້ງລ້າສຸດ 2017 ແມ່ນໄດ້ຈັດຂຶ້ນຢູ່ເມືອງ ຊິງຕາວ ແຂວງຊານຕົງ, ສປ ຈີນ. ໃນປີ 2018 ນີ້ ເປັນປີຄົບຮອບ 17 ປີ ນັບຕັ້ງແຕ່ໄດ້ມີການສ້າງຕັ້ງເປັນຕົ້ນມາ, SCO ໄດ້ກ້າວຜ່ານສີ່ໄລຍະແຫ່ງການພັດທະນາ ໂດຍແບ່ງເປັນແຕ່ລະໄລຍະດັ່ງນີ້:

  • ໄລຍະທີ 1 (1996-2001): ເປັນໄລຍະແຫ່ງການແຕກໜໍ່ຈໍ່ແໜງ, ພາຍຫຼັງການລົ່ມສະຫຼາຍຂອງອະດີດສະຫະພາບໂຊວຽດ, ສປ ຈີນ ແລະ ປະເທດອະດີດສະຫະພາບໂຊວຽດ ໄດ້ຊອກຫາກາລະໂອກາດໃໝ່ໃນການຮ່ວມມື, ສ້າງຄວາມເຫັນອົກເຫັນໃຈ ເຊິ່ງກັນ ແລະ ກັນ, ເລີ່ມຕົ້ນການເຈລະຈາເພື່ອແກ້ໄຂບັນຫາທີ່ຫຼົງເຫຼືອຫຼັງສົງຄາມ.
  • ໄລຍະທີ 2 (2001-2004): ເປັນໄລຍະແຫ່ງການເລີ່ມຕົ້ນການສ້າງສາ, ໂດຍໃນໄລຍະນີ້ຈຸດໜັກແມ່ນເນັ້ນໃສ່ການປົວແປງພາຍໃນເຮັດໃຫ້ການຮ່ວມມືເປັນໄປຢ່າງມີລະບົບ. ໃນນັ້ນ, ໄດ້ປະກາດການສ້າງຕັ້ງ ໂດຍໃນວັນທີ 14-15 ມິຖຸນາ 2001 ໄດ້ມີການລົງນາມສ້າງຕັັ້ງ “ອົງການຮ່ວມມືຊຽງໄຮ້” ຢ່າງເປັນທາງການໃນກອງປະຊຸມສຸຍອດຄັ້ງທໍາອິດ ທີ່ນະຄອນຊຽງໄຮ້ ສປ ຈີນ ແລະ ໄດ້ມີການກຳນົດກົດລະບຽບຕ່າງໆ ພ້ອມນັ້ນ ກໍໄດ້ມີການຈັດຕັ້ງໂຄງຮ່າງການຈັດຕັ້ງຕ່າງໆ.
  • ໄລຍະທີ 3 (2004-2017): ເປັນໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ນອກຈາກຈະມີການກໍ່ສ້າງພາຍໃນແລ້ວ, SCO ໄດ້ເພີ່ມທະວີການຮ່ວມມືກັບພາຍນອກ ສະແດງອອກໃນການຂະຫຍາຍສະມາຊິກເພີ່ມຕື່ມຈາກ 6 ປະເທດ ເປັນ 8 ປະເທດ ແລະ ຮັບເອົາ 4 ປະເທດສັງເກດການ, 6 ປະເທດຄູ່ຮ່ວມເຈລະຈາ ແລະ ເພີ່ມການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ຖືໄດ້ວ່າເປັນອົງກອນການຮ່ວມມືທີ່ມີຄູ່ຮ່ວມທີ່ໃຫຍ່ທີ່ສຸດໃນຂົງເຂດອາຊີເອີຣົບ.
  • ໄລຍະທີ 4 (ເດືອນມິຖຸນາ 2017 – ປະຈຸບັນ): ແມ່ນໄລຍະປັບປຸງ ແລະ ພັດທະນາ. SCO ໄດ້ບັນລຸ ບັນດາເປົ້າໝາຍ ແລະ ຈຸດປະສົງທີ່ໄດ້ວາງໄວ້, ເຊິ່ງສະແດງອອກໃຫ້ເຫັນດັ່ງນີ້: ບົດບາດ ຂອງ SCO ຢູ່ໃນພາກພື້ນໄດ້ເພີ່ມຂຶ້ນ, ປະຊາກອນເພີ່ມຂຶ້ນຈາກ 25% ເປັນ 44%, GDP ເພີ່ມຂຶ້ນຈາກ 15% ເປັນ 25%, ແລະ ໄດ້ຂະຫຍາຍການຮ່ວມມື ໄປສູ່ຂົງເຂດຕ່າງໆ.

 

ອົງການຮ່ວມມືຊຽງໄຮ້ ເປັນອົງກອນທີ່ມີທັງກາລະໂອກາດອັນໃໝ່ແຫ່ງການຮ່ວມມື ລະຫວ່າງ ສປ ຈີນ ກັບບັນດາປະເທດຕ່າງໆ ບໍ່ພຽງແຕ່ເປັນໝາກຜົນແຫ່ງການດໍາເນີນການທູດແບບໃໝ່ ທີ່ເນັ້ນໃສ່ການເສີມສ້າງສັນຕິພາບຢູ່ໃນພາກພື້ນ ແລະ ໃນໂລກ, ໂດຍສະເພາະ ແມ່ນເປັນໜຶ່ງໃນຍຸດທະສາດ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນການເພີ່ມທະວີການຂະຫຍາຍຕົວທາງດ້ານເສດຖະກິດໃຫ້ແກ່ບັນດາປະເທດສະມາຊິກ, ເພື່ອເປັນການດຸ່ນດ່ຽງ ແລະ ຮັດແຄບຊ່ອງຫວ່າງທາງດ້ານເສດຖະກິດ ລະຫວ່າງ ຕາເວັນອອກ ແລະ ຕາເວັນຕົກ. ສະຫຼຸບລວມແລ້ວ, ອົງການຮ່ວມມື ຊຽງໄຮ້ ເປັນອົງກອນທີ່ມີທ່າແຮງໃນການຂະຫຍາຍຕົວທີ່ໃຫຍ່ສົມຄວນ, ເປັນການຮັດແໜ້ນການພົວພັນທາງດ້ານຕ່າງໆ ລະ ຫວ່າງ ທະວີບອາຊີ ແລະ ເອີຣົບ. ກອງປະຊຸມລ້າສຸດທີ່ໄດ້ຈັດຂຶ້ນຢູ່ ຊິງຕາວ ເປັນການທົບທວນຄືນການເຄື່ອນໄຫວຕະຫຼອດໄລຍະ 17 ປີ ຂອງອົງກອນທີ່ມີບົດບາດຕໍ່ການປ່ຽນແປງຂອງພາກພື້ນ ແລະ ຂອງໂລກ, ພ້ອມທັງເປັນເວທີໃຫ້ແກ່ບັນດາປະເທດໃນການເພີ່ມທະວີການພັດທະນາທາງດ້ານເສດຖະກິດ ກໍຄືດ້ານອື່ນໆ.

ເດືອນກັນຍາ ແລະ ເດືອນຕຸລາ 2013, ໃນໂອກາດທີ່ ທ່ານ ສີຈີ້ນຜິງ ປະທານປະເທດ ສປ ຈີນ ຢ້ຽມຢາມກາຊັກສະຖານ ແລະ ອິນໂດເນເຊຍ, ທ່ານໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການສ້າງເຂດເສດສະຖານເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລ ໃນສັດຕະວັດທີ 21 ອອກມາ. ໃນກອງປະຊຸມລະນຶກການຄົບຮອບ 5 ປີ ຂອງວຽກງານກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກີ່ງໃນຫວ່າງມໍ່ໆນີ້, ທ່ານ ສີຈີ້ນຜິງ ກ່າວວ່າ: ການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ໄປຕາມຄວາມຮຽກຮ້ອງຕ້ອງການພາຍໃນຂອງການປະຕິຮູບລະບົບການບໍລິຫານທົ່ວໂລກ, ອັນໄດ້ສະແດງໃຫ້ເຫັນເຖິງແນວຄິດກ່ຽວກັບປະຊາຊົນຮ່ວມຊາຕາກຳທີ່ຮ່ວມທຸກຮ່ວມສຸກນຳກັນ ແລະ ແບ່ງກັນຫາບແບກໜ້າທີ່ຮັບຜິດຊອບ ແລະ ໄດ້ອຳນວຍແນວຄິດໃໝ່ ແລະ ແຜນການໃໝ່ໃຫ້ແກ່ການປະຕິຮູບລະບົບບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນຕື່ມ.

ຄຳກ່າວຂອງ ທ່ານ ສີຈີ້ນຜິງ ດັ່ງກ່າວໄດ້ອະທິບາຍຢ່າງເລິກເຊິ່ງຕໍ່ຄວາມໝາຍດ້ານເລື່ອງຄວາມເປັນຈິງ ແລະ ດ້ານປະຫວັດສາດຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄື: ຂໍ້ລິເລີ່ມນີ້ບໍ່ພຽງແຕ່ຈະຊຸກຍູ້ໃຫ້ຈີນຮ່ວມມືກັບທົ່ວໂລກໃນດ້ານເສດຖະກິດທໍ່ນັ້ນ, ທັງຈະຊຸກຍູ້ການປະຕິຮູບລະບົບການບໍລິຫານທົ່ວໂລກ ແລະ ການສ້າງປະຊາຄົມຮ່ວມຊາຕາກຳທົ່ວມວນມະນຸດ. ທີ່ຈິງແລ້ວ, ໃນໄລຍະຕົ້ນແຫ່ງການສະເໜີຂໍ້ລິເລີ່ມນີ້ອອກເມື່ອ 5 ປີກ່ອນ, ທົ່ວໂລກອາດຈະຍັງບໍ່ທັນຄາດຄະເນເຖິງກຳລັງແຮງບົ່ມຊ້ອນ ແລະ ຄຸນຄ່າອັນລໍ້າເລີດຂອງຂໍ້ລິເລີ່ມນີ້. ມາຮອດຊູ່ມື້ນີ້, ທົ່ວໂລກໄດ້ມີ 100 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນຕັ້ງໜ້າສະໜັບສະໜູນ ແລະ ເຂົ້າຮ່ວມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລ້ວ, ມູນຄ່າການຄ້າດ້ານສິນຄ້າລະຫວ່າງຈີນກັບບັນດາປະເທດໃນຂອບ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຫຼາຍກວ່າ 5 ພັນຕື້ໂດລາສະຫະລັດ, ການລົງທຶນໂດຍກົງຫຼາຍກວ່າ 60 ຕື້ໂດລາສະຫະລັດ ແລະ ໄດ້ສ້າງອາຊີບ 2 ແສນກວ່າຕຳແໜ່ງ; ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ຮັບການລະບຸໄວ້ໃນມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ສະພາຄວາມໝັ້ນຄົງ ສປຊ ທົ່ວປະຊາຄົມໂລກໄດ້ຍອມຮັບ.

ທ່ານ ມາຕິນ ຢັກ ສາດສະດາຈານຂອງມະຫາວິທະຍາໄລແຄັມບຣິດຈ໊ ຂອງອັງກິດກ່າວວ່າ: ຈີນໄດ້ດຶງດູດໃຈຫຼາຍປະເທດທົ່ວໂລກ, ເພາະວ່າປະເທດເຫຼົ່ານີ້ໄດ້ເຫັນຄວາມອາດເປັນໄປໄດ້ອັນໃໝ່ນີ້ກໍ່ຄື ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ສະໜອງແນວຄິດໃໝ່ທີ່ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ ໃຫ້ແກ່ການປະຕິຮູບລະບົບການບໍລິຫານທົ່ວໂລກ. ປັດຈຸບັນ, ທົ່ວໂລກກຳລັງເກີດຄວາມຂັດແຍ້ງກັນດ້ານການຄ້າ ແລະ ສ້າງກຳແພງພາສີຂຶ້ນເລື້ອຍໆ, ຂະບວນໂລກາພິວັດດ້ານເສດຖະກິດ ແລະ ລະບຽບການຫຼາຍຝ່າຍກຳລັງຖືກກະທົບ, ທັດສະນະ ແລະ ພຶດຕິກຳຂອງການບໍລິຫານໃນແຕ່ກ່ອນ ບໍ່ສາມາດຕອບສະໜອງຄວາມຕ້ອງການແຫ່ງການປ່ຽນແປງຂອງສະຖານະພາບການເມືອງເສດຖະກິດສາກົນ. ມະນຸດເຮົາຈະເດີນໄປສູ່ທິດໃດ? ທາງອອກຢູ່ໃສ? ເຊິ່ງບັນຫາເຫຼົ່ານີ້ຂໍໃຫ້ມະນຸດເຮົາຈົ່ງໄປຄົ້ນຫາໂດຍຜ່ານຈາກທັດສະນະຄະຕິທີ່ປຶກສາຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ອາດຈະເປັນໄປໄດ້.

ການປຶກສາຮ່ວມກັນ ຄືທຸກວຽກໃຫ້ທຸກຝ່າຍປຶກສາຫາລືກັນ, ບໍ່ຄວນໃຫ້ຝ່າຍໃດໜຶ່ງເປັນຜູ້ຊີ້ຂາດຕັດສິນ, ນີ້ໄດ້ສະແດງໃຫ້ເຫັນເຖິງ “ຄວາມສະເໝີພາບ” ທີ່ເປັນຂໍ້ສຳຄັນໃນການບໍລິຫານທົ່ວໂລກໃນຍຸກນີ້. ປັດຈຸບັນ, ບັນດາປະເທດທີ່ພວມພັດທະນາລ້ວນແຕ່ມີຄວາມຕ້ອງການຢ່າງແຮງກ້າໃນການເລັ່ງລັດສ້າງສາຫັ່ນເປັນອຸດສາຫະກຳ ແລະ ຫັ່ນເປັນຕົວເມືອງ, ບັນລຸຄວາມເປັນເອກະລາດດ້ານເສດຖະກິດ ແລະ ສ້າງຊາດໃຫ້ຈະເລີນ, ແຕ່ຍ້ອນຝ່າຍຕາເວັນຕົກເປັນຝ່ານທີ່ວາງລະບຽບການສາກົນ ແລະ ຈຳກັດສິດປະກອບຄຳເຫັນໃນອົງການກອງທຶນເງິນຕາສາກົນ (IMF) ທະນາຄານໂລກ ແລະ ອົງການຈັດຕັ້ງສາກົນອື່ນໆ, ເຮັດໃຫ້ປະເທດທີ່ພວມພັດທະນາຢ່າງພຽງພໍ. ຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ອອກ ໄດ້ເນັ້ນຫຼັກການປຶກສາຫາລືຮ່ວມກັນ, ສ້າງທະນາຄານລົງທຶນກໍ່ສ້າງພື້ນຖານໂຄງລ່າງອາຊີ, (AIIB) ກອງທຶນເສັ້ນທາງສາຍໄໝ ແລະ ອື່ນໆ, ກໍ່ແມ່ນເພື່ອຫວັງຢາກໃຫ້ປະເທດທັງໝົດມີສິດປະກອບຄຳເຫັນ ແລະ ສິດການພັດທະນາຢ່າງສະເໝີພາບກັນ ບົນພື້ນຖານທີ່ເຄົາລົບຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດທີ່ລຽບຕາມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ເຮັດແນວນີ້ມີຜົນດີຕໍ່ການຍົກເລີກຄວາມເປັນໃຈກາງ, ລົບລ້າງແນວຄິດທີ່ເປັນເຈົ້າອຳນາດໃຫ້ຝ່າຍໃດຝ່າຍໜຶ່ງ.

ການສ້າງສາຮ່ວມກັນກໍ່ຄື ຕ້ອງການໃຫ້ໝົດທຸກຄົນເຂົ້າຮ່ວມການສ້າງສານຳກັນ, ບໍ່ສ້າງເປັນກຸ່ມ, ນີ້ແມ່ນສະແດງໃຫ້ເຫັນເຖິງ “ການເປີດປະຕູ” ທີ່ເປັນຂໍ້ສຳຄັນທີ 2 ຂອງການບໍລິຫານທົ່ວໂລກໃນສະໄໝນີ້. ຕະຫຼອດໄລຍະ 5 ປີມາ,  “ໜຶ່ງແລວ ໜຶ່ງເສັ້ນທາງ” ເຖິງຈະຖືກຝ່າຍຕາເວັນຕົກວິຈານເລື້ອຍໆກໍ່ຕາມ ແຕ່ພຶດຕິກຳຕົວຈິງໄດ້ຢັ້ງຢືນໃຫ້ເຫັນວ່າ “ໜຶ່ງແລວ ໜຶ່ງເສັ້ນທາງ” ບໍ່ແມ່ນກຸ່ມກ້ອນ ແຕ່ແມ່ນການຮັບເອົາເພື່ອນມິດໃນວົງກວ້າງ ເຊິ່ງໄດ້ເຊື່ອມຕໍ່ກັບ “ສະຫະພັນເສດຖະກິດເອີລົບອາຊີ” ທີ່ສະເໜີໂດຍຣັດເຊຍ, “ແຜນການລວມແຫ່ງການສ້າງອາຊຽນເຊື່ອມຈອດເປັນອັນໜຶ່ງອັນດຽວກັນ”, “ໃຈກາງເສດຖະກິດພາກເໜືອອັງກິດ” ຂອງອັງກິດ, “ວິໄສທັດ 2030” ຂອງຊາວອາຣັບບີ ຊາອຸດິດ ແລະ “ແຜນການລົງທຶນເອີລົບ”, ເຮັດໃຫ້ໂຄງການຮ່ວມມືສາກົນທີ່ສຳຄັນຕ່າງໆເຊັ່ນ: ທາງລົດໄຟຈີນ-ເອີລົບ, ທ່າກຳປັ່ນເບເລເອຟສຂອງເກຼັກ, ທໍ່ສົ່ງອາຍແກສທຳມະຊາດຈີນ-ມ້ຽນມ້າ ແລະ ສວນອຸດສາຫະກຳຈີນ-ເລລາລຸດຊີ ໄດ້ນຳເອົາຜົນປະໂຫຍດແທ້ຈິງມາໃຫ້ຈີນ ແລະ ປະເທດຕ່າງໆກໍ່ຄື ປະເທດ ແລະ ປະຊາຊົນທີ່ຢູ່ລຽບຕາມເສັ້ນທາງດັ່ງກ່າວ. ເໝືອນດັ່ງ ທ່ານ ສີຈີ້ນຜິງ ເນັ້ນໜັກວ່າ: ການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຮ່ວມກັນ ແມ່ນຂໍ້ລິເລີ່ມດ້ານການຮ່ວມມືເສດຖະກິດ, ບໍ່ແມ່ນສ້າງພັນທະມິດດ້ານການເມືອງ ຫຼື ການທະຫານກັບປະເທດອ້ອມຂ້າງ; ແມ່ນຂະບວນວິວັດທີ່ເປີດປະຕູທີ່ມີຄວາມໂອບເອື້ອຍອາລີ, ບໍ່ແມ່ນການປິດປະຕູໄວ້ເພື່ອສ້າງກຸ່ມພັນທະມິດຈີນ, ບໍ່ຫຼີ້ນເກມທີ່ຍາດເອົາຜົນປະໂຫຍດຈາກຄວາມເສຍຫາຍຂອງຄົນອື່ນ, ຂໍແຕ່ວ່າປະເທດໃດຢາກເຂົ້າຮ່ວມ ຈີນກໍ່ຕ້ອນຮັບເຊັ່ນກັນ. ເປັນອັນແນ່ນອນແລ້ວວ່າທັງໝົດເຫຼົ່ານີ້ແມ່ນໄດ້ກະທົບເຖິງລະບຽບການທີ່ຂົ່ມເຫັງຜູ້ອ່ອນແອກວ່າຂອງປະເທດຈຳນວນໜຶ່ງ.

ການຊົມໃຊ້ຮ່ວມກັນ ໝາຍເຖິງວ່າທຸກຝ່າຍຊົມໃຊ້ໝາກຜົນແຫ່ງການພັດທະນາ, ຈະບໍ່ໃຫ້ຜູ້ໃດເປັນຜູ້ຊະນະເລີດ ແລະ ກວມເອົາຜົນປະໂຫຍດທັງໝົດໄປ, ນີ້ໄດ້ສະແດງໃຫ້ເຫັນເຖິງ “ສົ່ງຜົນປະໂຫຍດໃຫ້ທົ່ວເຖິງ” ທີ່ເປັນຂໍ້ສຳຄັນທີ 3 ໃນການບໍລິຫານທົ່ວໂລກ. ທ່ານປະທານ ສີຈີ້ນຜິງ ເຄີຍກ່າວຫຼາຍເທື່ອວ່າ “ໜຶ່ງແລວ ໜຶ່ງເສັ້ນທາງ” ແມ່ນລິເລີ່ມຈາກປະເທດຈີນ, ແຕ່ໂອກາດ ແລະ ໝາກຜົນແມ່ນຢູ່ນຳທົ່ວໂລກ. ໃນເວລາກ່າວສູນທອນພົດໃນຫວ່າງມໍ່ໆນີ້, ທ່ານ ສີຈີ້ນຜິງ ກ່າວເປັນພິເສດວ່າ ຕ້ອງຊຸກຍູ້ໃຫ້ການສ້າງສາ “ໜຶ່ງແລວ ໜຶ່ງເສັ້ນທາງ” ລົງສູ່ລວງເລິກຢ່າງແທ້ຈິງ, ເນັ້ນການສ້າງໂຄງການທີ່ເອົາໃຈໃສ່ນຳໂຄງການທີ່ຕ້ອງການດ່ວນ, ນຳຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນປະເທດຕ່າງໆ, ເຊິ່ງຈຸດປະສົງກໍ່ແມ່ນເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຢູ່ບັນດາປະເທດລຽບຕາມເສັ້ນທາງນີ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ເປັນອັນແນ່ນອນແລ້ວວ່າ ທັງໝົດເຫຼົ່ານີ້ແມ່ນໄດ້ປະລະແນວຄິດທີ່ຫຼີ້ນເກມທີ່ຍາດເອົາຜົນປະໂຫຍດຈາກຄວາມເສຍຫາຍຂອງຄົນອື່ນ.

ໃນໄລຍະ 5 ປີມານີ້ ການສ້າງສາທີ່ນຳເອົາຜົນປະໂຫຍດຮ່ວມກັນ ບໍ່ພຽງແຕ່ຊຸກຍູ້ໃຫ້ທົ່ວໂລກຮ່ວມມືກັນດ້ານເສດຖະກິດ ແລະ ກໍ່ໄດ້ທຳການຊອກຄົ້ນເປັນຢ່າງດີ ຕໍ່ການສ້າງລະບົບບໍລິຫານທົ່ວໂລກໃຫ້ຄົບຖ້ວນສົມບູນ. ຈະເດີນໄປສູ່ຂັ້ນຕອນຕໍ່ໄປແນວໃດ? ທ່ານປະທານ ສີຈີ້ນຜິງ ຊີ້ອອກວ່າ: ຕ້ອງຊຸກຍູ້ໃຫ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ພັດທະນາດ້ວຍຄຸນນະພາບດີ ແລະ ໃຫ້ໄດ້ຮັບໝາກຜົນແທ້ຈິງຫຼາຍກວ່າເກົ່າ. ຂໍແຕ່ວ່າປະເທດຕ່າງໆເຄົາລົບຫຼັກການປຶກສາຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, “ໜຶ່ງແລວ ໜຶ່ງເສັ້ນທາງ” ຍອມຈະນຳເອົາຫຼາຍສິ່ງຫຼາຍຢ່າງມາໃຫ້ທົ່ວໂລກກໍ່ຄື ປະຊາຊົນປະເທດຕ່າງໆໃນໂລກ, ເພີ່ມພະລັງແຮງອັນໃໝ່ໃຫ້ແກ່ການສ້າງລະບົບບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນຕື່ມ. ສ່ວນແນວຄິດທີ່ແປກປະຫຼາດຂອງຝ່າຍຕາເວັນຕົກທີ່ມີຕໍ່ “ໜຶ່ງແລວ ໜຶ່ງເສັ້ນທາງ” ກໍ່ຈະຫຼົ້ມແຫຼວຢ່າງອັດຕະໂນມັດໄດ້.

ຈາກເຫດການທີ່ສັນເຂື່ອນກັ້ນນ້ຳອ່າງເກັບນ້ຳສຳຮອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປືແຕກ ໃນຄືນວັນທີ 23 ກໍລະກົດ 2018 ຊຶ່ງຖືເປັນເຫດການກ່ຽວກັບເຂື່ອນແຕກຄັ້ງທີ 3 ທີ່ເກີດຂຶ້ນຢູ່ລາວ ຫລັງຈາກທີ່ເຄີຍເກີດຂຶ້ນມາແລ້ວ 2 ຄັ້ງ ຄື: ອຸບມົງໄຟຟ້າເຂື່ອນເຊກະໝານ 3 ຢູ່ເມືອງ ດາກຈຶງ ແຂວງ ເຊກອງແຕກໃນເດືອນ ທັນວາ ປີ 2016 ແລະ ເຂື່ອນໄຟຟ້ານ້ຳອ້າວຢູ່ເມືອງ ຜາໄຊ, ແຂວງ ຊຽງຂວາງແຕກ ໃນເດືອນກັນຍາ ປີ 2017.  ສະເພາະສັນເຂື່ອນກັ້ນນ້ຳອ່າງເກັບນ້ຳສຳຮອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກໃນຄັ້ງນີ້ ເຮັດໃຫ້ປະຊາ ຊົນຫລາຍກ່ວາ 13.000 ຄົນໃນ 13 ບ້ານຂອງເມືອງ ສະໜາມໄຊ ໄດ້ຮັບຜົນກະທົບ, ໃນນັ້ນ ໜັກໜ່ວງກ່ວາໝູ່ແມ່ນປະຊາຊົນຫລາຍກ່ວາ 7.000 ຄົນ ທີ່ອາໃສຢູ່ 6 ບ້ານລຽບຕາມສາຍນ້ຳເຊປຽນ ເຮັດໃຫ້ເຮືອນຊານ ແລະ ຊັບສິນມີຄ່າຕ່າງຯ ຖືກນ້ຳຊຸທັ່ງພັງເພເສຍຫາຍເກືອບໝົດ, ເນື້ອທີ່ທຳການຜະລິດກາຍເປັນທະເລຕົມພຽງຊົ່ວຄ່ຳຄືນ, ເຮືອນຊານຈຳນວນຫລວງຫລາຍພັງເພ, ບາງຫລັງເຫັນແຕ່ເສົາ ແລະ ມີຈຳນວນຫນ້ອຍທີ່ຍັງພໍເປັນຮູບຮ່າງເຮືອນໃຫ້ເຫັນ. ຮ້າຍແຮງໄປກ່ວານັ້ນ ມີປະຊາຊົນ 131 ຄົນສູນຫາຍ ແລະ ປະຊາຊົນອີກຫລາຍຮ້ອຍຄົນຍັງບໍ່ສາມາດຕິດຕໍ່ໄດ້. ບາງຄອບຄົວຕ້ອງສູນເສຍຄົນໃນຄອບຄົວໄປແບບບໍ່ມີມື້ກັບມາ, ຫລາຍຄອບຄົວ ຫລື ຫລາຍຄົນ ໄດ້ແຕ່ເສື້ອຄາຄີງ. ປັດ ຈຸບັນ ຄວາມເສຍຫາຍດ້ານຕ່າງຯ ທີ່ເກີດຂຶ້ນຍັງບໍ່ທັນສາມາດປະເມີນໄດ້ເທື່ອ. ຂະນະດຽວກັນ ຕົວເລກຈຳນວນຜູ້ປະ ສົບອຸທົກກະໄພທີ່ລະອຽດຊັດເຈນ ອົງການປົກຄອງແຂວງ ອັດຕະປື ຍັງບໍ່ສາມາດເກັບກຳໄດ້ເທື່ອ  ແລະ ພວມຮ່ວມກັບກະຊວງກ່ຽວຂ້ອງເກັບກຳຂໍ້ມູນຕົວຈິງຢູ່ເພື່ອໃຫ້ໄດ້ຕົວເລກທີ່ລະອຽດຊັດເຈນທີ່ສຸດ.

ຈາກເຫດການທີ່ເກີດຂຶ້ນ ເຮັດໃຫ້ລັດຖະບານຕ້ອງຮີບຮ້ອນຊອກຫາວິທີແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດຂຶ້ນ, ຕໍ່ມາໄດ້ແຕ່ງຕັ້ງຄະນະສືບສວນ-ສອບສວນຂຶ້ນ ຊຶ່ງຄະນະນີ້ສາມາດຮັບເອົາການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກ ແລະ ຊ່ຽວຊານຈາກຕ່າງປະເທດທີ່ມີມາດຕະຖານສາກົນມາຊ່ວຍພິສູດ, ກວດກາທາງດ້ານເຕັກນິກ, ຊອກໃຫ້ເຫັນສາເຫດທີ່ເຮັດໃຫ້ເກີດການແຕກຂອງສັນເຂື່ອນ ແລະ ສາມາດເຊີນຕົວແທນລັດຖະບານຂອງປະເທດທີ່ມີບໍລິສັດຜູ້ປະກອບການ ແລະ ຂາຮຸ້ນມາໃຫ້ຄຳປຶກສາ ເພື່ອໃຫ້ການສືບສວນ-ສອບສວນມີຄຸນນະພາບສູງ, ໂປ່ງໃສ ແລະ ເປັນທີ່ຍອມຮັບຕໍ່ພາຍໃນ ແລະ ຕ່າງປະເທດ. ທັງສອງຄະນະນີ້ໄດ້ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນຢ່າງຕໍ່ເນື່ອງ ໂດຍສະເພາະຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດຕາມການຊີ້ນຳຂອງ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ທີ່ໄດ້ເນັ້ນໃຫ້ຄະນະນີ້ເອົາໃຈໃສ່ຈັດຕັ້ງປະຕິບັດມີ 4 ວຽກງານຮີບດ່ວນ ຄື: 1. ຕ້ອງກອບກູ້ເອົາຜູ້ທີ່ສູນຫາຍໃຫ້ຄົບຕາມຈຳນວນຢ່າງສຸດຄວາມສາມາດ ແລະ ໄວເທົ່າທີ່ຈະໄວໄດ້. 2. ຕ້ອງຈັດສັນທີ່ໄດ້ຮັບຜົນກະທົບໄດ້ຢູ່ບ່ອນທີ່ປອດໄພ ແລະ ມີຊີວິດການເປັນຢູ່ດີຂຶ້ນຈົນກ່ວາເຂົາເຈົ້າຈະສາມາດໄປຢູ່ບ້ານເກີດເມືອງນອນຂອງຕົນໄດ້, ໄປພ້ອມຯ ກັບການເອົາໃຈໃສ່ເບິ່ງແຍງດ້ານສຸຂະພາບທັງຮ່າງກາຍ ແລະ ຈິດຂອງເຂົາເຈົ້າທີ່ດີ. 3.ການຈັດສັນເຄື່ອງຊ່ວຍເຫລືອທີ່ເປັນເຄື່ອງອຸປະໂພກ-ບໍລິໂພກຕ້ອງລະອຽດ, ມີແຜນການໃນການນຳໃຊ້ເງິນທີ່ໄດ້ຮັບການຊ່ວຍເຫລືອທີ່ຊັດເຈນ ແລະ ຕົກລົງເປັນໝູ່ຄະນະ ແລະ 4. ການແບ່ງວຽກງານກັນຂອງແຕ່ລະໜ່ວຍງານຢ່າງມີແບບ ແຜນຊັດເຈນ, ມີການປະສານງານກັນຢ່າງຖືກ ຕ້ອງ ແລະ ວ່ອງໄວ.

ປັດຈຸບັນ ການຄົ້ນຫາຜູ້ສູນຫາຍ, ລວມເຖີງຜູ້ທີ່ຍັງບໍ່ສາມາດຕິດຕໍ່ຫາໄດ້ຈາກອຸທົກກະໄພທີ່ເມືອງ ສະໜາມໄຊ ຍັງສືບຕໍ່ດຳເນີນໄປຢ່າງຮີບດ່ວນ, ໄປພ້ອມຯ ກັບການຊ່ວຍເຫລືອຜູ້ປະສົບໄພທີ່ອາໃສຢູ່ສູນທີ່ພັກຊົ່ວຄາວແຕ່ລະຈຸດຢ່າງຕໍ່ເນື່ອງ ໂດຍມີຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດຍື່ນມືເຂົ້າໄປໃຫ້ການຊ່ວຍເຫລືອເປັນຢ່າງຫລວງ ຫລາຍ. ແຕ່ການປະຕິບັດພາລະກິດຄົ້ນຫາຜູ້ສູນຫາຍເປັນໄປໄດ້ຍາກທີ່ສຸດ ຍ້ອນສະພາບອາກາດບໍ່ອຳນວຍເພາະເປັນໄລຍະລະດູຝົນ ແລະ ເຂດປະສົບໄພໄດ້ພົບພໍ້ກັບສະພາບນ້ຳຖ້ວມເປັນຄັ້ງທີ 2 ແລ້ວ ເຮັດໃຫ້ໂອກາດທີ່ຈະຄົ້ນພົບຜູ້ສູນຫາຍນີ້ນັບມື້ຫລຸດລົງ ແລະ ບໍ່ຮູ້ວ່າຈະສາມາດຄົ້ນພົບໝົດທຸກຄົນ ຫລື ບໍ່. ຂະນະທີ່ຜູ້ປະສົບໄພຫລາຍພັນຄົນຕ້ອງອາໃສຢູ່ສູນທີ່ພັກຊົ່ວຄາວທີ່ອົງການປົກຄອງແຂວງຈັດສັນໃຫ້ ໂດຍບໍ່ຮູ້ເລີຍວ່າຈະຕ້ອງອາໃສຢູ່ທີ່ພັກຊົ່ວຄາວນີ້ອີກດົນປານໃດ ແລະ ອີກດົນປານໃຈຈິ່ງຈະມີເຮືອນຢູ່ທີ່ຖາວອນ, ພ້ອມກັບຊີວິດການເປັນຢູ່ທີ່ມີຄວາມສຸກ-ຄວາມອົບອຸ່ນຄືເມື່ອກ່ອນ.

ອີງຕາມຂໍ້ມູນຈາກ​ກະຊວງ​ພະ​ລັງ​ງານ  ​ແລະ ບໍ່​ແຮ ໃຫ້ຮູ້ວ່າ: ປັດຈຸບັນລາວເຮົາ​ມີ​ແຫ​ລ່ງຜະລິດ​​ໄຟຟ້າ​ 54 ​ແຫ່ງ,  ນອກນີ້ຍັງມີ​ແຫ​ລ່ງຜະລິດ​ພະລັງງານ​ໄຟຟ້າທີ່​ກຳລັງ​ກໍ່ສ້າງ  ​ແລະ ກຳລັງ​ຈະ​ລົງມືກໍ່ ສ້າງ 46 ​ແຫ່ງ,  ຄາດ​​ວ່າ​ຈະ​ສຳ​ເລັດ​ທັງ​ໝົດ​ໃນປີ 2021. ເມື່ອຮອດເວລານັ້ນ ຈະ​ເຮັດໃຫ້ປະເທດລາວມີ​ແຫ​ລ່ງຜະລິດ​ພະລັງງານ​ໄຟຟ້າເພີ່ມຂຶ້ນເປັນ  100 ​ແຫ່ງ ໂດຍຈະມີ​ກຳລັງ​ຜະລິດ​ເຖີງ 66.944 ລ້ານກິໂລວັດໂມງຕໍ່ປີ, ​ໃນ​ນີ້ 85% ຈະ​ສົ່ງ​ອອກ​ໄປ​ຈຳໜ່າຍ​ຢູ່​ຕ່າງປະ​ເທດ.  ແນ່ນອນວ່າ ຖ້າປະຕິບັດໄດ້ຄືແນວນີ້ ຈະເຮັດໃຫ້ປະເທດລາວກາຍເປັນແຫລ່ງສະໜອງພະລັງງານໄຟຟ້າ ຫລື ເອີ້ນວ່າເປັນໝໍ້ໄຟທີ່ສຳຄັນຂອງອາຊຽນ ແລະ ຈະເຮັດໃຫ້ປະເທດລາວມີລາຍຮັບຈາກການສົ່ງອອກກະແສໄຟຟ້າເພີ່ມຂຶ້ນຢ່າງຫລວງຫລາຍ.

ແນວໃດກໍຕາມ ຍ້ອນເຫດການທີ່ເກີດຂຶ້ນກັບສັນເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ. ໃນກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018 ທີ່ຈັດຂຶ້ນໃນວັນທີ 6 ຫາ 7 ສິງຫາ 2018 ລັດຖະບານ ໄດ້ສັ່ງໃຫ້ກວດກາຄືນບັນດາເຂື່ອນໄຟຟ້າທີ່ກໍ່ສ້າງສໍາເລັດແລ້ວ, ລວມເຖີງເຂື່ອນພວມດໍາເນີນການກໍ່ສ້າງ ແລະ ສຶກສາຄວາມເປັນໄປໄດ້. ໃນນັ້ນ, ອາດມີການໂຈະໄວ້ກ່ອນເພື່ອດໍາເນີນການກວດກາ 54 ເຂື່ອນໃນທົ່ວປະເທດຄືນໃໝ່ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບກວດກາຄືນທາງດ້ານເຕັກນິກ ແລະ ຄຸນນະພາບຂອງເຂື່ອນທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວໃນທົ່ວປະເທດ, ຖ້າກວດເຫັນສິ່ງຜິດປົກກະຕິໃນການອອກແບບ ຫຼື ໃນມາດຕະຖານກໍ່ສ້າງໃຫ້ລາຍງານລັດຖະບານເປັນແຕ່ລະກໍລະນີ ເພື່ອວາງມາດຕະການປັບປຸງແກ້ໄຂ. ພ້ອມກັນນີ້ ລັດຖະບານຈະໃຫ້ໂຈະຊົ່ວຄາວການພິຈາລະນາຮັບເອົາການສະເໜີໂຄງການໃໝ່ໄວ້ກ່ອນ ເພື່ອສຶກສາຄືນໃໝ່ຍຸດທະສາດ ແລະ ແຜນພັດທະນາເຂື່ອນໄຟຟ້າຢູ່ລາວໃນຕໍ່ໜ້າ.

ບັນຫາທີ່ເກີດຂຶ້ນຍ້ອນສັນເຂື່ອນກັ້ນອ່າງເກັບນ້ຳສຳຮອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ເປັນເຫດການທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນ ແລະ ບໍ່ໄດ້ເກີດຂຶ້ນສະເພາະຢູ່ລາວເທົ່ານັ້ນ ເພາະຜ່ານມາເຄີຍມີເຂື່ອນໄຟຟ້າແຕກເກີດຂຶ້ນມາແລ້ວຫລາຍປະເທດ, ໃນນີ້ ຮ້າຍແຮງກ່ວາໝູ່ແມ່ນເກີດຂຶ້ນຢູ່ຈີນໃນປີ 1975 ເຮັດໃຫ້ມີຜູ້ເສຍຊີວິດເຖີງ 20.000 ຄົນ, ຕໍ່ມາແມ່ນເກີດຂຶ້ນຢູ່ສີລັງກາໃນປີ 1986 ມີຜູ້ເສຍຊີວິດ 2.500 ຄົນ ແລະ ອື່ນຯ. ດັ່ງນັ້ນ ເມື່ອເຫດການທີ່ບໍ່ຄາດຝັນແບບນີ້ເກີດຂຶ້ນ ເຮົາຄົນລາວດ້ວຍກັນຕ້ອງສາມັກຄີຮ່ວມຈິດຮ່ວມໃຈຊ່ວຍເຫລືອເຊີ່ງກັນ ແລະ ກັນ. ຈາກເຫດການທີ່ເກີດຂຶ້ນຢູ່ເມືອງ ສະໜາມໄຊ ໄດ້ສະແດງໃຫ້ເຫັນແລ້ວວ່າ: ຄົນລາວຍາມໃດກໍບໍ່ຖີ້ມກັນ ເພາະແຕ່ລະພາກສ່ວນໄດ້ອ່ວຍໜ້າ ແລະ ຍື່ນມືເຂົ້າໄປໃຫ້ການຊ່ວຍເຫລືອຜູ້ປະສົບໄພຢ່າງບໍ່ຂາດສາຍ ແລະ ທຸກຄົນໄດ້ພາວະນາ ວ່າ: ຈະບໍ່ມີເຫດການສູນເສຍຍ້ອນເຂື່ອນແຕກໃນລາວເກີດຂຶ້ນເປັນປະຫວັດສາດຊໍ້າຮອຍອີກເປັນຄັ້ງທີ 4. ຫວັງວ່າເຫດການທີ່ເກີດຂຶ້ນກັບເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍຄັ້ງນີ້ ຈະກາຍເປັນສິ່ງເຕືອນໃຈ ແລະ ບົດຮຽນອັນລ້ຳຄ່າໃຫ້ແກ່ການກໍ່ສ້າງເຂື່ອນໄຟຟ້າຢູ່ໃນລາວທີ່ບໍ່ອາດສາມາດຫລົງລືມໄດ້ ເພື່ອເຮັດໃຫ້ປະເທດລາວກ້າວຂຶ້ນເປັນແຫລ່ງສະໜອງພະລັງງານໄຟຟ້າ ຫລື ໝໍ້ໄຟອາຊຽນ ທີ່ປາດສະຈາກການສູນເສຍຄັ້ງຮ້າຍແຮງແບບນີ້ອີກໃນຕໍ່ໜ້າ.

ໂດຍ: ບຸນຕຽງ ຈັນທະວົງ

ນັບແຕ່ທ້າຍເດືອນ ກໍລະກົດເປັນຕົ້ນມາ ຫລາຍທ້ອງຖິ່ນໃນທົ່ວປະເທດຂອງລາວປະສົບອຸທົກກະໄພຮ້າຍແຮງສົມຄວນ, ໃນນີ້ ຮ້າຍແຮງກ່ວາໝູ່ແມ່ນອຸທົກກະໄພທີ່ເກີດຂຶ້ນຢູ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ຍ້ອນສັນເຂື່ອນກັ້ນນ້ຳອ່າງເກັບນ້ຳສຳຮອງໂຄງການເຂື່ອນໄຟ ຟ້າເຊປຽນ-ເຊນ້ຳນ້ອຍແຕກ ເຮັດໃຫ້ປະລິມານນ້ຳຈຳນວນມະຫາສານໄຫລຊຸເຮືອນຊານ ແລະ ຖ້ວມເນື້ອທີ່ທຳການຜະລິດ ແລະ ເນື້ອທີ່ອື່ນຯ ຂອງປະຊາຊົນເສຍຫາຍເຖີງ 13 ບ້ານ, ມີປະຊາຊົນຫລາຍກ່ວາ 13.000 ຄົນ, ໃນນັ້ນໜັກໜ່ວງກ່ວາໝູ່ມີ 6 ບ້ານທີ່ຕັ້ງຢູ່ລຽບຕາມສາຍນ້ຳເຊປຽນ ເຮັດໃຫ້ເຮືອນຊານ ແລະ ຊັບສິນມີຄ່າຖືກນ້ຳຊຸທັ່ງພັງເພເກືອບໝົດບ້ານ, ເນື້ອທີ່ທຳການຜະລິດຕ່າງຯ ກາຍເປັນທະເລຕົມພຽງຄ່ຳຄືນດຽວ, ປະຊາຊົນຫລາຍພັນຄົນໄດ້ຮັບຜົນກະທົບ, ມີທັງຜູ້ເສຍຊີວິດ ແລະ ສູນຫາຍເປັນຈຳນວນຫລວງຫລາຍ. ຂະນະທີ່ຜູ້ລອດຊີວິດຕ້ອງໄດ້ອາໃສຢູ່ບ່ອນພັກຊົ່ວຄາວທີ່ລັດຖະບານ ກໍຄື ອົງການປົກຄອງແຂວງ ອັດຕະປື ຈັດສັນໄວ້ໃຫ້ທັງຢູ່ພາຍໃນເທດສະບານເມືອງສະໜາມໄຊ ແລະ ຈຸດອື່ນຯ.

ປັດຈຸບັນ ເຖີງວ່າປະຊາຊົນຜູ້ປະສົບອຸທົກກະໄພຫລາຍພັນຄົນໄດ້ຮັບການຍົກຍ້າຍ ແລະ ຈັດສັນໃຫ້ອາໃສຢູ່ສູນພັກຊົ່ວຄາວຢ່າງເປັນລະບົບ ໂດຍມີທຸກຂະແໜງການກ່ຽວຂ້ອງໃຫ້ການຊ່ວຍ ເຫລືອເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ໃນທຸກດ້ານແລ້ວກໍຕາມ ແຕ່ສັງຄົມໃຫ້ຄວາມສົນໃຈ ແລະ ເປັນຫ່ວງຫລາຍບັນຫາ. ໜຶ່ງໃນນັ້ນແມ່ນບັນຫາສຸຂະພາບຂອງຜູ້ປະສົບໄພ ເພາະສູນພັກ ຊົ່ວຄາວຍັງບໍ່ໄດ້ມາດຕະຖານ, ມີຄວາມແອອັດ, ບວກກັບພື້ນເດີ່ນຂອງສູນພັກຊົ່ວຄາວຫລາຍຈຸດເປັນບວກເປັນຂຸມນ້ອຍໃຫຍ່ ເວລາຝົນຕົກລົງມາເກີດເປັນດິນຕົມເປີະເປື້ອນ ແລະ ນ້ຳຖ້ວມ. ຂະນະທີ່ ສິ່ງອຳນວຍຄວາມສະດວກທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ ເຖີງວ່າມີຫລາຍພາກສ່ວນຍື່ນມືເຂົ້າມາໃຫ້ການຊ່ວຍເຫລືອແຕ່ຍັງບໍ່ພຽງພໍກັບຄວາມຕ້ອງການ ໂດຍສະເພາະ ຫ້ອງນ້ຳ, ລວມເຖີງເຄື່ອງ ນຸ່ງຫົ່ມ ເຮັດໃຫ້ມີໂອກາດສູງທີ່ອາດຈະເກີດການລະບາດຂອງພະຍາດຊະນິດຕ່າງຯ ໄດ້ງ່າຍ ເປັນຕົ້ນ: ຖອກ ທ້ອງ, ໄຂ້ຫວັດ, ໄຂ້ເລືອດອອກ, ອັກເສບຕັບບີ, ໄຂ້ແມງແດງ, ອັກເສບປອດ, ຕຸ່ມເປື່ອຍ ແລະ ອື່ນຯ ເພາະຜູ້ປະສົບໄພຈຳນວນຫລາຍຮ້ອຍຄົນທີ່ອາໃສຢູ່ສູນພັກຊົ່ວຄາວຮວມກັນໃນແຕ່ລະຈຸດຍັງບໍ່ຮູ້ຊາຕາກຳຂອງຕົນເອງ ແລະ ຄອບຄົວເທື່ອວ່າຕ້ອງອາໃສຢູ່ທີ່ພັກຊົ່ວຄາວນີ້ອີກດົນປານໃດ ຈິ່ງຈະມີເຮືອນຊານທີ່ຖາວອນເປັນຂອງຕົວເອງອີກຄັ້ງໜຶ່ງ.

ດຣ. ນາງ ອ່ອນຜີວ ໂພທິລາດ, ຫົວໜ້າພະແນກສາທາລະນະສຸກແຂວງ ອັດຕະປື ໃຫ້ຮູ້ວ່າ: ຂະແໜງສາທາລະນະສຸກແຂວງ ອັດຕະປື ຮ່ວມກັບກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ເຝົ້າຕິດຕາມ ແລະ ປ້ອງກັນການລະບາດຂອງພະຍາດຊະນິດຕ່າງຯ ທີ່ອາດຈະເກີດຂຶ້ນຢູ່ຕາມສູນພັກຊົ່ວຄາວຂອງຜູ້ປະສົບອຸທົກກະໄພທີ່ເມືອງ ສະໜາມໄຊ ຕະຫລອດ 24 ຊົ່ວໂມງ. ປັດຈຸບັນ ເຫັນວ່າພະຍາດທີ່ເກີດຂຶ້ນສ່ວນໃຫຍ່ແມ່ນ ໄຂ້ຫວັດ, ໄຂ້ແມງແດງ, ອັກເສບປອດ, ຕຸ່ມເປື່ອຍ ແລະ ຖອກທ້ອງ ແຕ່ບໍ່ຮ້າຍແຮງ ແລະ ສາມາດຄວບຄຸມໄດ້.

 

       ໄລຍະເບື້ອງຕົ້ນຂອງການເກີດເຫດອຸທົກກະໄພ ມີແພດອາສາສະໝັກຈາກຫລາຍປະເທດເຂົ້າມາໃຫ້ການຊ່ວຍເຫລືອເບິ່ງແຍງສຸຂະພາບຂອງຜູ້ປະສົບໄພ ຄື: ຫວຽດນາມ, ຈີນ, ໄທ ແລະ ສາທາລະ ນະລັດເກົາເຫລີ ແຕ່ປັດຈຸບັນແພດອາສາສະໝັກຕ່າງປະເທດໄດ້ເດີນທາງກັບຄືນປະເທດໝົດແລ້ວ ເຫລືອພຽງແຕ່ແພດໝໍ ແລະ ພະນັກງານກ່ຽວຂ້ອງ ຈາກກະຊວງ ສາທາລະນະສຸກ ແລະ ແຂວງ ອັດ ຕະປື ເຮັດໜ້າທີ່ບໍລິການປິ່ນປົວ, ໄປພ້ອມຯ ກັບການໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ຜູ້ປະສົບໄພໃນການຮັກສາສຸຂະພາບ ດ້ວຍການກິນຢູ່ທີ່ສະອາດປອດໄພ ແລະ ຖືກຕ້ອງຕາມຫລັກການອະນາໄມທຸກຢ່າງ.   ປັດຈຸບັນ ຜູ້ປະສົບອຸທົກກະໄພຢູ່ເມືອງສະໜາມໄຊ ທີ່ອາໃສຢູ່ແຕ່ລະສູນພັກຊົ່ວຄາວ ໄດ້ຮັບການເບິ່ງແຍງດ້ານສຸຂະພາບ ກໍຄື ການກິນຢູ່ພັກເຊົາປະຈຳວັນຈາກທຸກຂະແຫນງການກ່ຽວຂ້ອງດີສົມຄວນ ແລະ ຍັງບໍ່ມີການລະບາດຂອງພະຍາດຮ້າຍແຮງເກີດຂຶ້ນ.

ພະຍາດທີ່ອາດຈະເກີດເນື່ອງຈາກອຸທົກກະໄພ ມີຫລາຍຊະນິດ. ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງຜູ້ປະສົບອຸທົກກະໄພທີ່ເມືອງ ສະໜາມໄຊ, ແຂວງ ອັດຕະປື ກໍຄື ປະຊາຊົນທ້ອງ ຖິ່ນຕ່າງຯ ທົ່ວປະເທດທີ່ປະສົບໄພນ້ຳຖ້ວມ ຕ້ອງເອົາໃຈໃສ່ເບິ່ງແຍງສຸຂະພາບໃຫ້ດີ. ກ່ອນກິນອາຫານ ຫລື ຫລັງຈາກເຂົ້າຫ້ອງນ້ຳຕ້ອງລ້າງມືໃຫ້ສະອາດທຸກຄັ້ງ, ກິນອາຫານທີ່ສຸກ ແລະ ປຸງແຕ່ງໃໝ່, ດື່ມນ້ຳທີ່ສະອາດ, ໝັ້ນຮັກສາຄວາມສະອາດຮ່າງກາຍດ້ວຍການອາບນ້ຳໃຊ້ສະບູ, ຖູແຂ້ວ ແລະ ຊັກເຄື່ອງນຸ່ງ-ຫົ່ມເປັນປະຈຳ, ບໍ່ຄວນຍ່າງຊໍ່ານຳ ຫລື ຢູ່ກັບນ້ຳເປັນເວລາດົນ, ໝັ້່ນຮັກສາອະນາ ໄມສະຖານ ທີ່ອ້ອມຂ້າງທີ່ພັກເພື່ອບໍ່ໃຫ້ເປັນບ່ອນລີ້ຊ່ອນຂອງຍຸງລາຍ ຫລື ແຜ່ເຊື້ອພະຍາດຊະນິດອື່ນຯ. ສິ່ງສຳຄັນເມື່ອຮູ້ສຶກວ່າເປັນໄຂ້ ບໍ່ສະບາຍ ໃຫ້ໄປປຶກສາແພດໝໍທີ່ປະຈຳຢູ່ສູນພັກຊົ່ວຄາວ ຫລື ໂຮງໝໍທີ່ຢູ່ໃກ້ຄຽງ, ຫລີກຫລ່ຽງທີ່ສຸດບໍ່ໃຫ້ຊື້ຢາມາກິນເອງ ຖ້າເຮັດໄດ້ຄືແນວນີ້ ແນ່ນອນວ່າຜູ້ປະສົບອຸທົກກະໄພທີ່ອາໃສຢູ່ສູນພັກຊົ່ວຄາວ ແລະ ພັກເຊົາຢູ່ນຳຍາດຕິພີ່ນ້ອງ ຈະມີສຸຂະພາບທີ່ແຂງ ແຮງ ແລະ ຫ່າງໄກຈາກພະຍາດຕ່າງຯ ທີ່ອາດຈະເກີດຂຶ້ນ.

ຂຽນໂດຍ: ບຸນຕຽງ ຈັນທະວົງ

ເມື່ອ 2000 ກວ່າປີກ່ອນ, ທະວີບອາຊີ ແລະ ເອີຣົບ ເຄີຍເປັນເຂດທີ່ມີຄວາມພະຍາຍາມຊອກຫາຊ່ອງທາງທີ່ສາມາດເຊື່ອມຈອດກັນ, ເພື່ອແລກປ່ຽນການຄ້າ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນສອງທະວີບ. ໃນຂະນະດຽວກັນ,  ທະວີບອາຟຣິກາ ກໍຖືເປັນແຜ່ນດິນອະລິຍະທຳແຫ່ງໜຶ່ງທີ່ສຳຄັນຂອງມະນຸດໂລກ ທີ່ໜ້າຄົ້ນຫາ ແລະ ບຸກ ເບີກທີ່ສຸດ ເຊິ່ງໃນສະໄໝກ່ອນເອີ້ນເສັ້ນທາງນີ້ວ່າ ”ເສັ້ນທາງສາຍໄໝ”. ເສັ້ນທາງດັ່ງກ່າວ ໄດ້ມີບົດບາດອັນສໍາຄັນໃນການຊຸກຍູ້ ແລະ ສົ່ງເສີມອະລິຍະທຳຕ່າງໆຂອງມວນມະນຸດໃຫ້ມີຄວາມກ້າວໜ້າ, ມີການພັດທະນາ ແລະ ນໍາເອົາຄວາມຈະ ເລີນຮຸ່ງເຮືອງມາສູ່ໂລກເຮົາ.

ກ້າວເຂົ້າສູ່ສັດຕະວັດທີ 21, ທ່າມກາງການປະເຊີນໜ້າກັບຄວາມຫຍຸ້ງຍາກໃນການຟື້ນຟູເສດຖະກິດໂລກ ແລະ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີຄວາມສັບສົນ ແລະ ສະຫຼັບສັບປ່ຽນຕະຫຼອດເວລາ. ໃນປີ 2013, ໄລຍະການຢ້ຽມຢາມບັນດາປະເທດໃນອາຊີກາງ ແລະ ອາຊີຕາເວັນອອກສຽງໃຕ້ ຂອງ ທ່ານ ສີ ຈິ້ນຜິງ, ປະທານປະ ເທດແຫ່ງ ສປ ຈີນ ກໍໄດ້ມີຂໍ້ລິເລີ່ມທີ່ສຳຄັນໂດຍໄດ້ສະເໜີສ້າງ ”ເສັ້ນທາງສາຍໄໝທາງເສດຖະກິດ” ແລະ ”ເສັ້ນທາງສາຍໄໝທາງທະເລ ໃນສັດຕະວັດທີ 21” ເຊິ່ງເອີ້ນອີກຊື່ໜຶ່ງວ່າ “ໜຶ່ງແລວໜຶ່ງເສັ້ນທາງ”. ຂໍ້ລິເລີ່ມນີ້ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ການສະໜັບສະໜຸນຢ່າງຕັ້ງໜ້າ ຈາກບັນດາປະເທດ ແລະ ປະຊາຊົນຕາມແລວທາງດັ່ງກ່າວ.

ນັບແຕ່ນັ້ນມາ, ລັດຖະບານຈີນ ໄດ້ກຳນົດ ແລະ ເຜີຍແຜ່ເອກະສານ ກ່ຽວກັບ ”ພາບອະນາຄົດ ແລະ ການດຳ ເນີນງານແຕ່ລະຂັ້ນຕອນ ເພື່ອຊຸກຍູ້ ແລະ ຮ່ວມກັນສ້າງຂໍ້ລິເລີ່ມນີ້ ໃຫ້ປະສົບຜົນສໍາເລັດໄວເທົ່າທີ່ຈະໄວໄດ້, ເຊິ່ງຈຸດ ປະສົງສໍາຄັນ ແມ່ນຕ້ອງການໃຫ້ບັນດາປະເທດເຂົ້າໃຈຕື່ມ ກ່ຽວກັບເນື້ອໃນຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ຜັນຂະ  ຫຍາຍເສັ້ນທາງສາຍໄໝໃນອະດີດ ໃຫ້ເກີດເປັນພະລັງໃໝ່, ຮູບການໃໝ່ ເພື່ອເຊື່ອມຈອດການພົວພັນເສດຖະກິດ ແລະ ສາຍສໍາພັນ ລະຫວ່າງ ບັນດາປະເທດໃນອາຊີ, ເອີຣົບ ແລະ ອາຟຣິກກາ ໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ ແລະ ຊຸກຍູ້ໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນັ້ນ ກ້າວເຂົ້າສູ່ລະດັບໃໝ່.

  • ໜຶ່ງແລວໜຶ່ງເສັ້ນທາງ” ຈະນໍາເອົາສິ່ງໃດແດ່ມາສູ່ໂລກ?

ເພື່ອການເປີດກວ້າງ ແລະ ລົງເລິກການເປີດປະຕູສູ່ພາຍນອກຂອງ ສປ ຈີນ ແລະ ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການໆພັດທະນາເສດຖະກິດຂອງບັນດາປະເທດສະມາຊິກ ທີ່ຢູ່ຕາມແລວທາງ ແລະ ມີຄວາມສອດຄ່ອງກັນກັບກະແສລວມແຫ່ງການຮ່ວມມືຂອງໂລກໃນປະຈຸບັນ.

“ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສຸມໃສ່ປົກປ້ອງລະບົບການຄ້າເສລີ ແລະ ເສດຖະກິດແບບເປີດກວ້າງຂອງໂລກາພິວັດ, ສົ່ງເສີມການຮ່ວມມືພາກພື້ນ ໃຫ້ມີຂອບເຂດທີ່ກວ້າງຂວາງ, ມີລະດັບສູງ ແລະ ເລິກເຊິ່ງກວ່າເກົ່າ. ເຊິ່ງສົ່ງຜົນດີໃຫ້ບັນດາປະເທດ ສາມາດເປັນເຈົ້າຕົນເອງ, ມີຄວາມກໍ້າເກິ່ງກັນ ແລະ ມີການພັດທະນາແບບຍືນຍົງ. ພ້ອມດຽວກັນນີ້, ຍັງສາມາດເຊື່ອມຈອດ ແລະ ປະສານເຂົ້າກັບຍຸດທະສາດການພັດທະນາຂອງບັນດາປະເທດຕາມແລວທາງ ໃຫ້ເກີດມີຄວາມເຂົ້າອົກເຂົ້າໃຈກັນ, ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຄວາມນັບຖືເຊິ່ງກັນແລະກັນ, ມີຄວາມປອງດອງກັນ, ມີຄວາມສະຫງົບ ແລະ ມີຊີວິດທີ່ສົມບູນພູນສຸກ. ສະນັ້ນ, ລັດຖະບານຈີນ ໄດ້ຍືດຖືເອົາ ສັນຕິພາບ ແລະ ການຮ່ວມມືກັນ, ຖອດຖອນບົດຮຽນນຳກັນ, ການມີຜົນປະໂຫຍດຮ່ວມກັນ ພ້ອມກັນປະສົບຜົນສຳເລັດ, ເພື່ອສ້າງປະຊາຄົມທີ່ມີຊະຕາກຳອັນດຽວກັນ, ເປັນຍຸດທະສາດຍາວນານ.

ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຂໍ້ລິເລີ່ມຂອງ ສປ ຈີນ ແຕ່ບໍ່ແມ່ນວຽກສະເພາະຂອງຈີນພຽງຜູ້ດຽວເທົ່ານັ້ນ, ຫາກແມ່ນຄວາມປາຖະໜາລວມ ແລະ ພາລະກິດລວມຂອງທຸກໆປະເທດຕ້ອງໄດ້ພ້ອມໃຈກັນ. ດັ່ງນັ້ນ, ຝ່າຍຈີນ ຍຶດໝັ້ນຫຼັກການສໍາຄັນຄື: ”ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຮັບເອົາຜົນປະໂຫຍດຮ່ວມກັນ”. ນີ້ກໍ ໝາຍຄວາມວ່າ ການຈະສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ສໍາເລັດຜົນນັ້ນ ແມ່ນຕ້ອງໄດ້ມີການຮ່ວມມືກັບບັນດາປະເທດກ່ຽວຂ້ອງ, ພ້ອມກັນສ້າງສາ ແລະ ມີຜົນສຳເລັດຂອງການສ້າງສາຢ່າງຊອບທໍາ. ຫຼັກການທີ່ຕ້ອງຍຶດໝັ້ນມີດັ່ງລຸ່ມນີ້:

  1. ຈຸດມຸ້ງໝາຍ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ.
  2. ການຮ່ວມມືທີ່ເປີດກວ້າງ, ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ອົງການຕ່າງໆທີ່ບໍ່ສັງກັດລັດ ລ້ວນແຕ່ສາມາດເຂົ້າຮ່ວມໄດ້.
  3. ຄວາມປອງດອງ ແລະ ຊ່ວຍເຫຼືອກົມກຽວກັນ. ນັບຖືເສັ້ນທາງການພັດທະນາ ແລະ ການເລືອກເອົາຮູບແບບການພັດທະນາຂອງແຕ່ລະປະເທດ, ຫຼຸດຜ່ອນຂໍ້ຂັດແຍ່ງ ແລະ ສະແຫວງຫາຜົນປະໂຫຍດຮ່ວມກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມກັນພັດທະນາ ແລະ ມີຄວາມຈະເລີນໄປພ້ອມໆກັນ.
  4. ປະຕິບັດໄປຕາມກົດເກນຂອງຕະຫຼາດ ແລະ ຫຼັກການທີ່ນໍາໃຊ້ທົ່ວໄປຂອງສາກົນ, ພ້ອມກັນນັ້ນກໍ່ສົ່ງເສີມບົດ ບາດຂອງລັດຖະບານໃຫ້ມີປະສິດທິຜົນ.
  5. ມີຜົນປະໂຫຍດຮ່ວມກັນ ແລະ ພ້ອມກັນປະສົບຜົນສຳເລັດ ໂດຍອີງໃສ່ສະຕິປັນຍາ ແລະ ຫົວຄິດປະດິດສ້າງ, ທ່າແຮງ ແລະ ນໍາໃຊ້ຄວາມສາມາດທັງໝົດຂອງທຸກໆຝ່າຍ.

ຍ້ອນສາຍເຫດທີ່ໄດ້ກ່າວມາຂ້າງເທິງນັ້ນ ເຮັດໃຫ້ການຮ່ວມມື ລາວ-ຈີນ ໃນການສ້າງ “ໜຶ່ງແລວໜຶ່ງເສັ້ນ ທາງ” ເກີດຂຶ້ນ ທ່າມກາງເສດຖະກິດຂອງໂລກ ໄດ້ມີການລວມຕົວກັນຢ່າງໄວວາ, ການຮ່ວມມືຂອງພາກພື້ນ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ. ລາວ-ຈີນ ໄດ້ຮ່ວມມືກັນ ໂດຍຜ່ານກົນໄກການຮ່ວມມື ໃນຮູບແບບສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: 10+1 (ອາຊຽນ+ສປ ຈີນ) 10+3 (ອາຊຽນ+ສປ ຈີນ, ສ. ເກົາຫຼີ ແລະ ຍີ່ປຸ່ນ), ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ກອງປະຊຸມສຸດຍອດອາຊີ-ເອີຣົບ (ASEM), ກົນໄກສົນທະນາຮ່ວມມືອາຊີ(ACD), ກອງປະຊຸມການສ້າງມາດຕະການຄວາມໄວ້ເນື້ອເຊື່ອໃຈກັນຂອງອາຊີ(CICA), ອົງການການຮ່ວມມືດ້ານເສດຖະກິດອານຸພາກພື້ນແມ່ນໍ້າຂອງ(GMS) ແລະ ອົງການຮ່ວມມືຫຼາຍຝ່າຍອື່ນໆ ທີ່ມີຢູ່ໃນປະຈຸບັນຢ່າງຕັ້ງໜ້າ, ເຮັດໃຫ້ການຮ່ວມມືຂອງພາກພື້ນໂດຍລວມ ມີການຂະ ຫຍາຍຕົວ ແລະ ໄດ້ຮັບໝາກຜົນເປັນທີ່ໜ້າເພິງພໍໃຈໃນລະດັບດີ. ລາວ-ຈີນ ໄດ້ພະຍາຍາມປະຕິບັດ 5 ຈຸດສໍາຄັນຂອງການຮ່ວມມືຄື: ປຶກສາຫາລື ແລະ ເຊື່ອມຈອດທາງດ້ານນະໂຍບາຍ, ເຊື່ອມຈອດທາງດ້ານກິດຈະການ, ມີການພົວພັນດ້ານການຄ້າທີ່ສະດວກ, ມີການຮ່ວມມືດ້ານເງິນທຶນ ແລະ ມີຄວາມເຂົ້າໃຈເຊິ່ງກັນແລະກັນ.

ສປປ ລາວ ເຖິງວ່າຈະເປັນປະເທດທີ່ບໍ່ຕິດຈອດກັບທະເລ, ແຕ່ກໍເປັນປະເທດໜຶ່ງທີ່ຕັ້ງຢູ່ໃຈກາງຂອງ ແຫຼມອິນດູຈີນ ທີ່ມີພູມສັນຖານທີ່ສຳຄັນ, ມີຊັບພະຍາກອນທີ່ອຸດົມຮັ່ງມີ ແລະ ປະຊາຊົນມີສະຕິປັນຍາສູງ. ນອກ ຈາກນີ້, ຍັງມີຍຸດທະສາດອັນກວ້າງໄກ ເພື່ອຈະສ້າງໃຫ້ປະເທດຕົນ ຈາກດິນແດນ ທີບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດທາງຜ່ານທາງບົກ, ມີເປົ້າໝາຍກໍເພື່ອໃຫ້ການພັດທະນາຂອງລາວ ເປັນບ່ອນເຊື່ອມຈອດຂອງການແລກ ປ່ຽນ ລະຫວ່າງ ປະຊາຊົນກັບປະຊາຊົນ ແລະ ການຂົນສົ່ງສິນຄ້າໃນແຫຼມອິນດູຈີນ ອັນເປັນຄວາມຝັນທີ່ສວຍງາມຂອງລາວ ແລະ ບັນດາປະເທດໃກ້ຄຽງ. ດັ່ງນັ້ນ, ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນສອດຄ່ອງກັບຍຸດທະສາດຍາວນານ ຂອງ ສປປ ລາວ ເປັນເສັ້ນທາງຮ່ວມມືອັນໜຶ່ງທີ່ຈະສາມາດຮໍ່າຮຽນອະລິຍະທຳ, ແລກປ່ຽນເສດຖະກິດ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ. ປະຈຸບັນສິ່ງທີ່ເຫັນເປັນຮູບເປັນຮ່າງທີ່ສຸດ ກໍແມ່ນການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ, ຈີນ-ລາວ.

ປະເທດລາວ ມີຄວາມຍິນດີເຂົ້າຮ່ວມ ແລະ ເປັນກາລະໂອກາດອັນດີ ທີ່ຈະພ້ອມກັນລົງເຮືອລໍາດຽວ ແລະ ຖືຊະຕາກໍາອັນດຽວກັນກັບ ຈີນ ພ້ອມດ້ວຍ ບັນດາປະເທດສະມາຊິກທີ່ຢູ່ໃນແລວທາງດັ່ງກ່າວ, ຫັນເອົາຄວາມປາຖະໜາທີ່ສວຍງາມນັ້ນເປັນການກະທຳຕົວຈິງ ຊຸກຍູ້ການເຊື່ອມຈອດດ້ານຍຸດທະສາດການພັດທະນາ, ກົນໄກ ແລະ ພາກສ່ວນການຜະລິດ. ພະຍາຍາມປະຕິບັດພາລະກິດພື້ນຖານຂອງພາກພື້ນ ໃຫ້ມີຄວາມສົມບູນຂຶ້ນ, ຍົກລະດັບການອໍານວຍຄວາມສະດວກດ້ານການລົງທຶນ ແລະ ການຄ້າຂຶ້ນ, ເຮັດໃຫ້ເກີດມີຄວາມໄວ້ເນື້ອເຊື່ອໃຈກັນ ທາງດ້ານການເມືອງທີ່ໜັ້ນຄົງ, ມີການພົວພັນດ້ານເສດຖະກິດທີ່ແໜ້ນແຟ້ນ, ມີການແລກປ່ຽນ ລະຫວ່າງ ປະຊາ ຊົນໃຫ້ສາມັກຄີກວ້າງຂວາງ, ເຮັດໃຫ້ການຮ່ວມມື ລາວ-ຈີນ ໂດຍຜ່ານ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເກີດມີຜົນປະໂຫຍດສູງສຸດຮ່ວມກັນ ພ້ອມກັນສ້າງອະນາຄົດຂອງສອງປະເທດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ.

ບົດຈາກ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ

ກະຊວງການຕ່າງປະເທດ, ສະຖາບັນການຕ່າງປະເທດ

ໃນຕະຫຼອດໄລຍະ 6 ເດືອນຕົນປີ 2018 ນີ້ ທາງແຂວງອຸດົມໄຊ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານການບໍລິການ ການທ່ອງທ່ຽວ ຢ່າງເອົາຈິງເອົາຈັງ,ເປັນລະ ບົບຕໍ່ເນື່ອງ ໂດຍອີງທິດທາງແຜນການທີ່ແຂວງ ກໍຄື ກະຊວງກຳນົດໄວ້ ເຊິ່ງສາມາດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ອງທ່ຽວແລະ ພັກເຊົ່າຢູ່ພາຍໃນແຂວງ ໄດ້ທັງຫມົດ 72,222 ເທື່ອຄົນ,ສ້າງລາຍຮັບເຂົ້າແຂວງໄດ້ທັງຫມົດ 4 ລ້ານກວ່າ ໂດລາສະຫະລັດ.

ອີງຕາມການສະຫຼຸບລາຍງານຂອງແຂວງ ເຫັນວ່າ ວຽກງານການທ່ອງທ່ຽວຂອງແຂວງອຸດົມໄຊ ແມ່ນໄດ້ຮັບການປັບປຸງ,ພັດທະນາແລະຍົກລະດັບຂຶ້ນເທື່ອລະກ້າວ ໂດຍອີງໃສ່ທິດທາງແຜນການ ທີ່ກຳນົດໄວ້ ລວມທັງທ່າແຮງທີ່ມີຂອງແຂວງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວແລະພັກເຊົ່າ ໃຫ້ນັບມື້ນັບຫຼາຍຂຶ້ນ ແນ່ໃສ່ເຮັດໃຫ້ການສ້າງລາຍຮັບຈາກວຽກງານດັ່ງກ່າວມີຕົວເລກສູງຂຶ້ນ ແລະ ເຮັດໃຫ້ເສດຖະກິດ ສັງຄົມຂອງແຂວງ ໄດ້ຮັບການພັດທະນາ ແລະ ບັນລຸຕາມລະດັບຄາດຫມາຍ. ປັດຈຸບັນ ທາງແຂວງໄດ້ມີການສຳຫຼວດບັນດາແຫຼ່ງທ່ອງທ່ຽວຕ່າງໆ ເຫັນວ່າ ທົ່ວແຂວງ ມີສະຖານທີທ່ອງທ່ຽວທັງຫມົດ 106 ແຫ່ງ ໃນນັ້ນ ແຫຼ່ງທ່ອງທ່ຽວທາງທຳມະຊາດມີ 54 ແຫ່ງ,ປະຫວັດສາດມີ 12 ແຫ່ງ ແລະ ວັດທະນະທຳມີ 40 ແຫ່ງ ໃນຈຳນວນດັ່ງກ່າວ ໄດ້ຮັບການພັດທະນາແລ້ວ 33 ແຫ່ງ. ນອກນັ້ນ ໃນໄລຍະຜ່ານມາທາງແຂວງຍັງໄດ້ຈັດງານບຸນປະເພນີຕ່າງໆ ທີ່ຕິດພັນກັບການເປີດປີທ່ອງທ່ຽວລາວ 2018 ເປັນຕົ້ນແມ່ນ ງານບຸນກິນຈຽງເຜົ່າມົ້ງ,ບຸນປີໃຫມ່ເຜົ່າກຶມມຸ,ບຸນເຜົ່າຫໍ້ ແລະ ບຸນປີໃຫມ່ລາວ ພ້ອມທັງຮັບຮອງເອົາ ວັດ ແລະ ອົງພະເຈົ້າສິງຄຳ ເມືອງຫຼາ ເປັນມໍລະດົກຂອງແຂວງ. ສ່ວນການບໍລິການດ້ານອື່ນໆ ເປັນຕົ້ນແມ່ນສະຖານທີ່ພັກ ແລະ ຮ້ານອາຫານ ກໍລ້ວນແລ້ວແຕ່ສາມາດຮັບຮອງແກ່ນັກທ່ອງທ່ຽວໄດ້ໃນລະດັບໜຶ່ງ ເຊິ່ງທັງຫມົດນັ້ນ ເປັນເງື່ອນໄຂດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ພັກເຊົ່າຢູ່ພາຍໃນແຂວງອຸດົມໄຊ ສາມາດສ້າງລາຍຮັບເຂົ້າແຂວງໄດ້ທັງຫມົດ 4 ລ້ານກວ່າໂດລາ ທຽບໃສ່ແຜນການເທົ່າກັບ 33%.

ສ່ວນທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ ທາງແຂວງຈະໄດ້ພະຍາຍາມສືບຕໍ່ປັບປຸງແກ້ໄຂ ແລະ ພັດທະນາວຽກງານການທ່ອງທ່ຽວ ເພື່ອດຶງດູຸດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ພັກເຊົ່າຢູ່ພາຍໃນແຂວງ ໃຫ້ນັບມື້ນັບຫຼາຍຂຶ້ນ ລວມທັງສ້າງລາຍຮັບເຂົ້າແຂວງໃຫ້ບັນລຸຕາມລະດັບຄາດຫມາຍ.

ບົດຈາກ: ຄານມະນີ ຮຽນດໍຈັນ

ຄວາມດຸໝັ່ນຂະຫຍັນອົດທົນຈະພາຕົນກ້າວໄປສູ່ຄວາມສຳເລັດ ດັ່ງຄອບຄົວຂອງນາງ ຄຳໝັ້ນ ທຳມະວົງ ເປັນຄອບຄົວໜຶງທີມັກຮັກໃນອາຊີບນີ້ ນາງ ຄຳໝັ້ນ ທຳມະວົງ ບອກວ່າ: ໃນເມືອກ່ອນຄອບຄົວຂອງຕົນເຮັດອາຊີບຄ້າຂາຍ,ແລ່ນລົດ ພ້ອມທັງລ້ຽງໝູໄປພ້ອມແຕ່ການລ້ຽງກະແບບປະຖົມປະຖານພໍຮັບໄຊ້ພາຍໃນຄອບຄົວບໍ່ມີວິຊາການເຕັກນິກແຕ່ຢ່າງໃດ ຍ້ອນເຫັນໄດ້ຄວາມສຳຄັນແລະເບິງກວ້າງເຫັນໄກ ນາງ ຄຳໝັ້ນ ຜູ້ເປັນແມ່ຈິງໄດ້ສົງລູກຊາຍໄປຮຽນວຽກງານລ້ຽງສັດແລະການປະມົງ ຈາກນັ້ນ ກໍ່ໄດ້ຫັນອາຊີບຈາກການຄ້າຂາຍ ມາສຸ່ມໃສ່ການລ້ຽງໝູແບບເອົາຈິງເອົາຈັງຈາກການລ້ຽງແບບຄອບຄົວຫັນມາລ້ຽງຫຼາຍກ່າຍເປັນຟາມໂດຍມອບໃຫ້ລູກຊາຍເປັນຜູ້ບໍລິຫານທຸກຢ່າງພາຍໃນຟາມໂດຍໃສ່ຊື່ວ່າ: ຟາມຈະເລີນສຸກ   ນາງ ຄຳໝັ້ນ ທຳມະວົງ ຫົວໜ້າຄອບຄົວ ໄດ້ໃຫ້ຮູ້ວ່າໃນໄລຍະຜ່ານມາແມ່ນໄດ້ລອງເຮັດໃນຫຼາຍອາຊີບ ເປັນຕົ້ນແມ່ນອາຊີບຂາຍເຄື່ອງ ແລະ ຜູ້ເປັນຜູ້ກໍ່ເຮັດອາຊີບແລ່ນລົດ ລາຍໄດ້ໃນຊ່ວງນັ້ນແມ່ນຖືວ່າຍັງບໍທັນກຸ້ມກີນຈື່ໄດ້ພາກັນເຊົາອາຊີບດັ່ງກ່າວ ຫັນມາລ້ຽງສັດ ໂດຍສະເພາະແມ່ນການລ້ຽງໜູ ເປັດ  ໄກ່ ເຊີ່ງເປັນອາຊີບທີ່ຕົນເອງມັກ ແລະ ພໍມີຄວາມຮູ້ໃນດ້ານນີ້ພໍສົມຄວນຈີ່ງເຮັດໃຫ້ມີລາຍໄດ້ເພີ້ມຂື້ນເລັກນ້ອຍ ຈາກນັ້ນຈີ່ໄດ້ຂະຫຍາຍກິດຈະກຳອອກເທື່ອລະໜ້ອຍ ຈາກການລ້ຽງສອງໂຕມາເປັນສາມໂຕ ແລະ ເພີ້ມຂື້ນເລື້ອຍໆ ຈົນກາຍເປັນຟາມ ຂະໜາດນ້ອຍສາມາດຈຳໜ່າຍລູກໝູ ແລະ ໜູພັນຊີ້ນໃຫ້ແກ່ຕະຫຼາດ ພາຍໃນເທດສະບານແຂວງ ແລະ ບັນດາຜູ້ທີ່ສົນໃຈລ້ຽງໝູ ເພື່ອນຳໄປຂະຫຍາຍຕໍ່ຍອດອອກໄປຕື່ມອີກ.

ຍ້ອນເຫັນໄດ້ຄວາມຕ້ອງການຂອງລູກຄ້າ ແລະ ການຕະຫຼາດຂອງຜູ້ບໍລິໂພກຊີ້ນໃນສັງຄົມມີການຂະຫຍາຍຕົວຈິງຫັນຈາກການລ້ຽງໝູແບບຄອບຄົວໃນເມືອກ່ອນມາລ້ຽງເປັນຟາມໃນປະຈຸບັນ ທ່ານ ໄຊຍະເດດ ຈະເລີນສຸກ ບອກກັບທີມງານພວກເຮົາວ່າ: ກ່ອນຈະມາເຮັດໄດ້ເປັນຟາມຄືປະຈຸບັນກໍ່ເນືອງຈາກວ່າທາງຄອບຄົວແມ່ນເຄີຍມີມູນເຊື້ອການລ້ຽງໝູໃນເມືອກ່ອນມາແລ້ວໃນເບື້ອງຕົ້ນມີໝູແມ່ພັນພຽງ 5 ແມ່ ເຫັນວ່າຄວາມຕ້ອງການຂອງລູກຄ້າມີຄວາມສົນໃຈຈິງໄດ້ເພີ້ມຂື້ນກິດຈະກຳຈາກ 5 ແມ່ ເປັນ 15 ແມ່ ຈົນມາຮອດປີ 2010 ການລ້ຽງແມ່ນເລີ້ມນຳໄຊ້ເຕັກນິກວິຊາການເຂົ້າຊ່ວຍເນືອງຈາກວ່າຕົນເອງກໍ່ໄດ້ຮຽນຈົບການສຶກສາດ້ານການລ້ຽງສັດ ແລະ ການປະມົງບວກກັບບົດຮຽນ ແລະ ປະສົບການທີມີມາ ມາຮອດປີ 2013 ການລ້ຽງກໍ່ມີທ່ວງທ່າຂະຫຍາຍຕົວ ຮອດປີ 2017 ໄດ້ນຳເຂົ້າພໍ່ແມ່ພັນ ຈຳນວນ 60 ແມ່ ບອກກັບແມ່ທີ່ມີຢູ່ ລວມທັງໝົດ 150 ແມ່ ແລະ ພໍ່ພັນ 10 ກວ່າໂຕ ພາຍໃນຟາມແມ່ນລ້ຽງໝູສາຍພັນເລືອດປະສົມ ພໍ່ພັນດູລ໋ອກ ເຊີ່ງເປັນພໍ່ພັນສາຍເລືອດ ຮ້ອຍສ່ວນຮ້ອຍ.

ສຳລັບການຈຳໜ່າຍທາງຟາມແມ່ນໄດ້ເໜັ້ນທາງປະລິມານ ແລະ ຄຸນນະພາບ ຈຳໜ່າຍຫຼາກຫຼາຍຊະນິດເປັນຕົ້ນແມ່ນໝູນ້ອຍ, ໝູລຸ້ນ, ໝູຊີ້ ແລະ ໝູແມ່ພັນທີປົດອອກ ສະເລ່ຍລາຍຮັບຈາກການຂາຍໝູ, ຂາຍປາ, ເປັດ, ໄກ່ ປີໜຶງບໍ່ຕຳກວ່າ 600 ກວ່າລ້ານ, ທ່ານ ໄຊຍະເດດ ຈະເລີນສຸກ,  ເຈົ້າຂອງຈະເລີນຟາມຍັງໄດ້ກ່າວຕືມວ່າ: ນອກຈາກການລ້ຽງໝູແລ້ວທາງຟາມພວກເຮົາຍັງໄດ້ລ້ຽງປາ, ເປັດ, ໄກ່ ສະໜອງໃຫ້ແກ່ຕະຫຼາດແລ້ວ  ທາງຈະເລີນຟາມຍັງຜະລິດເຊື້ອໝູພໍ່ພັນສາມາດປະສົມພັນທຽມໄດ້ອີກ ການສ້າງເສດຖະກິດຄອບຄົວຖ້າເຮົາມີຄວາມອົດທົນພະຍາມຍາມຜ່ານຜ່າທຸກອຸປະສັກນາໆປະການເຊືອແນ່ວ່າຈະມີຜົນສຳເລັດໃນພາຍໜ້າ,ເຊືອໝັ້ນຕໍ່ແນວທາງຂອງພັກ-ລັດໃນການພັດທະນາເສດຖະກິດ-ສັງຄົມ ແນ່ໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ໂດຍສະເພາະກໍ່ແມ່ນການຫັນການອາຊີບຈາກການລ້ຽງແບບທຳຊາດ ໄປສູ່ການລ້ຽງແບບນຳໄຊ້ເຕັກນິກວິທະຍາສາດລ້ຽງຫຼາຍກ່າຍເປັນສິນຄ້ານຳພາຄອບຄົວຫຼຸດຜົ້ນອອກຈາກຄວາມຍາກເທືອລະກ້າວ.

ບົດຈາກ: ແສງອາທິດ

ບ້ານຫ້ວຍສູ້ ເປັນບ້ານຊົນເຜົ່າມົ້ງ, ທີ່ຂື້ນກັບກຸ່ມບ້ານເມືອງເກົ້າ ຂອງເມືອງຊ່ອນ ແຂວງຫົວພັນ, ມີໄລຍະທາງຫ່າງຈາກເມືອງ ໄປທາງທິດຕາອອກສຽງເໝືອປະມານ 37 ກິໂລແມັດ, ມີ 68 ຄົວເຮືອນ ( ໃນນັ້ນ ຄົວເຮືອນທີ່ທຸກຍາກທີ່ສຸດ ມີຈໍານວນທັງໝົດ 14 ຄົວເຮືອນ, ທຸກ 25 ຄົວເຮືອນ, ປານກາງ 26 ຄົວເຮືອນ, ບໍ່ທຸກມີພຽງ 9 ຄົວເຮືອນ) ແລະ ມີ  110 ຄອບຄົວ, ປະກອບມີພົນລະເມືອງທັງໝົດ 544 ຄົນ, ຍີງ 263 ຄົນ, ເດັກນ້ອຍ ອາຍຸ 0-5 ປີ ໃນເກນອາຍຸເຂົ້າຮຽນມີ 48 ຄົນ, ຍິງ 18 ຄົນ. ອາຊີບສ່ວນໃຫຍ່ຂອງປະຊາຊົນພາຍໃນບ້ານແມ່ນ ເຮັດນາ, ເຮັດໄຮ່, ເຮັດສວນສາລີ,ລ້ຽງສັດ ​ແລະ ປູກກາເຟ ເປັນອາຊີບສຳຮອງ.

ໃນໄລຍະຜ່ານມາ ບ້ານດັ່ງກ່າວນີ້ແມ່ນ ມີຈໍານວນນັກຮຽນເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ໂຮງຮຽນຫລັງເກົ່າທີ່ມີສະພາບ ກໍ່ສ້າງແບບປະຖົມປະຖານ ແລະ ບໍ່ສາມາດຮອງຮັບເອົານັກຮຽນໄດ້ຢ່າງພຽງພໍ. ສະນັ້ນ ໃນເວລາວາງແຜນພັດທະນາບ້ານ ຮອບວຽນ 15 (ປີ 2018) ບ້ານຫ້ວຍສູ້ ຈຶ່ງໄດ້ຄັດເລືອກເອົາການກໍ່ສ້າງໂຮງຮຽນອະນຸບານ 1 ຫລັງ, ມີ 2 ຫ້ອງ ເປັນບຸລິມະສິດທໍາອິດ ໂດຍຜ່ານການວາງແຜນພັດທະນາຂັ້ນກຸ່ມບ້ານ ແລະ ​ໄດ້ຮັບຮອງເອົາການກໍ່ສ້າງໂຮງຮຽນອະນຸບານ ດັ່ງກ່າວຢູ່ໃນກອງປະຊຸມປະສານງານການວາງແຜນຂັ້ນເມືອງ. ຫລັງຈາກນັ້ນ, ທີມງານຈັດຕັ້ງປະຕິບັດຂັ້ນບ້ານ ໂດຍສົມທົບກັບວິຊາການຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ, ລົງສໍາຫລວດ ແລະ ອອກແບບ ລວມທັງມີການຈັດກອງປະຊຸມ ຜ່ານແບບກໍ່ສ້າງ, ວາງແຜນຈັດຕັ້ງປະຕິບັດ, ປະເມີນຜົນກະທົບດ້ານສັງຄົມ ແລະ ສິ່ງແວດລ້ອມ ແລະ ປະຊາຊົນໝົດບ້ານຕັດສິນໃຈຮັບເອົາຮູບແບບວິທີ ຈັດຊື້-ຈັດຈ້າງ ວັດສະດຸໃນການກໍ່ສ້າງ ແລະ ລົງມືໃນການກໍ່ສ້າງດ້ວຍໂຕຂອງເຂົາເຈົ້າເອງຢ່າງມີຄວາມເປັນເອກະພາບ ທຸກຂັ້ນຕອນແມ່ນຊຸມຊົນຊາວບ້ານມີສ່ວນຮ່ວມ ລວມທັງແມ່ຍິງ ແລະ ຜູ້ດ້ອຍໂອກາດ.

ສະນັ້ນ ໃນວັນທີ 19/04/2018  ໄດ້ເລີ່ມກໍ່ສ້າງໂຮງຮຽນຫລັງດັ່ງກ່າວ ແລະ ຄາດວ່າຈະໃຫ້ສຳເລັດລົງໃນວັນທີ 19/08/2018 ຕາມກໍານົດເວລາທີ່ວາງໄວ້. ການກໍ່ສ້າງໂຮງຮຽນອະນຸບານຫລັງນີ້ຈະ ມີມູນຄ່າທັງໝົດ 265 ລ້ານກວ່າກີບ, ຖ້າສົມທຽບໃສ່ມູນຄ່າທີ່ໃຫ້ບໍລິສັດຮັບເໝົາກໍ່ສ້າງເປັນຜູ້ກໍ່ສ້າງໃຫ້ຈະມີມູນຄ່າ 300 ລ້ານກວ່າກີບ ໝາຍຄວາມວ່າຊຸມຊົນສາມາດປະຢັດງົບປະມານໄດ້ຈໍານວນ 35 ລ້ານກວ່າກີບ.

ຖ້າຫາກການກໍ່ສ້າງໂຮງຮຽນສໍາເລັດແລ້ວ ມອບໃຫ້ຊຸມຊົນເປັນຜູ້ຄຸ້ມຄອງນໍາໃຊ້ ເດັກນ້ອຍໃນ​ເກນອາຍຸເຂົ້າໂຮງຮຽນ ກໍຈະໄດ້ມີໂຮງຮຽນຫລັງໃໝ່ທີ່ຖາວອນ ແລະ ສາມາດ ແກ້ໄຂຄວາມທຸກຍາກຂອງຊາວບ້ານທາງດ້ານການສຶກສາ ອີກດ້ານໜຶ່ງທັງເປັນການສ້າງໃຫ້ຊາວບ້ານມີຄວາມກ້າວໜ້າ ສາມາດນໍາເອົາຄວາມຮູ້ຄວາມສາມາດຂອງຕົນໄປນໍາໃຊ້ເຂົ້າໃນການປຸກສ້າງເຮືອນຂອງຕົນເອງ ແລະ ປະກອບອາຊີບ ໃນການຮັບເໝົາປຸກສ້າງຢູ່ເຂດທ້ອງຖິ່ນຂອງຕົນ ເຊິ່ງສອດຄ່ອງກັບທິດທາງນະໂຍບາຍ ແລະ ຍຸດທະສາດໃນການພັດທະນາສັງຄົມ ໂດຍສະເພາະ ແມ່ນບຸກທະລຸທາງດ້ານການພັດທະນາຊັບພະຍາກອນມະນຸດ ແລະ ແກ້ໄຂຄວາມທຸກຍາກໃນເຂດຊົນນະບົດຂອງລັດຖະບານລາວ.

ໂດຍ: ທລຍ ເມືອງຊ່ອນ

ການຈັດຕັ້ງປະຕິບັດດ້ານການຈັດເກັບລາຍຮັບ ຖືເປັນວຽກງານໜຶ່ງທີ່ສໍາຄັນ ທີ່ແຂວງອຸດົມໄຊ ຕ້ອງໄດ້ເອົາໃຈໃສ່ ເພື່ອເຮັດໃຫ້ແຜນງົບປະມານ ປະຈຳປີ 2018 ບັນລຸຕາມລະດັບຄາດຫມາຍ ດັ່ງນັ້ນ ແຂວງອຸດົມໄຊ ຈຶ່ງໄດ້ກໍານົດບັນດາມາດຕະການຈໍານວນໜຶ່ງຂຶ້ນມາຢ່າງລະອຽດ.

 

 

 

 

 

 

ສໍາລັບບັນດາມາດຕະການໃນການຈັດຕັ້ງປະຕິບັດ ດ້ານການຈັດເກັບລາຍຮັບເຂົ້າງົບປະມານ ທີ່ແຂວງອຸດົມໄຊ ກຳນົດຂຶ້ນມານີ້ ກໍເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດຕົວຈິງ ແນ່ໃສ່ເຮັດໃຫ້ຕົວເລກລາຍຮັບບັນລຸຕາມທິດທາງແຜນການທີ່ໄດ້ກຳນົດໄວ້ຄື 131 ກວ່າຕື້ກີບ ໃນນັ້ນ ລາຍຮັບພາຍໃນ ໃຫ້ໄດ້ 116 ກວ່າຕື້ກີບ,ຈາກສູນກາງ 14 ກວ່າຕື້ກີບ. ໃນນັ້ນ ປະກອບມີ: ເອົາ ໃຈໃສ່ສຶກສາອົບຮົມດ້ານການເມືອງ ແນວຄິດໃຫ້ແກ່ພະນັກງານລັດຖະກອນ ຂອງຂະແໜງການເງິນໃຫ້ເລິກເຊິ່ງ,ແທດເຖິງກວ່າເກົ່າ,ຍົກສຸູງຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ຮັບຜິດຊອບ ຢ່າງຕັ້ງໜ້າ ແລະ ມີລະບຽບວິໄນ,ເຜີຍແຜ່ບັນດາລະບຽບ,ກົດຫມາຍ ແລະ ນິຕິກຳ ໃຫ້ກວ້າງ ຂວາງ ເພື່ອຍົກສູງສະຕິຮັກຊາດ,ເສຍພັນທະໃຫ້ແກ່ລັດຕາມລະບຽບການ ແລະ ກໍານົດເວລາ,ເຄື່ອນໄຫວຄຸ້ມຄອງ,ກວດກາ ແລະ ຈັດເກັບລາຍຮັບການນຳເຂົ້າ ສົ່ງອອກສິນຄ້າໃຫ້ເຂັ້ມງວດ,ຫັນວຽກງານ ຈັດເກັບລາຍຮັບເຂົ້າສູ່ການຄຸ້ມຄອງດ້ວຍເຄື່ອງມືທີ່ທັນສະໄຫມ,ເກັບກໍາ ແລະ ຂຶ້ນທະບຽນບັນຊີຊັບສົມບັດຂອງລັດໃຫ້ຖືກຕ້ອງແລະຊັດເຈນ,ນຳໃຊ້ມາດຕະການຕ່າງໆ ທີ່ມີຢູ່ໃນລະບຽບ ໃຫ້ເຂັ້ມງວດ,ຈັດເກັບ ແລະ ຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນເຂົ້າງົບປະມານໃຫ້ຫມົດ,ຊຸກຍູ້,ຄຸ້ມຄອງ,ຕິດຕາມກວດກາ ການເກັບຄ່າທຳນຽມ ຄ່າບໍລິການ ລາຍຮັບວິຊາການ ນຳບັນດາພະແນກການ ເຂົ້າງົບປະມານຕາມລະບຽບການ,ເສີມຂະຫຍາຍການນຳໃຊ້ໃບເກັບເງິນຢ່າງກວ້າງຂວາງ ແລະ ຖືກຕ້ອງ,ເພີ່ມທະວີການປະສານງານຮ່ວມມື ກັບພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ເມືອງເພື່ອເກັບກໍາຂໍ້ມູນຕົວຈິງ ກ່ຽວກັບຕອນດິນ,ສຳມະໂນຕອນດິນ,ສຳປະທານ,ສັນຍາຊື້ ຂາຍດິນຕ່າງ ເພື່ອເປັນບ່ອນອີງເລັ່ງທ່ວງຈັດເກັບພາສີທີ່ດິນ ແລະ ພັນທະຕ່າງໆ ເຂົ້າງົບປະມານ,ຊຸກຍູຸ້ບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ຖືບັນຊີໃຫ້ຖືກຕ້ອງຕາມກົດຫມາຍ,ເພີ່ມທະວີການປະສານສົມ ທົບ ແລະ ສະເໜີກັບກະຊວງການເງິນ ຄົ້ນຄວ້າພິຈາລະນາ ແບ່ງປັນລາຍຮັບໃຫ້ແກ່ທ້ອງຖິ່ນ ແລະ ທຸກຂະແຫນງການຕ້ອງເອົາໃຈໃສ່ຊີ້ນຳ ນຳພາ ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບຕາມຖານຂໍ້ມູນທີ່ມີ, ເກັບລາຍຮັບໄດ້ແລ້ວຕ້ອງມອບລວມສູນເຂົ້າງົບປະມານໃຫ້ຄົບຕາມຈຳນວນ ແລະ ທ່ວງທັນຕາມເວລາ.

ບັນດາມາດຕະການທັງຫມົດນີ້ ຖືເປັນແຜນງານທີຈັດຕັ້ງປະຕິບັດ ໃນປີ 2018 ນີ້ ທີ່ແຂວງອຸດົມໄຊ ໄດ້ກຳນົດ ແລະ ຮັບຮອງເອົາຢູ່ໃນກອງປະຊຸມ ເຜີຍແຜ່ແນະນຳ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຄັ້ງວັນທີ 27-28 ກຸມພາ 2018.

ບົດຈາກ: ຄານມະນີ ຮຽນດໍຈັນ