ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ທັນວາ 2022. ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ,
ໄດ້ຖະແຫຼງກ່ຽວກັບຜົນສຳເລັດການພິຈາລະນາ ບົດລາຍງານຂອງລັດຖະບານກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າເພື່ອແກ້ໄຂ
ບັນຫາການວ່າງງານ.
ທ່ານ ຄຳພັນ ດຳລັດ ໄດ້ຖະແຫຼງວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງວັນທີ 9 ທັນວາ 2022 ຜ່ານມາ ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບບັນ
ຫາການຫວ່າງງານຂອງແຮງງານລາວ ຈາກລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫຼັງຈາກນັ້ນຜູ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນມີຄໍາເຫັນຕໍ່ບົດລາຍງານດັ່ງ
ກ່າວ, ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າ ແລະ ໃນຖານະທີ່ເປັນຕົວແທນແຫ່ງສິດປະກອບຄວາມຄິດເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ແລະຜົນປະໂຫຍດ
ອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ,ພ້ອມທັງສະເໜີວິທີການແລະມາດຕະການ ເພື່ອໃຫ້ລັດຖະບານກໍຄືພາກສ່ວນກ່ຽວຂ້ອງນໍາໄປຄົ້ນຄວ້າ,ປັບປຸງວຽກງານດັ່ງກ່າວໃຫ້ມີຜົນສໍາເລັດດີຂຶ້ນ.
ຜູ້ແທນສ່ວນຫຼາຍແມ່ນເຫັນດີເປັນເອກະພາບ ແລະ ຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ວຽກງານສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນບັນ
ດາເຜົ່າເພື່ອແກ້ໄຂບັນຫາການວ່າງງານ, ຊຶ່ງໄລຍະຜ່ານມາເຫັນວ່າອັດຕາການວ່າງງານຫຼຸດລົງເຫຼືອພຽງ 18%, ແຕ່ເຖິງຢ່າງໃດກໍຕາມຜ່ານການຕິດຕາມກວດກາຕົວຈິງຂອງສະພາແຫ່ງຊາດ,
ຜູ້ແທນຍັງສະແດງຄວາມເປັນຫ່ວງເປັນໃຍ ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບາງດ້ານ ດັ່ງນີ້:
1 ການສ້າງ, ປັບປຸງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ, ການຈັດຫາວຽກເຮັດງານທຳທີ່ມີແລ້ວ ໃຫ້ສອດຄ່ອງກັບການ
ຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມໃນປັດຈຸບັນ ໃຫ້ເປັນລະບົບຄົບຊຸດຕື່ມ;
2 ສະເໜີລັດຖະບານ ຄົ້ນຄວ້າ, ພິຈາລະນາການລົງທຶນສ້າງ ແລະ ປັບປຸງລະບົບຖານຂໍ້ມູນ-ຂ່າວສານກ່ຽວກັບແຮງງານ, ອັດຕາການວ່າງງານ, ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້
ລວມສູນ, ເປັນເອກະພາບ, ຊັດເຈນ ແລະ ເປັນລະບົບທັນສະໄໝ, ສາມາດເຊື່ອມໂຍງ ແລະ ເຂົ້າເຖິງໄດ້ງ່າຍໃນຂອບເຂດທົ່ວປະເທດ;
3 ສະເໜີໃຫ້ລັດຖະບານ ຄົ້ນຄວ້າເພີ່ມຄ່າແຮງງານຂັ້ນຕໍ່າ ເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ດີຂຶ້ນ, ທັງເປັນແຮງຈູງໃຈໃຫ້ຜູ້ອອກແຮງງານ ແລະ ຮັບປະກັນການ
ມີສະຫວັດດີການທີ່ດີໃຫ້ແກ່ຜູ້ອອກແຮງງານ ຕາມກົດໝາຍກຳນົດ;
– ສະເໜີເພີ່ມອັດຕາເບ້ຍລ້ຽງ ໃຫ້ນັກຮຽນຢູ່ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນເຕັກນິກວິຊາຊີບ ໃຫ້ແທດເໝາະກັບຄ່າຄອງຊີບແຕ່ລະໄລຍະ,ພ້ອມທັງສະໜອງງົບປະມານໃຫ້ທັນກຳນົດເວລາ;
4 ຄົ້ນຄວ້າສ້າງແລະປັບປຸງ ພື້ນຖານໂຄງລ່າງ, ສະໜອງອຸປະກອນການຮຽນ-ການສອນ, ສ້າງສະພາບແວ້ດລ້ອມທີ່ເອື້ອອຳນວຍເພື່ອສ້າງແຮງຈູງໃຈໃຫ້ນັກຮຽນມາຮຽນ, ລວມທັງຈັດສັນຄູສອນ
ໃຫ້ພຽງພໍ;
5 ປັບປຸງ ແລະ ພັດທະນາຫຼັກສູດ, ວິທີການຮຽນ-ການສອນ, ການຝຶກວິຊາຊີບ ແລະການພັດທະນາສີມືແຮງງານ ໃຫ້ໄດ້ມາດຕະຖານສອດຄ່ອງກັບຍຸກການພັດທະນາອຸດສາຫະກຳ 4.0, ເຕັກໂນ
ໂລຊີດ້ານຂໍ້ມູນ ແລະ ການສື່ສານ, ທັກສະດ້ານພາສາຕ່າງປະເທດ;
6 ຊຸກຍູ້ ແລະ ສົ່ງເສີມໃຫ້ພາກເອກະຊົນມີສ່ວນຮ່ວມໃນການລົງທຶນ ໃສ່ວຽກງານການຝຶກວິຊາຊີບ, ການພັດທະນາສີມືແຮງງານແລະການສ້າງວຽກເຮັດງານທຳແກ່ປະຊາຊົນລາວບັນດາເຜົ່າໂດຍ
ສະເພາະຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ;
7 ຊຸກຍູ້ໃຫ້ມີສ່ວນຮ່ວມຂອງບັນດາຫົວໜ່ວຍທຸລະກິດ ກັບ ໂຮງຮຽນເຕັກນິກ-ວິຊາຊີບ, ສູນ, ສະຖາບັນພັດທະນາສີມືແຮງງານ ເພື່ອສ້າງແຜນພັດທະນາສີມືແຮງງານຮ່ວມກັນ, ພ້ອມທັງສ້າງ
ເງື່ອນໄຂທີ່ເໝາະສົມໃນການເຂົ້າເຖິງແຫຼ່ງທຶນ ເພື່ອປະກອບອາຊີບດ້ວຍຕົນເອງ;
8 ຈັດງານຕະຫຼາດນັດແຮງງານ ໂດຍການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເປັນແຕ່ລະໄລຍະຢູ່ແຕ່ລະທ້ອງຖິ່ນ ເພື່ອໃຫ້ແຮງງານລາວ ໄດ້ມີໂອກາດເຂົ້າເຖິງຕະຫຼາດແຮງງານຫຼາຍຂຶ້ນກວ່າເກົ່າ;
9 ເອົາໃຈໃສ່ພັດທະນາລະບົບການສະໜອງຂໍ້ມູນຂ່າວສານ ໂດຍຜ່ານພາຫະນະສື່ມວນຊົນ, ອອນລາຍ ກ່ຽວກັບການຮຽນວິຊາຊີບ ແລະ ໂຄສະນາເຜີຍແຜ່ໃຫ້ຜູ້ປົກຄອງ, ນັກຮຽນເຫັນໄດ້ຄວາມສໍາ
ຄັນຂອງການຮຽນວິຊາຊີບ, ການພັດທະນາສີມືແຮງງານແລະການສ້າງອາຊີບ ພ້ອມທັງສົ່ງເສີມໃຫ້ມີການພັດທະນາປື້ມແບບຮຽນ, ສົ່ງເສີມວັດທະນະທຳການອ່ານ ແລະ ການຮຽນຮູ້ກ່ຽວກັບການ
ສ້າງວິຊາຊີບ, ວຽກເຮັດງານທຳໃຫ້ຫຼາຍຂຶ້ນ;
10 ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍແລະນິຕິກໍາ ກ່ຽວກັບບັນຫາແຮງງານ, ການປົກປ້ອງສັງຄົມເພື່ອໃຫ້ຜູ້ອອກແຮງງານແລະຜູ້ໃຊ້ແຮງງານ ໄດ້ຮັບການປົກປ້ອງຕາມກົດໝາຍກໍານົດ.
ທັງໝົດນັ້ນ, ແມ່ນໄດ້ສະແດງເຖິງຄວາມຮັບຜິດຊອບໜ້າທີ່ການເມືອງຂອງລັດຖະບານ ໃນການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້
ໄຂບັນຫາວ່າງງານ ແລະ ຫຼຸດຜ່ອນອັດຕາການວ່າງງານ ໃຫ້ຍັງເຫຼືອ 15% ໃນປີ 2025.