ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

MmoneyX ກະເປົາອີເລັກໂທນິກ ອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເປັນສາມາຊິກ LAPNET ຢ່າງເປັນທາງການ ເພື່ອເຮັດໃຫ້ທຸລະກຳທາງການເງິນງ່າຍສະດວກ ແລະ ວ່ອງໄວ

Jul 2, 2025

ວັນທີ 1 ກໍລະກົດ ປີ 2025, ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ລະຫວ່າງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ “ເອັມມັນນີເອັກສ” ເປັນສະມາຊິກ LAPNet ຢ່າງເປັນທາງການ.
ການເຊັນສັນຍາ ໃນຄັ້ງນີ້ ເພື່ອເປັນການເຊື່ອມຕໍ່ເອັມມັນນີເອັກສ ເຂົ້າຮ່ວມເປັນສະມາຊິກໃໝ່ຂອງ LAPNet ຢ່າງເປັນທາງການ ເປັນກະເປົາເງີນອີເລັກໂທນິກອັນດັບທຳອິດ ທີ່ໄດ້ເປັນຮັບຮອງເປັນສະມາຊິກ ແລະ ເປັນບາດກ້າວສໍາຄັນທີ່ MmoneyX, ໃນການຍົກລະດັບການໃຫ້ບໍລິການໂອນເງິນແບບໄຮ້ຮອຍຕໍ່ ໃນລະຫວ່າງການເຮັດທຸລະກຳກັບບັນດາທະນາຄານຕ່າງໆທີ່ເປັນສະມາຊິກຂອງ LAPNet ຫາ ເອັມມັນນີເອັກສ ນອກຈາກນັ້ນ ກະເປົາເອັມມັນນີເອັກສ ຍັງສາມາດໂອນເຂົ້າທຸກບັນຊີທະນາຄານທີ່ເປັນສະມາຊິກໄດ້ເຊັ່ນກັນ ເຊິ່ງກວມລວມເຖິງການສະແກນຊຳລະສິນຄ້າຕ່າງໆ ດ້ວຍ QR Code ທີ່ເປັນ Lao QR ສາມາດນຳໃຊ້ໄດ້ທຸກຮ້ານຄ້າທົ່ວປະເທດລາວ.
ປັດຈຸບັນ ເອັມມັນນີເອັກ ເຂົ້າເປັນສະມາຊິກ LAPNet ຖືເປັນບາດກ້າວສຳຄັນໃນການພັດທະນາແອັບພິເຄຊັນດ້ານການເງິນດິຈີຕອນຂອງລາວ ເຊິ່ງເປັນເຄືອຂ່າຍລະບົບຊຳລະເງິນລະຫວ່າງສະຖາບັນການເງິນ (Interbank Payment Network) ທີ່ຖືກພັດທະນາໂດຍທະນາຄານແຫ່ງ ສປປ ລາວ ເພື່ອສ້າງລະບົບການໂອນເງິນລະຫວ່າງທະນາຄານ ແລະ ພາກສ່ວນບໍລິການການເງິນດິຈີຕອນໃຫ້ເປັນມາດຕະຖານ ມີຄວາມປອດໄພ ແລະ ຄວາມໄວສູງ. ການຮ່ວມມືໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການເຊັນສັນຍາ ແຕ່ເປັນການປູທາງສໍາລັບການຮ່ວມມືໄລຍະຍາວລະຫວ່າງ ແລະ ເອັມມັນນີເອັກສ ທີ່ຈະນໍາເອົານະວັດຕະກຳທາງການເງິນ ແລະ ບໍລິການທີ່ສະດວກປອດໄພມາໃຫ້ປະຊາຊົນລາວຢ່າງທົ່ວໜ້າ.
ນອກນັ້ນ ເອັມມັນນີເອັກສ ຍັງມີການອັບເດດແອັບໃຫ້ກາຍເປັນ Mmoney SuperX ເຊິ່ງເປັນສູນລວມຈາກທຸກບໍລິການຂອງໂທລະຄົມມາເປີດບໍລິການທີ່ແອັບ MmoneyX, ນອກຈາກນັ້ນຍັງສາມາດຮອງຮັບ ກະເປົາການເງິນສຳລັບນັກທ່ອງທ່ຽວໂດຍການເຊື່ອມກັບລະບົບຂອງ Visa ແລະ Mastercard, ການບໍລິການຮັບເງິນໂອນຈາກຕ່າງປະເທດໂດຍຜ່ານລະບົບ Money Gram ໂດຍບໍ່ມີຄ່າທຳນຽມຮັບ ແລະ ຍັງມີໂປຣໂມຊັນຫຼາກຫຼາຍນຳອີກ.
ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ຫລື MmoneyX ໄດ້ກ່າວໃນພິທີເຊັນສັນຍາວ່າ: ການຮ່ວມມືໃນຄັ້ງນີ້, ມີຈຸດປະສົງຫຼັກ ເພື່ອຮັບຮອງເອົາການເຂົ້າເປັນສະມາຊິກຂອງ LAPNet ຢ່າງເປັນທາງການ ຈຸດປະສົງເພື່ອເປັນສົ່ງເສີມການພັດທະນາວົງການບໍລິການການເງິນດິຈິຕອນ ຜ່ານກະເປົາເງິນເທິງມືຖື ຂອງ ສປປ ລາວ ແລະ ເພື່ອຕອບສະໜອງ ການຫັນເປັນທັນສະໄໝ ໃນການຊຳລະສະສາງດ້ານການເງິນ, ການຫັນເປັນທັນສະໄໝຕາມວິໄສທັດຂອງລັດຖະບານ ກໍຄືທິດການເຫັນເປັນດິຈີຕອນຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ວາງອອກ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນໃນທົ່ວປະເທດ (Financial Inclusion) ຕາມທິດຂອງທະນາຄານແຫ່ງ ສປປ ລາວ ຜ່ານບໍລິການກະເປົາເງິນເທິງມີຖື MmoneyX ທີ່ສາມາດເຊື່ອມໂຍງບັນດາທະນາຄານ, ບໍລິສັດ Fintech ທັງພາຍໃນ ແລະ ສາກົນໂດຍຜ່ານເຄືອຂ່າຍຂອງ LAPNet ເພື່ອອຳນວຍຄວມສະດວກໃຫ້ແກ່ພໍ່ແມ່ປະຊາຊົນໃນການນຳໃຊ້ແອັບ MmoneyX ແບບບໍ່ຈຳກັດ ພຽງແຕ່ມີສັນຍານອິນເຕີເນັດ ກໍ່ສາມາດເຮັດທຸລະກຳທາງດ້ານການເງິນຄົບໃນແອັບດຽວ.
May be an image of 7 people and text that says 'พีหิเลุ้มสัมยา เอุ้ม ัด ลาวโมบายมัมม์ จำกัดผู้กรจ และ บลึสัด ลาอเมเลุมมิ เพเิ้ว เฉ้าเป้บ สะมารุ์ภ LAPNET ย้าง ย้างเป้มทางภาม AL MEMBERSHIP LICENS GNING CEREMONY BE MOBILE MONE AND LA TIONAL PAYMENT NE .,LTD วัมทำ o 202C npилeιKa emean រាមិសសា'
May be an image of 12 people, newsroom, dais and text
May be an image of 12 people, dais and text