ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ເເມ່ນໄດ້ຮັບການພັດທະນາຜ່ານການສະໜັບສະໜູນຂອງ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ພາຍໃຕ້ ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ.
ນະຄອນຫຼວງວຽງຈັນ, ວັນທີ 25 ກໍລະກົດ 2022 – ໃນມື້ນີ້ ກະຊວງສຶກສາທິການ ແລະ ກິລາ ໄດ້ເປີດການນຳໃຊ້ ລະບົບຂໍ້ມູນຂ່າວສານຄຸ້ມຄອງການສຶກສາ ແລະ ກິລາ ຂອງ ສປປ ລາວ (LESMIS) ຢ່າງເປັນທາງການ, ຊຶ່ງເປັນລະບົບດິຈິຕອລທີ່ຈະຊ່ວຍອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນດ້ານການສຶກສາ, ວິທະຍາສາດ ແລະ ກິລາ ໃນ ສປປ ລາວ ຢ່າງວ່ອງໄວ ເພື່ອຊ່ວຍສະໜັບສະໜຸນການຕິດຕາມ, ປະເມີນຜົນ ແລະ ກຳນົດນະໂຍບາຍຕ່າງໆຂອງຂະແໜງການ.
ພິທີເປີດໂຕ ລະບົບ LESMIS ເເມ່ນໃຫ້ກຽດເປັນປະທານໂດຍ ພະນະທ່ານ ຮອງສາດສະດາຈານ ປອ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເເລະ ເຂົ້າຮ່ວມໂດຍ ພະນະທ່ານນາງ ອີນາ ມາກຊີອູລີໂອເນເຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ແລະ ທ່ານນາງ ປອ. ປີອາ ເຣເບລໂລ ບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ.
“ຂໍ້ມູນທີ່ມີຄຸນນະພາບນັ້ນມີຄວາມສຳຄັນຫຼາຍ ເເລະ ຈະຊ່ວຍໃຫ້ພວກເຮົາເຂົ້າໃຈເຖີງຄວາມຕ້ອງການດ້ານການຮຽນຂອງເດັກນ້ອຍຫຼາຍຂຶ້ນ. ລະບົບ LESMIS ຈະເຮັດໜ້າທີ່ເປັນລະບົບຄຸ້ມຄອງຂໍ້ມູນສູນກາງທີ່ຈະຊ່ວຍສະໜອງການເຂົ້າເຖິງຂໍ້ມູນການສຶກສາທັງໝົດໃນ ສປປ ລາວ, ຊຶ່ງຂໍ້ມູນເຫຼົ່ານີ້ ເເມ່ນມິຄວາມສໍາຄັນເປັນພິເສດໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19,” ກ່າວໂດຍ ພະນະທ່ານ ປອ. ພຸດ ສິມມາລາວົງ. ນອກນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນໃນການພັດທະນາ ລະບົບ LESMIS ພາຍໃຕ້ ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES) ອີກດ້ວຍ.
ກ່ອນການພັດທະນາລະບົບ LESMIS, ກະຊວງສຶກສາທິການ ແລະ ກິລາ ໄດ້ນຳໃຊ້ລະບົບຄຸ້ມຄອງຂໍ້ມູນຫຼາຍໆເເບບ, ຊຶ່ງແຕ່ລະ ລະບົບເເມ່ນມີຂໍ້ມູນສຳຄັນກ່ຽວກັບການສຶກສາໃນ ສປປ ລາວ ເເລະ ຄຸ້ມຄອງໂດຍພາກສ່ວນຕ່າງໆ. ເເຕ່ຍ້ອນການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຫຼາຍໆອັນຈື່ງເຮັດໃຫ້ເກີດມີຄວາມຫຍຸ້ງຍາກໃນການນໍາໃຊ້ຂໍ້ມູນເຫຼົ່ານີ້ຢ່າງເຕັມປະສິດຕິພາບ ແລະ ບາງຄັ້ງກໍ່ເຮັດໃຫ້ເກີດມີຄວາມຊໍ້າຊ້ອນໃນການເກັບກໍາຂໍ້ມູນນັບຕັ້ງເເຕ່ຂັ້ນເມືອງຈົນເຖິງຂັ້ນໂຮງຮຽນ. ດັ່ງນັ້ນ, LESMIS ຈະຊ່ວຍແກ້ໄຂສິ່ງທ້າທາຍໃນດ້ານນີ້ ແລະ ຍັງຈະເປັນລະບົບທີ່ສາມາດເຂົ້າເຖິງໄດ້ຜ່ານທາງອອນລາຍ ເເລະ ໃນຮູບເເບບ ເເອັບ, ໂດຍຂັ້ນສູນກາງ ຫຼື ຂັ້ນທ້ອງຖິ່ນ ແລະ ໂຮງຮຽນ.
“ລະບົບ LESMIS ຖືກອອກແບບມາເພື່ອເປັນລະບົບຄຸ້ມຄອງຂໍ້ມູນສູນກາງສໍາລັບຂະແຫນງການ ແລະ ຈະປັບປຸງການຄຸ້ມຄອງຂໍ້ມູນການສຶກສາໂດຍລວມໃນ ສປປ ລາວ,” ກ່າວໂດຍ ພະນະທ່ານນາງ ອີນາ ມາກຊີອູລີໂອເນເຕ. ທ່ານນາງ ຍັງໄດ້ກ່າວອີກວ່າ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນເເກ່ ກະຊວງສຶກສາທິການ ແລະ ກິລາ ໃນການບັນລຸເປົ້າໝາຍທີ່ກໍານົດໄວ້ໃນ ແຜນພັດທະນາຂະແຫນງການສຶກສາ ແລະ ກິລາ (ESSDP) ເຊັ່ນດຽວກັນ.
“ພວກເຮົາຕ້ອງຮັບຮູ້ວ່າລະບົບ LESMIS ຍັງຈະສືບຕໍ່ຜັນຂະຫຍາຍ ນັບຈາກນີ້ເປົນຕົ້ນໄປ ເເລະ ຍັງຈະມີລະບົບຂໍ້ມູນຂ່າວສານການສຶກສາອື່ນໆເພີ່ມຕື່ມ ທີ່ຈະຖືກປະກອບເຂົ້າໃນລະບົບ LESMIS ພາຍໃຕ້ການຊີ້ນໍາຂອງ ກະຊວງສຶກສາທິການ ແລະ ກິລາ. ຄຽງຄູ່ກັນນີ້, ອົງການຢູນິເຊັບ ຍັງຄົງໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ສະໜັບສະໜູນ ພ້ອມກັບຄູ່ຮ່ວມງານຂອງພວກເຮົາ,” ກ່າວໂດຍ ທ່ານ ປອ. ປີອາ ເຣເບລໂລ ບີຣໂຕ. ທ່ານຍັງໄດ້ກ່າວອີີກວ່າ ອົງການຢູນິເຊັບ ຈະສືບຕໍ່ສະໜັບສະໜຸນ ກະຊວງສຶກສາທິການ ແລະ ກິລາ ໃນການດຳເນີນວຽກງານຂອງ LESMIS ແລະ ການສ້າງຄວາມສາມາດຂອງພະນັກງານເພື່ອໃຫ້ສາມາດ ນຳໃຊ້ລະບົບດັ່ງກ່າວໄດ້ຢ່າງເຕັມທີ່.
ເພື່ອສະໜັບສະໜູນການເປີດການນຳໃຊ້ລະບົບ LESMIS ແລະ ວຽກງານອື່ນໆ, ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ຍັງໄດ້ມອບອຸປະກອນ ICT ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ, ຊຶ່ງອຸປະກອນເຫຼົ່ານີ້ເເມ່ນໄດ້ຖືກຈັດຊື້ພາຍໃຕ້ ແຜນງານການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນ ສປປ ລາວ (PSES). ອຸປະກອນດັ່ງກ່າວປະກອບມີ ຄອມພິວເຕີໂນດບຸກ 333 ເຄື່ອງ, ແທັບເລັດ 1,668 ໜ່ວຍ ແລະ ໂທລະທັດພ້ອມຊຸດຈານຮັບສັນຍານ 456 ຊຸດ. ອຸປະກອນດັ່ງກ່າວຍັງຈະຊ່ວຍສະໜັບສະໜູນ ກະຊວງ ໃນການຍົກລະດັບທັກສະດ້ານດິຈິຕອລ ໃນຂົງເຂດວຽກງານທີ່ສຳຄັນອື່ນໆ ພາຍໃຕ້ PSES, ລວມເຖີງວຽກງານປະກັນຄຸນນະພາບການສຶກສາ ແລະ ການເຜີຍແຜ່ ຖານຂໍ້ມູນການຮຽນ-ການສອນອອນລາຍຂອງ ກະຊວງສຶກສາທິການ ແລະ ກິລາ ຄັງປັນຍາລາວ. ລວມມູນຄ່າ 899,000 ໂດລາ
ນອກຈາກນັ້ນ, ຍັງໄດ້ມີການມອບຊຸດອຸປະກອນ ICT ອີກຈຳນວນໜື່ງເພີ່ມຕື່ມໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ, ຊຶ່ງສະໜອງໃຫ້ໂດຍຜ່ານການສະໜັບສະໜຸນຂອງ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE), ເພື່ອປະກອບສ່ວນເຂົ້າໃນວຽກງານການຕອບໂຕ້ ພະຍາດ COVID-19 ຂອງຂະແໜງການສຶກສາ. ອຸປະກອນຊຸດນີ້ປະກອບມີ ຄອມພິວເຕີໂນດບຸກ 200 ເຄື່ອງ, ໂປເຈັກເຕີເຄື່ອນທີ່ 200 ເຄື່ອງ, ແທັບເລັດ 450 ໜ່ວຍ ແລະ ໂທລະທັດ 300 ຊຸດ. ລວມມູນຄ່າ 364,724 ໂດລາ