ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມລັດຖະມົນຕີ ເພື່ອກະກຽມກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 4 ເມສາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດ ຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ສະມາຊິກສະພາມົນຕີ ຄະນະກໍາມາທິການແມ່ນໍ້າຂອງສາກົນ ສໍາລັບ ສປປ ລາວ, ໂດຍມີບັນດາລັດຖະມົນຕີທີ່ກ່ຽວຂ້ອງຈາກປະເທດແມ່ນໍ້າຂອງແລະຄູ່ຮ່ວມມືເຂົ້າຮ່ວມມື ຄື:ໄທ, ກໍາປູເຈຍ, ຫວຽດນາມ, ລາວ, ຈີນແລະມຽນມາ ເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນຜົນສໍາເລັດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ນັບຕັັ້ງແຕ່ສໍາເລັດການຮັບ ຮອງຖະແຫຼງການ ສຽມຣຽບ, ປະເທດກໍາປູເຈຍ ໃນປີ 2018 ຢ່າງເປັນທາງການ ໂດຍເນັັ້ນໃຫ້ເຫັນບາງຜົນສໍາເລັດ ເຖິງວ່າມີສິ່ງທ້າທາຍໃນພາກພື້ນ, ນອກຈາກນີ້ ໄດ້ນໍາສະເໜີຜົນຂອງກອງປະຊຸມສໍາມະນາວິຊາການສາກົນທີ່ຈັດຂຶ້ນໃນລະ ຫວ່າງວັນທີ 2-3 ເມສາ 2023 ເຊີ່ງມີຜູ້ຊ່ຽວຊານຫຼາຍຮ້ອຍຄົນຈາກທົ່ວໂລກເຂົ້າຮ່ວມ ເພື່ອລະດົມແນວຄວາມຄິດ, ກົນໄກທີ່ເປັນນະວັດຕະກໍາ ແລະ ການຮ່ວມມືທີ່ຈະເຮັດໃຫ້ແມ່ນໍ້າຂອງມີຄວາມໝັັ້ນຄົງ ແລະ ຍືນຍົງໃນອະນາຄົດ. ຜົນຂອງກອງປະຊຸມໃນຄັ້ງນີ້ ຈະເປັນສ່ວນສໍາຄັນໃຫ້ແກ່ການປຶກສາຫາລືຂອງບັນດາຫົວໜ້າລັດຖະບານ, ປະເທດສະມາຊິກ, ຄະນະກໍາມາທິການແມ່ນໍ້າຂອງສາກົນ ກໍຄື ກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ຈະຈັດຂຶ້ນໃນວັນທີ 5 ເມສາ 2023,
ເຊີ່ງບັນດາຫົວໜ້າລັດຖະບານປະເທດສະມາຊິກຈະຢໍ້າຄືນຄໍາໝັັ້ນສັນຍາທາງການເມືອງສູງສຸດຕໍ່ການຮ່ວມມໃນອ່າງແມ່ນໍ້າຂອງ, ໜ້າທີ່ ແລະ ພາລະບົດບາດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ການພັດທະນານໍ້າ ແລະ ຊັບພະຍາ ກອນທີທີ່ກ່ຽວຂ້ອງໃນອ່າງແມ່ນໍ້າຂອງຢ່າງຍຸຕິທໍາ ແລະ ຍືນຍົງ.
ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້, ທ່ານ ນາງ ບຸນຄໍາ ວໍລະຈິດ, ໄດ້ຍົກໃຫ້ເຫັນວ່າ: ພາກພື້ນແມ່ນໍ້າຂອງໃນປັດຈຸບັນ ແມ່ນມີຄວາມແຕກຕ່າງກັບໃນອາດີດຜ່ານມາ ເຊິ່ງເປັນເວລາເກືອບ 30 ປີແລ້ວ ທີ່ພາກພື້ນພວກເຮົາໄດ້ຮັບຮູ້ເຖິງການປ່ຽນແປງໃນຫຼາຍດ້ານ ເຊັ່ນ: ເສດຖະກິດ, ສັງຄົມ, ສິ່ງແວດ ລ້ອມ, ສະພາບດິນຟ້າອາກາດ ແລະ ການຮ່ວມມື ເຊິ່ງມີບາງສ່ວນຂອງອ່າງແມ່ນໍ້າຂອງ ຫາກໍໄດ້ຮັບການພັດທະນາ, ປົກປັກຮັກສາ ແລະ ປ່ຽນແປງ ວ່າງມໍ່ໆ ມານີ້.
ແມ່ນໍ້າຂອງມີທັງໂອກາດໃນການພັດທະນາແບບຍືນຍົງ ແລະ ພ້ອມດຽວກັນຍັງສິ່ງທ້າທາຍ ເຊິ່ງບາງສ່ວນຂອງອ່າງແມ່ນ້ຳຂອງແມ່ນໄດ້ຮັບການພັດທະນາທີ່ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ, ຄວາມໝັ້ນຄົງທາງດ້ານຊັບພະຍາກອນນໍ້າ ແລະ ປົກປ້ອງສັງຄົມຈາກຄວາມສ່ຽງທີ່ກ່ຽວຂ້ອງກັບນໍ້າ ໂດຍສະເພາະແມ່ນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ. ຢ່າງໃດກໍ່ຕາມ, ບາງສ່ວນຂອງອ່າງແມ່ນໍ້າຂອງຍັງພົບກັບສິ່ງທ້າທາຍຈຳນວນໜຶ່ງເຊິ່ງອາດສົ່ງຜົນກະ ທົບດ້ານລົບ.
ທ່ານໄດ້ຍົກໃຫ້ເຫັນຕື່ມວ່າ: ໃນຂະນະທີ່ພວກເຮົາມີຄວາມປິຕິຍິນດີຕໍ່ກັບການຂະຫຍາຍຕົວດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ ນັບມື້ນັບດີຂຶ້ນເປັນກ້າວໆ ເຊິ່ງເຮັດໃຫ້ພາກພື້ນມີຊີວິດຊີວານັ້ນ; ພວກເຮົາຈໍາເປັນຕ້ອງສ້າງແນວທາງໃຫມ່ສໍາລັບການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນນໍ້າໃນອ່າງແມ່ນໍ້າຂອງໃຫ້ມີຄວາມສົມດຸນ ແລະ ເໝາະສົມຍິ່ງໆຂຶ້ນໄປ.
ໂດຍສະເພາະການຫັນເປັນອຸດສະຫະກຳ ແລະ ການເພີ່ມຂຶ້ນສູງຂອງຈຳນວນປະ ຊາກອນ ແມ່ນໄດ້ສ້າງພາລະອັນໜັກໜ່ວງໃຫ້ແກ່ຊັບພະຍາກອນທຳມະຊາດຢ່າງຫຼີກລ້ຽງບໍ່ໄດ້. ສຳລັບສິ່ງທ້າທາຍໃນລະດັບໂລກ ເຊັ່ນ: ການປ່ຽນແປງດິນຟ້າອາກາດທີ່ກໍ່ໃຫ້ເກີດໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງຢ່າງໜັກໜ່ວງ ແລະ ຜົນກະທົບຂອງການແຜ່ລະບາດພະຍາດໂຄ ວິດ-19 ໃນໄລະຍະຜ່ານມານັ້ນ ຍັງເປັນສິ່ງທີ່ສໍາຄັນທີ່ພວກເຮົາຕ້ອງມີການປຶກສາຫາລືຮ່ວມກັນ. ສະນັ້ນ, ຈຶ່ງຈຳເປັນ ຕ້ອງມີນະວັດຕະກຳ ແລະ ການຮ່ວມມື ສຳລັບຄວາມໝັ້ນຄົງດ້ານຊັບພະຍາ ກອນນໍ້າ ແລະ ການພັດທະນາແບບຍືນຍົງ ໃນອ່າງແມ່ນໍ້າແຫ່ງນີ້.
ໃນໂອກາດນີ້, ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ຜູ້ແທນກອງປະຊຸມໄດ້ມາເຕົ້າໂຮມກັນ ເພື່ອຢ້ຳຄືນເຖິງຄຳໝັ້ນສັນຍາໃນການຮ່ວມມືຢ່າງຕັ້ງໜ້າເພື່ອຕອບໂຕ້ຕໍ່ສິ່ງທ້າທາຍ ແລະ ຍາດແຍ່ງໂອກາດການພັດທະນາ. ການຮັບຮອງ ແລະ ຈັດຕັ້ງປະຕິບັດຍຸດທະສາດການພັດທະນາອ່າງແມ່ນໍ້າຂອງ ສົກປີ 2021-2030 ແລະ ແຜນຍຸດທະ ສາດ ສົກປີ 2021-2025 ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມອັນສູງສົ່ງຂອງ ຄະນະກໍາມາທິການແມ່ນໍ້າຂອງສາກົນ ເພື່ອບັນລຸການຟື້ນຟູສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດຂອງອ່າງແມ່ນ້ຳຂອງຢ່າງຮີບດ່ວນ.
ທັງສະແດງຄວາມຮູ້ສຶກຍິນດີເປັນຢ່າງສູງທີ່ໄດ້ເພີ່ມທະວີການຮ່ວມມືກັບຄູ່ເຈລະຈາຂອງພວກເຮົາ ກໍຄື ສປ ຈີນ ແລະ ມຽນມາ ແລະ ຄູ່ຮ່ວມມືພັດທະນາ ແລະ ຄູ່ຮ່ວມງານອື່ນໆ ໃນເສັ້ນທາງທີ່ຍາກລໍາບາກ ແຕ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນນີ້.
May be an image of 6 people, people standing and text that says 'LD 4th 4 SUMMIT Vientiane Lao PDR 2-5 April 2023 Û and Cooperation fora Water Secure and Sustainable Innovation JAPAN GERMANY FRANCE'
May be an image of 10 people and people sitting
May be an image of 7 people, people standing, people sitting and text that says 'MRC MRO ELOPMEN'
May be an image of 9 people, people standing and people sitting
May be an image of 5 people and text that says 'MRC VABLE 4th SUMMIT Vientiane Lao PDR. 2-5 April 2023 Mekong Mekong Innovation nd Cooperation for Water Secure and Sustainable WorlBank WORLDBANK'
May be an image of 10 people, people standing and people sitting
May be an image of 1 person and standing