ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

CMG ປະ​ກາດ​ສະ​ຖານ​ທີ່ສຳ​ຮອງ​ຈັດງານລາຕີສະຫຼອງບຸນກຸດຈີນ​2025

Dec 26, 2024

CMG ປະ​ກາດ​ສະ​ຖານ​ທີ່ສຳ​ຮອງ​ຈັດງານລາຕີສະຫຼອງບຸນກຸດຈີນ​2025
ວັນທີ 24 ທັນວານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ປະກາດສະ ຖານທີ່ສຳຮອງຈັດ “ງານລາຕີສະຫຼອງບຸນກຸດຈີນ 2025” ຄື: ກຳແພງນະຄອນຈຸ່ງກິ່ງນະຄອນອູຮັ້ນແຂວງຫູເປີຍ, ນະຄອນລາຊາເຂດປົກຄອງຕົນເອງຊີ່ຈ້າງແລະນະຄອນອູຊີແຂວງຈ່ຽງຊູ.
ງານລາຕີສະຫຼອງບຸນກຸດຈີນ 2025 ແມ່ນງານລາຕີສະຫຼອງບຸນກຸດຈີນຄັ້ງທຳອິດຂອງ CMG ພາຍຫຼັງບຸນກຸດຈີນຖືກຮັບຮອງເປັນມໍລະດົກວັດທະນະທຳຂອງໂລກ ຊຶ່ງຈະສືບຕໍ່ຢຶດໝັ້ນຫຼັກການ “ຈັດງານລາຕີສະຫຼອງບຸນກຸດຈີນຢ່າງເປີດກວ້າງ, ອອກແຮງຢ່າງສຸດຂີດເພື່ອຈັດ “ງານລາຕີສະຫຼອງບຸນກຸດຈີນຂອງປະຊາຊົນ”ທີ່ມີສິລິມຸງ ຄຸນແລະຄວາມເບີກບານມ່ວນຊື່ນ. ໃນຄືນມື້ສິ້ນປີ, ສະຖານທີ່ສຳຮອງຈັດງານ 4 ແຫ່ງດັ່ງກ່າວຈະຮ່ວມກັບສະຖານທີ່ຫຼັກຈັດງານທີ່ນະຄອນຫຼວງປັກກິ່ງເພື່ອຈັດ “ງານມະໂຫລານດ້ານວັດທະນະທຳໃນຄືນວັນສິ້ນປີ”ທີ່ຄຶກຄື້ນມວນຊື່ນແລະໜ້າປະທັບໃຈໃຫ້ແກ່ຜູ້ຊົມທົ່ວໂລກ.