ວັນທີ 10 ກັນຍາແມ່ນວັນຄູແຫ່ງຊາດຈີນ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນີດຈີນຄັ້ງທີ 18 ເປັນຕົ້ນມາ, ເມື່ອວັນຄູໃກ້ຈະໝູນວຽນມາເຖິງທຸກປີ, ທ່ານສີຈິ້ນຜິງກໍຈະໄປຢ້ຽມຢາມຄູອາຈານໃນໂຮງຮຽນ ຫຼື ສົ່ງສານສະແດງຄວາມອວຍພອນເຖິງຄູອາຈານ.
ໂຮງຮຽນ “ປ່າອີ່” ຫຼື ໂຮງຮຽນ “1 ສິງຫາ” ປັກກິ່ງສ້າງຕັ້ງຂຶ້ນໃນປີ 1947, ໃນຊຸມປີ 1960, ທ່ານສີຈິ້ນຜິງໄດ້ຜ່ານຊີວິດໄວຮຽນຢູ່ໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນຢູ່ແຫ່ງນີ້.
ວັນທີ 9 ກັນຍາ ປີ 2016, ທ່ານສີຈິ້ນຜິງໄດ້ກັບໄປຢ້ຽມຢາມໂຮງຮຽນ “1 ສິງຫາ”, ເພື່ອຢ້ຽມຢາມຖາມຂ່າວ ຄູອາຈານ ແລະ ນັກຮຽນ.
ໃນງານສົນທະນາ, ທ່ານເສີນຈຸ່ນ, ຜູ້ອຳນວຍການໂຮງຮຽນ “1 ສິງຫາ” ເວົ້າວ່າ: ຍິນດີຕ້ອນຮັບທ່ານຜູ້ນຳກັບຄືນສູ່ໂຮງຮຽນ. ທ່ານສີຈິ້ນຜິງເວົ້າວ່າ: “ເມື່ອກັບມາຮອດໂຮງຮຽນແລ້ວກໍບໍ່ມີຄຳວ່າ ຜູ້ນຳອີກແລ້ວ, ມີແຕ່ນັກຮຽນ.” ໃນຂະນະນັ້ນ, ການພົບປະມີສຽງຕົບມືດັງຂຶ້ນຢ່າງຄຶກຄື້ນ.
ໃນມື້ນັ້ນ, ທ່ານສີຈິ້ນຜິງໄດ້ພົບກັບຄູອາຈານຫຼາຍທ່ານທີ່ເຄີຍສອນຕົນເອງ ເຊັ່ນ: ທ່ານເສີນຈົ່ງຮານ ທ່ານນາງເສີນຊິ່ວຢິງ ແລະ ອື່ນໆ, ຄູຫຼາຍທ່ານມີອາຍຸຫຼາຍກວ່າ 70 ປີແລ້ວ, ແຕ່ເມື່ອຫວນຄືນເຖິງອະດີດ ຍັງມີຄວາມປະທັບໃຈຫຼາຍ.
ທ່ານນາງເສີນຊິ່ວຢິງເວົ້າວ່າ: “ຕອນນັ້ນທ່ານສີຈິ້ນຜິງ ມີອາຍຸ 12 ປີ ເປັນຜູ້ໜ້ອຍກວ່າໝູ່ໃນຫ້ອງຮຽນ. ລາວບໍ່ຄ່ອຍມັກຢອກຫຼິ້ນກັບໝູ່ຮ່ວມຮຽນໃນເວລາພັກຜ່ອນ, ເປັນຄົນໜັກແໜ້ນ ແລະ ມີຄວາມເມດຕາ, ທັງເປັນຄົນດຸໝັ່ນຂະຫຍັນພຽນ, ໃນຍາມເລີກຮຽນມີອັນໃດບໍ່ເຂົ້າໃຈກໍມັກໄປຖາມຄູ.”
ຫຼັງຈາກຮຽນຈົບຈາກໂຮງຮຽນ “ປ່າຢີ່” ແລ້ວ, ທ່ານສີຈິ້ນຜິງໄດ້ເດີນທາງໄປລົງຮາກຖານຢູ່ບ້ານຫຼຽງເຈ່ຍເຫີນະຄອນຢຽນອ່ານແຂວງສ້ານຊີ່. ໃນຫຼາຍສິບປີຫຼັງຈາກນັ້ນ, ທຸກເທື່ອທີ່ທ່ານກັບມາປັກກິ່ງກໍໄດ້ຍາດເວລາໄປຢ້ຽມຢາມຄູອາຈານທີ່ເຄີຍສອນຕົນເອງ.
ປີ 1999, ທ່ານນາງເສີນຊິ່ວຢິງທີ່ອອກບຳນານແລ້ວໄດ້ລວບລວມນິທານເດັກທີ່ມີໜັງສືໜຶ່ງແສນກວ່າໂຕ. ທ່ານໄດ້ຝາກປື້ມໃໝ່ຂອງຕົນໃຫ້ແກ່ທ່ານສີຈິ້ນຜິງ. ທ່ານສີຈິ້ນຜິງທີ່ເປັນຮອງເລຂາຄະນະພັກທັງເປັນຮັກສາການເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນໄດ້ສົ່ງຈົດໝາຍເຖິງຄູຄືນໂດຍຂຽນວ່າ: “ການເຄົາລົບຄູອາຈານແມ່ນມູນເຊື້ອອັນດີງາມຂອງປະຊາຊາດຈີນ, ທ່ານເຄີຍເປັນຄູຂອງຂ້າພະເຈົ້າ, ປະຈຸບັນຍັງເປັນຄູຂອງຂ້າພະເຈົ້າຄືເກົ່າ, ໃນອະນາຄົດຍັງຄົງເປັນຄູຂອງຂ້າພະເຈົ້າເຊັ່ນກັນ.” ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ກັບທ່ານນາງເສີນຊິ່ວຢິງ.
ທ່ານເສີນຈົງຮານ, ເຄີຍເປັນຮອງຄູປະຈຳຫ້ອງຂອງທ່ານສີຈິ້ນຜິງໃນອະດີດ. ທ່ານໄດ້ຕີລາຄາທ່ານສີຈິ້ນຜິງວ່າ: “ຫຼາຍປີຜ່ານມານີ້, ບໍ່ວ່າທ່ານຈະຢູ່ໃນຕຳແໜ່ງໃດກໍຕາມ, ທ່ານໄດ້ຈື່ຈຳ ແລະ ໃຫ້ຄວາມສຳຄັນຕໍ່ຄູອາຈານພວກເຮົາທີ່ເຄີຍສອນເພິ່ນຕະຫຼອດມາ. ທ່ານເປັນຄົນທີ່ຮູ້ຈັກຕອບແທນບຸນຄຸນ ແລະ ມີຈິດໃຈຮັກແພງກັບທຸກຄົນ.”
ປີ 2016, ໃນເວລາພົບກັບທ່ານສີຈິ້ນຜິງຢູ່ໂຮງຮຽນ “1 ສິງຫາ”, ມີເລື່ອງໜຶ່ງເຮັດໃຫ້ທ່ານເສີນຈົງຮານຮູ້ສຶກຕື້ນຕັນໃຈຫຼາຍ. “ມື້ນັ້ນພວກເຮົາພົບກັນ, ຂ້າພະເຈົ້າເວົ້າວ່າ, ຫວັງວ່າທ່ານຈະສາມາດປົກຄອງປະເທດໃຫ້ດີກວ່າເກົ່າ, ມີຄວາມຄືບໜ້າໃນທຸກດ້ານ. ທ່ານເວົ້າວ່າ, ຂອບໃຈຄຳສັ່ງສອນຂອງຄູ, ຂ້າພະເຈົ້າຈະຈື່ຈຳໄວ້ໃນໃຈຕະຫຼອດ. ເມື່ອໄດ້ຍິນຄຳວ່າ ຄຳສັ່ງສອນຂອງຄູແລ້ວ, ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫຼາຍ.”
ກ່ຽວກັບບົດບາດຂອງຄູອາຈານທີ່ມີຕໍ່ປະເທດ ແລະ ຊົນຊາດ, ທ່ານສີຈິ້ນຜິງເຄີຍກ່າວວ່າ: “ສໍຂາວ3ນິ້ວ, ໂຕະຄູ 3 ສອກໄດ້ພົວພັນເຖິງຊາຕາກຳຂອງປະເທດ; ຈິດໃຈທີ່ບໍລິສຸດ ແລະ ອຸທິດຕະຫຼອດຊີວິດຂອງຕົນເພື່ອພາລະກິດສ້າງຈິດວິນຍານຂອງຊົນຊາດ.” ຈາກໄວຮຽນຈົນຮອດການເປັນຜູ້ນຳສູງສຸດຂອງປະເທດຈີນ, ທ່ານສີຈິ້ນຜິງໄດ້ນຳໜ້າເປັນແບບຢ່າງໃນການເຄົາລົບຄູອາຈານ, ກາຍເປັນກຳລັງທີ່ອົບອຸ່ນໃນການຊຸກຍູ້ພາລະກິດການສຶກສາຂອງຈີນໃຫ້ບຸກບືນກ້າວໄປໜ້າ, ພ້ອມກັນນັ້ນກໍຍັງເປັນແຮງບັນດານໃຈໃຫ້ນັກຮຽນນັກສຶກສານັບເປັນຮ້ອຍລ້ານຄົນບຸກບືນສູ້ຊົນເພື່ອຕອບແທນບຸນຄຸນຂອງຊາດ.
