ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮູນ ແຊນ
(Samdech Akka Moha Sena Padei Techo HUN Sen)
ເກີດເມື່ອວັນທີ: 05 ສິງຫາ 1952 (ວັນເກີດແຈ້ງໃນໜັງສືທາງການ 04 ເມສາ 1951)
ບ່ອນເກີດ: ບ້ານ ພາມກໍຊາ, ເມືອງ ຊະຕຶງຕຣັງ, ແຂວງ ກຳປົງຈາມ
ຄອບຄົວ: ສົມຣົດ ແລະ ມີລູກ 06 ຄົນ
ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນ ນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan.
ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄຳຮ້ອງຂໍຂອງ ເຈົ້າຊາຍ ສີຫານຸກ ທີ່ມີຕໍ່ປະຊາຊາຊົນກຳປູເຈຍ ເພື່ອໃຫ້ເຂົ້າຮ່ວມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ທ່ານໄດ້ເລີ່ມເຄື່ອນໄຫວໃນຂະບວນການຕໍ່ສູ້ເພື່ອປົດປ່ອຍປະເທດຊາດແຕ່ອາຍຸ 18 ປີ, ເຊິ່ງເຮັດໃຫ້ປະເທດກຳປູເຈຍໄດ້ຮັບເອກະລາດໃນວັນທີ 17 ເດືອນເມສາ 1975.
ກ່ອນວັນທີ່ໄດ້ຮັບໄຊຊະນະ, ໃນວັນທີ 16 ເມສາ 1975 ສົມເດັດ ຮຸນ ແຊນ ໄດ້ຖືກບາດເຈັບທີ່ຕາຊ້າຍ. ໂດຍໄດ້ຮັບການປິ່ນປົວເປັນເວລາຫຼາຍເດືອນ, ໃນວັນທີ 05 ມັງກອນ 1976, ທ່ານໄດ້ແຕ່ງງານກັບ ທ່ານ ນາງ Bun Rany ໂດຍໄດ້ມີລູກນຳກັນ 06 ຄົນ: 1. Hun Komsot (10 ພະຈິກ 1976 – ເສຍຊີວິດ), 2. Hun Manet (20 ຕຸລາ 1977), 3. Hun Mana (15 ກັນຍາ 1980), 4. Hun Manit (17 ຕຸລາ 1981), 5. Hun Mani (27 ພະຈິກ 1982), ແລະ 6. Hun Mali (30 ກັນຍາ 1983).
ປະຫວັດການເຮັດວຽກທາງດ້ານການເມືອງ :
– ປີ 1977 ເປັນຜູ້ນຳໃນຂະບວນການປົດປ່ອຍລະບອບ Pol Pot (ລະບອບດັບສູນເຊື້ອຊາດ)
– ປີ 1978 ເປັນສະມິກຊິກຜູ້ກໍ່ຕັ້ງ ແນວໂຮມປົດປ່ອຍ ກຳປູເຈຍ ແຫ່ງຊາດ, ທີ່ໄດ້ຮັບການຮ່ວມມືກັບກອງກຳລັງຮັກ ຊາດອື່ນໆ ແລະ ໄດ້ຮັບການສະໜັບສະໜູນຂອງກອງກຳລັງອາສາສະໝັກຫວຽດນາມ
– ວັນທີ 07 ມັງກອນ 1979 ໄດ້ນຳພາ ແນວໂຮມປົດປ່ອຍ ກຳປູເຈຍ ແຫ່ງຊາດ ເພື່ອຊ່ວຍກຳປູເຈຍ ແລະ ປະຊາຊົນ ຈາກລະບອບດັບສູນເຊື້ອຊາດ.
– ປີ 1979-1993 ໄດ້ດຳລົງຕ່ຳແໜ່ງຫຼາກຫຼາຍໃນລະບົບການບໍລິຫານຂອງກຳປູເຈຍ
– ໃນປີ 1979 ໄດ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ
– ປີ 1981-1985 ໄດ້ດຳລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງ ປະເທດ.
– ປີ 1985-1991 ໄດ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ. ສົມເດັດ ຮຸນ ແຊນ ໄດ້ປະສົບຜົນສຳເລັດຢ່າງພົ້ນເດັ່ນ, ເປັນຕົ້ນແມ່ນ ການສ້າງພື້ນຖານຂອງການຈັດຕັ້ງປະຕິບັດສັນຕິພາບ, ການໄກ່ເກ່ຍລະດັບຊາດ, ແລະ ການພັດທະນາ ກຳປູເຈຍ. ຜ່ານຄວາມຕັ້ງໃຈໃນການປະກອບສ່ວນດັ່ງກ່າວ, ສົມເດັດ ຮຸນ ແຊນ ໄດ້ພິສູດໃຫ້ເຫັນເຖິງສະຖາປັດຕິຍະກຳທີ່ຂາດບໍ່ໄດ້ຂອງ ຂໍ້ຕົກລົງສັນຕິພາບ ປາຣີ ຂອງ ກຳປູເຈຍ.
– ປີ 1993-1998 ໄດ້ບໍລິຫານປະເທດກຳປູເຈຍໃນຖານະຜູ້ນຳຮ່ວມ ແລະ ນາຍົກລັດຖະມົນຕີ ຜູ້ທີ່ສອງແຫ່ງ ລັດຖະບານປະສົມຄັ້ງທຳອິດ, ໃນການເລືອກເມື່ອປີ 1993. ໃນຕຳແໜ່ງດັ່ງກ່າວ, ສົມເດັດ ມີຄວາມຕັ້ງໃຈທີ່ແທ້ຈິງໃນການປະຕິບັດຂໍ້ຕົກລົງສັນຕິພາບ ປາຣີ. ການປະສົບຜົນສຳເລັດຂອງ ສົມເດັດ ໃນໄລຍະນີ້ລວມມີ ການປັບປຸງໂຄງລ່າງການພັດທະນາເສັ້ນທາງຊົນນະບົດ, ໂຮງຮຽນ, ບ່ອນຈ່າຍຢາ ແລະ ສູນຮັກສາສຸຂະພາບ, ແລະ ນ້ຳສະອາດ, ໃນໄລຍະທີ່ປະຕິບັດ ນະໂຍບາຍ ຊະນະ-ຊະນະ (Win-Win Policy) ນີ້ໄດ້ເຮັດໃຫ້ກຳລັງຂະເໝນແດງສິ້ນສຸດລົງ ແລະ ມີການທ້ອນໂຮມ ກຳປູເຈຍ.
– ປີ 1998 ໄດ້ນຳພາເອົາໄຊຊະນະມາສູ່ ພັກປະຊາຊົນກຳປູເຈຍ, ເຊິ່ງເຮັດໃຫ້ ສົມເດັດ ຮຸນ ແຊນ ເປັນຮອງປະ ທານພັກ, ໄດ້ດຳລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານະຈັກກຳປູເຈຍ, ເປັນຜູ້ນຳລັດຖະບານປະ ສົມ ຄັ້ງທີ່ສອງ ຂອງ ສອງພັກການເມືອງຫຼັກ (ພັກ CPP ແລະ ພັກ FUNCINPEC), ພາຍໃຕ້ການບໍລິຫານປະເທດ ສົມເດັດ ໄດ້ນຳພາປະເທດກຳປູເຈຍເຂົ້າເປັນສະມາຊິກ ອາຊຽນ.
– ເດືອນ ກໍລະກົດ 2003 ສົມເດັດ ຮຸນ ແຊນ ເປັນຜູ້ລົງສະໝັກໃນການເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແລະ ໄດ້ນຳພາໃຫ້ພັກ CPP ຊະນະການເລືອກຕັ້ງທົ່ວໄປ.
– ວັນທີ 15 ກໍລະກົດ 2004, ສະພາແຫ່ງຊາດ ກຳປູເຈຍ ໄດ້ເລືອກໃຫ້ດຳລົງຕໍາແໜ່ງ ນາຍົກລັດຖະມົນຕີ ໃນສະໄໝທີ 3 ຂອງ ລັດຖະບານປະສົມ ລະຫວ່າງ ພັກປະຊາຊົນກຳປູເຈຍ ແລະ ພັກ FUNCINPEC
– ວັນທີ 16 ກໍລະກົດ 2004, ໄດ້ຖະແຫຼງ ກ່ຽວກັບ “ຍຸດທະສາດນະໂຍບາຍສີ່ຫຼ່ຽມ” (Rectangular Strategy) ເພື່ອການຂະຫຍາຍຕົວ, ການແຈ້ງງານ, ຄວາມສະເໝີພາບ ແລະ ປະສິດຕິພາບ ເພີ່ມຕື່ມໃນ ຍຸດທະສາດນະໂຍບາຍສາມຫຼ່ຽມ ໃນວາລະທີ່ຜ່ານມາ.
– ວັນທີ 23 ພະຈິກ 2005, ພັກປະຊາຊົນກຳປູເຈຍ ໄດ້ອອກມະຕິແຕ່ງຕັ້ງຢ່າງເປັນເອກະສັນໃຫ້ ຮອງປະທານປະເທດ ສົມເດັດ ຮຸນ ແຊນ ເປັນຜູ້ລົງສະໝັກຕຳແໜ່ງ ນາຍົກລັດຖະມົນຕີ ສະໄໝທີ 4 ຂອງ ສະພາແຫ່ງຊາດ.
– ວັນທີ 25 ກັນຍາ 2008, ໄດ້ຖືກຄັດເລືອກເປັນ ນາຍົກລັດຖະມົນຕີ ອີກຄັ້ງ ແລະ ເປັນສະໄໝທີ 4 ຂອງ ການດຳລົງຕ່ຳແໜ່ງ (2008-2013), ດ້ວຍຄະແນນ 90 ສຽງ ໃນ 123 ບ່ອນນັ່ງ ຂອງ ສະພາແຫ່ງຊາດ.
– ວັນທີ 23 ກັນຍາ 2013, ໄດ້ຖືກຄັດເລືອກເປັນນາຍົກລັດຖະມົນຕີອີກຄັ້ງ ແລະ ເປັນສະໄໝທີ 5 ຂອງ ການດຳລົງຕ່ຳແໜ່ງ (2013-2018), ດ້ວຍຄະແນນ 68 ສຽງ ໃນ 123 ບ່ອນນັ່ງ ຂອງ ສະພາແຫ່ງຊາດ.
– ວັນທີ 15 ສິງຫາ 2018 ພັກປະຊາຊົນກຳປູເຈບ ໄດ້ຮັບໄຊຊະນະໃນການເລືອກຕັ້ງດ້ວຍຄະແນນສຽງເຕັມ 125 ບ່ອນນັ່ງ ຂອງ ສະພາແຫ່ງຊາດ ແລະ ສືບຕໍ່ບໍລິຫານປະເທດອີກຄັ້ງ ເປັນສະໄໝທີ 6 (2018-2023).
– ວັນທີ 17 ສິງຫາ 2018 ໄດ້ຖືກແຕ່ງຕັ້ງຈາກ ສົມເດັດ Preah Boromneat Norodom Sihamoni, ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃຫ້ເປັນ ນາຍົກລັດຖະມົນຕີ ເພື່ອຈັດຕັ້ງຄະນະລັດຖະບານ.
– ວັນທີ 09 ກັນຍາ 2018 ໃນກອງປະຊຸມຄັ້ງປະຖົມມະເລີກຂອງ ສະພາແຫ່ງຊາດ ສະໄໝທີ 6, ໄດ້ຖືກຮັບຮອງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ.
ປະຫວັດການສຶກສາ:
– ຈົບປະລິນຍາຕີ ທາງດ້ານການເມືອງ ຈາກ ສະຖານບັນ Cambodian Tertiary Education
– 1991 ຈົບປະລິນຍາເອກ ທາງດ້ານລັດຖະສາດ ຈາກ ສະຖາບັນການເມືອງແຫ່ງຊາດ ຢູ່ ຮ່າໂນຍ
– 1995 ໄດ້ຮັບປະລິນຍາເອກກິດຕິມະສັກ ທາງດ້ານການເມືອງ ຈາກ ມະຫາວິທະຍາໄລ Southern California University
– 1996 ໄດ້ຮັບປະລິນຍາເອກກິດຕິມະສັກ ທາງດ້ານກົດໝາຍ ຈາກວິທະຍາໄລ IOWA Wesleyan College
ລາງວັນໄດ້ຮັບການຍ້ອງຍໍ ແລະ ໄດ້ມີການເຄື່ອນໄຫວຕ່າງໆ :
– ວັນທີ 02 ທັນວາ 1996 ໄດ້ຮັບລາງວັນ World Peace Award
– ວັນທີ 10 ເມສາ 2001 ປະລິນຍາເອກກິດຕິມະສັກ ທາງດ້ານລັດຖະສາດ ຈາກ ມະຫາວິທະຍາໄລ Dankook University, ສ.ເກົາຫລີ
– ວັນທີ 15 ພະຈິກ 2001 ປະລິນຍາເອກກິດຕິມະສັກ ທາງດ້ານລັດຖະສາດ ຈາກ ມະຫາວິທະຍາໄລ the University of Ramkhamhaeng, ໄທ
– ວັນທີ 22 ທັນວາ 2001 ລາງວັນ Lifting up the world with a oneness-heart Award ຈາກ Sri Chinmoy of the International Peace Center.
– ວັນທີ 06 ສິງຫາ 2002 ລາງວັນ ຫຼຽນກາມິດຕະພາບ ຈາກ ສະຖາບັນວິທະຍາສາດທຳມະຊາດ, ສະຫະພັນ ຣັດເຊຍ
– ວັນທີ 04 ກັນຍາ 2002 ລາງວັນ ASEAN Distinguished Honorary Fellow Member ຈາກ the Committee of ASEAN Engineering Federation.
– ວັນທີ 10 ເມສາ 2004 ປະລິນຍາເອກກິດຕິມະສັກປັດຊະຍາ ທາງດ້ານລັດຖະສາດ ຈາກ ມະຫາວິທະຍາໄລ the Irish International University of the European Union
– ວັນທີ 09 ກໍລະກົດ 2004 ປະລິນຍາເອກກິດຕິມະສັກ ຈາກຜົນສຳເລັດການບັນລຸການພັດທະນາກຳປູເຈຍ ຈາກ ມະຫາວິທະຍາໄລກຳປູເຈຍ (the university of Cambodia).
– ວັນທີ 15 ກັນຍາ 2004 ໄດ້ເປັນເຂົ້າສະມາຊິກຂອງຄະນະສະມາຄົມກົດໝາຍແຫ່ງກຳປູເຈຍ.
– ວັນທີ 06 ກັນຍາ 2005 ລາງວັນ the U Thant Peace Award ຈາກ Sri Chinmoy of the International Peace Center.
– ວັນທີ 21 ມີນາ 2006 ປະລິນຍາເອກກິດຕິມະສັກປັດຊະຍາທາງດ້ານລັດຖະສາດຈາກມະຫາວິທະຍາໄລ the Soon Chun Hyang University, ສ. ເກົາຫລີ
– ວັນທີ 28 ມິຖຸນາ 2006 ປະລິນຍາເອກກິດຕິມະສັກປັດຊະຍາທາງດ້ານການສຶກສາຈາກມະຫາວິທະຍາໄລ Bansomdejchaopraya Rajabhat University, ໄທ
– ວັນທີ 29 ມັງກອນ 2007 ປະລິນຍາເອກກິດຕິມະສັກດ້ານການສຶກສາ ຈາກ ກະຊວງສຶກສາທິການ ແລະ ການຝຶກອົບຮົມ ສສ ຫວຽດນາມ ແລະ ມະຫາວິທະຍາໄລ the Hanoi National University of Education, ຫວຽດນາມ
– ວັນທີ 27 ກໍລະກົດ 2007 ລາງວັນ Chartered Diplomat ຈາກ the Association of Certified Commercial Diplomats, ອັງກິດ
– ວັນທີ 21 ກັນຍາ 2007 ລາງວັນ Honorary Fellowship of Companion of Commercial Diplomacy, ຈາກ the Association of Certified Commercial Diplomats, ອັງກິດ
– ວັນທີ 12 ຕຸລາ 2007 ລາງວັນຜູ້ນຳການພັດທະນາຮອບດ້ານຂອງກຳປູເຈຍ, ຈາກ King Norodom Sihamoni, ກຳປູເຈຍ
– ວັນທີ 07 ມັງກອນ 2008 ໄດ້ຮັບນາມມະຍົດໃຫ້ເປັນ Senator for Life, and Ambassador at Large to the World of Presidency ໂດຍ the International Parliamentary for Safety and Peace (IPSP) ແລະ ຈາກ the Universidad Empresarial de Costa Rica ແມ່ນໄດ້ຮັບນາມມະຍົດເປັນ Honorable Professor of Diplomatic and International Relations.
– ວັນທີ 25 ພະຈິກ 2008 ລາງວັນຫຼຽນຄຳແຫ່ງຊາດຈາກ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ
– ວັນທີ 07 ມັງກອນ 2009 ປະລິນຍາເອກກິດຕິມະສັກທາງດ້ານເສດຖະກິດ ຈາກ ມະຫາວິທະຍາໄລ Woosuk University, ສ.ເກົາຫລີ
– ວັນທີ 03 ມີຖຸນາ 2009 ປະລິນຍາເອກກິດຕິມະສັກທາງດ້ານລັດຖະສາດ ຈາກ ມະຫາວິທະຍາໄລ Korea University, ສ.ເກົາຫລີ
– ວັນທີ 21 ທັນວາ 2009 ລາງວັນຜູ້ນຳການພັດທະນາຮອບດ້ານຂອງກຳປູເຈຍ, ຈາກ King Norodom Sihamoni, ກຳປູເຈຍ
– ວັນທີ 03 ເມສາ 2010 ໄດ້ຮັບກຽດເປັນປະທານກິດຕິມະສັກ ຂອງ the Royal Academy of Cambodia, ກຳປູເຈຍ.
– ວັນທີ 09 ກັນຍາ 2015 ປະລິນຍາເອກກິດຕິມະສັກໃນການເປັນຜູ້ນຳແຫ່ງການປ່ຽນແປງ (Transforma-tional Leadership) ຈາກ Limkokwing University of Creative Technology, ມາເລເຊຍ.
– ວັນທີ 15 ຕຸລາ 2015 ປະລິນຍາເອກກິດຕິມະສັກທາງດ້ານວັນນະຄະດີ ຈາກ Guangxi University, ສປ ຈີນ.
– ວັນທີ 29 ມີນາ 2016 ໄດ້ຮັບລາງວັນ Peace and Development Award ຈາກ the Union Media of ASEAN.
– ວັນທີ 22 ມິຖຸນາ 2016 ໄດ້ຮັບນາມມະຍົດໃຫ້ເປັນ Academician Member of Honor ຈາກ the European Tourism Academy.
– ວັນທີ 06 ສິງຫາ 2016 ໄດ້ຮັບລາງວັນ The ASEAN Lifetime Achievement Award ຈາກ the Asian Strategy and Leadership Institute (ASLI).
– ວັນທີ 25 ມັງກອນ 2017 ໄດ້ຮັບຖ້ວຍລາງວັນ ປະທານ the International Olympic Committee.
– ວັນທີ 09 ທັນວາ 2017 ໄດ້ຮັບນາມມະຍົດໃຫ້ເປັນ Global Ambassador for Tourism and Sustainable Development Goals ຈາກ the European Council on Tourism and Trade (ECTT).
– ວັນທີ 19 ມີນາ 2019 ໄດ້ເປັນຜູ້ນໍາລະດັບໂລກຄົນທໍາອິດ ທີ່ໄດ້ຮັບ ປະລິນຍາເອກກິດຕິມະສັກ ສາຂາ ການສື່ ສານດ້ານການເມືອງ, ມະຫາວິທະຍາໄລ ເກຣີກ, ໂດຍໄດ້ຕົກລົງເຫັນດີເປັນເອກະພາຍຈາກສະພາມະຫາວິທະຍາໄລ ເກຣີກ ໃນວັນທີ 24 ທັນວາ 2018, ໂດຍໄດ້ຮັບການຕີລາຄາວ່າ ສົມເດັດ ຮຸນ ແຊນ ເປັນຜູ້ນຳທີ່ມີຄວາມຮູ້ຄວາມສາມາດ ແລະ ນຳໃຊ້ການສື່ສານທາງການເມືອງ ທີ່ໄດ້ຮັບຜົນສໍາເລັດຢ່າງຫຼວງຫຼາຍສໍາລັບກໍາປູເຈຍ.
– ວັນທີ 29 ເມສາ 2019 ໄດ້ຮັບຍົດເປັນ ສາດສະດາກິດຕິມະສັກ ສາຂາ ພົວພັນຕ່າງປະເທດ ຈາກ ມະຫາວິທະຍາໄລ ປັກກິ່ງ, ນະຄອນຫຼວງປັກກິ່ງ, ສປ ຈີນ, ເຊິ່ງສະພາບໍລິຫານງານມະຫາວິທະຍາໄລປັກກິ່ງ ໄດ້ຕີລາຄາສູງການຊີ້ນຳ-ນຳພາຂອງ ສົມເດັດ ໃນການດັບສູນສົງຄາມກາງເມືອງ ແລະ ການຂ້າລ້າງເຜົ່າພັນ, ສະແຫວງຫາການແກ້ໄຂທາງດ້ານການເມືອງ, ຄວບຄຸມການພົວພັນສາກົນ, ຮັບປະກັນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຂອງກຳປູເຈຍ. ກອງປະຊຸມຍັງສະແດງໃຫ້ເຫັນການຮັບຮູ້ການເຄື່ອນໄຫວຂອງສົມເດັດ ໃນການສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງຂອງ ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ.
– ວັນທີ 19 ພະຈິກ 2019 ພາຍຫຼັງພິທີເປີດກອງປະຊຸມສຸດຍອດອາຊີ-ປາຊີຟິກ ໃນປີ 2019 ພາຍໃຕ້ຫົວຂໍ້ ການຕອບສະຫນອງຕໍ່ສິ່ງທ້າທາຍທີ່ສໍາຄັນໃນປັດຈຸບັນ: ສັນຕິພາບ, ການທ້ອນໂຮມປະເທດຊາດ, ການເພິ່ງພາອາໄສເຊິ່ງກັນແລະກັນ ແລະ ຄວາມຈະເລີນຮຸ່ງເຮືອງ, ຄຸນຄ່າຂອງໂລກ, ທ່ານ ດຣ. Hak Ja Ha Moon, ຜູ້ຮ່ວມກໍ່ຕັ້ງສະຫະພັນສັນຕິພາບໂລກ ໄດ້ມອບລາງວັນການເປັນຜູ້ນຳ ແລະ ການປົກຄອງທີ່ດີ ໃຫ້ແກ່ ສົມເດັດ.
– ວັນທີ 12 ກັນຍາ 2021 ໄດ້ຮັບການຮັບຮູ້ວ່າແມ່ນຜູ້ກໍ່ຕັ້ງສັນຕິພາບທີ່ແທ້ຈິງຂອງກຳປູເຈຍ ແລະ ເປັນແບບຢ່າງທີ່ດີໃນແຫຼມອາຊີ, ທີ່ ງານມະໂຫລານແຫ່ງຄວາມຫວັງໂລກຄັ້ງທີ 7: Think-Tank 2022 ພາຍໃຕ້ຫົວຂໍ້ “ສັນຕິພາບໃນພາກພື້ນອາຊີ-ປາຊີຟິກ” ໄດ້ມອບລາງວັນ “ຫຼຽນກາສັນຕິພາບກອງປະຊຸມສຸດຍອດໂລກ” ໃຫ້ແກ່ ສົມເດັດ.
– ວັນທີ 15 ທັນວາ 2021 ທູດພິເສດ ຂອງ ທ່ານ ປະທານາທິບໍດີ ຣັດເຊຍ ໄດ້ສົ່ງຫຼຽນແຫ່ງສັນຕິພາບ ຈາກ ລັດຖະບານຣັດເຊຍ, ເຊິ່ງໄດ້ມອບພ້ອມລາຍເຊັນຂອງ ທ່ານ ວະລາເດເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ລົງວັນທີ 25 ກໍລະກົດ 2021 ເຖິງ ສົມເດັດ ໃນຖານະທີ່ໄດ້ປະກອບສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນ ຣັດເຊຍ ແລະ ກຳປູເຈຍ.
– ວັນທີ 12 ກຸມພາ 2022 ໄດ້ຮັບການຮັບຮູ້ວ່າການປະຕິບັດວຽກງານຂອງ ສົມເດັດ ປະກອບສ່ວນເຂົ້າໃນການສິ້ນສຸດຂອງສົງຄາມກາງເມືອງທີ່ຍາວນານ ແລະ ການກໍ່ສ້າງສັນຕິພາບອັນຍາວນານໃນກຳປູເຈຍ, ຄະນະກຳມະການລາງວັນສັນຕິພາບ Sunhak ທີ່ ນະຄອນຫຼວງເຊອູນ, ສ. ເກົາຫຼີ ໄດ້ເລືອກ ແລະ ມອບລາງວັນສັນຕິພາບ Sunhak ປະຈຳປີ 2022 ໃຫ້ແກ່ ສົມເດັດ.
– ວັນທີ 05 ສິງຫາ 2022 ມະຫາວິທະຍາໄລພະນົມເປັນ ໄດ້ມອບກຽດສັກສີອັນສູງສຸດໃຫ້ແກ່ ສົມເດັດ ໄດ້ຮັບປະລິຍາເອກກິດຕິມະສັກ ດ້ານການພັດທະນາ ເຊິ່ງເປັນການຕັດສິນໃຈ ໃນວັນທີ 06 ມັງກອນ 2020 ທີ່ເຫັນວ່າ ຄວາມຮູ້ຄວາມສາມາດ ແລະ ວິໄສທັດຂອງ ສົມເດັດ ໃນການຊີ້ນຳ-ນຳພາ ແລະ ການພັດທະນາໃນທຸກຂົງເຂດ, ໃນລະດັບຊາດ ແລະ ສາກົນ.
– ວັນທີ 19 ທັນວາ 2022 ເຫັນໄດ້ເຖິງຄວາມສະຫຼາດສ່ອງໃສ, ສະຕິປັນຍາ ແລະ ຄວາມເຕັມໃຈ, ຄວາມອຸທິດສ່ວນອັນແຮງກ້າຕໍ່ປະເທດຊາດ ແລະ ປະຊາຊົນ, ແລະ ການເສຍສະຫຼະຢ່າງບໍ່ຢຸດຢັ້ງ ເພື່ອນຳມາເຊິ່ງສັນຕິພາບ, ສະຖຽນລະພາບ, ຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ແລະ ປະຊາຊົນ, ໃນການຊີ້ນຳນຳພາຂອງ ສົມເດັດ ໃນການຕ້ານພະຍາດໂຄວິດ-19, ລວມທັງຊ່ວຍຊີວິດປະຊາຊົນ ແລະ ນຳພາປະເທດໃຫ້ຫຼຸດພົ້ນອອກຈາກວິກິດການເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ຢ່າງວ່ອງໄວ, ພ້ອມດ້ວຍຜົນສຳເລັດອັນສະຫງ່າງາມຂອງການເປັນປະທານອາຊຽນ ໃນປີ 2022 ຈະເຮັດໃຫ້ອາຊຽນກາຍເປັນເວທີປາໄສທີ່ມີທ່າແຮງ ໃນການເຈລະຈາເພື່ອແກ້ໄຂວິກິດການທົ່ວໂລກ, ເຖິງວ່າຈະມີຫຼາຍບັນຫາທີ່ຮ້ອນແຮງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງອາຊຽນ, ແຕ່ສະຖາບັນຍຸດທະສາດອາຊີ-ປາຊີຟິກ (KSI) ເຊິ່ງເປັນອົງການແນວຄິດເອກະລາດ ໄດ້ຕົກລົງມອບລາງວັນຄວາມສຳເລັດຕະຫຼອດຊີວິດຂອງຜູ້ນຳໂລກທີ່ໂດດເດັ່ນ ໃຫ້ແກ່ ສົມເດັດ.