ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 4 ສິງຫາ 2022 ທີ່ ພະນົມເປັນ, ກໍາປູເຈຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ຈີນ, ກອງປະ ຊຸມລັດຖະມົນຕີຕ່າງປະເທດອາຊຽນ- ສ.ອາເມລິກາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ- ສ.ເກົາຫຼີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະພາບເອີຣົບ (ອີຢູ), ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ- ລັດເຊຍ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 23 ຕາມລໍາດັບ.
ໃນນາມ ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ(Penny Wong), ລັດຖະມົນຕີຕ່າງປະເທດອົດສະຕຣາລີ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງ ອົດສະຕຣາລີ ເພື່ອຊ່ວຍເຫລືອອາຊຽນ ມູນຄ່າ 154 ລ້ານໂດລາອົດສະຕຣາລີ ຊຶ່ງລວມມີ: ຂໍ້ລິເລີ່ມອົດສະຕຣາລີ ເພື່ອອະນາຄົດຂອງອາຊຽນ ມູນຄ່າ 124 ລ້ານໂດລາອົດສະຕຣາລີ, ທຶນການສຶກສາຈຳນວນ 100 ທຶນ ເພື່ອສົ່ງເສີມການສ້າງຜູ້ນຳອາຊຽນໃນ 4 ຂົງເຂດບູລິມະສິດ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ, ແລະ ຂໍ້ລິເລີ່ມກ່ຽວກັບການສົ່ງເສີມຄວາມສາມາດ ແລະ ການຫັນເປັນດີຈີຕອນໃນອະນາຄົດ. ກອງປະຊຸມ ຍັງໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານອາຊຽນ-ອົດສະຕຣາລີ 2020-2024 ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ທີ່ຖືກຍົກລະດັບໃນທ້າຍປີ 2021.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານອາຊຽນ-ຈີນ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ ທີ່ຖືກຍົກລະດັບໃນທ້າຍປີ 2021. ກອງປະຊຸມ ໄດ້ຮັບຊາບຂໍ້ສະເໜີຂອງຈີນ ເພື່ອອອກຖະແຫຼງການອາຊຽນ-ຈີນ ວ່າດ້ວຍການສົ່ງເສີມການພັດທະນາຮ່ວມກັນ ແລະ ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງທາງສະບຽງອາຫານ, ຊຶ່ງມີແຜນຮັບຮອງເອົາຢູ່ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 25 ໃນເດືອນພະຈິກ 2022 ນີ້. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (DOC), ລວມທັງການເຈລະຈາຮ່າງກົດແຫ່ງການປະພຶດໃນທະເລຈີນໃຕ້ ແລະ ໄດ້ເແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ອາເມລິກາ ໄດ້ເຫັນດີສືບຕໍ່ເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມືອາຊຽນ- ສ.ອາເມລິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ສ.ອາເມລິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022. ພ້ອມນີ້, ກອງປະຊຸມ ໄດ້ຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ສ.ອາເມລິກາ ສະໄໝພິເສດ ທີ່ໄດ້ຈັດຂຶ້ນໃນວັນທີ 12-13 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ເຫັນດີໃຫ້ເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການພົວພັນອາຊຽນ-ຍີ່ປຸ່ນ ທີ່ຈະຈັດຂຶ້ນໃນເດືອນທັນວາ 2023 ທີ່ ໂຕກຽວ, ຍີ່ປຸ່ນ ລວມທັງການສ້າງກິດຈະກໍາຕ່າງໆເພື່ອຈັດຕັ້ງຜັນຂະຫຍາຍປີແຫ່ງມິດຕະພາບ ແລະ ການຮ່ວມມືອາຊຽນ-ຍີ່່ປຸ່ນ 2023.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ.ເກົາຫຼີ ໄດ້ຊຸກຍູ້ໃຫ້ເລັ່ງລັດການລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສ້າງຕັ້ງສູນນະວັດຕະກໍາດ້ານອຸດສາຫະກຳ ແລະ ການສ້າງຕັ້ງສູນຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາເລັດໂດຍໄວ ເພື່ອປະກອບສ່ວນສົ່ງເສີມການຮ່ວມມືໃນຂົງເຂດດັ່ງກ່າວໃຫ້ຫຼາຍຂຶ້ນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມລັດຖະມົນຕີອາຊຽນ-ອິນເດຍ ສະໄໝພິເສດ ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ ນິວເດັນລີ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອິນເດຍ ຄົບຮອບ 30 ປີ ແນໃສ່ຮັດແໜ້ນການຮ່ວມມືຂຶ້ນສູ່ລະດັບໃໝ່ ໂດຍສະເພາະແມ່ນເພື່ອກ້າວໄປສູ່ການຍົກລະດັບການພົວພັນອາຊຽນ- ອິນເດຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ນອກນັ້ນ, ກອງປະຊຸມ ກໍໄດ້ຢໍ້າຄືນຄວາມສໍາຄັນຂອງການຈັດຕັ້ງປະຕິ ບັດບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ- ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ຊຸກຍູ້ໃຫ້ສອງຝ່າຍເລັ່ງລັດການເຈລະຈາເພື່ອຍົກລະດັບສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນີວຊີແລນ ໃຫ້ສໍາເລັດໂດຍໄວ. ນອກນັ້ນ, ນິວຊີແລນ ໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນການສ້າງຂີດຄວາມສາມາດໃຫ້ອາຊຽນ ໃນການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ລວມທັງການສ້າງຂີດຄວາມສາມາດໃຫ້ແກ່ນັກເຈລະຈາວຽກງານການຄ້າຂອງອາຊຽນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ໄດ້ສະແດງຄວາມຍິນດີຕໍ່ການພົວພັນຮ່ວມມືອາຊຽນ-ອີຢູ ຄົບຮອບ 45 ປີ ພ້ອມທັງເຫັນດີໃຫ້ເລັ່ງລັດການກະກຽມ ເພື່ອຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ອີຢູ ຄົບຮອບ 45 ປີ, ຊຶ່ງມີແຜນຈັດຂຶ້ນໃນເດືອນທັນວາ 2022 ທີ່ ບຣຸກແຊນ, ປະເທດແບນຊິກ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ໄດ້ເຫັນດີຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ການາດາ ຄົບຮອບ 45 ປີ ໃນທ້າຍປີ 2022 ເພື່ອທົບທວນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງວາງທິດທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ແລະ ເພື່ອຍົກລະດັບການພົວພັນອາຊຽນ- ການາດາ ຂຶ້ນສູ່ລະດັບໃໝ່.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ-ລັດເຊຍ ເພື່ອສະເຫຼີມສະຫຼອງການຮ່ວມມືອາຊຽນ-ລັດເຊຍ ຄົບຮອບ 30 ປີ ໃນເດືອນ ຕຸລາ 2021 ທີ່ຜ່ານມາ ພ້ອມທັງຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະ ຫຍາຍຜົນຂອງກອງປະຊຸມດັ່ງກ່າວ ກໍຄືບັນດາກິດຈະກໍາຮ່ວມມືໃນແຜນປະຕິບັດງານໃຫ້ມີປະສິດທິຜົນຫຼາຍຂຶ້ນຕື່ມ ລວມທັງການຈັດຕັ້ງຜັນຂະຫຍາຍປີແຫ່ງການຮ່ວມມືອາຊຽນ-ລັດເຊຍດ້ານວິທະ ຍາສາດ ແລະ ເຕັກນິກ ໃນປີ 2022 ນີິ້.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອັງກິດ ເປັນກອງປະຊຸມຄັ້ງທຳອິດ ພາຍຫຼັງທີ່ອັງກິດໄດ້ຖືກຮັບຮອງເປັນຄູ່ເຈລະຈາຂອງອາຊຽນ ໃນປີ 2021. ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດງານການຮ່ວມມືອາຊຽນ-ອັງກິດ ໄລຍະ 2022-2026 ເພື່ອເປັນພື້ນຖານໃນການສົ່ງເສີມການຮ່ວມມືໃນຕໍ່ໜ້າ. ອັງກິດ ໄດ້ໃຫ້ການຊ່ວຍເຫຼືອອາຊຽນໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການປະກອບສ່ວນ 1 ລ້ານປອນ ເຂົ້າໃນກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ແລະ 4.8 ລ້ານປອນໃຫ້ແກ່ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ.ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 23 ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືໃນຂອບອາຊຽນບວກສາມໃນໄລຍະ 25 ປີ ທີ່ຜ່ານມາ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບອາຊຽນບວກສາມ ໃນການເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ຊຶ່ງໄດ້ມີບົດບາດສໍາຄັນໃນການຮັບມືກັບສິ່ງທ້າທາຍຕ່າງໆເຊັ່ນ: ພະຍາດລະ ບາດ, ວິກິດການທາງການເງິນ, ຄວາມຂາດແຄນດ້ານສະບຽງອາຫານ ແລະ ອື່ນໆ. ກອງປະຊຸມ ໄດ້ຮັບຮອງເອົາແຜນວຽກການຮ່ວມມື ສໍາລັບໄລຍະ 2023- 2027 ເພື່ອເສີມຂະຫຍາຍການຮ່ວມມືໃຫ້ນັບມື້ນັບເຂັ້ມແຂງຍິ່ງຂຶ້ນ.
ໃນວັນດຽວກັນ ທ່ານຮອງນາຍົກລັດຖະ ມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງປະເທດອົດສະຕຣາລີ, ລັດຖະມົນຕີ ຊີ້ນຳວຽກງານອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ອັງກິດ ແລະ ລັດຖະມົນຕີຕ່າງປະເທດຣັດເຊຍ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ