Vietjet ສາຍການບິນເຕີບໂຕໄວທີ່ສຸດແຫ່ງໜຶ່ງຂອງອາຊີ ກຳລັງຂະຫຍາຍຕະຫຼາດໄປສະຫະລັດອາເມຣິກາ ໂດຍມີແຜນຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ເປົ້າໝາຍນີ້ໄດ້ເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ເມື່ອມໍ່ໆມານີ້ຂອງປະທານບໍລິສັດ Vietjet ທ່ານ ນາງ Nguyen Thi Phuong Thao, ໂດຍໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ ນາງ Lynn Martin.

ການຢ້ຽມຢາມຄັ້ງນີ້ມີຂຶ້ນພາຍຫຼັງ ດຣ ນາງ Thao, ແມ່ຍິງຮັ່ງມີທີ່ສຸດຂອງຫວຽດນາມ ໄດ້ສະຫຼອງການຮັບເອົາຍົນ Boeing 737-8 ລໍາທໍາອິດຂອງສາຍການບິນຢູ່ເມືອງSeattle ພາຍໃຕ້ຂໍ້ຕົກລົງສັ່ງຊື້ 200 ລຳ ມູນຄ່າ 32 ຕື້ໂດລາ ຊຶ່ງເປັນສັນຍາການສັ່ງຊື້ເຮືອບິນໃຫຍ່ທີ່ສຸດລະຫວ່າງຫວຽດນາມ ແລະ ສະຫະລັດອາເມຣິກາ.
ດຣ ນາງ Thao ໄດ້ເນັ້ນໜັກເຖິງຍຸດທະສາດສອງດ້ານຂອງ Vietjet ໃນການຂະຫຍາຍເຄືອຂ່າຍຖ້ຽວບິນສາກົນ ແລະ ຊອກຫາການເຂົ້າເຖິງຕະຫຼາດທຶນທົ່ວໂລກ ສະແດງໃຫ້ເຫັນເຖິງການເຕີບໂຕຂອງຕະຫຼາດຫຼັກຊັບຫວຽດນາມ. ທ່ານນາງໄດ້ຕັ້ງຂໍ້ສັງເກດເຖິງທ່າແຮງສໍາຫຼັບການລົງທະບຽນໃນອະນາຄົດທີ່ NYSE ບໍ່ພຽງແຕ່ສໍາລັບ Vietjet ເທົ່ານັ້ນ ຍັງເພື່ອ HDBank ຕື່ມອີກ ຊຶ່ງເປັນບ່ອນທີ່ທ່ານນາງດຳລົງຕໍາແໜ່ງເປັນຮອງປະທານຄະນະກໍາມະການ.
ດຣ ນາງ Thao ກ່າວຕື່ມວ່າ: ພວກເຮົາຈະຂະຫຍາຍຕະຫຼາດໄປສະຫະລັດອາເມຣິກາໃນໄວໆນີ້, ພວກເຮົາມີຄວາມຕື່ນເຕັ້ນຫຼາຍທີ່ຈະສຳຫຼວດໂອກາດໃນການລະດົມທຶນຢູ່ New York, ຕະຫຼາດຫຼັກຊັບໃຫຍ່ທີ່ສຸດຂອງໂລກ. ສິ່ງນີ້ບໍ່ພຽງແຕ່ເປັນຄວາມປາດຖະໜາຂອງ Vietjet ແລະ HDBank ເທົ່ານັ້ນ, ຍັງເປັນຄວາມຝັນຂອງວິສາຫະກິດຫວຽດນາມຈໍານວນຫຼາຍທີ່ຊອກຫາໂອກາດການເຊື່ອມໂຍງກັບທົ່ວໂລກ.”

ປັດຈຸບັນ NYSE ມີບໍລິສັດຈົດທະບຽນປະມານ 2.400 ແຫ່ງ ມີມູນຄ່າການຕະຫຼາດລວມກັນເກືອບ 29,000 ຕື້ໂດລາ. ທ່ານ ນາງ Lynn Martin, ຊຶ່ງເປັນແມ່ຍິງຄົນທີສອງທີ່ດຳລົງຕຳແໜ່ງເປັນປະທານຕະຫຼາດຫຼັກຊັບໃຫຍ່ທີ່ສຸດຂອງໂລກ ໄດ້ຢືນຢັນຄືນເຖິງຄຳໝັ້ນສັນຍາຂອງ NYSE ໃນການສະໜັບສະໜູນວິສາຫະກິດຫວຽດນາມຊອກຫາໂອກາດການເຂົ້າສູ່ຕະຫຼາດສະຫະລັດອາເມຣິກາ.
ຂ່າວ : ສົມພາວັນ ມະວົງໄຊ


