ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະນຳສະພາປະຊາຊົນ ແຂວງຈໍາປາສັກ ແລະ ຄະນະການນນໍາສະພາປະຊາຊົນແຂວງດົ່ງນາຍ ສສ ຫວຽດ ນາມ ໄດ້ພົບປະແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ.ພິທີຈັດຂຶ້ນໃນຕອນບ່າຍຂອງວັນທີ 08 ເມສາ 2023 ນີ້ ,ທີ່ສະພາປະຊາຊົນແຂວງຈຳປາສັກ ຊຶ່ງຝ່າຍແຂວງຈຳປາສັກ ນຳໂດຍ ສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ຝ່າຍແຂວງດົ່ງນາຍ ນໍາໂດຍ ສະຫາຍ ຖ່າຍບ້າວ ຄະນະປະຈໍາພັກແຂວງ,ປະທານສະພາປະຊາຊົນແຂວງດົ່ງນາຍ ສສ ຫວຽດ ນາມ.ມີຄະນະນຳທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຄັ້ງນີ້ ພາຍຫຼັງ ສະຫາຍ ສາຍທອງ ໄຊຍະວົງ ປະທານສະພາປະ ຊາຊົນແຂວງຈໍາປາສັກ ໄດ້ສະແດງຄວາມຕ້ອນຮັບ ຢ່າງອົບອຸ່ນແລ້ວ, ສະຫາຍໄດ້ຕີລາຄາວ່າ ການເດີນທາງມາພົບປະແລກ ປ່ຽນບົດຮຽນ ໃນຄັ້ງນີ້ ເປັນການເພີ່ມທະວີສາຍພົວພັນມິດຕະພາບ ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ,ສອງລັດ,ປະຊາຊົນສອງຊາດລາວ – ຫວຽດນາມທີ່ມີມາແຕ່ດົນນານໃຫ້ໜັ້ນຄົງທະນົງແກ່ນ,ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ເປັນການເພີ່ມທະວີປະສານງານແລກປ່ຽນ ແລະ ຊ່ວຍເຫຼືອໃນຂົງເຂດວຽກງານສະພາປະຊາຊົນຈຳປາສັກ – ດົງນາຍໃຫ້ກ້າວສູ່ລວງເລິກ ແລະມີປະສິດທິພາບສູງຂຶ້ນ.
ໂອກາດດຽວກັນ ສະຫາຍ ຖ່າຍບ້າວ ປະທານສະພາປະຊາຊົນແຂວງດົ່ງນາຍ ໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການຕ້ອນຮັບງອົບອຸ່ນ ພ້ອມທັງໄດ້ກ່າວຄຳອວຍພອນໄຊອັນປະເສີດໃນໂອກາດບຸນປີໃໝ່ລາວ ພສ 2566 ທີ່ ຈະມາເຖິງໃນມໍ່ໆນີ້ ມາຍັງທ່ານ ສາຍທອງ ໄຊຍະວົງ ປະ ທານສະພາປະຊາຊົນແຂວງ ພ້ອມຄະນະ ແລະ ອວຍພອນຜ່ານໄປຍັງຄະນະນຳຂັ້ນສູງຂອງແຂວງ ແລະປະຊາຊົນຊາວແຂວງຈຳປາສັກ ຈົ່ງມີຜົນສໍາເລັດໃໝ່ ທີ່ໃຫຍ່ ຫຼວງກວ່າເກົ່າ, ໃນພາລະກິດປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ໂດຍສະເພາະ ສ້າງແຂວງຈຳປາສັກ ໃຫ້ນັບມື້ ມັ່ງຄັ່ງ ເຂັ້ມແຂງ, ເສດຖະກິດ-ສັງຄົມມີການພັດທະນາ ຫຼາຍຂື້ນ.
ຈາກນີ້ຄະນະຜູ້ແທນທັງສອງຝ່າຍຍັງໄດ້ລາຍງານກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຂອງຕົນໃຫ້ກັນແລະກັນໄດ້ຮັບຊາບ, ຍົກໃຫ້ເຫັນຜົນສຳເລັດໃນການເຮັດໜ້າທີ່ເປັນຕົວແທນແຫ່ງ,ສິດຜົນປະໂຫຍດຂອງປະຊາຊົນ ແລະ ປຶກສາຫາລືກຳນົດທິດ ທາງການຮ່ວມກັນລະຫວ່າງສອງສະພາປະຊາຊົນຈຳປາສັກ – ດົ່ງນາຍໃຫ້ກ້າວສູ່ລວງເລິກໃນຕໍ່ໜ້າຕື່ມອີກ.
ເກດສະໜາ ແກ້ວສຸວັນນະແສງ