ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

LKFA ມອບຢາໃຫ້ໂຮງໝໍເມືອງທຸລະຄົມ-ແກ້ວອຸດົມ 600 ກວ່າລ້ານກີບ

Dec 1, 2024

ໃນວັນທີ 29 ພະຈິກຜ່ານມາ, ສະມາຄົມມິດ ຕະພາບ ລາວ – ສ. ເກົາຫຼີ (LKFA) ແລະ ສະມາຄົມມິດຕະພາບ ສ. ເກົາຫຼີ – ລາວ (KLFA) ຊຶ່ງນຳໂດຍທ່ານ ຄຳສວຍ ແກ້ວດາລາວົງ ປະທານ LKFA ພ້ອມຄະນະ ແລະ ທ່ານ ບຸນຍອງ ບຸດທະວົງ ຫົວໜ້າກົມການທູດປະຊາຊົນ ໄດ້ຮ່ວມກັນນຳເອົາຢາປົວພະຍາດ ມອບໃຫ້ແກ່ໂຮງໝໍເມືອງທຸລະຄົມ ແລະ ໂຮງໝໍເມືອງແກ້ວອຸດົມ ແຂວງວຽງຈັນ.
ຢາຈຳນວນດັ່ງກ່າວ, ແມ່ນໄດ້ມາຈາກການຊ່ວຍເຫຼືອ ຂອງສະມາຄົມມິດຕະພາບ ສ. ເກົາຫຼີ – ລາວ (KLFA) ໂດຍມອບໃຫ້ໂຮງໝໍເມືອງທຸລະຄົມ ມີຢາປົວພະຍາເບົາຫວານ 5 ແກັດໃຫຍ່ ແລະ ຢາຢອດຕາ 6 ແກັດ ລວມມູນຄ່າ 300 ລ້ານກວ່າກີບ ແລະ ໂຮງໝໍເມືອງແກ້ວອຸດົມ ປະກອບມີຢາປົວພະຍາດເບົາຫວານ 5 ແກັດໃຫຍ່ ແລະ ຢາຢອດຕາ 6 ແກັດ ລວມມູນຄ່າ 300 ລ້ານກວ່າກີບ.
ທ່ານ ຄຳສວຍ ແກ້ວດາລາວົງ ໄດ້ຕາງໜ້າໃຫ້ 2 ສະມາຄົມ LKFA ແລະ KLFA ກ່າວມອບ ແລະ ກ່າວຮັບໂດຍທ່ານ ດີ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກ ເມືອງທຸລະຄົມ ແລະ ທ່ານ ນາງ ສັກປະສິດ ແສນສັກ ຮອງຫ້ອງການສາທາລະນະສຸກ ເມືອງແກ້ວອຸດົມ ໂດຍຊ້ອງໜ້າຈາກພະນັກງານທັງສອງຝ່າຍ ແລະ ທັງ 2 ທ່ານ ໄດ້ກ່າວສະແດງຄວາມຂອບໃຈມາຍັງ 2 ສະມາຄົມ LKFA ແລະ KLFA ແລະ ຢືນຢັນວ່າຈະນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ພ້ອມທັງຫວັງວ່າຈະໄດ້ຮັບການຊ່ວຍເຫຼືອອີກໃນຕໍ່ໜ້າ.
ທີ່ມາ: ເມືອງທຸລະຄົມ