ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ວັນທີ 20 ທັນວາ 2023 ທີ່ ແຂວງ ຫຼວງພະບາງ
ໃນວັນທີ 20 ທັນວາ 2023 ທີ່ ຫ້ອງວ່າການ ແຂວງ ຫຼວງພະບາງ, ກະຊວງການຕ່າງປະເທດ ໄດ້ສືບຕໍ່ຈັດກອງປະຊຸມເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ແກ່ບັນດາການນຳ ແລະ ພະນັກງານຫຼັກແຫຼ່ງ ແລະ ພະ ແນກການກ່ຽວຂ້ອງ ຂອງບັນດາແຂວງພາກເໜືອ ຂອງ ສປປ ລາວ. ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໄດ້ໃຫ້ກຽດກ່າວເປີດ ແລະ ເປັນປະທານບັນຍາຍ ໃນກອງປະຊຸມຄັ້ງນີ້ ໂດຍມີພະນັກງານຫຼັກແຫຼ່ງຈາກບັນດາແຂວງພາກເໜືອ ແລະ ນັກສຶກສາ ມະຫາວິທະຍາໄລສຸພານຸວົງ ຈໍານວນ 180 ກວ່າທ່ານເຂົ້າຮ່ວມ.
ການຈັດກອງປະຊຸມເຜີຍແຜ່ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ແມ່ນໜ້າວຽກທີ່ສຳຄັນ ເພື່ອສົ່ງເສີມຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພາກສ່ວນຕ່າງໆ ກ່ຽວກັບ ການກະກຽມຄວາມພ້ອມຮອບດ້ານ ແລະ ຄວາມໝາຍຄວາມສໍາຄັນໃນການເປັນປະທານອາຊຽນ ລວມທັງຄວາມສຳຄັນຂອງຄຳຂວັນ ແລະ ບູລິມະສິດ ສຳລັບການເປັນປະທານອາຊຽນ ຂອງ ສປປ ລາວ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ກ່ຽວກັບ ເປົ້າໝາຍໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” (ASEAN: Enhancing Connectivity and Resilience) ແລະ ບັນດາບູລິມະສິດປີ່ນອ້ອມຄຳຂວັນ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນຄື: ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ. ພ້ອມນີ້, ທ່ານ ປະທານ ຍັງໄດ້ຍົກໃຫ້ເຫັນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທານກອງປະຊຸມລະດັບຕ່າງໆ ໂດຍສະເພາະລະດັບຜູ້ນໍາຂອງປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ຊຶ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະມາຊິກອາຊຽນ ໃນການປຶກສາຫາລືການຮ່ວມມືໃນຂົງເຂດຕ່າງໆ ລວມທັງການຮັບຮອງບັນດາເອກະສານສໍາຄັນ ແລະ ການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍໃຕ້ກົນໄກການຮ່ວມມືອາຊຽນ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອາຊຽນ ເວົ້າລວມ ເວົ້າສະເພາະແມ່ນ ສປປ ລາວ.
ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997, ຕະຫຼອດໄລຍະ 26 ປີ ຂອງການເປັນປະເທດສະມາຊິກອາຊຽນ, ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານອາຊຽນ ກໍຄືການສ້າງປະຊາຄົມອາຊຽນ, ໃນນີ້ ສປປ ລາວ ໄດ້ສຳເລັດການເປັນປະທານ ອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງທຳອິດ ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ສໍາລັບການເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ນີ້ ແມ່ນຈະເລີ່ມແຕ່ ວັນທີ 1 ມັງກອນ ເຖິງ ວັນທີ 31 ທັນວາ 2024. ສະນັ້ນ, ໃນໂອກາດເຜີຍແຜ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ທ່ານຮອງນາຍົກ ສະເຫຼີມໄຊ ກົມມະສິດ ກໍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມເວົ້າລວມ, ເວົ້າສະເພາະແມ່ນບັນດາແຂວງພາກເໜືອ ທັງພາກລັດ, ພາກເອກະຊົນ ແລະ ພໍ່ແມ່ປະຊາຊົນ ນັບແຕ່ສູນກາງຈົນຮອດທ້ອງຖິ່ນ ພ້ອມກັນເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ສາມາດບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງອອກ, ລວມທັງການເປັນ ເຈົ້າພາບທີ່ດີ ເພື່ອດຶງດູດນັກທ່ອງທ່ຽວ ສຳລັບປີທ່ອງທ່ຽວລາວ 2024.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ