ມ້າສວຍສົດງົດງາມສີ່ໂຕໄດ້ປາກົດຕົວ, ອອກເດີນທາງຄັ້ງໃໝ່, ແລ່ນໄປທາງໜ້າຢ່າງເຕັມກຳລັງ. ວັນທີ 18 ທັນວານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ປະກາດສັດນຳໂຊກຂອງງານລາຕີບຸນກຸດຈີນ ປີມະເມຍ ຫຼື ປີມ້າ 2026 ມ້າທັງ 4 ໂຕມີຊື່ວ່າ “骐骐(ຊີຊີ)” “骥骥(ຈີ້ຈີ້)” “驰驰(ຊືຊື)” “骋骋(ເສີງເສີງ)”, ເປັນມ້າທີ່ໜ້າຮັກ, ມີກຳລັງວັງຊາ ແລະ ພະລັງຊີວິດຫຼາຍ.


ແຮງບັນດານໃຈໃນການອອກແບບສັດນຳໂຊກມາຈາກຮູບຊົງມ້າທີ່ເປັນອະມະຕະໃນປະຫວັດສາດຈີນສະໄໝຕ່າງໆ, ປະດັບດ້ວຍລວດລາຍບູຮານພັນປີ ເຊັ່ນ: ລາຍເມກທີ່ລ່ອງໄຫຼ ແລະ ລາຍເມກພູຜາເປັນຕົ້ນ, ເຕັມໄປດ້ວຍຄວາມງາມຂອງປະຫວັດສາດທີ່ມີຊີວິດຊີວາ ແລະ ຈິດວິນຍານອັນສົດໃສຂອງຍຸກສະໄໝໃໝ່.


