ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນວັນທີ 12 ພະຈິກ 2025, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ຖືເປັນກຽດທີ່ໄດ້ຮ່ວມຕ້ອນຮັບຄະນະຂອງຮອງນາຍົກລັດຖະມົນຕີຫວຽດນາມ ແລະ ການນໍາຂອງລັດຖະບານລາວ ເພື່ອເປິກສາຫາລື ແລກປ່ຽນ ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ສຳຫຼັບໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ເມືອງໜອງບົກ, ແຂວງຄໍາມ່ວນ ໂດຍແມ່ນ Vinachem ເປັນຜູ້ລົງທຶນຜ່ານບໍລິສັດ TNHH ເຄມີ ແລະ ບໍ່ເກືອ ຫວຽດ – ລາວ (Vilachemsalt) ເປັນໜຶ່ງໃນບັນດາໂຄງການຮ່ວມມືເສດຖະກິດໃຫຍ່ທີ່ສຸດ ແລະ ເປັນສັນຍາລັກຂອງການຮ່ວມມືຍຸດທະສາດ ລະຫວ່າງລາວ-ຫວຽດນາມ ໃນຂົງເຂດອຸດສາຫະກໍາເຄມີ. ໂຄງການນີ້, ມີມູນຄ່າການລົງທຶນ ປະມານ 492 ລ້ານໂດລາ, ມີກໍາລັງການຜະລິດ 500.000 ໂຕນຕໍ່ປີ, ນໍາໃຊ້ເຕັກໂນໂລຊີຂຸດຄົ້ນອຸມົງບໍ່ແຮ່ທີ່ທັນສະໄໝ ແນໃສ່ສະໜອງຜະລິດຕະພັນເກືອກາລີ ທີ່ມີຄຸນນະພາບສາກົນ, ຮັບໃຊ້ການຜະລິດຝຸ່ນ ແລະ ອຸດສາຫະກໍາໃນພາກພື້ນ.

ນັບແຕ່ເດືອນສິງຫາ 2024 ເປັນຕົ້ນມາ, ໂຄງການຂຸດຄົ້ນບໍ່ເກືອກາລີ ຢູ່ແຂວງຄໍາມ່ວນ ໄດ້ເລີ່ມດຳເນີນການຄືນໃໝ່ ພາຍໃຕ້ການຊີ້ນໍາໂດຍກົງຂອງລັດຖະບານຫວຽດນາມ ແລະ ການປະສານສົມທົບຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການຂອງສອງປະເທດ. ໃນວັນທີ 2 ພະຈິກ 2025, Vinachem ໄດ້ເຮັດສໍາເລັດການປັບປຸງບົດລາຍງານການສຶກສາຄວາມເປັນໄປໄດ້ (FS) ໂດຍໜ່ວຍງານທີ່ເປິກສາສາກົນ Chonfar Engineering & Technology ສ້າງ, ຢືນຢັນ ໂຄງການມີຄວາມເປັນໄປໄດ້ໃນດ້ານເຕັກນິກ, ມີປະສິດທິຜົນດ້ານເສດຖະກິດ ແລະ ເປັນຜົນດີຕໍ່ການພັດທະນາທ້ອງຖິ່ນ.
ໃນປີ 2025, Vinachem ໄດ້ຜັນຂະຫຍາຍການເຄື່ອນໄຫວໃນການກະກຽມ ແລະ ຊຸກຍູ້, ສົ່ງເສີມໂຄງການ; ໃນນີ້: ໄດ້ສຳເລັດການຂົນສົ່ງກົນຈັກ, ອຸປະກອນ ຈາກຫວຽດນາມ ແລະ ໄທ ເຂົ້າມາສະຖານທີ່ກໍ່ສ້າງຢູ່ແຂວງຄໍາມ່ວນ; ຈັດກອງປະຊຸມສໍາມະນາວິທະຍາສາດ ນໍາເອົາຄໍາຄິດເຫັນຂອງຊ່ຽວຊານລະດັບຕົ້ນໆ ກ່ຽວກັບເຕັກໂນໂລຊີ ບໍ່ເກືອ ກາລີ; ເຮັດວຽກໂດຍກົງກັບຄູ່ຮ່ວມມືຫຼາຍທ່ານ ທັງພາຍໃນ ແລະ ສາກົນ ເພື່ອຊຸກຍູ້ລະດັບຄວາມຄືບໜ້າການຜັນຂະຫຍາຍໂຄງການ.
ປັດຈຸບັນ, ກຸ່ມບໍລິສັດເຄມີຫວຽດນາມ ກຳລັງເລັ່ງຜັນຂະຫຍາຍບັນດາລາຍການຂອງໂຄງການທີ່ຈະເຮັດໃນຕໍ່ໜ້າ, ພ້ອມທັງເຮັດເອະການສານຕ່າງໆ ດ້ານກົດໝາຍ ແລະ ເຕັກນິກໃຫ້ສຳເລັດ, ລະດົມແຫຼ່ງທຶນ ການເງິນ-ຊັບພະຍາກອນມະນຸດ; ດ້ວຍເປົ້າໝາຍ ມຸ່ງໝັ້ນເຮັດໃຫ້ຜະລິດຕະພັນສິນຄ້າໂຕທໍາອິດສໍາເລັດ ແລະ ນໍາສະເໜີສິນຄ້າໃນເດືອນກໍລະກົດ ປີ 2027. ສິ່ງນີ້ຈະເປັນຂີດໝາຍສໍາຄັນ, ຢືນຢັນຄວາມສາມາດຂອງ Vinachem ໃນການລົງທຶນຢູ່ນອກປະເທດ ກໍຄືການປະກອບສ່ວນທີ່ແທດຕົວຈິງ ເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດລາວ.
ໃນວາລະການເຮັດວຽກຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ກັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະທັງສອງຝ່າຍ, Vinachem ໄດ້ຍົກບາງຂໍ້ສະເໜີທີ່ສໍາຄັນ ແນໃສ່ຊຸກຍູ້ລະດັບຄວາມຄືບໜ້າຂອງໂຄງການ, ສະເໜີລັດຖະບານລາວ ນໍາໃຊ້ກົນໄກບຸລິມະສິດພິເສດດ້ານພາສີ ແລະ ການເງິນ; ສະເໜີກົມທໍລະນີ ແລະ ແຮ່ທາດຂອງລາວ ຍູ້ແຮງການປະເມີນຜົນ ແລະ ອະນຸມັດຜ່ານ FS, ກະຊວງກະສິກໍາ ແລະ ສິ່ງແວດລ້ອມລາວ ຫຼຸດຜ່ອນເວລາການອະນຸມັດຜ່ານບົດລາຍງານການຕີລາຄາຜົນກະທົບດ້ານສິ່ງແວດລ້ອມ (EIA), ພ້ອມກັບອະນຸຍາດໃຫ້ Vinachem ຜັນຂະຫຍາຍລະບົບພື້ນຖານເຕັກນິກຢູ່ເຂດໂຄງການໂດຍໄວ.

ບັນດາຂໍ້ສະເໜີ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກລັດຖະບານລາວ, ສະແດງອອກເຖິງນໍ້າໃຈຂອງການຮ່ວມມືຮອບດ້ານ ແລະ ເຊື່ອໝັ້ນ ລະຫວ່າງ ສອງປະເທດລາວ- ຫວຽດນາມ.
ທ່ານ ຟຸ້ງ ກວາງ ຫຽບ ປະທານສະພາສະມາຊິກກຸ່ມບໍລິສັດ ໄດ້ມີຄໍາເຫັນເນັ້ນໜັກວ່າ: “Vinachem ຖືສໍາຄັນສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ – ລາວ ຢູ່ສະເໝີ. ໂຄງການ ບໍ່ເກືອ ກາລີ ບໍ່ພຽງແຕ່ມີຄວາມໝາຍທາງເສດຖະກິດເທົ່ານັ້ນ, ຫາກຍັງເປັນສັນຍາລັກຂອງມິດຕະພາບ ແລະ ການຮ່ວມມືຍຸດທະສາດທີ່ຍາວນານ ລະຫວ່າງສອງລັດຖະບານ ແລະ ປະຊາຊົນສອງຊາດ”.
ທ່ານ ຫງວຽນ ຮິວ ຕູ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ໄດ້ຢືນຢັນການຕັດສິນໃຈຂອງ Vinachem ໃນການເຮັດສໍາເລັດບັນດາລະບຽບການດ້ານກົດໝາຍ, ການເງິນ, ເຕັກນິກ ເພື່ອເລີ່ມໂຄງການໂດຍໄວ, ເປີດບົດໃໝ່ໃນການຮ່ວມມືດ້ານອຸດສາຫະກໍາ ລະຫວ່າງ ຫວຽດນາມ – ລາວ.
ກຸ່ມທຸລະກິດເຄມີຫວຽດນາມ ເປັນກຸ່ມເສດຖະກິດຂອງລັດ ຂຶ້ນກັບກະຊວງການເງິນ, ເຄື່ອນໄຫວໃນບັນດາຂົງເຂດຝຸ່ນ, ເຄມີພື້ນຖານ, ຢາງພາລາ, ແບັດເຕີລີ ແບບສາກໄຟ, ສານຊັກລ້າງ ແລະ ຂຸດຄົ້ນ ແຮ່ “apait” ຫຼື ຫິນມີຄ່າ ໂດຍມີ 34 ໜ່ວຍງານສະມາຊິກ. ກຸ່ມນີ້ມີບົດບາດເປັນກຳລັງຫຼວງ ໃນການຮັບປະກັນຄວາມໝັ້ນຄົງດ້ານຝຸ່ນຂອງຊາດ, ພັດທະນາຂະແໜງອຸດສາຫະກໍາເຄມີສີຂຽວ, ໝູນວຽນ ແລະ ຫັນເປັນດີຈີຕອນ, ກ້າວສູ່ເປົ້າໝາຍການເຕີບໂຕທີ່ຍືນຍົງ ແລະ ເຊື່ອມໂຍງສາກົນ ທັງລວງເລິກ ແລະ ລວງກວ້າງ.



