ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 28 ກຸມພາ 2023, ທີ່ແມືອງວັງວຽງ ແຂວງວຽງຈັນ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ “ເວທີປຶກສາຫາລືແລກປ່ຽນບົດຮຽນດ້ານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການຄ້າ ໃຫ້ແກ່ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ທ່ານ ດາວເຮືອງ ນັນທາວົງ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງວຽງຈັນ. ກອງປະຊຸມນີ້ ແມ່ນເປັນຫນຶ່ງໃນກິດຈະກໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອໃນຂົງເຂດວຽກງານດັ່ງກ່າວ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ຂະແໜງການ ຈາກ 6 ແຂວງພາກກາງຂອງ ສປປ ລາວ ເຂົ້າຮ່ວມຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ.
ຈຸດປະສົງຂອງກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ທີ່ກ່ຽວຂ້ອງຕ່າງໆແນໃສ່ເພື່ອສ້າງສະພາບແວດລ້ອມທີ່ດີ ແລະ ວາງທິດທາງໃນການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆຂອງວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ຂອງ ສປປ ລາວ ກັບພາກພື້ນ ແລະ ສາກົນ ເພື່ອສົ່ງເສີມການຮ່ວມມືໃນຂອບດັ່ງກ່າວ ໂດຍສະເພາະ ໃນຂອບການຮ່ວມມືກັບບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບແຜນງານອໍານວຍຄວາມສະດວກທາງດ້ານການຄ້າ ເພື່ອຊອກຫາວິທີທາງແກ້ໄຂຊ່ອງວ່າງທີ່ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ເປັນຕົ້ນ: ຂອດການປະສານງານລະຫວ່າງຂະແໜງການພາກລັດດ້ວຍກັນ, ການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ, ການປະສານງານລະຫວ່າງຂະແໜງການຂອງລັດກັບກັບພາກທຸລະກິດ ເພື່ອຫຼຸດຜ່ອນຂອດທີ່ບໍ່ຈໍາເປັນ ໃນການເຮັດທຸລະກໍາທາງການຄ້າເພື່ອເຮັດວຽກງານການຄ້າມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ.
ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ ແລະ ສ້າງສັນ, ບັນດາວິທະຍາກອນ ແລະ ນັກສໍາມະນາກອນຈາກຂະແໜງການກ່ຽວຂ້ອງໄດ້ມີການຂຶ້ນບັນຍາຍແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງຢ່າງຕັ້ງໜ້າກ່ຽວກັບ ການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກດ້ານການຄ້າ, ພ້ອມທັງຕີລາຄາຄືນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີໃນການແກ້ໄຂບັນຫາ ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ