ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພະລາຊະວັງບູຮານຈີນ ຫລື ພະລາຊະວັງຕ້ອງຫ້າມ (紫禁城). ພາສາອັງກິດເອີ້ນວ່າ: Forbidden City ຫລື ເອີ້ນວ່າ: ພະລາຊະວັງກູ້ກົ່ງ. ຕັ້ງຢູ່ໃຈກາງນະຄອນຫລວງປັກກິ່ງຂອງຈີນ, ເປັນພະລາຊະວັງມາແຕ່ສະໄໝລາຊະວົງໝິງຈົນເຖີງລາຊະວົງຊິງ.
ພະລາຊະວັງດັ່ງກ່າວ ກໍ່ສ້າງເມື່ອປີ ຄສ 1406 (ປີທີ 4 ສະໄໝຈັກກະພັດຢົງເລີລາຊະວົງໝິງ) ແລະ ສໍາເລັດໃນປີ ຄສ 1420 (ລວມເວລາກໍ່ສ້າງ 14 ປີ), ເຊີ່ງມີຄວາມຍາວ ແຕ່ເໜືອຫາໃຕ້ 961 ແມັດ, ຄວາມກວ້າງຈາກທິດຕາເວັນອອກຫາທິດຕາເວັນຕົກ 753 ແມັດ, ກວມເນື້ອທີ່ 723.600 ຕາແມັດ, ມີສິ່ງປຸກສ້າງ 700 ກວ່າຫລັງ, ມີ 9.999 ຫ້ອງ ເຊີ່ງເປັນສິ່ງກໍ່ສ້າງທີ່ມະຫັດສະຈັນແຫ່ງໜຶ່ງໂດຍນຳໄມ້ມາກໍ່ສ້າງທັງກວ້າງ ທັງໃຫຍ່ ທັງສົມບູນທີ່ສຸດໃນໂລກ.
ພະລາຊະວັງແມ່ນມີລັກສະນະເປັນຮູບ 4 ລ່ຽມ, ແບ່ງ ອອກເປັນ 2 ສ່ວນ ຄື: ເຂດດ້ານໜ້າ ຫລືເຂດໃຕ້ ເປັນເຂດຈັດພິທີໃຫຍ່ໂຕ ແລະ ເຂດດ້ານຫລັງ ຫລືເຂດເໜືອຄືບ່ອນດຳລົງຊີວິດຂອງເຈົ້າຊີວິດ ເຊີ່ງລວມແລ້ວມີເຈົ້າຊີວິດ 24 ອົງທີ່ເຄີຍດໍາລົງຊີວິດຢູ່ສະຖານທີ່ແຫ່ງນີ້. ທັງ 4 ດ້ານຂອງພະລາຊະວັງບູຮານຈີນ ແມ່ນມີກໍາແພງສູງ 12 ແມັດ, ຍາວ 3.400 ແມັດ ແລະ ນອກວັງມີຄູທີ່ກວ້າງ 52 ແມັດອ້ອມ ຮອບ. ສິ່ງກໍ່ສ້າງລ້ວນແຕ່ເປັນໄມ້, ຫລັງຄາກະເບື້ອງເຄືອບສີເຫລືອງ,ຖານຫີນຂາວ, ປະດັບປະດາດ້ວຍພາບຫລາຍສີສັນ. ເມື່ອມີ 4 ທິດກໍຍ່ອມມີ 4 ປະຕູ ຄື: ປະຕູທິດໃຕ້ຊື່ “ອູເມີນ”, ທິດຕາເວັນອອກຊື່ “ຕົ່ງຮວາເມີນ”, ທິດຕາເວັນຕົກຊື່ “ຊີ່ຮວາເໝິນ” ແລະ ທິດເໜືອຊື່ “ເຊິນອູເມີນ”. ອີກ ໜຶ່ງຈຸດເດັ່ນຂອງພະລາຊະວັງແມ່ນມີພູຈິ່ງຊ່ານຈຳລອງ ເຊິ່ງກໍ່ສ້າງດ້ວຍດິນ-ຫີນທັງມີປ່າສົນ, ປ່າໄປ່ປົກຫຸ້ມ ແລະ ທັງເປັນພູກຳບັງລາຊະວັງທີ່ແຂງແກ່ນ.
ພະລາຊະວັງແຫ່ງນີ້ ແບ່ງອອກເປັນ 2 ສ່ວນໃຫຍ່ຕາມທີ່ຕັ້ງບົດບາດ ຄື: ວັງໃນ ແລະ ວັງນອກໂດຍເອົາປະຕູ ຊຽນຊິ່ງເມີນ ເປັນເສັ້ນແບ່ງ. ຢ່າງດກໍຕາມ ບໍ່ວ່າຈະເປັນປະຕູຢູ່ທິດໃດ, ທັງວັງນອກ ຫລື ວັງໃນ ລ້ວນແຕ່ມີຫລາຍສິ່ງ ຢ່າງທີ່ໜ້າສົນ ໃຈ ແລະ ສຶກສາຄົ້ນຄວ້າເປັນຢ່າງຍິ່ງ.
ພະລາຊະວັງບູຮານຈີນ ຫລື ພະລາຊະວັງຕ້ອງຫ້າມ (Forbidden City) ຍັງເປັນທີ່ຮູ້ຈັກໃນນາມຂອງພິພິດຕະ ພັນພະລາຊະວັງ (故宫博物院) ທີ່ໄດ້ຈັດເຂົ້າເປັນມໍລະດົກວັດທະນະທໍາໂລກໃນປີ 1987. ຖືເປັນສະຖານທີ່ຍອມນິຍົມອີກແຫ່ງໜຶ່ງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນໄລຍະເກີດການລະບາດຂອງພະຍາດໂຄວິດ-19 ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວສະຖານທີ່ດັ່ງກ່າວຢ່າງຫລວງຫລາຍໃນແຕ່ລະວັນ ເຮັດໃຫ້ກາຍເປັນແຫລງ່ລາຍຮັບໜຶ່ງທີ່ສໍາຄັນຂອງນະຄອນຫລວງປັກກິ່ງ, ແຕ່ຫລັງຈາກເກີດການລະບາດຂອງພະ ຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈໍານວນນັກທ່ອງທ່ຽວໄດ້ຫລຸດລົງ ແລະ ສ່ວນໃຫຍ່ແມ່ນນັກທ່ອງ ທ່ຽວພາຍໃນປະເທດ, ທັງນີ້ ຍ້ອນມາດຕະການປ້ອງກັນພະຍາດໂຄວິດ-19 ຂອງຈີນ ທີ່ຍັງບໍ່ໄດ້ເປີດປະເທດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດເທື່ອ.
ຢ່າງໃດກໍຕາມ, ໃນຕໍ່ໜ້າຖ້າຫາກທ່ານໃດມີໂອກາດໄດ້ເດີນທາງໄປທີ່ນະຄອນຫລວງປັກກິ່ງ ຄວນຫາໂອກາດໄປທ່ຽວຊົມພະລາຊະວັງແຫ່ງນີ້ຮັບຮອງວ່າຈະບໍ່ຜິດຫວັງ ແລະຈະໄດ້ຮຽນຮູ້ຫລາຍຢ່າງກ່ຽວກັບລາຊະວົງຂອງຈີນ ເຊິ່ງພະລາຊະວັງຕັ້ງຢູ່ເລກທີ 4 ຖະໜົນຈິ່ງຊ່ານຊຽນເຈ່ຍເຂດຕົ່ງ ໂດຍສາມາດເດີນທາງໄປສະຖານທີ່ດັ່ກ່າວໄດ້ຫລາຍຊ່ອງທາງຢ່າງສະດວກສະບາຍ.
Cr: BT