ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

WIG NAGA ຄວ້າແຊັມບານເຕະເຍົາວະຊົນ ທີ່ ສປ ຈີນ ສະໄໝທີ 2

Jan 24, 2025

ທັບນັກກິລາບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 11 ປີ ນາຄາ W.I.G NAGA ຈາກ ສປປ ລາວ ປ້ອງກັນແຊັມ ໃນແດນມັງກອນ ສປ ຈີນ ໃນລາຍການ PANYI ELITE CUP 2025 ລາຍການໃຫຍ່ທີສຸດໃນຈີນ ທີ່ຊຽງໄຮ້ ຫຼັງເອົາສະນະທີມ ເສົາຊີງ( SAOCHING ) ທີມທີ່ແຂງແກ່ນທີສຸດ ແລະ ທີມທີ່ດີທີສຸດໃນ ສປ ຈີນ ດ້ວຍສະກໍ 2-1 ແລະ ຄວ້າແຊັມສະໄໝ ທີ 2 ຂອບໃຈ ໂຄສ ແລະ ນັກກິລາ ທີ່ທຸ່ມເທເຫື່ອແຮງ ສູ້ມາຕັ້ງແຕ່ນັດທໍາອິດ ເຖິງນັດຊິງຊະນະເລີດ ຈົນສາມາດຄວ້າແຊັມ ສ້າງກຽດ ແລະ ຊື່ສຽງ ມາສູ່ພີນ້ອງຊາວລາວ.
ສໍາລັບ W.I.G NAGA ຍາດລາງວັນມາໄດ້
ໂຄສດີເດັ່ນ ທ່ານ ສອນວິໄລ ສີຫາວົງ ຫົວໜ້າຄູເຝິກໃຫຍ່ ນັກເຕະດີເດັ່ນ ທ້າວ ອານຸສັກ ວິໄລກຸນ (ບ່ຽວເກດ) ຫົວໜ້າທີມທີ່ອາຍຸນ້ອຍກວ່າໝູ່ໃນທີມ.
ຜູ້ຮັກສາປະຕູດີເດັ່ນ ທ້າວ ເປ້ ເປັນຜູ້ຮັກສາປະຕູປະສົບການຄັ້ງທໍາອິດ ໃນລາຍການ ສ້າງຜົນງານໄດ້ດີພໍສົມຄວນ.
ສຸດທ້າຍນີ້ ຂໍຂອບໃຈ ທ່ານ ປະທານ ສະໂມສອນ ທ່ານ ວຽງໄຊ ວິໄລກຸນ ທີ່ຊັບພອດນ້ອງໆ ແລະ ສະໂມສອນທຸກຢ່າງ.
ຂອບໃຈພີ່ນ້ອງ ຊາວລາວ ທີ່ຮ່ວມຊົມ ຮ່ວມເຊຍ ໃຫ້ກຳລັງໃຈມາຕະຫຼອດ ແລະ ຜູ້ສະໜັບສະໜູນ ທຸກພາກສ່ວນ.