ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫລັງທີ່ດໍາເນີນມາເປັນເວລາ ສອງວັນ ກອງປະຊຸມ ສຸດຍອດລັດຖະສະພາກຳປູເຈຍ-ລາວ-ຫວຽດນາມ ຫລືCLV ຄັ້ງທີ 1 ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງກຳປູເຈຍ-ລາວ-ຫວຽດນາມ”, ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍວັນທີ 6 ທັນວາ 2023 ພາຍໃຕ້ການເປັນປະທານຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ທ່ານ ເມືອງ ຈິ່ງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຜູ້ແທນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈມາຍັງຫົວໜ້າຄະນະຜູ້ແທນ, ສະມາຊິກສະພາແຫ່ງຊາດ, ຕາງໜ້າຈາກບັນດາກະຊວງ ແລະ ບັນດາອົງການປົກຄອງແຂວງຢູ່ໃນເຂດສາມຫລ່ຽມພັດທະນາຂອງ 3 ປະເທດ ທີ່ໄດ້ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງຫ້າວຫັນ ແລະ ກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມຄັ້ງນີ້, ໄດ້ຮັບຜົນສຳເລັດຕາມຄາດໝາຍ. ໂດຍຜູ້ແທນຂອງກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ແລະປະກອບຄຳຄິດຄຳເຫັນຮ່ວມກັນໃນແຕ່ລະຂົງເຂດ ໂດຍສະເພາະ ວຽກງານການເມືອງ-ການຕ່າງປະເທດ, ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນັ້ນ, ໃນໄລຍະດໍາເນີນກອງປະຊຸມບັນດາຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫລ່ຽມພັດທະນາ ຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ, ເຫັນວ່າ ລັດຖະບານ ແລະ ຂະແໜງການກ່ຽວຂ້ອງຕ່າງໆ ຂອງ 3 ປະເທດ ໄດ້ມີການຈັດຕັ້ງບັດບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ຕົກລົງຮ່ວມກັນຕາມຂອບການຮ່ວມມືໃນເຂດສາມຫລ່ຽມພັດທະນາ ແລະ ບັນລຸໄດ້ຜົນສໍາເລັດໃນຫລາຍດ້ານ ໂດຍສະເພາະພື້ນຖານໂຄ່ງລ່າງ ໃນເຂດສາມຫລ່ຽມພັດທະນາໄດ້ຮັບການປັບປຸງ-ຍົກລະດັບ, ຊຶ່ງເປັນການສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດສາມຫລ່ຽມພັດທະນາ ນັບມື້ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ.
ທ່ານປະທານສະພາແຫ່ງຊາດລາວ ໄດ້ຍົກໃຫ້ເຫັນເຖິງ ຄວາມຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນດ້ານການພັດທະນາໃນເຂດສາມຫລ່ຽມເສດຖະກິດ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ດ້ານການສຶກສາ ແລະ ສາທາລະນະສຸກ, ການສ້າງອາຊີບວຽກເຮັດງານທຳ, ການສ້າງລາຍໄດ້ໃຫ້ແກ່ປະຊາຊົນ ຍັງຈໍາກັດ ເນື່ອງຈາກຂາດເຂີນງົບປະມານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວ ຍັງພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ. ໂດຍທ່ານໄດ້ຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຂອງຕົນ ຊອກຫາວິທີທາງແກ້ໄຂ ເຮັດໃຫ້ເຂດດັ່ງກ່າວ, ໄດ້ຮັບການພັດທະນາໃຫ້ດີຂຶ້ນກ່ວາເກົ່າ. ພ້ອມກັນນີ້, ສາມສະພາແຫ່ງຊາດ ຈະຕ້ອງສືບຕໍ່ຕິດຕາມກວດກາການຈັດຕັ້ງປະຕິບັນດາສັນຍາ ແລະ ໂຄງການຕ່າງໆ ທີ່ລັດຖະບານສາມປະເທດໄດ້ລົງນາມຮ່ວມກັນໃຫ້ມີປະສິດທິພາບ, ພ້ອມທັງສ້າງເງື່ອນໄຂການເຊື່ອມໂຍງເຊື່ອມຈອດ, ສ້າງຄວາມຍືນຍົງ ແລະ ຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ໃນເຂດ CLV ໃຫ້ກາຍເປັນສ່ວນສຳຄັນໜຶ່ງ ໃນການປະຕິບັດວິໄສທັດປະຊາຄົມອາຊຽນປີ 2025 ດ້ວຍການກໍານົດແນວທາງນະໂຍບາຍຂອງແຕ່ລະປະເທດ ຕໍ່ເຂດສາມຫລ່ຽມພັດທະນາໃຫ້ມີຄວາມແທດເໝາະ ແລະ ສອດຄ່ອງກົມກຽວກັນ.
ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນ ສິ່ງທ້າທາຍຕໍ່ການພັດທະນາເຂດສາມຫລ່ຽມ ແມ່ນບັນຫາທຶນຮອນ ທີ່ທັງສາມປະເທດມີຂໍ້ຈໍາກັດ. ດັ່ງນັ້ນ, ຕ້ອງໄດ້ຊຸກຍູ້ຊ່ວຍລັດຖະບານ ໃນການຂົນຂວາຍດຶງດູດເອົາການຊ່ວຍເຫລືອ ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ກໍຄື ຈາກພາກເອກະຊົນຜ່ານກົນໄກ ແລະ ເວທີລັດຖະສະພາໃນລະດັບພາກພື້ນ ແລະ ສາກົນ ເພື່ອໃຫ້ເຂົາເຈົ້າເຫັນໄດ້ທ່າແຮງຂອງ 3 ປະເທດ ແລະ ເຂົ້າມາລົງທຶນໃນເຂດສາມຫລ່ຽມໃຫ້ຫລາຍຂຶ້ນ. ພ້ອມທັງໄດ້ຮຽກຮ້ອງໃຫ້ສາມສະພາແຫ່ງຊາດ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ລະຫວ່າງສາມປະເທດ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະ ສ້າງເງື່ອນໄຂຮອບດ້ານ ໃຫ້ແກ່ການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມເຂົ້າໃນການພັດທະນາແບບຍືນຍົງ ໂດຍມອບໃຫ້ກຳມາທິການຕ່າງໆ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ CLV ນຳເອົາເນື້ອໃນຂອງຖະແຫລງການຮ່ວມກອງປະຊຸມຄັ້ງປະຫວັດສາດນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ກອງປະຊຸມສຸດຍອດລັດຖະສະພາກຳປູເຈຍ-ລາວ-ຫວຽດນາມ CLV ຄັ້ງຕໍ່ໄປ ສະພາແຫ່ງຊາດ ສສ ຫວຽດນາມຈະເປັນເຈົ້າພາບໃນປີ 2025.
อาจเป็นรูปภาพของ หนึ่งคนขึ้นไป และ ข้อความ