ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

Vietjet ບັນລຸບາດກ້າວສໍາຄັນດ້ວຍເຮືອບິນ Boeing ລຳທຳອິດ.

Sep 23, 2025

Vietjet ໄດ້ສະເຫຼີມສະຫຼອງການຮັບເຮືອບິນ Boeing 737-8 ລໍາທໍາອິດ ຈາກການສັ່ງຊື້ທັງໝົດ 200 ລໍາ ມູນຄ່າ 32 ຕື້ໂດລາກັບບໍລິສັດຜູ້ຜະລິດເຮືອບິນຊັ້ນນຳຂອງໂລກ. ພິທີສົ່ງມອບໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2025 ທີ່ສູນສົ່ງມອບເຮືອບິນຂອງບໍລິສັດ Boeing ທີ່ເມືອງ Seattle, ລັດ Washington, ສະຫະລັດອາເມລິກາ, ມີ ທ່ານ Luong Cuong ປະທານປະເທດຫວຽດນາມ, ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຈາກທັງສອງປະເທດ ແລະ ຄູ່ຮ່ວມທຸລະກິດເຂົ້າຮ່ວມ.
May be an image of 13 people, aircraft and text that says 'vietjetAfF.com If.com vietje ALBDEING a 407'
ການມອບ-ຮັບເຮືອບິນຄັ້ງນີ້,ຈັດຂຶ້ນພ້ອມກັບການສະເຫຼີມສະຫຼອງຄົບຮອບ 30 ປີ ຂອງສາຍພົວພັນທາງການທູດລະຫວ່າງສະຫະລັດອາເມລິກາ-ຫວຽດນາມ ເປັນການຢືນຢັນເຖິງບາດກ້າວອັນສຳຄັນຂອງການຮ່ວມມືທີ່ເພີ່ມຂຶ້ນລະຫວ່າງ Vietjet ແລະ Boeing, ເປັນສັນຍາຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjet ໃນການຂະຫຍາຍເຄືອຂ່າຍສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາຂົງເຂດການບິນຢ່າງຍືນຍົງໃນພາກພື້ນ ແລະ ໃນໂລກ.
ດຣ. Nguyen Thi Phuong Thao, ປະທານຄະນະກຳມະການບໍລິຫານສາຍການບິນ Vietjet, ກ່າວວ່າ: “ເຮືອບິນ Boeing ລຳທຳອິດນີ້ ເປັນຜົນມາຈາກການຮ່ວມມືເກືອບໜຶ່ງທົດສະວັດລະຫວ່າງ Boeing ແລະ Vietjet . ເປັນການເລີ່ມຕົ້ນຂອງການສົ່ງມອບອີກຫຼາຍຮ້ອຍລຳໃນຊຸມປີຂ້າງໜ້າ. ບາດກ້າວສຳຄັນນີ້ຈະຊ່ວຍເສີມສ້າງການຄ້າສອງຝ່າຍ, ເປັນສັນຍາລັກຂອງຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະລັດອາເມລິກາ-ຫວຽດນາມ ແລະ ສະແດງເຖິງຄວາມມຸ່ງຫວັງຮ່ວມກັນຂອງສອງຝ່າຍທີ່ຈະກ້າວສູ່ຄວາມສຳເລັດໃໝ່ໃນວົງການການບິນ. ນອກຈາກນີ້, ຍັງກໍ່ໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງຕໍ່ເສດຖະກິດຂອງທັງສອງປະເທດ ແລະ ສ້າງວຽກເຮັດງານທຳຫຼາຍຂຶ້ນ.
May be an image of 8 people and text that says 'AIKCO Leame ingecan VietjetAir.com All.com Vietjet ABOEING BOEING' May be an image of 11 people and text that says 'r vietjetAir.com All.com ABOEING a'
ເຮືອບິນລຳໃໝ່ນີ້, ພ້ອມກັບອີກຫຼາຍຮ້ອຍລຳທີ່ຈະສົ່ງມອບໃນຊຸມປີຂ້າງໜ້າ, ຈະຖືກນຳໃຊ້ເຂົ້າໃນເສັ້ນທາງການບິນທີ່ມີຄວາມຕ້ອງການສູງຂອງ Vietjet ເພື່ອຍົກລະດັບປະສົບການດ້ານການເດີນທາງໃຫ້ຜູ້ໂດຍສານຫຼາຍລ້ານຄົນ. ສໍາລັບຜູ້ໂດຍສານຂອງລາວ ສາຍການບິນນີ້ໄດ້ໃຫ້ບໍລິການຖ້ຽວບິນໂດຍກົງລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນມາເປັນເວລາດົນສົມຄວນແລ້ວ.
ຂ່າວ : ສົມພາວັນ ວສລ