ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

CGN LAOS ຊ່ວຍເຫລືອກໍ່ສ້າງທາງເບຕົງ ໃຫ້ແຂວງອຸດົມໄຊ

Dec 21, 2024

ພິທີ ມອບ-ຮັບ ເສັ້ນທາງເບຕົງເສີມເຫລັກ ທີ່ ບໍລິສັດ CGN LAOS ໃຫ້ການຊ່ວຍເຫຼືອລ້າ ຢູ່ ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 18 ທັນວານີ້ ທີ່ໜ້າຫ້ອງການສະໜາມບິນ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫລ້າຈຽມພອນ, ເຈົ້າແຂວງອຸດົມໄຊ, ທ່ານ ຈາງ ເຊົາຈຸນ ປະທານບໍລິສັດ CGN ພະລັງງານສາກົນ.
ທ່ານ ຄຳແສງ ອາລີ ຫົວໜ້າພະແນກ ໂຍທາທິການ ແລະ ຂົນ ສົ່ງ ກ່າວວ່າ: ໃນເມື່ອກ່ອນເສັ້ນທາງ ເສັ້ນນີ້ ເປັນພຽງເສັ້ນທາງ ປູຢາງສອງຊັ້ນ ໄດ້ຮັບການກໍ່ສ້າງ ມາແຕ່ປີ 2013 ມາດຕະຖານໃນການກໍ່ສ້າງ ຄວາມກ້ວາງໜ້າທາງປູຢາງ 5 ແມັດ, ລະບົບຮ່ອງລະບາຍນໍ້າຂ້າງທາງ ຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ, ບໍລິສັດ CGN LAOS ເຊີ່ງເປັນບໍລິສັດທີ່ລົງທຶນທາງດ້ານພະລັງງານລາຍໃຫຍ່ຢູ່ແຂວງອຸດົມໄຊ ໃຫ້ການຊ່ວຍເຫຼືອລ້າ ຍົກລະດັບເສັ້ນທາງ ໂດຍເລີ່ມກໍ່ສ້າງ ວັນທີ 25 ພະຈິກ 2024 ແລະ ສຳເລັດການກໍ່ສ້າງ ວັນທີ 18 ທັນວາ 2024 ເຊິ່ງມີຄວາມກ້ວາງໜ້າທາງປູເບຕົງ 7 ແມັດ, ຍາວ 1.260 ແມັດ, ມີລະບົບໄຟຟ້າເຍືອງທາງຄົບຊຸດ, ມີສິ່ງອຳນວຍຄວາມສະດວກ, ງົບມານທີນຳໃຊ້ແມ່ນງົບປະມານຊ່ວຍເຫຼືອລ້າ ຂອງ ບໍລິສັດ CGN LAOS, ການກໍ່ສ້າງ ມາຮອດປະຈຸບັນ ຄວາມຄືບໜ້າເກືອບ 100% (ຍັງເຫຼືອວຽກຕິດຕັ້ງສິ່ງອຳນວຍຄວາມສະດວກບາງອັນ).
ໃນພິທີໄດ້ເຊັນມອບ-ຮັບຢ່າງເປັນທາງການ ລະຫວ່າງ ທ່ານ ຈາງ ເຊົາຈຸນ ປະທານບໍລິສັດ CGN ພະລັງງານສາກົນ ກັບ ທ່ານ ຄຳແສງ ອາລີ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງອຸດົມໄຊ.