ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 25 ມັງກອນ 2023 ນີ້ ທ່ານ ນາງ ແກ້ວລາ ມະນີຈິດ ຄະນະປະຈຳ ເລຂາ ທິການສະພາປະຊາຊົນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບ ການກະກຽມດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II ຈະໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 1-3 ກຸມພາ 2023 ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ເຊີ່ງຈະໄດ້ຄົ້ນຄວ້າ, ພິຈາລະ ນາ ແລະຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງແຂວງ ດັ່ງນີ້:
I. ວຽກງານ ຂອງອົງການປົກຄອງແຂວງ
1. ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງການປົກຄອງແຂວງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ( ລາຍງານໂດຍ: ທ່ານ ເຈົ້າແຂວງຫຼວງພະບາງ );
2. ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງແຂວງ. ( ລາຍງານໂດຍ: ພະແນກແຜນການ ແລະ ການລົງທຶນແຂວງ );
3. ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງແຂວງ. ( ລາຍງານໂດຍ: ພະແນກ ການເງິນແຂວງ );
4. ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງແຂວງ. ( ລາຍງານໂດຍ: ທ່ານ ຮອງເຈົ້າແຂວງຫຼວງພະບາງ );
5. ຮັບຟັງລາຍງານ ກ່ຽວກັບການເຄື່ອນໄຫວວຽກງານກວດສອບ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຜົນການກວດສອບຄືນ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2021 ຂອງແຂວງຫຼວງພະບາງ. ( ອົງການກວດສອບ ປະຈໍາພາກເໜືອ );
6. ຮັບຟັງລາຍງານ ກ່ຽວກັບຜົນການກວດກາ ການຕ້ານການສໍ້ລາບັງຫຼວງ ແລະ ການແກ້ໄຂຜົນ ຂອງການກວດສອບ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022. ( ລາຍງານໂດຍ: ຄະນະກວດກາພັກ, ອົງການກວດກາລັດແຂວງ );
7. ຮັບຟັງລາຍງານ ກ່ຽວກັບຜົນການຄວບຄຸ້ມລາຄາສິນຄ້າ ປະເພດສະບ່ຽງອາຫານ ແລະ ສິນຄ້າປະເພດອື່ນທີ່ຈໍາເປັນ. ( ລາຍງານໂດຍ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ );
8. ຮັບຟັງລາຍງານ ກ່ຽວກັບຜົນການຜະລິດເປັນສິນຄ້າ ຕາມແລວທາງລົດໄຟ ແລະ ການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍການປູກຫຍ້າ-ລ້ຽງສັດ. ( ລາຍງານໂດຍ: ພະແນກກະສິກໍາ ແລະ ປ່າໄມ້ແຂວງ );
9. ຮັບຟັງລາຍງານ ກ່ຽວກັບຜົນການແກ້ໄຂຜົນກະທົບໃນການສ້າງທາງເວັ້ນຕົວເມືອງ ແລະ ທາງລົດໄຟ ລາວ-ຈີນ. ( ລາຍງານໂດຍ: ພະແນກໂຍທາທິການ ແລະ ຂົນສົ່ງແຂວງ );
10. ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ສະພາປະຊາຊົນແຂວງອອກມະຕິຮັບຮອງ ແລະ ສະພາບການແກ້ໄຂ ບັນຫາຄູສອນທີ່ເຫຼືອບໍພໍ ພາຍໃນແຂວງຫຼວງພະບາງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023. ( ລາຍງານໂດຍ: ພະແນກສຶກສາທິການ ແລະ ກິລາແຂວງ );
11. ຮັບຟັງລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ທິດທາງແຜນການ 6 ເດືອນຕົ້ນປີ 2023. ( ລາຍງານໂດຍ: ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ).
II. ວຽກງານອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ
1. ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນແຂວງ. ( ລາຍງານໂດຍ: ຫົວໜ້າອົງການໄອຍະການປະຊາຊົນແຂວງ );
2. ຮັບຟັງລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນແຂວງ. ( ລາຍງານໂດຍ: ປະທານ ສານປະຊາຊົນແຂວງ ).
III. ວຽກງານສະພາປະຊາຊົນແຂວງ
1. ຮັບຟັງກລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສະພາປະຊາຊົນແຂວງ. ( ລາຍງານໂດຍ: ຄະນະປະຈໍາສະພາປະຊາຊົນແຂວງ ).
2. ບົດປະກອບຄໍາເຫັນ ຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ຂອງແຂວງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຕໍ່ບົດລາຍງານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023.
3. ບົດປະກອບຄໍາເຫັນ ຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ບົດລາຍງານ ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ທິດທາງ 6 ເດືອນຕົ້ນປີ 2023 ແລະ ຕໍ່ບດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ;
4. ບົດປະກອບຄໍາເຫັນ ຂອງແນວລາວສ້າງຊາດ ຕໍ່ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສະພາປະຊາຊົນແຂວງ.
IV. 4. ມະຕິ ກອງປະຊຸມສະພາປະຊາຊົນແຂວງ
1. ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງແຂວງ;
2. ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ການເຄື່ອນໄຫວວຽກງານກວດສອບ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຜົນການກວດສອບຄືນ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2021 ຂອງແຂວງຫຼວງພະບາງ.
3. ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ຜົນການກວດກາ ການຕ້ານການສໍ້ລາດບັງຫຼວງ ແລະ ຜົນການແກ້ໄຂຜົນການກວດສອບ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງແຂວງຫຼວງພະບາງ.
4. ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນແຂວງ.
5. ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສານປະຊາຊົນແຂວງ;
6. ມະຕິ ກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂອງສະພາປະຊາຊົນແຂວງ.
ທ່ານ ນາງ ແກ້ວລາ ມະນີຈິດ ໃນນາມຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ, ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ນັກສຶກສາ, ປັນຍາຊົນ, ກຳມະ ກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ ໃນທົ່ວແຂວງຫຼວງພະບາງ ໄດ້ໃຊ້ສິດປະຊາທິປະໄຕ ເພື່ອສະເໜີບັນດາຄໍາເຫັນຄໍາເຫັນອັນເປັນປະໂຫຍດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງຫຼວງພະບາງ ໃນໄລຍະດຳເນີນກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນ 071 156 ( ໂທແບບບໍ່ເສຍຄ່າ ). ໂອກາດນີ້ ທ່ານໄດ້ອວຍພອນໄຊ ແດ່ບັນດາທ່ານການນໍາພັກ-ລັດ ແລະ ຄະນະນໍາທຸກຂັ້ນພາຍໃນແຂວງຫຼວງພະບາງ ຈົ່ງມີພາລະນາໄມສົມບູນ, ມີຄວາມສຸກໃນຊີວິດຄອບຄົວ ແລະ ສຶບຕໍ່ນໍາພາ-ຊີ້ນໍາແຂວງຫຼວງພະບາງ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນແດ່ ພະນັກງານ, ທະຫານ, ຕຳຫຼວດ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ ໃນທົ່ວແຂວງຫຼວງພະບາງ ຈົ່ງມີສຸກຂະພາບເຂັ້ມແຂງປະສົບຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.